ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 19, 2023 | ມີ 1 ຄຳເຫັນ ແລະ 0 trackback(s)

      ທຳມະຊາດຂອງມະນຸດທຸກຄົນກໍລ້ວນແຕ່ຕ້ອງການແຕ່ສີ່ງທີ່ດີ ແລະ ສະພາບແວດລ້ອມທີ່ດີ,ອາຫານການກິນທີ່ດີ,ເສື້ອຜ້າທີ່ດີ,ແລະ ມີຊີວິດທີ່ດີ ດ້ວຍກັນທັງໝົດທຸກຄົນ.ສາເຫດນັ້ນຈີ່ງເຫັນໄດ້ວ່າ:ທຸກມື້ນີ້ໃຜກໍລີ້ນຮົນເພື່ອຊອກສະແຫວງຫາ ວຽກງານທີ່ດີ ແລະ ເຮັດວຍກແຕ່ເຊົ້າຈົນຄ່ຳກໍເພື່ອໃຫ້ໄດ້ພົບກັບຄຳວ່າຊີວິດທີ່ດີ.ນອກນັ້ນກໍຍັງມີການມີຄູຄອງທີ່ດີ ລູກທີ່ດີນຳອີກ.ຫຼາຍຄົນກໍໂຊກດີທີ່ໄດ້ພົບກັບວຽກງານທີ່ດີເງິນເດືອນທີ່ດີ ຈີ່ງມີຄອບຄົວທີ່ດີຕາມມາ.ແຕ່ຫຼາຍຄົນກໍຍັງບໍ່ທັນມີໂຊກຄືກັບຄົນອື່ນ ຍັງຕາມຫາວຽກງານທີ່ດີ ຍັງຕາມຫາຄວາມຮັກທີ່ດີ ແຕ່ບໍ່ມີແວວຈະໄດ້ພົບກັບສີ່ງທີ່ຕົນກຳລັງຕາມຫາມາດົນນານ.

     ຄຳວ່າວຽກດີ ຫຼາຍຄົນກໍອາດຈະບອກເປັນສຽງດຽວກັນວ່າ ເປັນວຽກທີ່ຕົນເອງຖະໜັດ ແລະ ມີສະພາບແວດລ້ອມທີ່ດີເຊັ່ນ:ເພື່ອນຮ່ວມງານດີ,ນາຍດີ ແລະ ທີ່ສຳຄັນເງິນດີນຳອີກ.ແຕ່ສຳລັບຄວາມຮັກທີ່ດີເດລະ ທຸກຄົນຕັດສິນມັນຈາກສີ່ງໃດກ່ອນຈີ່ງສາມາດເອີ້ນມັນວ່າຄວາມຮັກທີ່ດີທີ່ສຸດ. ຖ້າຫາກຖາມຫຼາຍຄົນຂ້ອຍເຊື່ອວ່າແຕ່ລະຄົນກໍອາດຈະມີມູມມອງຂອງການເບີ່ງຄວາມຮັກທີ່ຄິດວ່າດີສຳລັບຕົນເອງແຕ່ກຕ່າງອອກໄປ.ບາງຄົນກໍຄິດວ່າຕົນເອງດີແລ້ວ,ບາງຄົນກໍອາດຈະຄິດວ່າຕົນເອງດີບໍພໍ ຈີ່ງບໍ່ສາມາດມັດໃຈ ຍີງ ຫຼື ຊາຍ ທີ່ຕົນເອງຮັກໄດ້.

     ສີ່ງທີ່ທຸກຄົນຄິດຂ້ອຍກໍບໍ່ປະຕິເສດທີ່ຈະເຫັນດີນຳ ແລະ ບາງອັນກໍບໍ່ເຫັນດີນຳປານໃດ ແຕ່ທັງນີ້ທັງນັ້ນ ຂ້ອຍຈະບໍ່ຕຳນິ ຫຼື ຂັດຂວາງຄວາມຄິດຂອງແຕ່ລະຄົນເພາະວ່າ ທຸກຄົນລ້ວນມີມູມມອງແລະສິດໃນການຄິດບໍ່ຄືກັນ ເຊັ່ນດຽວກັບໂຕຂ້ອຍເອງກໍມີມູມມອງທີ່ແຕ່ກຕ່າງອອກໄປເຊັ່ນກັນ.ໂດຍສ່ວນໂຕຂ້ອຍມັກຄິດສະເໝີວ່າ ຄຳວ່າຄົນດີຂອງ ຜູ້ຍີງ ຫຼື ຜູ້ຊາຍ ມັນຂື້ນກັບວ່າ : ຜູ້ຍີງຄົນນັ້ນ ແລະ ຜູ້ຊາຍຄົນນັ້ນ ເປັນຄົນແບບໃດ,ເກີດຢູ່ໃສ,ສະພາບແວດລ້ອມ ຂອງຍີງ ແລະ ຊາຍ ນັ້ນໆເປັນແນວໃດ.ເພາະ ສີ່ງທີ່ກ່າວມານີ້ກໍເປັນປັດໃຈໜື່ງທີ່ທັງ ຍີງ ແລະ ຊາຍ ຈະຕິດມາເປັນນິໃສ ແລະ ນຳມາເປັນເກນໃນການຕັດສິນ ຄູ່ຄອງຂອງຕົນ.ເຊັ່ນ:

* ຍີງ ຫຼື ຊາຍ ທີ່ມັກຄວາມລ້ຳລວຍ ເຂົາກໍຈະເຫັນຄົນລ້ຳລວຍເປັນຄົນດີໃນສາຍຕາຂອງເຂົາ ບາງທີ່ນິໃສແບບໃດເຂົາກໍບໍ່ໄດ້ສົນໃຈເພາະຄຳວ່າດີຂອງເຂົາຄືຄວາມລ້ຳລວຍ.(ບາງຄົນ ກໍທັງລວຍ ແລະ ນິໃສໃຈຄໍທີ່ດີ ແຫ່ງຍີ່ງດີໄປຕື່ມ)

* ຍີງ ແລະ ຊາຍ ທີ່ເຂົາມັກຄົນງາມ ຄົນຫລໍ່ ເຂົາກໍອາດຈະເຫັນຄົນງາມ ຄົນຫລໍ່ເປັນຄົນດີສຳລັບເຂົາ ເຖີງແມ່ນນິໃສໃຈຄໍຈະບໍ່ຄ່ອຍເປັນມິດ ເວົ້າບໍ່ມ່ວນ,ມັກໂວຍວາຍ ແຕ່ເຂົ້າກໍຍັງຄິດວ່າດີສຳລັບເຂົາ ເພາະເຂົາມັກແບບນັ້ນ.

* ຍີງ ຫຼື ຊາຍ ທີ່ມັກຄົນທີ່ນິໃສ ເຖີງວ່າ ການງານການເງິນຈະທຳມະດາສາມັນ ແຕ່ເຂົາກໍມັກ ເພາະ ເຂົາມັກແບບນັ້ນ ເຖີງຈະພາກັນຂີ່ລົດຈັກຕາກລົມຕາກແດດ ແຕ່ໃນໃຈກໍຍັງມັກແບບນັ້ນ.

* ຍີງ ແລະ ຊາຍ ບາງຄົນ ກໍມັກຄວາມໃສໃຈດູແລ ເຖີງຈະຈົນ ຈະລວຍ ຈະບໍ່ງາມ ບໍ່ຫລໍ່ ແຕ່ເຂົາກໍເຕັມໃຈຮັກ ເພາະ ຄຳວ່າດີຂອງລາວຄືການມີຄົນເອົາໃຈໃສ່ທຸກສີ່ງຢ່າງ ອັນອື່ນອາດຈະບໍ່ກ່ຽວ 

     ສະນັ້ນເຮົາຈະເຫັນໄດ້ເປັນສ່ວນໃຫຍ່ໃນສັງຄົມ ບາງຄົນກໍໜ້າຕາທຳມະດາ ແຕ່ມີແຟນງາມ ແຟນຫລໍ ບາງຄົນລ້ຳລວຍແຕ່ມີແຟນຖານະທຳມະດາ ບາງຄົນໜ້າຕາທຳມະດາແຕ່ມີແຟນລ້ວຍ ສາເຫດກໍອາດຈະເປັນຍ້ອນ ຕົວຢ່າງຂ້າງເທີງນີ້ກໍເປັນໄດ້ ເພາະທຸກຄົນມີມູມມອງ ມີຂອບເຂດ ມີຄວາມມັກໃນແບບສະບັບຂອງຕົນ

     ແຕ່ສີ່ງທີ່ຂ້ອຍຢາກບອກໃຫ້ຮູ້ທີ່່ສຸດໃນບົດຄວາມນີ້ກໍຄື ຄົນເຮົາຈະເຮັດດີເທົ່າໃດກໍຕາມຖ້າເຮົາ ບໍ່ແມ່ນຄົນທີ່ດີ ຫຼື ຄວ່ມດີຂອງເຮົາມັນບໍ່ແມ່ນຄວາມດີທີ່ເຂົາປາດຖະໜາ ສີ່ງຕ່າງໆທີ່ເຮົາເຮັດລົງໄປມັນກໍບໍ່ມີຄວາມໝາຍ ເຊັ່ນດຽວກັບມີບາງຄົນມາຮັກເຮົາມາເຮັດດີນຳເຮົາເກືອບຕາຍແຕາເຮົາກໍບໍ່ຍອມຮັກເຂົາ ກະຍ້ອນເຫດຜົນດຽວກັນນິລະ ເພາະຄຳວ່າດີຂອງເຮົາກັບຂອງເຂົາມັນບໍ່ຄືກັນ.

 

 

 

 

Delicious Digg Fark Twitter