ຊອກຫມູ່:   
ຫນ້າຫລັກ    ຊອກຫມູ່    ເຊີນຫມູ່ເຂົ້າຮ່ວມ    ຊ່ວຍເຫລືອ    ເກມ    ເວັບບອດ ສະມັກສະມາຊິກ    ເຂົ້າສູ່ລະບົບ

ຮູບພາບຊີວິດກຳມະກອນ
11:41 AM on May. 16, 2008
ຂໍສືບຕໍ່ເລື້ອງຂອງກຳມະກອນ ເພາະວ່າ ຍັງຢູ່ໃນເດືອນພຶດສະພາ ເດືອນຂອງວັນກຳມະກອນ
ຂ້າພະເຈົ້າໄດ້ມີໂອກາດສຳຜັດຊີວິດ ຂອງກຳມະກອນກໍ່ສ້າງລະບົບໄຟຟ້າ ໃນປີ 2005
ໃນໂຄງການກໍ່ສ້າງສົ່ງໄຟຟ້າ ຈາກ ບ້ານນາ  (ໃຕ້ປາກເຊລົງໄປ 60 ກິໂລແມັດ) ຫາອັດຕະປື
ໃນໂຄງການດັ່ງກ່າວ ຂ້າພະເຈົ້າ ໄດ້ປະກອບສ່ວນ ວຽກສ່ອງກ້ອງ ສຳຫລວດແລວຄືນ (ເປັນວຽກທີ່ຕ້ອງເຂົ້າປ່າ ເປັນນັກເດີນປ່າ)
ຈາກນັ້ນ ກໍ່ເຂົ້າຮ່ວມວຽກງານ ຕັ້ງຕີນເສົາ (ເປັນວຽກສົກກະປົກ ທັງ ເປັນວຽກໃຕ້ດິນ, ວຽກຊັ້ນຕ່ຳ)
ຕໍ່ມາ ໄດ້ຍ້າຍໄປວຽກ ດຶງສາຍ ( ອັນນີ້ໄຄແດ່ ເປັນວຽກຊັ້ນສູງ ເຮັດວຽກກາງອາກາດ ໄດ້ປີນເສົາ)

ຂໍນຳສະເຫນີ ຮູບພາບ ບາງຢ່າງ ທີ່ເກັບກຳມາ ໃຫ້ທ່ານຜູ້ອ່ານໄດ້ປະກອບຄຳເຫັນ

alt
ເຮືອນນອນ ຫລື ແຄ້ມ

alt
ຫ້ອງອາບນ້ຳ ລວມຫມູ່ ອາບໄດ້ພ້ອມກັນ ທັງຍິງແລະຊາຍ

alt
ໂຮງອາຫານເຄື່ອງທີ່ ກິນແບບສາມັກຄີ ກິນໃຫ້ໄວ ກ່ອນທີ່ຈະບໍ່ເຫລືອຫຍັງໃຫ້ກິນ

alt
ໄດ້ຂີ່ລົດລາຄາແພງ ອອກໄປວຽກ ແພງກວ່າລົດອຳນວຍການອີກເດີ້ ລົດຄັນນີ້

alt
ຖ້າຈະຕັດຜົມ ກໍ່ມີຄົນໄປບໍລິການໃຫ້ເຖິງທີ່

alt
ບໍ່ມີໄຟຟ້າ ບໍ່ມີເຄກ ກໍ່ຈັດວັນເກີດ ກັນໄດ້

alt
ບໍ່ມີນ້ຳກ້ອນ ບໍ່ມີວິສກີ້ ບໍ່ມີເຄື່ອງສຽງ ມີແຕ່ປາຈາກຫ້ວຍ ເຫລົ້າຂາວ ຕົບມື ຮ້ອງເພງ ກໍ່ມ່ວນຊື່ນຄືກັນ

alt
ຢູ່ໃນປ່າ ໄກແພດໄກຫມໍ ແຕ່ບໍ່ອຶດຢາ

alt
ຢູ່ໃນປ່າ ຍຸງມັນມັກມາຖາມຂ່າວ ມາກັນເປັນພັນ ເປັນຫມື່ນໂຕ ຕ້ອງປິດຫນ້າປິດຕາ ປິດຂາປິດແຂນ


ຄຳເຫັນ (8)
pnomsin - 4:58 PM on May. 20, 2008  [ ສົ່ງຂໍ້ຄວາມຫາຄົນນີ້ ]
@laomatedotcom ຜູ້ທີ່ຈະເປັນນາຍໃນໄຟຟ້າ ຈະຕ້ອງລົງວຽກະເພື່ອສະຫນາມ ເພື່ອເກັບກ່ຽວປະສົບການ ເກັບກຳບັນຫາ ໃນການປະຕິບັດວຽກພາກສະຫນາມ ເພື່ອຈະໄດ້ເຂົ້າໃຈ ເວລາຂຶ້ນເປັນນາຍ. ມີຊາຍຫນຸ່ມຫລາຍຄົນ ຕິດຕາມຂ້າພະເຈົ້າ ລົງໄປວຽກຄັ້ງນີ້ ພວກເຂົາໄດ້ປະສົບການຊີວິດທີ່ບໍ່ມີວັນລືມ ເປັນການຝຶກຝົນຫລໍ່ຫລອມຄວາມເປັນລູກຜູ້ຊາຍ ໄດ້ດີ. ເມື່ອກັບມາ ເຂົາເປັນຜູ້ໃຫຍ່ຫລາຍຂຶ້ນ.
pnomsin - 2:48 PM on May. 20, 2008  [ ສົ່ງຂໍ້ຄວາມຫາຄົນນີ້ ]
@laomatedotcom ຜູ້ທີ່ຈະເປັນນາຍໃນໄຟຟ້າ ຈະຕ້ອງລົງວຽກະເພື່ອສະຫນາມ ເພື່ອເກັບກ່ຽວປະສົບການ ເກັບກຳບັນຫາ ໃນການປະຕິບັດວຽກພາກສະຫນາມ ເພື່ອຈະໄດ້ເຂົ້າໃຈ ເວລາຂຶ້ນເປັນນາຍ. ມີຊາຍຫນຸ່ມຫລາຍຄົນ ຕິດຕາມຂ້າພະເຈົ້າ ລົງໄປວຽກຄັ້ງນີ້ ພວກເຂົາໄດ້ປະສົບການຊີວິດທີ່ບໍ່ມີວັນລືມ ເປັນການຝຶກຝົນຫລໍ່ຫລອມຄວາມເປັນລູກຜູ້ຊາຍ ໄດ້ດີ. ເມື່ອກັບມາ ເຂົາເປັນຜູ້ໃຫຍ່ຫລາຍຂຶ້ນ.
pnomsin - 5:22 PM on May. 19, 2008  [ ສົ່ງຂໍ້ຄວາມຫາຄົນນີ້ ]
@xEKx ເຄກຫມາກໂມ ສື່ເຖິງຄວາມບໍ່ມີໄຟຟ້າ
ມີເງິນກໍ່ຊື້ບໍ່ໄດ້ ເພາະບໍ່ມີຂາຍ ບໍ່ມີບ່ອນຜະລິດ ບໍ່ມີໄຟຟ້າ
ປະຊາຊົນລາວ ໃນຊົນນະບົດ ສ່ວນຫລາຍມີເງິນ ແຕ່ບໍ່ມີ ຫົນທາງ ບໍ່ມີໄຟຟ້າ ຈຶ່ງພັດທະນາບໍ່ໄດ້
ມີໄຟຟ້າ ແລ້ວ ຈຶ່ງມີການພັດທະນາ
pnomsin - 4:28 PM on May. 19, 2008  [ ສົ່ງຂໍ້ຄວາມຫາຄົນນີ້ ]
@Diow ຂ້າພະເຈົ້າບໍ່ໄດ້ເຮັດວຽກຫນັກຫຍັງ ຖ້າທຽບໃສ່ອ້າຍນ້ອງກຳມະກອນ ທີ່ຕ້ອງ ເຮັດວຽກແບກຫາມ. ສະບາຍກວ່າເຂົາເຈົ້າຢູ່
laomatedotcom - 2:59 PM on May. 16, 2008  [ ສົ່ງຂໍ້ຄວາມຫາຄົນນີ້ ]
ທຸກ (ຈາກການເຮັດວຽກ) ໃນມື້ນີ້ ຈະລໍ່າລວຍໃນພາຍຫນ້າ
xEKx - 12:50 PM on May. 16, 2008  [ ສົ່ງຂໍ້ຄວາມຫາຄົນນີ້ ]
ມັກຮູບເຄັກໝາກໂມຫລາຍ ອິອິ ສື່ໃຫ້ເຫັນຄວາມທຸກຢາກ
xEKx - 12:48 PM on May. 16, 2008  [ ສົ່ງຂໍ້ຄວາມຫາຄົນນີ້ ]
ເລົ່າມາໄດ້ຮູ້ຊຶ້ງເຖິງຊີວິດເລີຍ ອາວ ພະນົມສິນ ^_^V ຄັກຫລາຍ ສຸດຍອດ
Diow - 11:51 AM on May. 16, 2008  [ ສົ່ງຂໍ້ຄວາມຫາຄົນນີ້ ]
ເຮັດວຽກຫນັກນໍອາວພະນົມສິນນິ ມັກຮູບລົດທີ່ວ່າແພງກວ່າລົດອຳນວຍການ ຮະໆ

LaoUpload.com au8ust.org LaoBlogger.com | ບໍລິການຟຣີເວບບລັອກ ເນື້ອທີ່ 1GB ທີ່ ລາວບລັອກເກີ.ຄອມ Pnomsin.com LaoZaa.com LaoBB.com


Punlao.com © 2007 - 2008 All Right Reserved.
A Part of A8 network
ຕິດຕໍ່ໂຄສະນາ | ທີມງານພັນລາວ | ກ່ຽວກັບພັນລາວ | ຕິດຕໍ່ທີມງານ | ລົງໂຄສະນາ | ເວັບບອດ | ອີເມລ