ຊອກຫມູ່:   
ຫນ້າຫລັກ    ຊອກຫມູ່    ເຊີນຫມູ່ເຂົ້າຮ່ວມ    ຊ່ວຍເຫລືອ    ເກມ    ເວັບບອດ ສະມັກສະມາຊິກ    ເຂົ້າສູ່ລະບົບ

ຊື້ຊ່ອຍຫລານແດ່
6:51 PM on Jun. 13, 2008


ພະນັກງານພວກເຮົາ ເຖິງວ່າເງິນເດືອນຫນ້ອຍ ແຕ່ກໍ່ເຂົ້າຮ້ານເບຍເລື້ອຍຢູ່
ບໍ່ວ່າສິໄປຮ້ານໃດ ໃກ້ຫລືໄກ ກໍ່ຄືວ່າ ຕ້ອງພົບກັບເດັກກຸ່ມຫນຶ່ງ ທີ່ມາເປັນກຸ່ມ ເທື່ອລະສອງສາມຄົນ ມາຂາຍຈືນປອດ ພົບແນ່ນອນ ບໍ່ພາດຈັກຮ້ານ
ພວກເຂົາຫາເງິນກັນແບບນີ້ຕັ້ງແຕ່ເປັນເດັກນ້ອຍຈົນກາຍເປັນໄວລຸ້ນ ເຊື່ອແນ່ວ່າທຸກຄົນຕ້ອງເຄີຍພໍ້ພວກເຂົາ
ເມື່ອເຂົ້າຮ້ານມາກະເລາະໄປເທື່ອລະໂຕະ ເພື່ອຈ່າວຂາຍສິນຄ້າ ແລະ ຖ້າເຂົາບໍ່ຊື້ກໍ່ຈະບີບນວດເອົາອົກເອົາໃຈ
ເມື່ອເບິ່ງພວກເຂົາແລ້ວ ຮູ້ສຶກວ່າ ທີ່ເຂົາເປັນເດັກນ້ອຍຍັງສາມາດຫາກຸ້ມຕົນເອງ
ດຽວນີ້ ທ້າວ ຫນຶ່ງໃນຈຳນວນພວກເຂົາ ຊື່ ທ້າວໂຕເລັກ ໄດ້ເຂົ້າຮຽນາການຊ່າງລາວ-ເຍຍລະມັນ ມີຄວາມຫວັງຢາກເປັນຊ່າງແປງລົດໃຫຍ່ ຫນ້າສົ່ງເສີມບໍ່ລະ

alt

http://forum.pnomsin.com/index.php?topic=450.0

alt



ຄຳເຫັນ (5)
pnomsin - 9:43 PM on Jun. 15, 2008  [ ສົ່ງຂໍ້ຄວາມຫາຄົນນີ້ ]
ຈືນປອດມັນເປັນຄືກັບຊື້ນຫລອດ ມີໄມ້ຕອກ ມັດເປັນວົງມົນ ມີປອດຊອຍເປັນເສັ້ນ ສອງເສັ້ນ ຕໍ່1ໄມ້ຕອກ
ຈືນແຫ້ມໆ ແລ້ວມັນກໍ່ຈະກອບດີ
ມັດຫນຶງ່ມີ5ຕອກ
birdflu2007dotexe - 2:59 AM on Jun. 14, 2008  [ ສົ່ງຂໍ້ຄວາມຫາຄົນນີ້ ]
ອືມ ເຂົາເຈົ້າເຮັດແນວນີ້ກະຍັງດີກວ່າພວກຂໍທານ ປານມື້ນັ້ນໄປນັ່ງກິນຫມີ່ກ້ຽວກັບຫມູ່ຢູ່ແຖວທະນາຄານສົ່ງເສີມກະສິກຳ ມີຂໍທານອີ່ນາຍຫນຶ່ງຢ່າງເຂົ້າມາຂໍເງິນ ຂໍດີໆກະຍັງວ່າໄຄຕົ່ວ ອັນນີ້ເອົາມືມາຕົບບ່າຂ້ອຍ ເຮັດປານນັກເລງເກັບຄ່າຄຸ້ມຄອງ ບໍ່ໃຫ້ແຖມມາດ່າອີກ ໂຄດເປັນຕາຫນ່າຍ ແຂນຂາມັນກະຄືວ່າຄົບຢູ່ນ້າາາາ ບໍ່ໄປຊອກຫາວຽກເຮັດງານທຳຫຍັງເລີຍ.....- -
pnomsin - 12:59 AM on Jun. 14, 2008  [ ສົ່ງຂໍ້ຄວາມຫາຄົນນີ້ ]
ບັກນ້ອຍນີ້ ຂ້າະເຈົ້າເຄີຍຖ່າຍຮູບມັນ ແຕ່ມັນຂູ່ຄືນ ມັນກໍ່ມີກ້ອງຖ່າຍຮູບ ມັນຖ່າຍເຮົາຄືນກໍ່ໄດ້
ທ່ານ Au8ust ບໍ່ເຄີຍກິນຈືນປອດແນ່ນອນ ເພາະບໍ່ເຄີຍເຂົ້າຮ້ານເບຍ
Diow - 7:46 PM on Jun. 13, 2008  [ ສົ່ງຂໍ້ຄວາມຫາຄົນນີ້ ]
ອືມ ເຄີຍກິນ ແຊບດີ
au8ust - 7:32 PM on Jun. 13, 2008  [ ສົ່ງຂໍ້ຄວາມຫາຄົນນີ້ ]
ຈືນປອດ ມັນເປັນແນວໃດທ່ານພະນົມສິນ ພໍດີວ່າ ບໍ່ມັກກິນເຄື່ອງໃນ ເລີຍບໍ່ຮູ້ວ່າມັນເປັນແນວໃດ

LaoUpload.com au8ust.org LaoBlogger.com | ບໍລິການຟຣີເວບບລັອກ ເນື້ອທີ່ 1GB ທີ່ ລາວບລັອກເກີ.ຄອມ LaoZaa.com LaoBB.com


Punlao.com © 2007 - 2008 All Right Reserved.
A Part of A8 network
ຕິດຕໍ່ໂຄສະນາ | ທີມງານພັນລາວ | ກ່ຽວກັບພັນລາວ | ຕິດຕໍ່ທີມງານ | ເວັບບອດ | ອີເມລ