ຊອກຫມູ່:   
ຫນ້າຫລັກ    ຊອກຫມູ່    ເຊີນຫມູ່ເຂົ້າຮ່ວມ    ຊ່ວຍເຫລືອ    ເກມ    ເວັບບອດ ສະມັກສະມາຊິກ    ເຂົ້າສູ່ລະບົບ

ມື້ຫນຶ່ງ ທີ່ ມຊ ດົງໂດກ
5:15 PM on Jul. 16, 2008
ອອກເດີນທາງຈາກສຳນັກງານໃຫຍ່ກຕຟ ຈາກໂພນຕ້ອງ ຜ່ານໂຮງຫມໍມິດຕະພາບ ໄປຫາດົງໂດກດ້ວຍຄວາມລຳບາກ ເນື່ອງຈາກລົດຕິດ ເສັ້ນທາງເປັນຂຸມ ນ້ຳຫົ້ງ ເກືອບວ່າຕະຫລອດ ເສັ້ນທາງ. ເມື່ອໃກ້ຈະຮອດດົງໂດກ ລົດຍິ່ງຕິດຫລາຍຂຶ້ນໄປອີກ ຕາມແຄມທາງມີການວາງຂາຍຊໍ່ດອກໄມ້. ຮອດສາມແຍກ ເຫັນຕຳຫລວດຈະລາຈອນກຳລັງເຮັດວຽກຢ່າງຫນັກ,
alt
ຫນ້າທາງເຂົ້າໂຮງຮຽນ ມີລົດໃຫຍ່ຈອດລຽນກັນຍາວຢຽດ. ແນມຫາບ່ອນຈອດລົດຈັກ ປາໂທ ໃນເດີ່ນຫໍພັກ ຫນ້າທາງເຂົ້າໂຮງຮຽນເຕັມແຕ່ລົດຈັກ
alt
alt
ຝາກລົດເປັນທີ່ຮຽບຮ້ອຍແລ້ວ, ແລ້ວຂ້າມທາງໄປຫາທາງເຂົ້າ ມີການກວດກາຕາມຮ່າງກາຍຕາມລະບຽບ ກ່ອນຜ່ານເຂົ້າໄປ. ຄົນຫລາຍປານວ່າມົດວ່າປວກ.
alt
alt
ຍ່າງຊອກຫາກັນ, ໂທຫາກັນຢ່າງວຸ້ນວາຍ ສັນຍານໂທລະສັບ ບ່ອນນີ້ ເປັນອຳມະພາດໄປເລີຍ, ຖ້າລອງໂທຫລາຍໆເທື່ອກໍ່ໂທຕິດຈົນໄດ້. ຜູ້ທີ່ຊອກຫາກັນເຫັນແລ້ວກໍ່ມ່ວນຊື່ນ ຍິ້ມແຍ້ມ ມອບຊໍ່ດອກໄມ້ ຖ່າຍຮູບ ກັນຢ່າງມີຄວາມສຸກ ຜູ້ທີ່ຫາກັນບໍ່ເຫັນເທື່ອ ກໍ່ຫນ້າເສົ້າ ຢ້ານບໍ່ມີໃຜເອົາດອກໄມ້ມາໃຫ້ ອາຍຫມູ່ເຂົາ. ໄປທາງໃດກະມີແຕ່ຄົນ ຜູ້ຈົບຜູ້ງາມກໍ່ຫລາຍ ສະຫນຸກແຍງ

ທີ່ມາ:


ຄຳເຫັນ (5)
pnomsin - 10:23 AM on Jul. 22, 2008  [ ສົ່ງຂໍ້ຄວາມຫາຄົນນີ້ ]
ອັນນີ້ເປັນຂ່າວແຕ່ປີກາຍເດີ້ ແຕ່ຂໍເອົາບັນຍາກາດມາເລົ່າສູ່ຟັງ ຕອນນັ້ນ ໄປຮັບໃບປະກາດຂອງພີ່ນ້ອງ
DKKiKu - 1:01 AM on Jul. 17, 2008  [ ສົ່ງຂໍ້ຄວາມຫາຄົນນີ້ ]
ຄົນຫຼາຍອີ່ຫຼີ........ແຕ່ມອບຮັບມື້ໃດເນາະ ບໍ່ຮູ້ເລື້ອງເລີຍເຮົາ
au8ust - 9:55 PM on Jul. 16, 2008  [ ສົ່ງຂໍ້ຄວາມຫາຄົນນີ້ ]
ບໍ່ເຫັນຄົນຫລາຍ ໆ ແບບນີ້ດົນລະ
Diow - 5:48 PM on Jul. 16, 2008  [ ສົ່ງຂໍ້ຄວາມຫາຄົນນີ້ ]
ອາວພະນົມສິນໄປຮັບໃບປະກາດໃຜຫັ້ນ?
NuNy - 5:36 PM on Jul. 16, 2008  [ ສົ່ງຂໍ້ຄວາມຫາຄົນນີ້ ]
ໂອ້...ໃກ້ບ້ານນູນີ່ 555555+

LaoUpload.com au8ust.org LaoBlogger.com | ບໍລິການຟຣີເວບບລັອກ ເນື້ອທີ່ 1GB ທີ່ ລາວບລັອກເກີ.ຄອມ LaoZaa.com LaoBB.com