 ຂຽນເມື່ອ: ກ.ພ.. 16, 2010
| ມີ
5 ຄຳເຫັນ
ແລະ
0 trackback(s)
ຂ້າພະເຈົ້າ ຄິດວ່າ ຈະທະຍອຍຂຽນເລື້ອງລາວຂອງໂຕເອງຈາກຄວາມຊົງຈຳ ຂອງໂຕເອງຕັ້ງແຕ່ຍັງນ້ອຍໆ ໄລ່ມາເລື້ອຍໆຈົນເຖິງປະຈຸບັນ ມັນອາດຈະໄປຖືກກັບຊ້ວງຊີວິດຂອງບາງຄົນ ກໍ່ຂໍໃຫ້ຊ່ວຍຕໍ່ເຕີມດ້ວຍ, ສຳລັບຜູ້ທີ່ເກີດບໍ່ທັນ ກໍ່ຄົງຈະເປັນບ່ອນໃຫ້ໄດ້ອ່ານເລື້ອງລາວ ຂອງຜູ້ທີ່ເກີດກ່ອນ ເພື່ອຮູ້ເຖິງເຫດການຕ່າງ ທີ່ເພິ່ນໄດ້ພົບພໍ້ 
ກ່ອນຈື່ຄວາມໄດ້ ຫລາຍຄົນຈະຈື່ໄດ້ວ່າໂຕເຄີຍເຮັດຫຍັງໃນໄວເດັກ ຢ້ອນກັບໄປຮອດຕອນອາຍຸ 2 ປີ http://punlao.com/pnomsin/polls/7195/ ຂ້າພະເຈົ້າເອງບໍ່ແນ່ໃຈປານໃດ ອາດຈະຢູ່ໄລຍະ 3 ຫາ 4 ປີ ກ່ອນຫນ້ານັ້ນ ແມ່ນບໍ່ຈື່ຫຍັງ ຂ້າພະເຈົ້າຕ້ອງ ອາໄສຄົນອື່ນ ໂດຍສະເພາະແມ່ນພໍ່ແມ່ ເປັນຜູ້ເລົ່າໃຫ້ຟັງ ເລື້ອງລາວ ວິລະກຳຕ່າງໆ ຂອງຂ້າພະເຈົ້າທີ່ໄດ້ຍິນມາ ແມ່ນມີດັ່ງລຸ່ມນີ້ : - ແມ່ໄດ້ໃຫ້ເຈ້ຍໃບຫນຶ່ງໃຫ້ ມັນເປັນເຈ້ຍທີ່ເພິ່ນຈີກ ມາຈາກປະຕິທິນ ໃນມື້ຂ້ອຍເກີດ, ໃນນັ້ນຂຽນວ່າ ວັນອັງຄານ ວັນທີ 11 ກຸມພາ 1969 ແລະ ມີລາຍມືທີ່ແມ່ຂຽນໄວ້ ວ່າເກີດເວລາປະມານ 5 ໂມງເຊົ້າ ທີ່ໂຮງຫມໍມະໂຫສົດ ໂດຍ ດຣ ກາເຣ (ຄົນຝະລັ່ງ)
- ແມ່ເລົ່າວ່າ ຕອນຂ້ອຍຍັງນ້ອຍ ແມ່ອູ້ມຂ້ອຍນັ່ງກິນເຂົ້າ ຂ້ອຍກໍ່ໄດ້ສ້າງວິລະກຳ ໂດຍການຍ່ຽວໂດ່ງໄປລົງໃສ່ຖ້ວຍແກງ
- ແມ່ບອກວ່າ ຫລັງຈາກຂ້ອຍເກີດ ພໍ່ໄດ້ໄປເຮັດວຽກຢູ່ສະຫວັນນະເຂດ ພວກເຮົາເລີຍຍ້າຍໄປຢູ່ສະຫວັນ (ແຕ່ຂ້ອຍບໍ່ຈື່ຫຍັງເລີຍ)
- ແມ່ເລົ່າວ່າ ໃນລະຫວ່າງເດີນທາງດ້ວຍຍົນ ລະຫວ່າງ ວຽງຈັນ - ສະຫວັນ ໃນລະຫວ່າງທີ່ຍົນກຳລັງຂຶ້ນ ພໍ່ແມ່ກຳລັງຮັດສາຍແອວ ເພິ່ນແນມຫາຂ້ອຍແຕ່ບໍ່ເຫັນ ເພາະຂ້ອຍແລ່ນຂຶ້ນໄປຫົວຍົນ ໄປຫາຄົນຂັບແລ້ວ
- ຊື່ພະນົມສິນ ແມ່ນໄດ້ມາຈາກທາດພະນົມ ຕອນພໍ່ແມ່ ໄປໄຫວ້ທາດ ເລີຍອະທິຖານຂໍລູກຊາຍ ເພາະກ່ອນຫນ້ານັ້ນ ເພິ່ນມີລູກຢູ່ແລ້ວ2 ຄົນເປັນຍິງຫມົດ ບໍ່ທັນມີລູກຊາຍ. ເມື່ອຂ້ອຍເກີດມາ ກໍ່ຖືວ່າ ຄຳອະທິຖານເກີດເປັນຈິງ ກໍ່ເລີຍໃສ່ຊື່ ພະນົມ ແລະ ເພື່ອໃຫ້ສອດຄ່ອງ ກັບຊື່ພວກເອື້ອຍ ຈຶ່ງຕື່ມຄຳວ່າສິນເຂົ້າໄປ ເພິນ່ວ່າຕື່ມສິນເຂົ້າໄປຍ້ອນເພິ່ນເຫັນວ່າ ເຮົາເປັນຄົນຊົງມີສິນມີທຳ ແລະ ກໍ່ໄດ້ມາຈາກພະທາດສັກສິດອີກ ສ່ວນເອື້ອຍທັງສອງ ກໍ່ລົງທ້າຍດ້ວຍອິນຢູ່ແລ້ວ ຜູ້ກົກຊື່ພອນອິນ ຜູ້ສອງຊື່ເພັດສະລິນ ຜຸູ້ສາມເລີຍຊື່ພະນົມສິນ
ຍັງມີຫລາຍໆວິລະກຳ ທີ່ເພິ່ນເຄີຍເວົ້າເຖິງ ແຕ່ຄຶດບໍ່ອອກແລ້ວ ບໍ່ຈື່ແລ້ວ. ມາຈື່ຄວາມໄດ້ ແມ່ນຕອນພໍ່ຍ້າຍມາຢູ່ວຽງຈັນ ຕອນນັ້ນ ເຮືອນພວກເຮົາຢູ່ປາກປ່າສັກ - ຂ້ອຍຍັງຈື່ເພງທີ່ໄດ້ຍິນໄດ້ຟັງຕອນຍັງນ້ອຍ ແລະ ມັກໄປຮ້ອງເພງຢູ່ຫນ້າແວ່ນຫ້ອງນອນ
- ຈື່ວ່ານ້ອງສາວພໍ່2ຄົນ ແລະ ແມ່ມັກລັກຫລິ້ນໄພ້ ຕອນພໍ່ບໍ່ຢູ່ ເມື່ອພໍ່ກັບມາ ພວກເຂົາພາກັນຟ້າວມ້ຽນວົງໄພ້ຢ່າງອຸດຕະລຸດ ຢ້ານພໍ່ຮ້າຍ
- ຍັງຈື່ຫນັງກາຕູນ ທີ່ເບິ່ງຈາກໂທລະທັດຂາວດຳຢູ່ເຮືອນລຸງ ອ້າຍຂອງພໍ່ ຕອນນັ້ນ ມີຫນັງກາຕູນ ຍີ່ປຸ່ນຫລາຍເລື່ອງ ເຊັ່ນ ມະນຸດສາຍຮຸ້ງ, ໄອ້ມົດແດງ V1 (ໂຕຢູ່ເທິງຊ້າຍສຸດ) ສ່ວນ V8 - Sky rider ແລະ V9 - Kamen rider Super One ແມ່ນໄດ້ເບິ່ງຕອນເຂົ້າມັດທະຍົມແລ້ວ

ເຫດການທັງຫມົດນີ້ ແມ່ນເກີດຂຶ້ນ ກ່ອນການປ່ຽນແປງການປົກຄອງ ຍັງເປັນ ພຣະຣາຊອານາຈັກລາວ ມື້ນີ້ຂໍຈົບພຽງເທົ່ານີ້ກ່ອນ. ຍັງມີຕອນຕໍ່ໄປ
|
 ຂຽນເມື່ອ: ກ.ພ.. 9, 2010
| ມີ
14 ຄຳເຫັນ
ແລະ
0 trackback(s)

ຂ້ອຍເປັນສັດຫວງຫ້າມ ປະເພດ1 ການລັກລອບຊື້-ຂາຍຂ້ອຍແມ່ນຈະຖືກລົງໂທດ ຕາມກົດຫມາຍ ຫນ້າຕາຂ້ອຍເປັນແບບນີ້ ມີທັງຕອນນອນຂວ້ຳ ແລະ ນອນຫງາຍ 
ຢາກຮູ້ວ່າຂ້ອຍຊື່ຫຍັງແລ້ວແມ່ນບໍ່ 
ພາບຈາກ ໂປສເຕີ ຕິດຢູ່ຕາມຕະຫລາດ ບ້ານລາດຢາຍ ເມືອງພູກູດ ແຂວງຊຽງຂວາງ
|
 ຂຽນເມື່ອ: ມ.ກ.. 20, 2010
| ມີ
19 ຄຳເຫັນ
ແລະ
0 trackback(s)
ເລື້ອງຂອງການກິນ ກໍ່ມີຫລາຍແບບຫລາຍຢ່າງ ຕາມແຕ່ລະທ້ອງຖິ່ນ ແລະ ຕາມແຕ່ວັດທະນະທຳ ດ້ານວັດທະນະນການກິນສັດທີ່ຍັງເປັນໆ ຍ່າງໄປຍ່າງມາ ຢູ່ດີດີ ກໍ່ຖືກຈັບໃສ່ປາກ ຫຍໍ້າກິນຢ່າງແຊບນົວ ຂ້າພະເຈົ້າກໍ່ເຄີຍໄດ້ເຮັດແບບສຳຫລວດ ໄປແລ້ວເທື່ອຫນຶ່ງ ຈຶ່ງໄດ້ຮູ້ວ່າ ຄົນລາວ ຈຳນວນຫນຶ່ງ ມັກກິນສັດຈຳພວກແມງໄມ້ ທີ່ຍັງໄຕ່ໄປໄຕ່ມາ ຢູ່ຫລາຍຊະນິດ ໄດ້ແກ່ ກຸ້ງເຕັ້ນ ແມງແຄງນ້ອຍ ແມງແຄງໃຫຍ່ ແລະ ອື່ນໆ ມື້ນີ້ ຂ້າພະເຈົ້າ ຂໍນຳສະເຫນີ ຮູບຖ່າຍ ທີ່ໄດ້ຖ່າຍມາຈາກປະສົບການທີ່ພົບເຫັນມາດ້ວຍຕົນເອງ ທີ່ແຂວງຊຽງຂວາງ ມື້ນັ້ນ, ມີຄົນນັ່ງກິນເຂົ້ານຳກັນຫລາຍຄົນ ຜູ້ຫນຶ່ງ ສັ່ງໃຫ້ຄົນທີ່ກຳລັງຈະໄປຕະຫລາດ ຊື້ແມງແຄງມາໃຫ້ ຕໍ່ໍມາ ຄົນທີ່ມາແຕ່ຕະຫລາດ ໄດ້ສົ່ງກະບັ້ງໄມ້ໄຜ່ ຂະຫນາດ ຊ່ຳ whiteboard marker ຫລື ບິກເຝິສ ຂຽນກະດານຂາວຫັ້ນຫລະ ມາໃຫ້ ກະບັ້ງກໍ່ມີຝາອັດຄັກແນ່ ໃນກະບັ້ງມີແມງຢູ່10 ໂຕ. ເພິ່ນເອົາມາປ່ອຍລົງໃສ່ຈານສົ້ມຜັກ ໃຫ້ມັນໄຕ່ໄປໄຕ່ມາ ແລ້ວກໍ່ຖືກຢຸບໄປພ້ອມກັບສົ້ມຜັກເຂົ້າປາກ ຖາມເພິ່ນວ່າລົດຊາດເປັນແນວໃດ ເພິ່ນບອກວ່າ ຄືກັບແຈ່ວວາຊາບິ ທີ່ກິນກັບປູອັດອ້ອຍຕ້ອຍ 
|
 ຂຽນເມື່ອ: ທ.ວ.. 30, 2009
| ມີ
21 ຄຳເຫັນ
ແລະ
0 trackback(s)
ຂ້ອຍຂັບລົດມາ ເລີຍຫລົງທາງ ຊ່ວຍບອກທາງຂ້ອຍແດ່ 
ຂອບໃຈຫລາຍໆ ຈະໄດ້ໄປກ່ອນເດີ້ 
ຈົບແລ້ວ ຂອບໃຈທີ່ຕິດຕາມ ສະຖານທີ່ຖ່າຍທຳ: ເມືອງພູກູດ ແຂວງ ຊຽງຂວາງ ນັກສະແດງ : ຂ້າພະເຈົ້າເອງ ຂໍຂອບໃຈ ພາຫະນະສົງຄາມ ທີ່ຈອດໄວ້ແຄມທາງ ບໍ່ຮູ້ວ່າຂອງຝ່າຍໃດ
|
 ຂຽນເມື່ອ: ທ.ວ.. 25, 2009
| ມີ
21 ຄຳເຫັນ
ແລະ
0 trackback(s)
|
 ຂຽນເມື່ອ: ທ.ວ.. 21, 2009
| ມີ
17 ຄຳເຫັນ
ແລະ
0 trackback(s)
ຂໍ້ມູນ ຈາກ ນສພ ວຽງຈັນໃຫມ່ - ການສະແດງ "ມ້າງເຄືອເຂົາກາດ" ນິທານບູຮານລາວ ທີ່ນັກສະແດງຝ່າຍເຈົ້າພາບວຽງຈັນເກມນຳມາເລົ່າໃຫ້ແຂກຟັງ ໂດຍລວມເອົານັກສະແດງ 1.500 ກ່ວາຄົນ ມາສະແດງຟ້ອນເຮັດເປັນຮູບຕ່າງໆ ສື່ຄວາມໝາຍເຖິງຄວາມມີເມດຕາກາລຸນາຂອງປູ່ເຍີ-ຍ່າເຍີ ແລະ ສິງຄຳ ທີ່ໄດ້ມ້າງເຄືອເຂົາກາດໃຫ້ໂລກ ໄດ້ພົບກັບແສງສະຫວ່າງ
- ຕໍ່ດ້ວຍການສະແດງບົດຟ້ອນ "ບຸນປີໃໝ່ບ້ານເຮົາ" ບົດຟ້ອນນີ້ເຮັດໃຫ້ທົ່ວເດີ່ນປຽກຊຸ່ມໄປດ້ວຍນ້ຳໃສເຢັນທີ່ຖືກຫົດ ແລະ ສາດ ຈາກຂັນ (ໂອ) ປະສານການຟ້ອນລຳ ຊຶ່ງເຫຼົ່ານັກສະແດງພະຍາຍາມຖ່າຍທອດໃຫ້ຜູ້ຊົມໄດ້ເຫັນເຖິງບຸນປະເພນີຂອງລາວ ໃນໄລຍະອາກາດຮ້ອນອົບເອົ້າ ພາຂວັນດອກໄມ້ແຊມຝ້າຍມຸງຄຸນ ທີ່ຄົນລາວນິຍົມກັນມັດຂໍ່ຕໍ່ແຂນ ເພື່ອຄວາມເປັນສິລິມຸງຄຸນໃນປາງບຸນນີ້ ກໍຖືກຢິບຍົກຂຶ້ນມາອວດເຊັ່ນກັນ
- ຖັດຈາກອາກາດຮ້ອນອົບເອົ້າ ກໍຕໍ່ໃສ່ລະດູຝົນ ຊຶ່ງເປັນລະດູທີ່ປະຊາຊົນລາວກຽມເຮັດນາ ເມື່ອຝົນຟ້າບໍ່ຕົກ ກໍຕ້ອງມີການຂໍຝົນຈາກພະຍາຟ້າແຖນ ໃນບົດຟ້ອນ "ບຸນບັ້ງໄຟ" ເຫຼົ່ານັກສະແດງແຕ່ງກາຍໃນຊຸດສີແສດ ເຊີ້ງກັນຢ່າງມ່ວນຊື່ນ ມີການທາໜ້າແຕ້ມຕາ ຊຶ່ງເປັນເອກະລັກໜຶ່ງຂອງນັກເຊີ້ງບັ້ງໄຟ ພ້ອມນີ້ ຫຸ່ນເຟືອງຂະໜາດຍັກທີ່ອອກມາຟ້ອນໃຫ້ຜູ້ຊົມເບິ່ງ ກໍສ້າງສີສັນໃຫ້ການສະແດງຊຸດນີ້ບໍ່ນ້ອຍ
- ບຶດຈ້ຳບຶດ ! ຄືສຽງປຸກໃຈສີພາຍເຮືອແຂ່ງ ໃນບົດຟ້ອນ "ເຊີ້ງຊ່ວງເຮືອ" ປະເພນີທີ່ຈັດຂຶ້ນຖັດຈາກບຸນອອກພັນສາປະວໍລະນາ 15 ຄ່ຳ ເດືອນ 11 ລາວ ທຸກໆປີ ບົດຟ້ອນນີ້ນອກຈາກສຽງຈັງຫວະດົນຕີ ແລະ ເພງຮ້ອງທີ່ຄຶກຄື້ນມ່ວນຊື່ນແລ້ວ ບັນດາສີພາຍບ່າວ-ສາວຍັງອອກແຮງແກ່ວງໄມ້ພາຍຖ່າຍທອດໃຫ້ເຫັນຄວາມຈູບຈ້າວຫ້າວຫັນ ແຕ່ສວຍງາມດ້ວຍການ ປະສານທ່າຟ້ອນອັນອ່ອນຊ້ອຍ ເຂັ້ມແຂງ ຈຶ່ງກາຍເປັນບົດຟ້ອນອີກບົດທີ່ຊະນະໃຈຜູ້ຊົມຫຼາຍຂຶ້ນ



ຕ້ອງການເບິ່ງຕື່ມ ເຊີນທີ່ punlao.com/album.php
|
 ຂຽນເມື່ອ: ທ.ວ.. 14, 2009
| ມີ
16 ຄຳເຫັນ
ແລະ
0 trackback(s)
ຫລາຍຄົນຄົງຈະຮູ້ຈັກເຈົ້າປຸ້ນກັນດີ ເພາະວ່າເປັນອາຫານທີ່ພວກເຮົາມັກພົບເຫັນໃນງານໆຕ່າງໆ ບໍ່ວ່າຈະເປັນງານດອງ ເຮັດບຸນຕ່າງໆ,..ເຂົ້າປຸ້ນທີ່ພົບຢູ່ຫ້ວຍຊາຍຈະແຕກຕ່າງ ຈາກເຂົ້າປຸ້ນອື່ນ ກ່ອນອື່ນແມ່ນມັນເປັນຂອງກິນຫລິ້ນ ບໍ່ແມ່ນເປັນອາຫານສຳລັບຮັບແຂກຮັບຄົນ ການຊື້ການຂາຍ ບໍ່ແມ່ນຈະສັ່ງເປັນຖ້ວຍ ເພິ່ນຂາຍກັນເປັນກິໂລ ດັ່ງນັ້ນບໍ່ຄວນໄປຄົນດຽວ ຢ່າງຕ່ຳຫນ້າຈະໄປ4ຄົນ ບ່ອນຂາຍເປັນສະຖານທີ່ທີ່ຮົ່ມເຢັນ ເປັນຕູບຫຍ້າ ໃນທ່າມກາງຕົ້ນໄມ້ໃຫຍ່ ບັນຍາກາດດີ  ຫລັງຈາກເລືອກຕູບຮຽບຮ້ອຍແລ້ວ ກໍ່ສັ່ງເຂົ້າປຸ້ນມາຈັກກິໂລຫນຶ່ງ ສັງເກດເຄື່ອງປຸງເທິງໂຕະມີຫຍັງແດ່ ມີ: ເກືອ, ແຈ່ວຫມາກຖົ່ວເນົ່າ ທີ່ປຸງແຕ່ງດີແລ້ວ  ເມື່ອຄົນເສີບຍົກເຂົ້າປຸ້ນມາຈະໄດ້: ເຂົ້າປຸ້ນ, ຜັກຫອມຊອຍ, ຜັກບົ້ງລວກ, ນ້ຳເຂົ້າປຸ້ນທີ່ບັນຈຸໃສ່ການ້ຳຮ້ອນທຳມະດາທີ່ນີ້ລະ (ອັນນີ້ກະແປກ) ທີ່ແປກຍິ່ງກວ່ານັ້ນ ແມ່ນນ້ຳເຂົ້າປຸ້ນເປັນນ້ຳຮ້ອນທຳມະດາ ແຕ່ວ່າຕັກມາຈາກຫມໍ້ທີ່ເພິ່ນໃຊ້ບີບເຂົ້າປຸ້ນ ບໍ່ມີສານເຄມີຫລືເຄື່ອງປຸງຫລືສ່ວນປະກອບຢ່າງອື່ນ (ບໍ່ມີຊີ້ນ, ກະດູກ, ເຄື່ອງເທດຫຍັງເລີຍ) ວິທີປຸງ :1 ເທນ້ຳຈາກກາລົງໃສ່ຖ້ວຍ 2 ໃສ່ຜັກຫອມຊອຍ 3 ໃສ່ແຈ່ວຫມາກຖົ່ວເນົ່າ 4 ໃສ່ເຂົ້າປຸ້ນ 5 ໃສ່ຜັກລວກ 6 ກິນໄດ້ ແຊບຫລືບໍ່ ເບິ່ງເອົາ
|
 ຂຽນເມື່ອ: ທ.ວ.. 3, 2009
| ມີ
13 ຄຳເຫັນ
ແລະ
0 trackback(s)
ບານເຕະຄູ່ເປີດສະຫນາມ ທີ່ແຂ່ງຂັນກັນ ໃນວັນທີ 2 ທັນວາ ທີ່ຜ່ານມາ ຄູ່ທີ 1 ມາເລ ພົບ ຕີມໍ ຄູ່ທີ່2 ໄທ ພົບ ຫວຽດນາມ ພາບຈາກ ເວັບໄຊ ສ່ວນຕົວ ຂອງ ທ່ານ ສຸລິວັນ ພົມມະຈັນ 




|
 ຂຽນເມື່ອ: ພ.ຈ.. 29, 2009
| ມີ
12 ຄຳເຫັນ
ແລະ
0 trackback(s)

ທັດສະນະວິໄສບໍ່ຄ່ອຍດີເລີຍ ຂັບລົດຕ້ອງ ເປີດຕາໄຟ ຢ້ານຄົນມາຕຳ 
ເຫັນຕາເວັນຄືກັນ ແຕ່ຕາເວັນມື້ນີ້ອັບແສງ 
ຫນອງນ້ຳຫງຳມື້ນີ້ ົທົ່ວຫນ້ານ້ຳມີຄວັນລອຍ
|
 ຂຽນເມື່ອ: ພ.ຈ.. 24, 2009
| ມີ
23 ຄຳເຫັນ
ແລະ
0 trackback(s)
ຊຽງຂວາງ ຍາມນີ້ ກໍ່ເປັນຍາມຫນາວ. ໂພນສະຫວັນ ເປັນເມືອງເອກ ຊື່ເປັນທາງການແມ່ນເມືອງແປກ ສ່ວນໂພນສະຫວັນ ກາຍເປັນຊື່ບ້ານ. ໂພນສະຫວັນ ເປັນເມືອງຢູ່ພື້ນທີ່ສູງ ສູງຈາກນ້ຳທະເລ ປະມານ 1000 ແມັດ. ລ້ອມຮອບດ້ວຍພູຫົວໂລ້ນ ພາໃຫ້ລົມພັດຜ່ານງ່າຍ ພາສາມົ້ງ ເຂົ້າໃຈວ່າເປັນພາສາທາງການ ພາສາທີ2 ຂອງທີ່ນີ້ (ເດົາເອົາ) ເພາະ ໄປທາງໃດ ກໍ່ໄດ້ຍິນແຕ່ເຂົາລົມກັນພາສານີ້ (ພະນັກງານໄປສະນີ ແລະ ພະນັກງານທະນາຄານ ແມ່ນສາມາດບໍລິການລູກຄ້າ ເປັນພາສາມົ້ງ ເຫັນມາກັບຕາ) ດິສໂກເທັກ ຂອງຄົນມົ້ງ ກໍ່ມີ ມີຄືກັບເທັກຢູ່ວຽງຈັນ ພຽງແຕ່ ຜູ້ໃຫ້ບໍລິການ ປາກພາສາມົ້ງ ນັກຮ້ອງກໍ່ຮ້ອງເພງພາສາມົ້ງ (ບາດເທັກຄົນລາວ ພັດບໍ່ຄ່ອຍມີເພງລາວໃຫ້ຟັງ) ຍາມນີ້ ກໍ່ເປັນຍາມບຸນກິນຈຽງ ທາງການແຂວງ ເພິ່ນຈັດຍິ່ງໃຫຍ່ ຈັດໃສ່ runway ຂອງເດີ່ນບິນເກົ່າ ຫລາຍຄົນບອກວ່າ ບຸນທາດຫລວງກັບບຸນກິນຈຽງ ຢາກວ່າ ຄົນຫລາຍເກືອບຊ່ຳກັນ ຂ້າພະເຈົ້າຈະພາທ່ານ ໄປເບິ່ງບຸນກິນຈຽງ ກ່ອນອື່ນ ພາໄປຕະຫລາດຈີນກ່ອນ ເພື່ອເລືອກເບິ່ງແຟຊັນ ເສື້ອຜ້າຂອງສາວລາວມົ້ງ ເຊິ່ງນັກອອກແບບ ໄດ້ເຮັດໄວ້ກຽມຕ້ອນຮັບບຸນກິນຈຽງ 

ໄດ້ຖາມທາງຜູ້ຂາຍວ່າ ຊຸດຫນຶ່ງ ລາຄາຫລາຍປານໃດ ແຕ່ຂ້າພະເຈົ້າເປັນຄົນຂີ້ລືມ ບໍ່ຄ່ອຍມັກຈື່ຈຳລາຍລະອຽດ ປະມານວ່າແພງສົມຄວນ ໄດ້ເສື້ອຜ້າແລ້ວກໍ່ໄປກັນເລີຍ 

ໃນງານບຸນ ກໍ່ມີການຕັ້ງຜາມຂາຍເຄື່ອງ ຈາກຫລາຍພາກສ່ວນ ສ່ວນໂທລະຄົມ, ເຄື່ອງໄທ ຄ້າຍໆກັບຢູ່ໄອເທັກ, Moneygram ບໍລິການຝາກໂອນເງິນ ທີ່ແຕກຕ່າງ ແມ່ນ ມີຮ້ານຖ່າຍຮູບ ສຳລັບໃຫ້ສາວໆທີ່ແຕ່ງໂຕມາດີ ໄດ້ບັນທຶກຮູບໄວ້ ຂຽນປ້າຍເປັນສອງພາສາ (ກຳລັງຫາວິທີຮຽນອ່ານພາສາມົ້ງຢູ່ ຄືກັນ) 

ຮູ້ສຶກວ່າ ຄົນທີ່ມາບຸນນີ້ ຈະມາຈາກ ຫລາຍເມືອງ ແລະ ມາຈາກຕ່າງປະເທດກໍ່ມີຫລາຍ ບາດນີ້ ມາໂຫຍ້ນຫມາກຄອນກັນໃຫ້ມ່ວນໆ ຟັງສຽງຂັບລຳໄປນຳ ລົມກັນໄປນຳ 
ບ່າວສາວ ທີ່ພົບກັນໃນມື້ນີ້ ຫລາຍຄູ່ຈະໄດ້ໃຊ້ຊີວິດຮ່ວມກັນໄປຕະຫລອດຊີວິດ ຂໍຈົບການບັນຍາຍພຽງເທົ່ານີ້ ຜິດພາດປະການໃດ ຂໍອະໄພດ້ວຍ
|
 ຂຽນເມື່ອ: ພ.ຈ.. 12, 2009
| ມີ
12 ຄຳເຫັນ
ແລະ
0 trackback(s)
ຍັງມີການຖົກຖຽງກັນຢູ່ກ່ຽວກັບຊື່ຂອງແມງທີ່ຫາກິນໃຕ້ດິນ ຫລືນັກຮ້ອງໃຕ້ດິນ ທີ່ເສີບເປັນຈານ ໃນຮ້ານເບຍ ຫລາຍທ້ອງຖິ່ນ ກໍ່ເອີ້ນຕ່າງກັນ ລະຫວ່າງ ຈີ່ນາຍ ຈີ່ຫລໍ່ ຈີ່ຫລີດ ສຳລັບບ້ານຂ້ອຍ ເຂດສວນມອນ ເອີ້ນມັນວ່າຈີ່ນາຍ ຊື່ຈີ່ນາຍຍັງເປັນຊື່ຂອງຄ້າຍທະຫານສະໄຫມລະບອບເກ່ົາ ຊຶ່ງຮູ້ຈັກກັນໃນນາມຄ້າຍຈີ່ນາຍໂມ້ ດຽວນີ້ ເພິ່ນເອີ້ນວ່າວິທະຍາຄານໄກສອນພົມວິຫານ ຕັ້ງຢູ່ຖະຫນົນສາຍທ່າເດື່ອ ປະມານກິໂລແມັດທີ7 ຄຳວ່າໂມ້ ໃນຄຳເວົ້າພາສາລາວແລະໄທ ມີຄວາມຫມາຍວ່າ ເວົ້າເກີນຄວາມຈິງ ແລະ ຜູ້ທີ່ມັກເວົ້າເກີນຄວາມເປັນຈິງ ເພິ່ນເອີ້ນວ່າ ຄົນຂີ້ໂມ້ ຄັນຊັ້ນ ຈີ່ນາຍໂມ້ ກະແປວ່າ ຈີ່ນາຍເວົ້າເກີນຄວາມຈິງ ລະຕີ ຈີ່ນາຍໂມ້ ຕາມຕຳນານແລ້ວ ແມ່ນຈີ່ນາຍທີ່ມີຂະຫນາດໃຫຍ່ ເກີນທຳມະດາປະມານວ່າຊ່ຳຂະຫນາດ ຂອງລົດໄຖນາພຸ້ນລະ ຂະຫນາດວ່າມີຜູ້ຊາຍຜູ້ຫນຶ່ງ ມາດຶງຂາຊ້າຍຂອງມັນ ມັນຍັງໃຊ້ຂາ ດີດຜູ້ຊາຍຜູ້ນັ້ນ ກະເດັນ ສິບກິໂລແມັດ ບ່ອນທີ່ຊາຍຜູູ້ນັ້ນດຶງຂາມັນ ເອີ້ນວ່າ ຈີ່ນາຍໂມ້ ມາຮອດດຽວນີ້ ແລະ ບ່ອນທີ່ຊາຍຜູ້ນັ້ນກະເດັນໄປຕົກ (ລາວໄດ້ຂາຊ້າຍຂອງຈີ່ນາຍໄປພ້ອມ ) ເອີ້ນວ່າດອນຂາຊ່້າຍຮອດດຽວນີ້ , ດອນຂາຊ້າຍ ແມ່ນບໍລິເວນ ທ່າເດື່ອ ຫລື ກິໂລແມັດ ທີ 20 ຮູບປັ້ນຂອງຈີ່ນາຍໂມ້ ມີໃຫ້ເຫັນ ຢູ່ວັດຊຽງຄວັນ ແລະ ວັດຈອມເພັດ ຮູບນີ້ມາຈາກວັດຈອມເພັດ  |
|
 ຂຽນເມື່ອ: ພ.ຈ.. 5, 2009
| ມີ
19 ຄຳເຫັນ
ແລະ
0 trackback(s)
|
 ຂຽນເມື່ອ: ພ.ຈ.. 2, 2009
| ມີ
10 ຄຳເຫັນ
ແລະ
0 trackback(s)
ອັນນີ້ແມ່ນເລື້ອງເກົ່າ ຈາກ http://forum.pnomsin.com/index.php?topic=942.0 12-02-2008 ເອົາມາໂພສໃຫມ່ ປັນພີ່ນ້ອງພັນລາວ ຂ້າພະເຈົ້າວາງແຜນເດີນທາງໄປແຂວງຈຳປາສັກ ຫລັງຈາກກຳນົດວັນເດີນທາງຮຽບຮ້ອຍແລ້ວ ກໍ່ເຂົ້າໄປເວັບໄຊຂອງການບິນລາວ ເຫັນວ່າມີຖ້ຽວບິນໄປປາກເຊທຸກເຊົ້າ ເລີຍວາງແຜນໄປທາງຍົນ ຫລັງຈາກສົ່ງແຜນງານໃຫ້ຝ່າຍບໍລິຫານ ເພິ່ນກໍ່ແຈ້ງບອກວ່າ ຍົນເຕັມທຸກຖ້ຽວ ສົງໄສເປັນຍ້ອນເທດສະການກຸດຈີນ
ບໍ່ເປັນຫຍັງຫຍັບການເດີນທາງໃຫ້ໄວຂຶ້ນກໍ່ໄດ້ ໂດຍການຂີ່ລົດເມ VIP ອອກເດີນທາງຕອນແລງ ຕອນເຊົ້າກໍ່ຮອດປາກເຊ ຕົກລົງຈະເດີນທາງໄປປາກເຊ ດ້ວຍລົດເມ ເຄີຍເດີນທາງແບບນີ້ມາຫລາຍເທື່ອແລ້ວ ພໍດີທ່ານ ”ບ່າວປາກເຊ” ເພິ່ນຮູ້ເຂົ້າ ເລີຍໃຫ້ເບີໂທ ສຳລັບຈອງບ່ອນນັ່ງລົດເມ ແລະ ໄດ້ໂທຈອງລ່ວງຫນ້າຮອດ 2ມື້ ກ່ອນອອກໄປຄິວລົດກໍ່ໂທອີກເພື່ອແນ່ໃຈວ່າມີລົດແນ່ນອນ ຢ້ານວ່າລົດຈະເຕັມຄືກັນກັບຍົນ
ໄປຮອດຄິວລົດ ເຂົາຖາມມາວ່າຈອງໄວ້ຫລືບໍ່ ຊື່ຫຍັງ ປີ້ລົດເມ ບໍລິສັດຈິດປະສົງ ລາຄາ 150000 ກີບ ໃນປີ້ລົດຂຽນ ເລກບ່ອນນັ່ງ ຫມາຍເລກ 2, ເລກລົດ, ແລະ ບໍລິການຕ່າງໆ ທີ່ຈະໄດ້ຮັບ ເຊັ່ນ ເຂົ້າຫນົມອົມ, ນ້ຳດື່ມ, ອາຫານ ແລະ ຜ້າເຢັນ ໄຄແດ່ທີ່ໄດ້ຈອງໄວ້ ເພາະມີຫລາຍຄົນຍັງຫລັ່ງໄຫລມາຖາມຊື້ປີ້ ປະກົດວ່າປີ້ລົດໄປປາກເຊ ບໍ່ເຫລືອແລ້ວ
ເມື່ອຕອນຂຶ້ນເມ ປີນຂຶ້ນໄປຊັ້ນ 2 ບ່ອນນັ່ງຫນ້າສຸດ ໂທ້ເອີຍ ບໍ່ມີຮອດບ່ອນສິປ່ອນຂາ ມີບ່ອນນັ່ງເກືອບຕິດກັບໂຕະທາງຫນ້າແວ່ນລົດ ທີ່ເຂົາເອົາກະເປົາມາວາງໄວ້ ເວລານັ່ງ ຕ້ອງຍົກຂາມາພາດໄວ້ໂຕະຫນ້າລົດ ບ່ອນນັ່ງຂອງລົດຄັນນັ້ນ ບໍ່ມີຮອດສາຍແອວ ຖ້າມີເຫດລົດຢຸດກະທັນຫັນ ຂ້າພະເຈົ້າຄົງໄດ້ລອຍທະລຸແວ່ນລົດ ປິວລົງໄປກອງຢູ່ຖະຫນົນເບື້ອງຫນ້າລົດ
ຂ້າພະເຈົ້ານັ່ງຫ່າງຈາກຈໍໂທລະທັດຂອງລົດ ບໍ່ເຖິງ1ແມັດ ຕອນກ່ອນລົດຈະອອກ ເພິ່ນເປີດເພງລາວ ຕອນລົດແລ່ນອອກໄປແລ້ວ ເພິ່ນມອດໄຟແລະສາຍຫນັງ ສາຍບໍ່ຈົບດອກ ເພິ່ນມອດກ່ອນ ເພາະຫລາຍຄົນນອນແລ້ວ
ມາຕື່ນກັນອີກເທື່ອຫນຶ່ງ ຕອນ1ໂມງ ລົດຈອດຢູ່ທ່າແຂກ ເປັນເວລາ 10-15 ນາທີ ຈາກນັ້ນ ກໍ່ເດີນທາງຕໍ່ 5 ໂມງເຊົ້າ ລົດໄຕ້ໄຟ ເປີດເພງ ແລະ ແຈກຜ້າເຢັນ 6 ໂມງໂດຍປະມານ ກໍ່ຈອດຢູ່ສາລາຄຳ ແຄມນ້ຳເຊໂດນ ທີ່ຄິວລົດ, ລົດສາມລໍ້, ຕຸກຕຸກ, ຈຳໂບ້ ທະຍອຍພາຜູ້ໂດຍສານຈາກໄປ ຂ້າພະເຈົ້າ ຂຶ້ນລົດກະບະຂອງທ່ານຮອງຫົວຫນ້າສາຂາພາກໃຕ້ ເພັດສະຫມອນ ມຸ້ງຫນ້າເຂົ້າໃນເມືອງ ແລະ ມາຢຸດທີ່ໂຮງແຮມແສງອາລຸນ ໂຮງແຮມສີ່ຊັ້ນປຸກໃຫມ່ກາງໃຈກາງເມືອງ ຕົບແຕ່ງຕາມແບບຈີນ ອາດຈະຈັດສະເພາະຊ້ວງກຸດຈີນກໍ່ໄດ້ ທີ່ຫນ້າທາງເຂົ້າ ເພິ່ນເອົາຕຸກະຕາປຸມເປົ້າຂະຫນາດເທົ່າໃຫຍ່ກວ່າຄົນ ແຕ່ງຕົວແບບຈີນບູຮານມືຈັບກ້ອນຄຳ ມາຢືນຢູ່ ດ້ານໃນ ຂ້າງ ເຄົາເຕີ ມີຮ້ານເສັ້ນໄຫວ້ ວາງຢູ່ພື້ນ ມີຫມາກໄມ້ແລະຂະຫນົມ ໃນອາຄານເປີດເພງດົນຕີພື້ນເມືອງຈີນ
ໄດ້ຫ້ອງທີ່ຫ້ອງພັກ ຊັ້ນສາມ ມີລິບໃຫ້ໃຊ້ຂຶ້ນລົງ ຫ້ອງນອນມີບ່ອນສຽບກາດກະແຈເພື່ອໄຕ້ໄຟ ມີຕູ້ເຢັນ ໂທລະທັດ ແອເຢັນ ນ້ຳອຸ່ນ ແຂກສ່ວນຫລາຍເປັນນັກທ່ອງທ່ຽວມາຈາກໄທ
ລະຫວ່າງເດີນທາງຈາກໂຮງແຮມ ໄປຫາສຳນັກງານກຕຟ ບັງເຢາະ ລົດແລ່ນຜ່ານ ຕະຫລາດດາວເຮືອງທີ່ບໍ່ໄດ້ເຫັນ1ປີມາແລ້ວ ຫນ້າຕະຫລາດ ມີການຕຶກຫ້ອງແຖວເກີດລຽນຢາຍກັນຈົນສຸດທາງ ຂ້າງທາງເຂົ້າຂົວ ກຳລັງສ້າງຕຶກສູງ ທີ່ຈະກາຍເປັນໂຮງແຮມ ກາຍມາອີກທີ່ຫນ້າໂຮງແຮມສົມຫວັງ ກໍ່ເຫັນອາຄານສູງ ທີ່ຈະກາຍເປັນໂຮງແຮມອີກ 1 ແຫ່ງ ເຫັນມີແຕ່ການກໍ່ສ້າງ
ທີ່ບັງເຢາະ ອາຄານທີ່ເຄີຍໃຊ້ເປັນສຳນັກງານໂຄງການຂອງຟຟລ ໄດ້ຖືກໂອນມາໃຫ້ກຕຟ ແລະ ກຳລັງຖືກຕໍ່ເຕີມໃຫມ່ ອາຄານສອງຫລັງຖືກດັດແປງໃຫ້ກາຍເປັນຫລັງດຽວ ເພິນ່ມີແຜນເຂົ້າໄປຢູ່ໃນປິໃຫມ່ລາວ ຕອນນີ້ ພະນັກງານກຕຟພາກໃຕ້ທັງຫມົດ ໃຊ້ຫ້ອງການຂອງໂຮງງານເສົາປາກເຊ ຊາມຊາຫ້ອງການສາຂາສ້າງສຳເລັດ
ຕອນເຊົ້າຂ້າພະເຈົ້າເຮັດວຽກກັບກຕຟ ສ່ວນຕອນບ່າຍ ເຮັດວຽກກັບຟຟລ ສາຂາຈຳປາສັກ ອາຄານໄຟຟ້າຈຳປາສັກ ມີການປ່ຽນແປງເລັກນ້ອຍ ການຕໍ່ເຕີມອາຄານ ເຮັດສຳເລັດແລ້ວ ຫ້ອງການພະແນກເຕັກນິກ ຍ້າຍລົງມາຢູ່ຫ້ອງປະຊຸມ ສ່ວນຫ້ອງປະຊຸມ ຍ້າຍໄປທີ່ອາຄານຕໍ່ເຕີມໃຫມ່
ຫລັງເລີກການ ພະນັກງານຟຟລ ພາຂ້າພະເຈົ້າໄປຮ້ານເບຍຮ້ານຫນຶ່ງ ຊື່ວ່າຕົ້ນຕານຄູ່ ມັນກໍ່ຢູ່ຄິວລົດຈິດປະສົງ ບ່ອນສາລາຄຳ ບ່ອນນ້ຳເຊໂດນປ່ອງໃສ່ນ້ຳຂອງ ຢູ່ບ່ອນຫັ້ນ ມີຮ້ານເບຍຫລາຍຮ້ານຕິດກັນ ຕົ້ນຕານຄູ່ ເປັນຊື່ຮ້ານເພາະມີຕົ້ນຕານເຕ້ຍໆສອງຕົ້ນຕິດກັນ ປູກຢູ່ຫນ້າຮ້ານ ຮ້ານດັງກ່າວ ໃນມື້ນັ້ນ ຄົນເຂົ້າຫລາຍເປັນພິເສດ ກໍ່ຄົງເປັນເພາະເທດສະການກຸດຈີນອີກນັ້ນລະ ມີສາວເບຍລາວ ແລະ ຄາລສເບີກ ກໍ່ພາກັນມາບໍລິການ ສາວ tigo ກໍ່ມີ
ອອກຈາກຕົ້ນຕານຄູ່ ພວກເຮົາໄປຕໍ່ກັນທີ່ ກິ່ງທອງ ຮ້ານທີ່ເປັນບ່ອນ ທີ່ຄົນໃຊ້ອວດຄວາມສາມາດໃນການຮ້ອງເພງ ເພິ່ນເປີດ CD ຖ້າບໍ່ມີແຜ່ນກໍ່ໃຊູ້ຄອມພິວເຕີ ເປີດ nick karaoke ມີແຂກທັງລາວແລະຕ່າງປະເທດ ການຕົບແຕ່ງຮ້ານກໍ່ເຫັນເອົາເຄື່ອງໃຊ້ເກົ່າໆ ມາວາງໂຊ ມີທັງພວກຄອມພິວເຕີຮ້າງ ໆ ທີ່ແປກກວ່ານັ້ນ ທາງໄປຫ້ອງນ້ຳ ຈະມີຄຳຂວັນ ຫລື ຄະຕິເຕືອນໃຈຂຽນໄວ້ເຕັມຝາ ເນື້ອໃນຂອງຄຳຂວັນ ແມ່ນບໍ່ຢາກໃຫ້ຄົນເມົາແລ້ວຕີກັນ
ອອກຈາກບ່ອນນັ້ນແລ້ວ ພັກພວກທີ່ເຫລືອ ຊວນກັນໄປຕໍ່ທີ່ ເທັກເປີດໃຫມ່ ແຖວຫລັກ2 ແຕ່ໄປເທັກໂດຍບໍ່ມີຄູ່ ຄືວ່າບໍ່ຄັກ ເລີຍບອກໃຫ້ທ່ານບ່າວປາກເຊ ມາສົ່ງທີ່ໂຮງແຮມ
|
 ຂຽນເມື່ອ: ຕ.ລ.. 26, 2009
| ມີ
4 ຄຳເຫັນ
ແລະ
0 trackback(s)
ເຫັນເລື້ອຍໆ ວ່າເພິ່ນໃຊ້ຜິດໃຊ້ຖືກ ຂະຫນາດວ່າຄົນໃນວົງການໄຟຟ້າ (ພວກທີ່ເຮັດວຽກບໍ່ກ່ຽວກັບເຕັກນິກ) ຍັງບໍ່ເວັ້ນ ແລ້ວຄົນນອກ ສິບໍ່ຜິດໄດ້ແນວໃດ? ດັ່ງນັ້ນ, ຂໍອະນຸຍາດ ອະທິບາຍ ຄວາມແຕກຕ່າງ ລະຫວ່າງ ກິໂລໂວນ ແລະ ກິໂລວັດ. ໄຟແຮງຕ່ຳ ແຮງກາງ ແລະ ແຮງສູງ ແມ່ນກຳນົດເປັນ ກວ ແປວ່າ ກິໂລໂວນ. 1 ກິໂລໂວນ ເທົ່າກັບ 1000 ໂວນ 
ທີ່ເຫັນໃນຮູບແມ່ນເພິ່ນໃຊ້ຜິດ ໄຟແຮງຕ່ຳ 1 phase 2 wire = 230 V ໄຟແຮງຕ່ຳ 3 phase 4 wire = 400 V ເອີ້ນໄດ້ອີກວ່າ 0.4 kV (kilovolt) ໄຟແຮງກາງ 22,000 V ຫລື 22 kV (kilovolt) ໄຟແຮງສູງ 115,000 V ຫລື 115 kV (kilovolt) ໄຟແຮງສູງ ໃນປະຈຸບັນຢູ່ລາວ ນອກຈາກ 115 kV (kilovolt) ຍັງມີ 230 kV (kilovolt) ແລະ 500 kV (kilovolt) ສ່ວນ ກິໂລວັດ ນັ້ນ ບໍ່ຄ່ອຍເຫັນໃນຂ່າວປານໃດ ເພິ່ນຈະໃຊ້ ຄຳວ່າເມກາວັດ ເປັນສ່ວນໃຫຍ່ 1 MW (ເມກາວັດ) = 1000 kW (ກິໂລວັດ) = 1,000,000 W (ວັດ) ເມກາວັດ ສ່ວນໃຫຍ່ເຫັນເພິ່ນໃຊ້ກັບກຳລັງຂອງເຂື່ອນ wattage ແມ່ນກຳລັງ ສ່ວນ voltage ແມ່ນແຮງດັນ ຄຳວ່າ ກິໂລວັດໂມງ ແມ່ນພົບເລື້ອຍຄືກັນ ມັນແມ່ນພະລັງງານທີ່ຊື້ຂາຍໄດ້ ພວກເຮົາຈ່າຍຄ່າໄຟຟ້າ ກໍ່ອີງໃສ່ ຈຳນວນ ກິໂລວັດໂມງທີ່ຂຽນໃນໃບບິນ ຈື່ໄວ້ວ່າ ຖ້າເວົ້າເຖິງຕາຂ່າຍສາຍສົ່ງ ແມ່ນແທກເປັນ ກິໂລໂວນ, ຖ້າເວົ້າເຖິງເຂື່ອນ ແມ່ນແທກເປັນ ເມກາວັດ VA= volt ampere ໃຊ້ກັບກຳລັງລວມ ຂອງຫມໍ້ແປງ 1 kVA = 1000 VA ກຳລັງລວມ S= ກຳລັງແທ້ P+ກຳລັງທຽມ Q P ແທກເປັນ W (watt) Q ແທກເປັນ Var S ເປັນ VA P = S * cos(Phi) cos(phi)= 0.7 ໂດຍປະມານ ---------------------------- ທີ່ມາ: ເອົາມາຈາກ http://www.pnomsin.com/?p=50 www.pnomsin.com ເວັບໄຊ ທີ່ໃຫ້ຄວາມຮູ້ເລື້ອງໄຟຟ້າ
|
 ຂຽນເມື່ອ: ມ.ສ.. 19, 2009
| ມີ
32 ຄຳເຫັນ
ແລະ
0 trackback(s)
ພາບມາຈາກ ບ້ານ ສະຜ່າຍ ປາຫຍັງກະບໍ່ຮູ້ຊື່ ຖາມຄົນແຖວ ບ້ານ ກະວ່າບໍ່ເຄີຍເຫັນ ເບີ່ງແບບນື່ງກະຄືປານິນ, ທີ່ເຫັນແຕ່ຫົວ ເພາະວ່າໄປບໍ່ທັນ ເພີ່ນຕັດເອົາສ່ວນ ໂຕໄປເຮັດສົ້ມແລ້ວວ່າຊັ້ນ ກະຍັງເລີຍແຕ່ຫົວ ເຈົ້າຂອງເພີ່ນວ່າ ບາດຕອນຊິຕົ້ມສ່ວນຫົວເຫັນແຂ້ວເລີຍບໍ່ຕົ້ມຊ້ຳ ຊາວບ້ານພາກັນໄປເບີ່ງຫລາຍສົມຄວນ ຄືຊິບໍ່ແມ່ນໄປຂໍເລກຕິເບາະ ແຮ ໆ  
ທີ່ມາ ຊຸມຊົນຄົນໃນວົງການໄຟຟ້າ > Internet/e-mail > ບົດຄວາມ ພາບຖ່າຍ ວິດີໂອ ຈາກອິນເຕີເນັດ ເອົາມາຕ້ອນກັນ (Moderator: tue) > ປາ
|
 ຂຽນເມື່ອ: ມ.ນ.. 25, 2009
| ມີ
25 ຄຳເຫັນ
ແລະ
0 trackback(s)
 ໜວດໝູ່:
ຄວາມຮັກ

ແມ່ເຖົ້່າຂີຢາ ເຂົ້າອິນເຕີເນັດເພື່ອລົມບ່າວ ພໍ່ເຖົ້າຂີ້ເຫລົ້າ ເຂົ້າອິນເຕີເນັດເພື່ອລົມສາວ ແລ້ວ ຄວາມຈິງໃຈຂອງຄົນໃນເນັດ ມີຢູ່ຫລືບໍ່
|
 ຂຽນເມື່ອ: ມ.ນ.. 13, 2009
| ມີ
17 ຄຳເຫັນ
ແລະ
0 trackback(s)
 ໜວດໝູ່:
ຄວາມຮັກ
ເມື່ອກ່ອນມີເມືອງໜອງຫານ ຫຼື ເມືອງທິຕານະຄອນ ມີພະຍາຂອມ ເປັນຜູ້ປົກຄອງ ບ້ານ ເມືອງ ຊຸ່ມເຢັນເປັນສຸກ ແຕ່ດົນມາ ກໍ່ເກີດຍຸກທີ່ຫຍຸ້ງຍາກລຳບາກຍາກເຂັນ ບ້ານເມືອງເກີດແຫ້ງແລ້ງ 8 ປີ 8 ເດືອນ ເພາະພະຍາແຖນຄຽດ ທີ່ປະຊາຊົນບໍ່ເຮັດບຸນບັ້ງໄຟ ຈື່ງບັນດານໃຫ້ເກີດແຫ້ງແລ້ງ. ດັ່ງນັ້ນ ພະຍາຂອມຈຶ່ງໄດ້ປ່າວປະກາດ ໃຫ້ປະຊາຊົນເຮັດບຸນບັ້ງໄຟ ເພື່ອຈູດຖວາຍບູຊາພະຍາແຖນ ໂດຍຈັດໃຫ້ມີການແຂ່ງຂັນ ສຳລັບພະຍາຂອມ ໄດ້ເຮັດບັ້ງໄຟທີ່ໃຫ່ຍກ່ວາໝູ່ ຊຶ່ງເອີ້ນວ່າ: ” ບັ້ງໄຟແສນ” ໃນຖານະເຈົ້າພາບ ແລະປະກາດໃຫ້ຫົວເມືອງຕ່າງໆ ມາຮ່ວມແຂ່ງຂັນໃນວັນເພັງເດືອນ 6. ທ້າວຜາແດງ ແຫ່ງເມືອງຜາໂພງ ກໍຊາບຂ່າວການປະກາດ ຂອງພະຍາຂອມ ເຈົ້າເມືອງໜອງຫານທີ່ວ່າ ຫາກ ມີບັ້ງໄຟ ຜູ້ໃດຂື້ນສູງສຸດ ພະຍາຈະຍົກເມືອງໃຫ້ປົກຄອງເຄິ່ງໜື່ງ ແລະຍົກລູກສາວ ນາງໄອ່ຄຳໃຫ້ດ້ວຍ. ສຽງຊ່າ ລືເລື່ອງ ບຸນບັ້ງໄຟ ແລະຄວາມຈົບງາມຂອງທິດາໄອ່ຄຳ ແຫ່ງ ເມືອງໜອງ ຫານໄດ້ແຜ່ພື ໄປຮອດ ເມືອງ ບາດານ ຊຶ່ງເຈົ້າເມືອງມີໂອລົດ ຊື່ວ່າ ທ້າວພັງຄີ ທ້າວພັງຄີ ຄິດຢາກໄດ້ ນາງ ໄອ່ຄຳ ຈຶ່ງລັກ ຂື້ນມາເມືອງ ມະນຸດ ທ້າວພັງຄີ ໄດ້ແປງເປັນກະຮອກເຜືອກ ໂດຍແຂວນເຂາະຄຳໄຕ່ຂື້ນຕົ້ນໝາກເດື່ອ ໃກ້ຊານ ເຮືອນ ຂອງນາງ ໄອ່ຄຳ. ທຸກເຊົ້າ ແລະງກະຮອກເຜືອກພັງຄີ ຈະໂດດເຕັ້ນໄຕ່ ໄປມາ ຕາມກິ່ງງ່າໄມ້ໝາກເດື່ອ ໃນ ເວລານາງໄອ່ຄຳອອກມາພັກຜ່ອນບົນຊານເຮືອນ ເຫັນກະຮອກໂດດເຕັ້ນໄປມາກໍນືກຢາກໄດ້ມາລ້ຽງ ເພາະເຫັນວ່າໜ້າຮັກດີ. ເມື່ອເຖິງເວລາ ຫຼືວ່າກຳນົດຈູດບັ້ງໄຟແຂ່ງຂັນປາກົດວ່າ ບັ້ງໄຟທີ່ຂື້ນສູງກ່ວາໝູ່ ແລະ ຊະນະເລີດ ໄດ້ແກ່ບັ້ງໄຟຂອງຊຽງຫຽນ ສ່ວນບັ້ງໄຟຂອງທ້າວຜາແດງນັ້ນ ຖືດີນປືນແຫ້ງໂພດເລີຍລະເບີດ ແລະບັ້ງໄຟຂອງພະຍາຂອມ ເມືອງໝອງຫານເອງ ເຊື້ອຂີ້ໝື້ປືນອ່ອນຈູດບໍ່ຂື້ນ ພົ່ນແຕ່ຄວັນສີດຳນານ ເຖິງສາມວັນສາມຄືນ ເປັນອັນວ່າເມືອງໝອງຫານເຄິ່ງໜື່ງ ແລະນາງໄອ່ຄຳ ຕ້ອງຕົກເປັນຂອງທ້າວຊຽງຫຽນ ຢ່າງແນ່ນອນ. ຂ່າວການຈູດບັ້ງໄຟແສນ ໄດ້ຍິນໄປທົ່ວເມືອງ ຈົນນາງໄອ່ຄຳບໍ່ສາມາດຢູ່ເຢັນເປັນສຸກໄດ້ ເພາະຕົວນາງເອງ ແມ່ນຫຼົງຮັກທ້າວຜາແດງ ມາກ່ອນແລ້ວ. ກ່າວເຖິງທ້າວພັງຄີ ຜູ້ເປັນກະຮອກເຜືອກ ຜູ້ຫຼົງຮັກນາງໄອ່ຄຳຄືກັນ ກໍ່ຍັງວົນວຽນ ເຕັ້ນໄຕ່ໄປມານຳຕົ້ນໝາກເດື່ອນ ນາງໄອ່ຄຳ ສັ່ງໃຫ້ນາຍພານຈັບ ແຕ່ໜ້າເສຍດາຍ ທີ່ນ່າຍພານບໍ່ສາມາດຈັບເປັນໄດ້. ຈຳເປັນຕ້ອງໄດ້ຈັບຕາຍໂດຍໃຊ້ໜ້າທະນູຍິງເມື່ອ ທ້າວພັງຄີ ລູກຊາຍພະຍານາກຖືກລູກໜ້າທະນູຂອງນາຍພານ ກໍເລີຍຕົກລົງຈາກງ່າຕົ້ນໝາກເດື່ອ ກ່ອນຈະຕາຍທ້າງພັງຄີ ໄດ້ອະທິດຖານວ່າ : ຂໍໃຫ້ຊີ້ນຜູ້ຂ້າໄດ້ແປດພັນກວຽນ ຄົນທັງເມືອງກິນບໍ່ໝົດ ຈັກເທື່ອແລະ ຖ້າຫາກຜູ້ໃດກິນຊີ້ນແລ້ວ ຈະຕ້ອງຕາຍໄປເຊັ່ນດຽວກັນ. ເມື່ອທ້າວພັງຄີເສຍຊິວິດ ປະຊາຊົນເມືອງໜອງຫານ ກໍປາດຊີ້ນ ແລະ ແບ່ງປັນກັນກິນຍົກເວັ້ນແຕ່ຄອບຄົວແມ່ຮ້າງ ນາງໝ້າຍ ທີ່ຊາວ ເມືອງລັງກຽດ ເຂົາເຈົ້າບໍ່ໄດ້ສ່ວນແບ່ງຈາກຊາວເມືອງ ດັ່ງນັ້ນ ພວກແມ່ຮ້າງນາງໝ້າຍ ຈຶ່ງບໍ່ຖືກທ້າວພັງຄີ ສາບແຊ່ງ ແລະລອດຕາຍ. ຂ່າວການຕາຍຂອງທ້າວພັງຄີ ແພ່ໄປຮອດເມືອງພະຍານາກ ພະຍານາກ ມີຄວາມຄຽດແຄ້ນ ຈຶ່ງເກນພົນທະຫານນາກ ຂື້ນມາບຸກໂຈກຕີຖະຫຼົ່ມດິນເມືອງໜອງຫານ ຈົນຫາຍລົງດິນ ແລະເກີດນ້ຳຖ້ວມ ກອງທັບພະຍານາກ ເຂົ້າບຸກໂຈມຕີຄົນທັງເມືອງຕາຍຈົນໝົດ. ພວກທີ່ຍັງເຫຼືອ ແມ່ນບ້ານແມ່ຮ້າງ ນາງໝ້າຍເທົ່ານັ້ນ. ຂະນະທີ່ເກີດຄວາມວຸ້ນວາຍ ທ້າວຜາແດງ ໄດ້ມານຳເອົານາງໄອ່ຄຳຂື້ນຂີ່ມ້າຫວັງ ເພື່ອນຳ ນາງໜີໄປຢູ່ເມືອງຜາໂພງດ້ວຍກັນ. ແຕ່ຍ້ອນວ່ານາງ ໄອ່ຄຳ ໄດ້ກິນຊີ້ນທ້າວພັງຄີ ດັ່ງນັ້ນ ນາງເອງກໍຖືກທະຫານພະຍານາກນຳຕິດຕາມ ມ້າທີ່ທ້າວຜາແດງ ໃຊ້ເປັນພາຫະນະ ນຳນາງ ໄອ່ຄຳ ໄປບໍ່ລອດ ເພາະເສັ້ນທາງມີແຕ່ຕົມ ຈົນໃນທີ່ສຸດ ນາງ ໄອ່ຄຳ ຕ້ອງຕົກອອກຈາກຫຼັງມ້າ ແລະ ສິ້ນໃຈຕາຍ. 
ພາບຈາກ http://banchiang.igetweb.com/index.php?mo=3&art=158205 ___________________________________________________________________________ ຈື່ບໍ່ໄດ້ວ່າເອົາມາແຕ່ສົງໄສວ່າ ຄົງຈະເອົາມາຈາກອິນລາວ ແລ້ວເອົາມາລົງໄວ້ທີ່ http://www.pnomsin.com/?p=11
|
 ຂຽນເມື່ອ: ມ.ນ.. 1, 2009
| ມີ
21 ຄຳເຫັນ
ແລະ
0 trackback(s)
 ໜວດໝູ່:
ຄວາມຮັກ
ຄົນຂຽນຊອບແວຣ໌ ກໍ່ໂຣແມນຕິກເປັນນຳເຂົາຢູ່ບໍ  ຂ້ອຍມີດອກໄມ້ສຳລັບເຈົ້າ
ແທ້ຫວາ? ຂ້ອຍດາວໂຫລດ screen saver ຮູບດອກກຸຫລາບ ໃຫ້ເຈົ້າ ໂອຍ ດອກໄມ້ ໃນຈໍບ້າໆຂອງເຈົ້ານີ້ ມັນບໍ່ໂຣແມນຕຶກດອກ, ຜູ້ຍິງເຂົາຕ້ອງການສິ່ງທີ່ສຳຜັດໄດ້ ຮູ້ສຶກໄດ້ ງົງ??? ແມ່ນຫຍັງ ? ເຈົ້າຈະໃຫ້ຂ້ອຍພິມອອກຫວາ ຫລື ແນວໃດ? ເບິ່ງແລ້ວ ຂໍຄຳຄິດເຫັນດ້ວຍ
|
 ຂຽນເມື່ອ: ກ.ພ.. 13, 2009
| ມີ
21 ຄຳເຫັນ
ແລະ
0 trackback(s)
 ໜວດໝູ່:
ຄວາມຮັກ
1 ພາສາມົ້ງ ******່ ລູ ກໍ - ຂ້ອຍຮັກເຈົ້າ kou lou kor 2 ພາສາຂະມຸ ໂອ ຣັກ ບາ - ຂ້ອຍຮັກເຈົ້າ o rak ba ແຖມ ບອກຮັກເປັນພາສາຕ່າງປະເທດ 1 ພາສາລັດເຊຍ ຢາ ຈີເບຍ (ວາສ) ລຸບລູ Ya tibya (Vas) lublu 2 ພາສາຢູເຄຣນ ຢາ ແຕແບ ໂກຄາຢູ Ya tebe lokhayou 3 ພາສາຄະແມ ຄະຍົມ ສະຣໍໄຣ ແນະ
|
 ຂຽນເມື່ອ: ກ.ພ.. 11, 2009
| ມີ
13 ຄຳເຫັນ
ແລະ
0 trackback(s)
ມື້ນີ້ ອາຍຸຢຽບເລກ4ແລ້ວ ເຖົ້າຫລາຍອີຫລີ ອາຍຸ40 ຄຶດຫລາຍ ນອນຫງາຍມື້ກ່າຍຫນ້າຜາກ ມາສະຫລອງວັນເຖົ້າ ເອີ້ຍ ວັນເກີດ ໃຫ້ກັບໂຕເອງ ມີເຄັກມີຝາກທຸກຄົນ ສະມາຊິກພັນລາວ ມີຫລາຍ ເລີຍຕ້ອງເລືອກເຄກກ້ອນໃຫຍ່ແດ່ ຫວັງວ່າຄົງຈະພໍສຳລັບທຸກຄົນ 
ທີ່ ມາ : http://play.kapook.com/photo/show-62652 ຜ່ານ : forum.pnomsin.com/index.php
|
 ຂຽນເມື່ອ: ກ.ພ.. 9, 2009
| ມີ
20 ຄຳເຫັນ
ແລະ
0 trackback(s)
 ໜວດໝູ່:
ທັມມະ
ບູຮານເພິ່ນວ່າ 10 ປີ ອາບນ້ຳບໍ່ຫນາວ 20 ປີ ລົມສາວບໍ່ເບື່ອ 30 ປີ ເມືອນາກ່ອນໄກ່ 40 ປີ ຄຶດຫລາຍ ນອນຫງາຍມືກ່າຍຫນ້າຜາກ 50 ປີ ໄປນາກັບມານັ່ງເສົ່າ 60 ປີ ເປົ່າຂຸ່ຍບໍ່ດັງ 70 ປີ ຍ່າງນຳທາງບໍ່ທ່ຽງ 80 ປີ ນັ່ງກໍ່ຄາງ ນອນກໍ່ຄາງ 90 ປີ ໄດ້ກິນກໍ່ຈົ່ມ ບໍ່ໄດ້ກິນກໍ່ຈົ່ມ 100 ປີ ໄຂ້ກໍ່ຕາຍ ບໍ່ໄຂ້ກໍ່ຕາຍ 
|
 ຂຽນເມື່ອ: ມ.ກ.. 30, 2009
| ມີ
13 ຄຳເຫັນ
ແລະ
0 trackback(s)
 ທ່ານຜູ້ນີ້ເພິ່ນ ມັກຍົນບັງຄັບວິທະຍຸ ເພິ່ນມັກເອົາມັນມາບິນຢູ່ແຖວແຄມຂອງ ແຄມບຶງທາດຫລວງ  ເດັກນ້ອຍກໍ່ຫຸ້ມເບິ່ງ ໂດຍສະເພາະເວລາມັນລົງ ພໍໄດ້ຈັບໄດ້ບາຍ  ລົດວິບາກນ້ອຍ ສຳລັບນັກບິດທີ່ຍັງນ້ອຍໃຫຍ່ມາ ມັນຈະກາຍເປັນນັກຂີ່ລົດວິບາກ  ທ້າວໂຕນີ ກໍ່ຍັງສົນໃຈລົດວິບາກ ຄັນນີ້ແພງບໍ່ລະ ພໍ່ມັນສິມີເງິນຊື້ບໍ່
|
 ຂຽນເມື່ອ: ພ.ຈ.. 19, 2008
| ມີ
7 ຄຳເຫັນ
ແລະ
0 trackback(s)
« on: 08-10-2008, 14:47:17 »
|
 ຂຽນເມື່ອ: ຕ.ລ.. 26, 2008
| ມີ
16 ຄຳເຫັນ
ແລະ
0 trackback(s)
 ນີ້ແມ່ນເຄື່ອງເຈາະຢາງລົດ ສຳລັບໃຊ້ກັບຢາງລົດ ຂອງຜູ້ຝືນກົດລະບຽບ, ມັນບັນຊາດ້ວຍ remote control ສາມາດຢຸດລົດຈັກ ແລະ ແມ້ແຕ່ລົດໃຫຍ່ (ຖ້າລົດຕີນຮົ່ວ ກໍ່ຈະໄປຕໍ່ບໍ່ໄດ້). ເພິ່ນເອົາມາຈາກປະເທດຈີນ ຈຳນວນ 2 ເຄື່ອງ ແລະ ອາດຈະເອົາມາຕື່ມອີກ ໃນຕໍ່ຫນ້າ. ທີ່ມາ: ນສພ ລາວພັດທະນາ ອ່ານຄຳເຫັນຕື່ມ ກ່ຽວກັບເລື້ອງນີ້ ທີ່ http://www.pnomsin.com/?p=509
|
 ຂຽນເມື່ອ: ຕ.ລ.. 9, 2008
| ມີ
6 ຄຳເຫັນ
ແລະ
0 trackback(s)
 ໜວດໝູ່:
ອື່ນ ໆ
ປະມານວ່າຕອນປີ 1980 ຫນັງຈີນກຳລັງພາຍໃນ ແມ່ນກຳລັງເປັນທີ່ນິຍົມ, ເລີ້ມຈາກມັງກອນຢົກ ນາງເອກຕອນນັ້ນແມ່ນ ຫມີເຊັຍ ສາຍຕອນກາງຄືນ. ຕໍ່ມາກໍ່ແມ່ນ ກຣະບີ່ໄຣ້ທຽມທານ ສາຍຕອນກາງເວັນ ວັນເສົາແລະອາທິດ, ພະເອກສີເສົ້າສຽນ ນາງເອກ ຫວີອັນອັນ. ຕອນນັ້ນ ຫມົດຄຸ້ມນາຫນອງແວງ ມີໂທລະທັດຫນ່ວຍດຽວ, ທຸກຄົນແມ່ນຍ່າງໄປເບິ່ງທີ່ເຮືອນນ້າສາວແສງ ໃນຍຸກນັ້ນ ຫນັງຈີນ ແມ່ນຍົກໃຫ້ ເລື້ອງນີ້ ເປັນສຸດຍອດຫນັງກຳລັງພາຍໃນ. ພະເອກ ຝຶກວິຊາໄຫມຟ້າ ຕໍ່ສູ້ກັບ ເຈົ້າສຳນັກກຝ່າຍອະທຳ, ເນື້ອເລື້ອງສະຫລັບຊັບຊ້ອນ ຊວນຕິດຕາມ (ແຕ່ຖ້າເອົາມາສາຍຄືນໃນຍຸກນີ້ ກໍ່ບໍ່ມ່ວນປານໃດ). ທີ່ສຳຄັນ ເພງລະຄອນເລື້ອງນີ້ ມັນມີເອກະລັກ ແລະ ຕິດຫູທຸກຄົນທີ່ໄດ້ຊົມມາຮອດມື້ນີ້ ເຖິງວ່າຈະຜ່ານມາແລ້ວຊາວກວ່າປີ . 2 ເດືອນກ່ອນ ຂ້າພະເຈົ້າກັບຫມູ່ ພາກັນໄປກິນລ້ຽງຊຸມແຊວ ທີ່ຮ້ານອາຫານແຫ່ງຫນຶ່ງ. ບ່ອນນັ້ນ ໃກ້ກັບຫ້ອງການ ມີການສະແດງດົນຕີສົດ ແບບ folk song. ເມື່ອນັກສະແດງເມື່ອຍ ກໍ່ມີຊົ່ວໂມງພັກຜ່ອນ ແຕ່ເປີດເພງຈາກເຄື່ອງສຽງແທນ ແລະ ເພິ່ນກໍ່ເປີດເພງກະບີ່, ຟັງແລ້ວ ກໍ່ຄິດເຖິງຄວາມຫລັງ ຕອນຍັງນ້ອຍ ຂ້າພະເຈົ້າ ຂໍໃຫ້ຜູ້ບໍລິການ save ລົງ USB ໃຫ້ແດ່. ຫລາຍນາທີຕໍ່ມາ ເຂົາກັບມາບອກວ່າ ເຮັດບໍ່ສຳເລັດ ເພາະວ່າ ພໍແຕ່ສຽບ USB ເຂົ້າໄປ ຄອມພິວເຕີຂອງຮ້ານ ກໍ່ດັບ ຕ້ອງຂໍອະໄພຫລາຍໆ ໃຫ້ໄປຫາໂຫລດເອົາຈາກອິນເຕີເນັດເດີ້, ຄອມເພິ່ນຄົງບໍ່ມີໂອກາດໄດ້ອັບເດດອັນຕີ້ໄວຣັດ ກາຍເປັນວ່າເຮົາໄປປ່ອຍໄວຣັດໃສ່ຄອມເພິ່ນ. ຫລັງຈາກນັ້ນ ເກືອບເດືອນ ດ້ວຍຄວາມພະຍາຍາມອັນມຸ້ງຫມັ້ນ ຂ້າພະເຈົ້າ ກໍ່ໄດ້ພົບກັບເພງນີ້ ໃນອິນເຕີເນັດ ພ້ອມດ້ວຍເພງອື່ນໆອີກ ຈາກຫນັງຈີນຍຸກນັ້ນ. ຕອນນີ້ ເອົາໄປຕັ້ງເປັນສຽງໂທລະສັບມືຖື ເຊິ່ງຫມູ່ຄູ່ຄົນໃດໄດ້ຍິນ ແມ່ນຕ້ອງຂໍໂຫລດເອົາ, ແລະ ກໍ່ຍັງເອົາໃສ່ໄວ້ໃນໂປຣໄຟລ໌ຂອງຂ້າພະເຈົ້າໃນພັນລາວອີກນຳ ແຕ່ຈັກຫນ່ອຍກໍ່ຄົງເອົາອອກ ບໍ່ຮູ້ວ່າສະມາຊິກໃນພັນລາວ ມີຜູ້ຢາກໄດ້ບໍ່ນໍ ຫລືວ່າເກີດບໍ່ທັນ.
|
 ຂຽນເມື່ອ: ສ.ຫ.. 1, 2008
| ມີ
6 ຄຳເຫັນ
ແລະ
0 trackback(s)
ການທຳຄວາມເຢັນແບບທຳມະຊາດ   ພາບຈາກ ແຫລ່ງທ່ອງທ່ຽວທຳມະຊາດ ນ້ຳຕົກຕາດກວາງຊີ ແຂວງຫລວງພະບາງ ການທຳຄວາມເຢັນແບບເຄິງທຳມະຊາດ ສຳລັບເຂດຕົວເມືອງທີ່ຂາດແຄນຫ້ວຍນ້ຳເຢັນ ແຄ່ງນ້ຳສ້າງ ໃສ່ນ້ຳລົງໄປ ນ້ຳກ້ອນລົງໄປ ແລະ ເບຍລົງໄປ    ທີ່ມາ http://forum.pnomsin.com/index.php?topic=1106.0
|
 ຂຽນເມື່ອ: ກ.ລ.. 23, 2008
| ມີ
12 ຄຳເຫັນ
ແລະ
0 trackback(s)
ເວລາຈະຊື້ຫຍັງ ເບິ່ງໃຫ້ດີໆເດີ້ ບໍ່ດັ່ງນັ້ນ ຈະເສຍຄວາມຮູ້ສຶກ ເສຍເງິນ ...  ຄິດວ່າຊື້ຄອລເກດ ບາດໄດ້ມາ ຈັກແມ່ນຫຍັງບຸ ອ່ານກໍ່ບໍ່ອອກ
|
 ຂຽນເມື່ອ: ກ.ລ.. 16, 2008
| ມີ
6 ຄຳເຫັນ
ແລະ
0 trackback(s)
ອອກເດີນທາງຈາກສຳນັກງານໃຫຍ່ກຕຟ ຈາກໂພນຕ້ອງ ຜ່ານໂຮງຫມໍມິດຕະພາບ ໄປຫາດົງໂດກດ້ວຍຄວາມລຳບາກ ເນື່ອງຈາກລົດຕິດ ເສັ້ນທາງເປັນຂຸມ ນ້ຳຫົ້ງ ເກືອບວ່າຕະຫລອດ ເສັ້ນທາງ. ເມື່ອໃກ້ຈະຮອດດົງໂດກ ລົດຍິ່ງຕິດຫລາຍຂຶ້ນໄປອີກ ຕາມແຄມທາງມີການວາງຂາຍຊໍ່ດອກໄມ້. ຮອດສາມແຍກ ເຫັນຕຳຫລວດຈະລາຈອນກຳລັງເຮັດວຽກຢ່າງຫນັກ,  ຫນ້າທາງເຂົ້າໂຮງຮຽນ ມີລົດໃຫຍ່ຈອດລຽນກັນຍາວຢຽດ. ແນມຫາບ່ອນຈອດລົດຈັກ ປາໂທ ໃນເດີ່ນຫໍພັກ ຫນ້າທາງເຂົ້າໂຮງຮຽນເຕັມແຕ່ລົດຈັກ   ຝາກລົດເປັນທີ່ຮຽບຮ້ອຍແລ້ວ, ແລ້ວຂ້າມທາງໄປຫາທາງເຂົ້າ ມີການກວດກາຕາມຮ່າງກາຍຕາມລະບຽບ ກ່ອນຜ່ານເຂົ້າໄປ. ຄົນຫລາຍປານວ່າມົດວ່າປວກ.   ຍ່າງຊອກຫາກັນ, ໂທຫາກັນຢ່າງວຸ້ນວາຍ ສັນຍານໂທລະສັບ ບ່ອນນີ້ ເປັນອຳມະພາດໄປເລີຍ, ຖ້າລອງໂທຫລາຍໆເທື່ອກໍ່ໂທຕິດຈົນໄດ້. ຜູ້ທີ່ຊອກຫາກັນເຫັນແລ້ວກໍ່ມ່ວນຊື່ນ ຍິ້ມແຍ້ມ ມອບຊໍ່ດອກໄມ້ ຖ່າຍຮູບ ກັນຢ່າງມີຄວາມສຸກ ຜູ້ທີ່ຫາກັນບໍ່ເຫັນເທື່ອ ກໍ່ຫນ້າເສົ້າ ຢ້ານບໍ່ມີໃຜເອົາດອກໄມ້ມາໃຫ້ ອາຍຫມູ່ເຂົາ. ໄປທາງໃດກະມີແຕ່ຄົນ ຜູ້ຈົບຜູ້ງາມກໍ່ຫລາຍ ສະຫນຸກແຍງ ທີ່ມາ:
|
 ຂຽນເມື່ອ: ກ.ລ.. 7, 2008
| ມີ
5 ຄຳເຫັນ
ແລະ
0 trackback(s)
 ລຳນ້ຳເຊກອງ ແມ່ນກຳເນີດຈາກສາຍພູຫລວງ ໄຫລຜ່ານແຂວງເຊກອງ ຫາ ອັດຕະປື ຊາວບ້ານແຖວນີ້ ສ່ວນຫລາຍແມ່ນຊົນເຜົ່າແງະ ບໍ່ວ່າຊາຍຫລືຍິງ ຈະມີບັ້ງຢາສູບຂອງຕົວເອງ ໄປໃສເອົາໄປນຳ ຜູ້ສາວຊຸມນີ້ອາຍຸປະມານສິບຫ້າ ມາຮ່ອນຄຳຢູ່ແຄມນ້ຳເຊກອງເປັນປະຈຳ ແລະ ກໍ່ມີບັ້ງຢາສູບຂອງຕົວເອງມານຳ  ການຮ່ອນຄຳແບບດັ້ງເດີມ ຂອງປະຊາຊົນລຽບຕາມລຳນ້ຳເຊກອງ  ປະຊາຊົນລຽບຕາມແມ່ນ້ຳເຊກອງເຄີຍໃຊ້ແຕ່ບ້າງໃນການຮ່ອນຄຳ ມາບາດນີ້ ມີເຮືອຈັກຮ່ອນຄຳຂອງບໍລິສັດຈີນ ລ່ອງໄປມາ  ທີ່ມາ
|
 ຂຽນເມື່ອ: ມິ.ຖ.. 22, 2008
| ມີ
4 ຄຳເຫັນ
ແລະ
0 trackback(s)
ໃຜ ຢາກຮູ້ວ່າຄົນເຮົາເກີດມາແຕ່ທາງໃດ ແລ້ວ ລອງ ໄປ ອານທີ່ນີ້ ຄົນເຮົາເກີດມາຈາກໃສ? from Global Moderator Full Member
|
 ຂຽນເມື່ອ: ມິ.ຖ.. 13, 2008
| ມີ
6 ຄຳເຫັນ
ແລະ
0 trackback(s)
ພະນັກງານພວກເຮົາ ເຖິງວ່າເງິນເດືອນຫນ້ອຍ ແຕ່ກໍ່ເຂົ້າຮ້ານເບຍເລື້ອຍຢູ່ ບໍ່ວ່າສິໄປຮ້ານໃດ ໃກ້ຫລືໄກ ກໍ່ຄືວ່າ ຕ້ອງພົບກັບເດັກກຸ່ມຫນຶ່ງ ທີ່ມາເປັນກຸ່ມ ເທື່ອລະສອງສາມຄົນ ມາຂາຍຈືນປອດ ພົບແນ່ນອນ ບໍ່ພາດຈັກຮ້ານ ພວກເຂົາຫາເງິນກັນແບບນີ້ຕັ້ງແຕ່ເປັນເດັກນ້ອຍຈົນກາຍເປັນໄວລຸ້ນ ເຊື່ອແນ່ວ່າທຸກຄົນຕ້ອງເຄີຍພໍ້ພວກເຂົາ ເມື່ອເຂົ້າຮ້ານມາກະເລາະໄປເທື່ອລະໂຕະ ເພື່ອຈ່າວຂາຍສິນຄ້າ ແລະ ຖ້າເຂົາບໍ່ຊື້ກໍ່ຈະບີບນວດເອົາອົກເອົາໃຈ ເມື່ອເບິ່ງພວກເຂົາແລ້ວ ຮູ້ສຶກວ່າ ທີ່ເຂົາເປັນເດັກນ້ອຍຍັງສາມາດຫາກຸ້ມຕົນເອງ ດຽວນີ້ ທ້າວ ຫນຶ່ງໃນຈຳນວນພວກເຂົາ ຊື່ ທ້າວໂຕເລັກ ໄດ້ເຂົ້າຮຽນາການຊ່າງລາວ-ເຍຍລະມັນ ມີຄວາມຫວັງຢາກເປັນຊ່າງແປງລົດໃຫຍ່ ຫນ້າສົ່ງເສີມບໍ່ລະ http://forum.pnomsin.com/index.php?topic=450.0 |
|
 ຂຽນເມື່ອ: ພ.ພ.. 16, 2008
| ມີ
15 ຄຳເຫັນ
ແລະ
0 trackback(s)
ຂໍສືບຕໍ່ເລື້ອງຂອງກຳມະກອນ ເພາະວ່າ ຍັງຢູ່ໃນເດືອນພຶດສະພາ ເດືອນຂອງວັນກຳມະກອນ ຂ້າພະເຈົ້າໄດ້ມີໂອກາດສຳຜັດຊີວິດ ຂອງກຳມະກອນກໍ່ສ້າງລະບົບໄຟຟ້າ ໃນປີ 2005 ໃນໂຄງການກໍ່ສ້າງສົ່ງໄຟຟ້າ ຈາກ ບ້ານນາ (ໃຕ້ປາກເຊລົງໄປ 60 ກິໂລແມັດ) ຫາອັດຕະປື ໃນໂຄງການດັ່ງກ່າວ ຂ້າພະເຈົ້າ ໄດ້ປະກອບສ່ວນ ວຽກສ່ອງກ້ອງ ສຳຫລວດແລວຄືນ (ເປັນວຽກທີ່ຕ້ອງເຂົ້າປ່າ ເປັນນັກເດີນປ່າ) ຈາກນັ້ນ ກໍ່ເຂົ້າຮ່ວມວຽກງານ ຕັ້ງຕີນເສົາ (ເປັນວຽກສົກກະປົກ ທັງ ເປັນວຽກໃຕ້ດິນ, ວຽກຊັ້ນຕ່ຳ) ຕໍ່ມາ ໄດ້ຍ້າຍໄປວຽກ ດຶງສາຍ ( ອັນນີ້ໄຄແດ່ ເປັນວຽກຊັ້ນສູງ ເຮັດວຽກກາງອາກາດ ໄດ້ປີນເສົາ) ຂໍນຳສະເຫນີ ຮູບພາບ ບາງຢ່າງ ທີ່ເກັບກຳມາ ໃຫ້ທ່ານຜູ້ອ່ານໄດ້ປະກອບຄຳເຫັນ  ເຮືອນນອນ ຫລື ແຄ້ມ  ຫ້ອງອາບນ້ຳ ລວມຫມູ່ ອາບໄດ້ພ້ອມກັນ ທັງຍິງແລະຊາຍ  ໂຮງອາຫານເຄື່ອງທີ່ ກິນແບບສາມັກຄີ ກິນໃຫ້ໄວ ກ່ອນທີ່ຈະບໍ່ເຫລືອຫຍັງໃຫ້ກິນ  ໄດ້ຂີ່ລົດລາຄາແພງ ອອກໄປວຽກ ແພງກວ່າລົດອຳນວຍການອີກເດີ້ ລົດຄັນນີ້  ຖ້າຈະຕັດຜົມ ກໍ່ມີຄົນໄປບໍລິການໃຫ້ເຖິງທີ່  ບໍ່ມີໄຟຟ້າ ບໍ່ມີເຄກ ກໍ່ຈັດວັນເກີດ ກັນໄດ້  ບໍ່ມີນ້ຳກ້ອນ ບໍ່ມີວິສກີ້ ບໍ່ມີເຄື່ອງສຽງ ມີແຕ່ປາຈາກຫ້ວຍ ເຫລົ້າຂາວ ຕົບມື ຮ້ອງເພງ ກໍ່ມ່ວນຊື່ນຄືກັນ  ຢູ່ໃນປ່າ ໄກແພດໄກຫມໍ ແຕ່ບໍ່ອຶດຢາ  ຢູ່ໃນປ່າ ຍຸງມັນມັກມາຖາມຂ່າວ ມາກັນເປັນພັນ ເປັນຫມື່ນໂຕ ຕ້ອງປິດຫນ້າປິດຕາ ປິດຂາປິດແຂນ
|
 ຂຽນເມື່ອ: ມ.ສ.. 30, 2008
| ມີ
4 ຄຳເຫັນ
ແລະ
0 trackback(s)
 ກຳມະກອນຄືອ້າຍ ມີໃຜນໍສົນໃຈແດ່... ຄັນສົນໃຈອ້າຍແທ້ ໃຫ້ນາງຍິ້ມສົ່ງມາ… ຢ້ານຕັ້ງແຕ່ນ້ອງຫລ້າ…ຕວົະອ້າຍພີ່ໃຫ້ດີໃຈ.. ບາດວ່າມີແສງໄຟ ຊ້ຳພັດໄລນໍລືມອ້າຍ ອ້າຍນີ້ເປັນກຳມະກອນໄຟຟ້າ ປາດຖະຫນາໃຫ້ຊາດລາວສົດໃສ ສ້າງບ້ານເມືອງໃຫ້ຮຸ່ງເຮືອງສີວິໄລ ກ້າວໄປສູ່ຄວາມຈະເລີນ ເດີນໄປຫນ້າ ໄປຫນ້າ ປີນພູປີນຜາ ບໍ່ໄດ້ງໍ້ໄດ້ງ່ຽງ ຈະທົ່ງພຽງ ຫລື ໂຄກຄ້ອຍ ໂຄກຄ້ອຍ ສາຍນ້ຳກໍ່ຢັ່ງໄປ ຕົ້ນໄມ້ນ້ອຍ ຫລື ໃຫຍ່ ຕາມທາງ ໄດ້ຖາກຖາງເປັນແລວ ປ່ອງແປວບໍ່ມີຢັ້ງ ສຸມກຳລັງເຂົ້າ ເອົາສາຍຍົກຍື່ນ ບໍ່ຈັກດຶງແລະທື້ນ ບືນຂ້າມຮ່ອມພູ ຄິດດູ ຊີວິດແນວຫນ້າ ຫນຸ່ມໄຟຟ້າ ຜ່ານຜ່າສົມສັກສີ ສິ່ງດຽວທີ່ເຮົາປາດຖະຫນາດີ ໃຫ້ຊາດນີ້ຢູ່ດີມີໄຊ ໃຫ້ເອື້ອຍອ້າຍ ບັນດາເຜົ່າລາວເຮົາ ຢູ່ໃນດົງເຂດເຂົາ ບໍ່ໃຫ້ເຄືອງຄາແຄ້ນ ແດນເຫນືອໃຕ້ ທາງໃດບໍ່ໄດ້ວ່າ ກຳມະກອນທົ່ວຫນ້າໄຟຟ້າຫມູ່ເຮົາ ຈະໄດ້ເຂົ້າ ສຸມເຫື່ອເທແຮງ ເຮັດໃຫ້ແສງສີໄຟ ທົ່ວໄປໄດ້ມີໃຊ້ ພໍໃຈແດ່ບໍນ້ອງຫລ້າ ອ້າຍບ່າວໄຟຟ້າກຳມະກອນສາຍສົ່ງ ຈິດໃຈຢາກຫມັ້ນຫມາຍອະນົງ ສຳເລັດວຽກລົງໃຈປະສົງຢາກແຕ່ງງານ ນົງຄານນ້ອງສົນໃຈ ອ້າຍບໍ່ ຄັນພໍໃຈສົ່ງຍິ້ມ ມາພີ້ແດ່ເດີ້ ຢ່າໃຫ້ເກີ້ ລະເມີຢູ່ຄົນດຽວ ບາດອ້າຍທຽວມາຫາ ຈົ່ງຈາແດ່ເດີ້ນ້ອງ ແຕ່ງໂດຍ ທອງແດງ ຕົ້ນສະບັບຫາບໍ່ເຫັນ ດຽວນີ້ ມີຫລາຍ version ເຫລຶອເກີນ ມອບໃຫ້ທຸກຄົນ ເນື່ອງໃນວັນກຳມະກອນສາກົນ
|
 ຂຽນເມື່ອ: ມ.ສ.. 17, 2008
| ມີ
3 ຄຳເຫັນ
ແລະ
0 trackback(s)
ແຈກ free code ສຳລັບອວຍພອນປີໃຫມ່ ສຳລັບໄປ post comments ສາມາດໃຊ້ກັບ hi5, taged, multiply... ທ່ານຍັງໃຊ້ກັບ punlao ບໍ່ໄດ້  ຢາກເອົາມາແຈກກ່ອນປີໃຫມ່ ແຕ່ວ່າ ບໍ່ສາມາດເຂົ້າຫາອິນເຕີເນັດໄດ້ເລີຍ ເອົາຕາມຫລັງເນາະ ບໍ່ເອົາກໍ່ບໍ່ເປັນຫຍັງ copy ເອົາ code ຈາກ comment ລຸ່ມນີ້ເດີ້
|
 ຂຽນເມື່ອ: ມ.ສ.. 8, 2008
| ມີ
3 ຄຳເຫັນ
ແລະ
0 trackback(s)
« on: 13-04-2007, 23:11:37 » ວັດນາກເປັນວັດເກົ່າແກ່ ມາແຕ່ສະໄຫມສ້າງເມືອງວຽງຈັນ ພະເຈົ້າໄຊເສດຖາເຄີຍມາບູລະນະວັດນີ້ ເມື່ອວຽງຈັນຖືກເຜົາທຳລາຍໃນປາງສົງຄາມ ວັດນີ້ກໍ່ຖືກທຳລາຍໄປນຳ ແຕ່ສິ່ງທີ່ເຫລືອ ໃຫ້ເຫັນມາຮອດມື້ນີ້ ແມ່ນໂພນອັນຫນຶ່ງ ສັນນິຖານຕາມແບບນັກບູຮານຄະດີ ຫນ້າຈະເປັນເຈດີເກົ່າ ເຫັນມີດິນຈີ່ກໍ່ຂຶ້ນຄັກແນ່ ແຕ່ວ່າ ຕາມຊາວບ້ານເລົ່າຂານ ກັນມາ ເຂົາເຈົ້າເຊື່ອວ່າ ແມ່ນເພິ່ນກໍ່ໂພນອັດຮູພະຍານາກ ເມື່ອກ່ອນ ຊາຍຄົນຫນຶ່ງໄດ້ຊ່ວຍຊີວິດລູກຊາຍພະຍານາກ ພະຍານາກໄດ້ໃຫ້ສັນຍາວ່າຈະຊ່ວຍເຫລືອຊາຍຄົນນັ້ນ ຖ້າມີຫຍັງ ໃຫ້ຕີກອງ ພະຍານາກຈະອອກມາຊ່ອຍ ເມື່ອຊາຍຄົນນັ້ນໄດ້ຄອງເມືອງວຽງຈັນ ພະຍານາກ ໄດ້ອອກມາຊ່ວຍຊາວເມືອງວຽງຈັນຫລາຍເທື່ອ ຈົນວ່າມີກໍລະນີມີນາກອອກມາທຳຮ້າຍຜູ້ຄົນ ຈຶ່ງໄດ້ອັດຮູນາກນັ້ນເສຍ ໃນໂອກາດປີໃຫມ່ລາວນີ້ ຖ້າໃຜໄດ້ມາສົງພະທີ່ ວັດນາກໃຫຍ່ ຢ່າລືມ ຂໍບູຊາເອົາປຶ້ມ ປະຫວັດວັດນາກໃຫຍ່ ນຳອາຈານຍາດ ແລະ ທ່ານອາຈານຍາດໄດ້ຖ່າຍຮູບພະຍານາກ ໄວ້ ໃຫ້ຄົນໄປບູຊາ ໃນແບບເປັນໃບຮູບຖ່າຍ ທຳມະດາ ແລະ ຮູບຖ່າຍໃສ່ຂອບແກ້ວແລ້ວ ຂ້າພະເຈົ້າໄດ້ເຫັນແລ້ວ ເບິ່ງແລ້ວກະແມ່ນງູ ແຕ່ສີຂອງງູນັ້ນ ບໍ່ແຕກຕ່າງຈາກສີຂອງພະຍານາກທີ່ເພິ່ນປັ້ນໄວ້ວັດ ໂພນ ຮູນາກ ຫລັງຈາກ ບູລະນະໃຫມ່ ຮູບພະຍານາກ ທີ່ຖ່າຍໃນມື້ສະຫລອງການບູລະນະ ໂພນຮູນາກ
|
 ຂຽນເມື່ອ: ມ.ນ.. 30, 2008
| ມີ
3 ຄຳເຫັນ
ແລະ
0 trackback(s)
ເພື່ອນອາດບໍ່ສາມາດດຶງເຮົາຂຶ້ນ ແຕ່ກໍ່ຍັງຫາທາງທີ່ຈະບໍ່ເຮັດໃຫ້ເຮົາຕົກ
|
 ຂຽນເມື່ອ: ມ.ນ.. 20, 2008
| ມີ
5 ຄຳເຫັນ
ແລະ
0 trackback(s)
| |  | « on: 11-07-2006, 15:06:20 » | | ຮູບນີ້ຖ່າຍຢູ່ໄຟແດງ ແຖວດົງຫມ້ຽງ ເບິ່ງຊ່ອຍກັນເດີ້ ໝາມັນນຸ່ງເສື້ອຄືຄົນ ແລ້ວຍັງຊ້ອນລົດຈັກໄດ້ຄືຄົນອີກ ທ່ານ ສະກົດ ແລະ ໂພໄຊ ຈາກສາຂາ ນະຄອນຫລວງວຽງຈັນ ກະໄດ້ຖ່າຍຮູບມາຄືກັນ | |
|
 ຂຽນເມື່ອ: ມ.ນ.. 17, 2008
| ມີ
6 ຄຳເຫັນ
ແລະ
0 trackback(s)
|
 ຂຽນເມື່ອ: ມ.ນ.. 12, 2008
| ມີ
5 ຄຳເຫັນ
ແລະ
0 trackback(s)
Posted by admin in joke, wisdomຄວາມເມົາພາໃຫ້-ສະຫລາດ ຜູ້ດື່ມຈະຮອບຮູ້ໄປຫມົດທຸກສິ່ງທຸກຢ່າງໃນຈັກກະວານ ແລະ ມັກເພື່ອແຜ່ຄວາມຮູ້ໃຫ້ຄົນຮອບຂ້າງ ບໍ່ວ່າຈະມີການສົນທະນາກັນເລື້ອງໃດ ກໍ່ຮູ້ດີໄປຫມົດ ສ່ວນຜູ້ອື່ນເວົ້າ ແມ່ນບໍ່ຖືກ - ນຳໄປສູ່ການໂຕ້ວາທີໃນວົງເຫລົ້າ ຄວາມເມົາພາໃຫ້-ຫນ້າຕາດີ ເມື່ອດື່ມໄປຮອດລະດັບທີ2 ຈະຮູ້ສຶກໄດ້ວ່າ ຫນ້າຕາເຮົາດີຂຶ້ນ ເບິ່ງເຫັນວ່າຕົວຕົວເອງດີໄປຫົມດ ທຸກຄົນຈະຫັນມາສົນໃຈ, ຕອນນີ້ເຮົາສາມາດຍ່າງໄປລົມໃຜກໍ່ໄດ້ ດ້ວຍຄວາມຫມັ້ນໃຈ ເພາະວ່າ ເຮົາມີທັງຄວາມສະຫລາດ ແລະ ຫນ້າຕາດີ. ຄວາມເມົາພາໃຫ້-ລວຍ ເມື່ອດື່ມໄປຮອດລະດັບທີ3 ເຮົາຈະຮູ້ສຶກວ່າ ເຮົາມີເງິນຢ່າງມະຫາສານ ຈົນສາມາດລ້ຽງເຫລົ້າຫມົດທຸກຄົນໄດ້ ແຖມຍັງສາມາດໂທຫມູ່ເອີ້ນມາຊ່ວຍກັນດື່ມກິນອີກ ຕອນນີ້ ເຮົາມີທັງຄວາມສະຫລາດ, ຫນ້າຕາດີ ແລະ ມີເງິນ ສາມາດພະນັນເງິນກັບໃຜກໍ່ໄດ້ ຄວາມເມົາພາໃຫ້-ຄົງກະພັນ ຍິງຟັນແທງບໍ່ເຂົ້າ ເມື່ອດື່ມໄປຮອດລະດັບທີ4 ເຮົາຈະມີວິຊາອາຄົມ ພ້ອມທີ່ຈະຊົກຕ່ອຍກັບໃຜກໍ່ໄດ້ ບໍ່ມີໃຜເຮັດຫຍັງເຮົາໄດ້ເລີຍ ສາມາດທ້າຕີກັບໃຜກໍ່ໄດ້ ບໍ່ມີຄວາມຢ້ານກົວຫຍັງ ເພາະເຮົາ ມີທັງຄວາມສະຫລາດ, ຫນ້າຕາດີ, ມີເງິນ ແລະ ມີຄວາມເກັ່ງປານນັກມວຍມືອາຊີບ ຄວາມເມົາພາໃຫ້-ຫາຍຕົວໄດ້ ລະດັບນີ້ແມ່ນສຸດຍອດແລ້ວ ສາມາດຫາຍຕົວໄດ້ ເຮັດຫຍັງກໍ່ໄດ້ໂດຍບໍ່ມີໃຜເຫັນ ຈະໄປເຕັ້ນເທິງໂຕະ ຫລື ແຫກປາກຮ້ອງເພງກາງທາງ ໄລ່ຕີຫົວຄົນອື່ນ ກໍ່ເຮັດໄດ້ ຍ້ອນວ່າບໍ່ມີໃຜເຫັນເຮົາ ຈາກ ນສພ ວັນອາທິດ ມີການແກ້ໄຂແດ່ເລັກນ້ອຍ 49 views Tags: ຊວນຫົວ, ດື່ມ, ຕະຫລົກ, ສຸຂະພາບ, ເບຍ, ເມົາ, ເຫລົ້າ « ຫ້າມບໍລິໂພກ ຫອຍແຄງເດັດຂາດ | ຮາໂລວີນ ມື້ນີ້ມີຜີເຕັມໄປຫມົດ »ຫົວຂໍ້ກ່ຽວຂ້ອງ
|
 ຂຽນເມື່ອ: ມ.ນ.. 5, 2008
| ມີ
13 ຄຳເຫັນ
ແລະ
0 trackback(s)
 ຂ້າພະເຈົ້າກໍ່ເຄີຍໃຊ້ບໍລິການເວັບ social network ຫລາຍອັນຢູ່ ແຕ່ກໍ່ບໍ່ຄ່ອຍຈິງຈັງຫຍັງ ເຫັນເພື່ອນຂ້າພະເຈົ້າບາງຄົນ ຫລິ້ນ hi5 ແບບຕັ້ງໃຈ ລາວມີເພື່ອນໃນລາຍຊື່ ເປັນ 2-3 ພັນຄົນ ຂ້າພະເຈົ້າມີແຕ່ 100 ຂ້າພະເຈົ້າ ບໍ່ໄດ້ເຈດຕະນາ ທັບຖົມເວັບນີ້ ແຕ່ຢາກໃຫ້ພວກເຮົາ ຊ່ວຍທ່ານເວັບມາສເຕີ ຊອກຫາສິ່ງທີ່ສະມາຊິກມັກ ເພື່ອນຳໄປປັບປຸງໃຫ້ດີ ເຫມາະສົມກັບຄົນລາວ ແລະ ຖືກໃຈຄົນລາວ ຂໍໃຫ້ຊ່ວຍປະກອບຄຳເຫັນດ້ວຍ
|
 ຂຽນເມື່ອ: ມ.ນ.. 2, 2008
| ມີ
4 ຄຳເຫັນ
ແລະ
0 trackback(s)
ລູກຊາຍ ອາຍຸ ເກົ້າປີ, ມື້ໃດກໍວົນເຂົ້າອາບນ້ຳນຳແມ່. ມາມື້ນຶ່ງ, ແມ່ກໍໃຫ້ເຂົ້າອາບນ້ຳນຳ. ດ້ວຍຄວາມ ດຽງສາ ລູກກໍຖາມ ທັງຊີ້ໃສ່ ຂອງແມ່. ລູກ:: ແມ່ ! ແມ່ ! ແມ່ນຫຍັງຫັ່ນ ? ແມ່ ຕົກສະເງີ້ ກໍເລີຍຕອບລູກວ່າ = ໂຕຫນູ, ລູກເອີຍ. ຢ່າບາຍມັນໃດ໋ ! ມັນກັດໄດ໋ ! ຫລາຍມື້ຕໍ່ມາ, ລູກກໍເຂົ້າອາບນ້ຳນຳແມ່ອີກ. ຕອນນີ້ແມ່ໄດ້ແຖ ຂົນໂຕເອງອອກຫມົດແລ້ວ. ລູກ :: ອ່າວ ! ອີ່ແມ່ ! ຫນູອີ່ແມ່ໄປໃສແລ້ວ ! ຄືບໍ່ເຫັນ ? ແມ່ = ມັນຫນີແລ້ວ ລູກເອີຍ, ຈັກວ່າ ມັນໄປລີ້ຢູ່ໃສ? ແຕ່ລະມື້, ກັບມາແຕ່ໂຮງຮຽນ ລູກກໍ່ຊອກຫາຫນູອີ່ແມ່ ຕາມຄອກແຄແຈເຮືອນ. ຕອນແລງຂອງມື້ນຶ່ງ, ແມ່ກຳລັງ ຕຳແຈ່ວຫມາກເຜັດ ກຽມເຮັດພາເຂົ້າເພື່ອກິນແລງ. ລູກຊາຍແລ້ນ ຫນ້າຕີ່ ຕາລານມາ. ລູກ :: ແມ່ ! ແມ່ ! ເຮົາເຫັນລະເດ້ ຫນູອີ່ແມ່. ແມ່ = ມຶງເຫັນຢູ່ໃສ ? ລູກ :: ອີ່ແມ່, ຫນູເຈົ້າ ມັນໄປຢູ່ນຳ ນ່າສາວ, ນ້ອງສາວອີ່ແມ່ ພຸ້ນນ່າ. ດຽວນີ້ ມັນລີ້ຢູ່ຫລັງເລົ່າເຂົ້າ ເຫັນ ອີ່ພໍ່ລູບຫົວ ມັນຢູ່ໄດ໋. ຫນູກະບໍ່ກັດມືອີ່ພໍ່ໃດ໋ລະ ! ແມ່... ຫນ້າແດງ, ພະລາດລຸກຂື້ນ ມືຖືສາກຕຳແຈ່ວ ໂຕນລົງເຮືອນ ຈ້ອນສິ້ນ, " ມຶງ ບໍ່ຕາຍໃຫ້ກູມື້ນີ້, ມຶງບໍ່ມີມື້ຊິຕາຍ " ລູກ :: ອ່າວ ! ອີ່ແມ່ ! ອີ່ແມ່ເປັນຫບັງ , ອີ່ແມ່ຊິໄປຍາດ ເອົາຫນູ ຄືນມາຫວ໋ະ ! 55555 55555 55555 55555 ຜູ້ຂຽນ: dokbua ເມື່ອວັນທີ່: 29/9/07 21:48 ຈາກ: naitom ອາຊີບ: gebdokbua bouxa pra yu wat par himmaparn ງານອະດີເລກ: lieng bae tah noii!!!!!! http://www.inlao.net/Forums/AUBlogLA.aspx?tp=3170
|
|
|