ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 4, 2011 | ມີ 9 ຄຳເຫັນ ແລະ 0 trackback(s)

ເລີ່ມ ປີໃຫມ່ ກັນດ້ວຍເລື້ອງລາວ ໃຫມ່ ທີ່ບໍ່ທັນຂຽນໄວ້ໃສມາກ່ອນ ເອີລືມ ສະບາຍດີປີໃຫມ່ ສະມາຊິກພັນລາວທຸກຄົນ

Who am I? ທ່ານອາດຈະຖາມຄືນໃນໃຈ ມັນກ່ຽວກັບຫຍັງນໍ ຄົນທີ່ຖາມຄຳຖາມນີ້ ມັກແມ່ນຄົນທີ່ສູນເສຍຄວາມຈຳ ຈົນຈື່ບໍ່ໄດ້ວ່າໂຕເອງແມ່ນໃຜ ຄ້າຍກັບໃນຫນັງເລື້ອງຫນຶ່ງ ທີ່ສະແດງໂດຍເສິນຫລົງ

ເສິນຫລົງ

ຢາກຈະຕັ້ງຄຳຖາມໃຫມ່ ຫລື ຊື່ເລື້ອງໃຫມ່ຢູ່ຄືກັນ ແຕ່ ບັງເອີນ ມັນແວັບເຂົ້າມາແບບນີ້ກ່ອນ ກະເລີຍວ່າ ຢ່າລະ ແລະກໍ່ມັກເສິນຫລົງຢູ່ແລ້ວ

ເມື່ອກ່ອນ ຖ້າໃຜຖາມມາວ່າ ເຈົ້າເຮັດວຽກຫຍັງ ຢູ່ໃສ ກໍ່ຈະຕອບສັ້ນໆໄປວ່າ ໄຟຟ້າ ມັນກໍ່ຈົບ ບໍ່ຕ້ອງໄປອະທິບາຍຫຍັງຫລາຍ. ຂີ່ລົດໄປກາງຄ່ຳກາງຄືນ ຕຳຫລວດ ເອີ້ນໄປກວດເອກະສານລົດ ເຫັນໂລໂກ ໄຟຟ້າລາວ ເພິ່ນກໍ່ຂ້ຽວປ່ອຍໂລດ

ແຕ່ຕອນນີ້ ມັນບໍ່ຄືເກົ່າ ເນື່ອງ ຈາກ ບໍລິສັດໄຟຟ້າ ມັນບໍ່ໄດ້ມີບ່ອນດຽວຄືແຕ່ກ່ອນ (ອ່ານຄືນ ລັດວິສາຫະກິດໄຟຟ້າ ບ້ານເພິ່ນ ແລະ ບ້ານເຮົາ )

ດັ່ງນັ້ນ ເວລາໃຜຖາມ ວ່າເຮັດວຽກຢູ່ໃສ ຖ້າຕອບສັ້ນ ວ່າ ກຕຟ ເພິ່ນກໍ່ບໍ່ຮູ້ ແຖມຍັງບໍ່ຈື່ ຫລືຈື່ຜິດໆ ແບບ ຫລົງສະຫລັບໂຕຫນັງສື ເຊັ່ນ ກຟຕ ຕກຟ (ຢາກບອກວ່າ ກຕຟ ໄກ່ຕາຟາງຫັ້ນຫນ່າ, ຢ້ານນາຍຮ້າຍ ກະຊິບໃຫ້ພວກທ່ານຟັງກໍ່ພໍ ຫ້າມບອກນາຍເດີ້)

ຖ້າຕອບເຕັມ ກໍ່ແມ່ນ ລັດວິສາຫະກິດກໍ່ສ້າງແລະຕິດຕັ້ງໄຟຟ້າ ເພິ່ນພັດວ່າ ຍາວໂພດ ຈື່ບໍ່ໄດ້. ເຄີຍໄປພົວພັນວຽກ ເຂົາຖາມວ່າມາຈາກໃສ ເຂົາຈະໄດ້ຈົດໃສ່ປຶ້ມໄວ້ ກໍ່ບອກໄປ ເຕັມຊື່ເຕັມນາມ ແຕ່ສຸດທ້າຍ ເຂົາກໍ່ຂຽນລົງໄປສັ້ນໆ ວ່າ ໄຟຟ້າ. ໂອຍເນາະ ຍັງເປັນພະນັກງານໄຟຟ້າລາວຢູ່ຕວ່ານິ. ເພິ່ນຕັດຊື່ເຮົາອອກຈາກເພິ່ນໄດ້ເກືອບ 5 ປີລະເດ.  ຕັ້ງແຕ່ແຍກບໍລິສັດ.

http://www.flickr.com/photos/eci-laos/

ໃນ ກ້ອນກຳລັງກຳມະກອນ ອອກຫນ້າພາທາງ ແມ່ນ ກຳມະກອນໄຟຟ້າລາວ ຕິດຕາມດ້ວຍ ລັດວິສາຫະກິດກໍ່ສ້າງແລະຕິດຕັ້ງໄຟຟ້າ(ກຕຟ) ແລະ ພາກສ່ວນອື່ນໆ

ເອົາລະ ບາດນີ້ ເຂົ້າເລື້ອງເລີຍ ຈຸດປະສົງແມ່ນຢາກນຳສະເຫນີ ຄວາມເປັນມາຂອງ ບໍລິສັດ ກຕຟ ທີ່ວ່າມາຂ້າງເທິງ ເຊິ່ງມັນກໍ່ຕິດພັນກັບໄລຍະບາດກ້າວການຂະຫຍາຍຕົວ ຂອງປະເທດເຮົາ ໂດຍສະເພາະໄລຍະແຫ່ງການສ້າງສາພັດທະນາ

      ກຕຟ ຖືກ​ສ້າງ​ຕັ້ງ​ຂື້ນ​ໃນ​ປີ 1982 ​ໃນ​ຖານະ​ເປັນ​ສາຂາ​ຂອງ​ລັດ​ວິ​ສາ​ຫະກິດ​​ໄຟຟ້າ​ລາວ ​ເພື່ອ​ປະຕິບັດ​ໂຄງການ​ທົ່ງ​ຮາ​ບວຽງ​ຈັນ ໄລຍະ1 (1982-1986) ​ແລະ ​ໂຄງການ​ທົ່ງ​ຮາບ​ວຽງ​ຈັນ​ໄລຍະ2 (1986-1989) (VPRE-I ​ແລະ VPRE-II).

      ພາຍຫຼັງ​ສຳ​ເລັດ​ໂຄງການ​ຂະຫຍາຍ​ໄຟຟ້າ​ທົ່ງ​ຮາບ​ວຽງ​ຈັນ ກຕຟ ຖືກ​ສ້າງ​ຕັ້ງ​ເປັນ​ບໍລິສັດ​ທີ່​ກຸ້ມ​ຕົນ​ເອງ​ທາງ​ການ​ເງິນ​ ໂດຍ​ແຍກ​ອອກ​ຈາກ​ລັດ​ວິ​ສາ​ຫະກິດ​ໄຟຟ້າ​ລາວດ້ວຍ​ທຶນ 2.8 ລ້ານ​ໂດ​ລາ​ສະຫະລັດ ​ແລະ ມີ​ພະນັກງານ​ຫຼາຍ​ກວ່າ 250 ຄົນ ​ໄດ້​ປະຕິບັດ​ໂຄງການ​ຂະຫຍາຍ​ໄຟຟ້າ​ບັນດາ​ແຂວງ​ພາກ​ໃຕ້ SPE. ​

ເມື່ອ​ເກີດ​ວິ​ກິດ​ການ​ພາກ​ພື້ນ ກຕຟ ​ໄດ້​ຮ່ວມ​ຕົວ​ເຂົ້າ​ເປັນ​ສາຂາ 1 ຂອງ​ລັດວິ​ສາ​ຫະກິດ​ໄຟຟ້າ​ລາວ​ໃນ​ເດືອນ 4 ປີ 1996 ​ໄດ້​ປະຕິບັດ​ບັນດາ​ໜ້າ​ວຽກ​ຂະຫຍາຍ​ໄຟຟ້າ​ສູ່​ຊົນນະ​ບົດ​ພ້ອມ​ທັງ​ສ້ອມ​ແປງ ​ແລະ ບຳລຸງ​ຮັກສາ​ລະບົບໄຟຟ້າ​ ຂອງ ຟຟລ ລວມທັງ​ສາຍ​ສົ່ງ​ແຮງ​ສູງ ​ແລະ ສະຖານີ.

      ​ໃນ​ຕົ້ນ​ປີ 2006 ອີງ​ຕາມ​ຂະໜາດ​ຂອງ​ຕະຫຼາດ ​ແລະ ​ເພື່ອ​ໃຫ້ການ​ບໍລິການ​ມີ​ຫຼາກ​ຫຼາຍ​ຮູບ​ການ ກຕຟ ຖືກ​ແຍກ​ອອກ​ຈາກ ຟຟລ ​ແລະ ກາຍ​ເປັນ​ວິ​ສາ​ຫະກິດ​ຂອງ​ລັດ ທີ່ກຸ້ມ​ຕົນ​ເອງ​ດ້ານ​ການ​ເງິນ ຊື່ວ່າ: “ລັດ​ວິ​ສາ​ຫະກິດ​ກໍ່ສ້າງ ​ແລະ ຕິດ​ຕັ້ງ​ໄຟຟ້າ” ມາ​ເຖີງປະຈຸ​ບັນ.

 

ເປັນແນວໃດ ກຕຟ ລະອິດລະອ້ຽວພໍສົມຄວນເນາະ ຊີວິດນີ້. ບຶດລະແຍກອອກ ບຶດລະໂຮມເຂົ້າກັນ ຕອນນີ້ແຍກອີກແລ້ວ ອະນາຄົດບໍ່ທັນຮູ້ວ່າຈະແນວໃດ.

ຂ້າພະເຈົ້າເອງ ສັງກັດ ກຕຟ ຕັ້ງແຕ່ປີ 1997 ໃນນາມ autocad draftman ກໍ່ຄືນັກແຕ້ມແຜນຜັງນັ້ນເອງ

ປີ 2004 ເລີ້ມ ລົງພາກສະຫນາມ ຢູ່ແຂວງຈຳປາສັກ ສ້າງສາຍສົ່ງ ແຮງສູງ ນຳເພິ່ນ. ພໍເລີ້ມລົງສະຫນາມແລ້ວ ກໍ່ໄປບໍ່ເຊົາ ແຕ່ໃຕ້ຮອດເຫນືອ ແລະ ຄົນກໍ່ຮູ້ຈັກໃນນາມພະນັກງານໄຟຟ້າ.

ເລື້ອງລາວມັນອາດຈະ boring ຈັກຫນ້ອຍ ແຕ່ຖ້າຈະຖືເປັນຂໍ້ມູນ ກໍ່ຄົງພໍໄດ້ຢູ່ເນາະ

ຂອບໃຈ ທີ່ຕິດຕາມອ່ານ.  ມີຫຍັງກໍ່ສົນທະນາກັນໄດ້.

ພະນົມສິນ

www.pnomsin.com

 

ຂຽນເມື່ອ ຂຽນເມື່ອ: ມ.ສ.. 21, 2010 | ມີ 26 ຄຳເຫັນ ແລະ 0 trackback(s)

ທຸກມື້ນີ້ ຄົນໃນເມືອງ ບໍ່ຄ່ອຍຈະອາບນ້ຳນຳກັນ ບໍ່ຄືຄົນຊົນນະບົດ ອາບພ້ອມກັນ ທັງແມ່ທັງລູກ ທັງຜູ້ບ່າວຜູ້ສາວ ມ່ວນແທ້ເດິ

ຕໍ່ໄປນີ້ ຈະພາໄປເບິ່ງ ຄົນອາບນ້ຳສາມັກຄີ ໂດຍໄປລັກເອົາມາຈາກເວັບໄຊ ຂອງ ສໍລະພົງ ພະນັກງານ ພະແນກພະລັງງານແລະບໍ່ແຮ່ ແຂວງຊຽງຂວາງ

ບ່ອນອາບສະເພາະເດັກນ້ອຍ

ໄດ້ອາບແລ້ວບໍ່ມີຢາກເຊົາ ເຊື່ອໂລດ!

ຍິ່ງຄ່ຳ ຍິ່ງມ່ວນ ສຳລັບຜູ້ບ່າວຜູ້ສາວ

 

ຂຽນເມື່ອ ຂຽນເມື່ອ: ມ.ສ.. 6, 2010 | ມີ 9 ຄຳເຫັນ ແລະ 0 trackback(s)

 ຖ້າທ່ານຍັງຈື່ບົດເພງຂອງ ກໍ ວິເສດ

ທີ່ພັນລະນາ ຄວາມງາມຂອງຊຽງຂວາງ ຈະມີບາງຕອນກ່າວໄວ້ດັ່ງນີ້ 

ພູຈົງ ເປັນວົງແສງເດືອນ ... ພູຈົງຢູ່ເມືອງຄູນ ຫລັງສູນບໍລິການໄຟຟ້າ ເບື້ອງຕາເວັນອອກ 

ນ້ຳງິ້ວໄຫລລິນບໍ່ເວັ້ນ ... ນ້ຳງິ້ວ ຢູ່ເມືອງຄູນ ເປັນຕົ້ນກຳເນີດຂອງນ້ຳງຽບ 

ໄຫຫີນ ມິ່ງຂວັນຊຽງຂວາງ ... ເມືອງຄູນກໍ່ມີໄຫຫີນ 

ພູຈອງວອງ ງາມຕະການ ... ພູຈອງວອງ ຢູ່ເບື້ອງຕາເວັນຕົກ 

.......................... ສະແດງວ່າ ຊຽງຂວາງ ໃນເມື່ອກ່ອນ ຕັ້ງຢູ່ເມືອງ ຄູນ ປະຈຸບັນ ເມືອງເອກຂອງແຂວງແມ່ນ ໂພນສະຫວັນ ຕັ້ງຢູ່ເມືອງແປກ

ເມືອງຄູນ ໃນອະດີດ ກ່ອນສົງຄາມທຳລາຍ ເປັນເມືອງທີ່ສວຍງາມ ກວ່າປະຈຸບັນອີກ

ມີວັດວາ ແລະ ເຈດີ ເກົ່າແກ່ ຫລາຍບ່ອນ 

ມີໄຫຫີນ ແລະ ບໍ່ນ້ຳອຸ່ນເຊັ່ນດຽວກັນ ແຕ່ຍັງບໍ່ທັນເປັນທີ່ຮູ້ຈັກຫລາຍ

ນີ້ ເພິ່ນເອີ້ນວ່າໂຮງຫມໍຝະລັ່ງ ມີອາຍຸ ເກືອບ 100 ປີ

ທາດເກົ່າແກ່ 

ວັດເພຍວັດ ເຖິງວ່າ ຖືກລະເບີດຕົກໃສ່ ແຕ່ພະພຸດທະຮູບ ຊ້ຳພັດບໍ່ໄດ້ຖືກເສຍຫາຍຫຍັງ ສັກສິດເດີ້

ທົ່ງໄຫຫີນ ເມືອງຄູນ 

ຂຽນເມື່ອ ຂຽນເມື່ອ: ມ.ສ.. 6, 2010 | ມີ 4 ຄຳເຫັນ ແລະ 0 trackback(s)

 ເມື່ອກ່າວເຖິງເມືອງຄຳ ຫລາຍຄົນຮູ້ຈັກ ຍ້ອນວ່າ ມີບໍ່ນ້ຳອຸ່ນທຳມະຊາດ ຢ່າງໃດກໍ່ຕາມ ເມື່ອໄປຫລິ້ນບໍ່ນ້ຳອຸ່ນແລ້ວ ກໍ່ຢ່າລືມແວ່ຖ້ຳປິວແດ່ເດີ້. ຖ້ຳປີວ ເປັນຖ້ຳປະຫວັດສາດ ຕັ້ງຢູ່ເມືອງຄຳ ແຂວງຊຽງຂວາງ ປະຈູບັນ ກາຍເປັນສະຖານທີ່ທ່ອງທ່ຽວ ທີ່ຫລາຍຄົນແວະວຽນໄປ. ທຸກປີ ໃນວັນທີ 24 ເດືອນ11 ຊາວເມືອງຄຳ ຈະຈັດງານບຸນຖ້ຳປີວຂຶ້ນ ມີການຂາຍເຄື່ອງ ມີແຂ່ງກິລາ ແລະ ກິດຈະກຳອື່ນໆ ແນໃສ່ລະນຶກເຖິງວັນໂສກນາດຕະກຳ ທີ່ເກີດຂຶ້ນໃນ ປີ 1968 ເມືອຄາວສົງຄາມ ປະຊາຊົນໄດ້ອາໄສຖ້ຳແຫ່ງນີ້ ລີ້ຊ່ອນຈາກການຖິ້ມລະເບີດ ທີ່ນັບມື້ນັບຮຸນແຮງ ຈາກເຮືອບິນອາເມລິກາ ແລະ ເລື້ອງເສົ້າສະຫລົດໃຈທີ່ສຸດກໍ່ເກີດຂຶ້ນເມື່ອ ລູກສອນໄຟ ໄດ້ຕົກເຂົ້າໄປໃນຖ້ຳ ອັນເປັນທີ່ອາໄສຂອງປະຊາຊົນ ພາໃຫ້ ມີຜູ້ເສຍຊີວິດທັນທີ 374 ຄົນ. ຜູ້ທີ່ໄປຢ້ຽມຢາມສະຖານທີ່ນີ້ ຄວນໄວ້ອາໄລເຖິງດວງວິນຍານ ຂອງຜູ້ໄດ້ຮັບເຄາະຮ້າຍ ດັ່ງກ່າວ.

 

ຂຽນເມື່ອ ຂຽນເມື່ອ: ມ.ສ.. 4, 2010 | ມີ 10 ຄຳເຫັນ ແລະ 0 trackback(s)

ທີ່ເມືອງຜາໄຊ ມີບ່ອນທ່ອງທ່ຽວ ຫລາຍບ່ອນ. ມື້ກ່ອນໄດ້ມີໂອກາດໄປນິຄົມລາດແສນ ແລະ ໄປເຂື່ອນໄຟຟ້ານ້ຳກະ. ນອກນັ້ນ ທີ່ເມືອງຜາໄຊ ກໍ່ຍັງມີ ທົ່ງໄຫຫີນ ເຖິງ 2​ບ່ອນ. ໃກ້ກັບທົ່ງໄຫຫີນ2 ມີນ້ຳຕົກຕາດທີ່ສວຍງາມອີກ1ບ່ອນ ນັ້ນກໍ່ຄື ນ້ຳຕົກຕາດລ່າງ.

ຂຽນເມື່ອ ຂຽນເມື່ອ: ກ.ພ.. 16, 2010 | ມີ 5 ຄຳເຫັນ ແລະ 0 trackback(s)

ຂ້າພະເຈົ້າ ຄິດວ່າ ຈະທະຍອຍຂຽນເລື້ອງລາວຂອງໂຕເອງຈາກຄວາມຊົງຈຳ ຂອງໂຕເອງຕັ້ງແຕ່ຍັງນ້ອຍໆ ໄລ່ມາເລື້ອຍໆຈົນເຖິງປະຈຸບັນ ມັນອາດຈະໄປຖືກກັບຊ້ວງຊີວິດຂອງບາງຄົນ ກໍ່ຂໍໃຫ້ຊ່ວຍຕໍ່ເຕີມດ້ວຍ, ສຳລັບຜູ້ທີ່ເກີດບໍ່ທັນ ກໍ່ຄົງຈະເປັນບ່ອນໃຫ້ໄດ້ອ່ານເລື້ອງລາວ ຂອງຜູ້ທີ່ເກີດກ່ອນ ເພື່ອຮູ້ເຖິງເຫດການຕ່າງ ທີ່ເພິ່ນໄດ້ພົບພໍ້

ຮູບວຽງຈັນ

ກ່ອນຈື່ຄວາມໄດ້

ຫລາຍຄົນຈະຈື່ໄດ້ວ່າໂຕເຄີຍເຮັດຫຍັງໃນໄວເດັກ ຢ້ອນກັບໄປຮອດຕອນອາຍຸ 2 ປີ http://punlao.com/pnomsin/polls/7195/

ຂ້າພະເຈົ້າເອງບໍ່ແນ່ໃຈປານໃດ ອາດຈະຢູ່ໄລຍະ 3 ຫາ 4 ປີ

ກ່ອນຫນ້ານັ້ນ ແມ່ນບໍ່ຈື່ຫຍັງ

ຂ້າພະເຈົ້າຕ້ອງ ອາໄສຄົນອື່ນ ໂດຍສະເພາະແມ່ນພໍ່ແມ່ ເປັນຜູ້ເລົ່າໃຫ້ຟັງ

ເລື້ອງລາວ ວິລະກຳຕ່າງໆ ຂອງຂ້າພະເຈົ້າທີ່ໄດ້ຍິນມາ ແມ່ນມີດັ່ງລຸ່ມນີ້ :

  • ແມ່ໄດ້ໃຫ້ເຈ້ຍໃບຫນຶ່ງໃຫ້ ມັນເປັນເຈ້ຍທີ່ເພິ່ນຈີກ ມາຈາກປະຕິທິນ ໃນມື້ຂ້ອຍເກີດ, ໃນນັ້ນຂຽນວ່າ ວັນອັງຄານ ວັນທີ 11 ກຸມພາ 1969 ແລະ ມີລາຍມືທີ່ແມ່ຂຽນໄວ້ ວ່າເກີດເວລາປະມານ 5 ໂມງເຊົ້າ ທີ່ໂຮງຫມໍມະໂຫສົດ ໂດຍ ດຣ ກາເຣ (ຄົນຝະລັ່ງ)
  • ແມ່ເລົ່າວ່າ ຕອນຂ້ອຍຍັງນ້ອຍ ແມ່ອູ້ມຂ້ອຍນັ່ງກິນເຂົ້າ ຂ້ອຍກໍ່ໄດ້ສ້າງວິລະກຳ ໂດຍການຍ່ຽວໂດ່ງໄປລົງໃສ່ຖ້ວຍແກງ
  • ແມ່ບອກວ່າ ຫລັງຈາກຂ້ອຍເກີດ ພໍ່ໄດ້ໄປເຮັດວຽກຢູ່ສະຫວັນນະເຂດ ພວກເຮົາເລີຍຍ້າຍໄປຢູ່ສະຫວັນ (ແຕ່ຂ້ອຍບໍ່ຈື່ຫຍັງເລີຍ)
  • ແມ່ເລົ່າວ່າ ໃນລະຫວ່າງເດີນທາງດ້ວຍຍົນ ລະຫວ່າງ ວຽງຈັນ - ສະຫວັນ ໃນລະຫວ່າງທີ່ຍົນກຳລັງຂຶ້ນ ພໍ່ແມ່ກຳລັງຮັດສາຍແອວ ເພິ່ນແນມຫາຂ້ອຍແຕ່ບໍ່ເຫັນ ເພາະຂ້ອຍແລ່ນຂຶ້ນໄປຫົວຍົນ ໄປຫາຄົນຂັບແລ້ວ
  • ຊື່ພະນົມສິນ ແມ່ນໄດ້ມາຈາກທາດພະນົມ ຕອນພໍ່ແມ່ ໄປໄຫວ້ທາດ ເລີຍອະທິຖານຂໍລູກຊາຍ ເພາະກ່ອນຫນ້ານັ້ນ ເພິ່ນມີລູກຢູ່ແລ້ວ2 ຄົນເປັນຍິງຫມົດ ບໍ່ທັນມີລູກຊາຍ. ເມື່ອຂ້ອຍເກີດມາ ກໍ່ຖືວ່າ ຄຳອະທິຖານເກີດເປັນຈິງ ກໍ່ເລີຍໃສ່ຊື່ ພະນົມ ແລະ ເພື່ອໃຫ້ສອດຄ່ອງ ກັບຊື່ພວກເອື້ອຍ ຈຶ່ງຕື່ມຄຳວ່າສິນເຂົ້າໄປ ເພິນ່ວ່າຕື່ມສິນເຂົ້າໄປຍ້ອນເພິ່ນເຫັນວ່າ ເຮົາເປັນຄົນຊົງມີສິນມີທຳ ແລະ ກໍ່ໄດ້ມາຈາກພະທາດສັກສິດອີກ ສ່ວນເອື້ອຍທັງສອງ ກໍ່ລົງທ້າຍດ້ວຍອິນຢູ່ແລ້ວ ຜູ້ກົກຊື່ພອນອິນ ຜູ້ສອງຊື່ເພັດສະລິນ ຜຸູ້ສາມເລີຍຊື່ພະນົມສິນ

ຍັງມີຫລາຍໆວິລະກຳ ທີ່ເພິ່ນເຄີຍເວົ້າເຖິງ ແຕ່ຄຶດບໍ່ອອກແລ້ວ ບໍ່ຈື່ແລ້ວ. ມາຈື່ຄວາມໄດ້ ແມ່ນຕອນພໍ່ຍ້າຍມາຢູ່ວຽງຈັນ ຕອນນັ້ນ ເຮືອນພວກເຮົາຢູ່ປາກປ່າສັກ

  • ຂ້ອຍຍັງຈື່ເພງທີ່ໄດ້ຍິນໄດ້ຟັງຕອນຍັງນ້ອຍ ແລະ ມັກໄປຮ້ອງເພງຢູ່ຫນ້າແວ່ນຫ້ອງນອນ
  • ຈື່ວ່ານ້ອງສາວພໍ່2ຄົນ ແລະ ແມ່ມັກລັກຫລິ້ນໄພ້ ຕອນພໍ່ບໍ່ຢູ່ ເມື່ອພໍ່ກັບມາ ພວກເຂົາພາກັນຟ້າວມ້ຽນວົງໄພ້ຢ່າງອຸດຕະລຸດ ຢ້ານພໍ່ຮ້າຍ
  • ຍັງຈື່ຫນັງກາຕູນ ທີ່ເບິ່ງຈາກໂທລະທັດຂາວດຳຢູ່ເຮືອນລຸງ ອ້າຍຂອງພໍ່ ຕອນນັ້ນ ມີຫນັງກາຕູນ ຍີ່ປຸ່ນຫລາຍເລື່ອງ ເຊັ່ນ ມະນຸດສາຍຮຸ້ງ, ໄອ້ມົດແດງ V1 (ໂຕຢູ່ເທິງຊ້າຍສຸດ) ສ່ວນ V8 - Sky rider ແລະ V9 - Kamen rider Super One ແມ່ນໄດ້ເບິ່ງຕອນເຂົ້າມັດທະຍົມແລ້ວ

ໄອ້ມົດແດງອາລະວາດ

ເຫດການທັງຫມົດນີ້ ແມ່ນເກີດຂຶ້ນ ກ່ອນການປ່ຽນແປງການປົກຄອງ ຍັງເປັນ ພຣະຣາຊອານາຈັກລາວ

ມື້ນີ້ຂໍຈົບພຽງເທົ່ານີ້ກ່ອນ. ຍັງມີຕອນຕໍ່ໄປ


 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 25, 2009 | ມີ 21 ຄຳເຫັນ ແລະ 0 trackback(s)
ເຕົາລີດແບບນີ້ ບໍ່ເຫັນຄົນວຽງຈັນໃຊ້ຫລາຍສິບປີແລ້ວ ແຕ່ມາພົບເຫັນທີ່ແຂວງຊຽງຂວາງ ເພິ່ນເອົາມາເປັນເຄື່ອງເອ້ບ້ານເຕົາ ກໍ່ຕ້ອງມີໄຟ ເວລາໃຊ້ເພິ່ນຄີບຖ່ານໄຟແດງໆ ໃສ່ເຂົ້າໄປ ພໍເຕົາຮ້ອນ ກໍ່ນຳໄປລີດເຄື່ອງໄດ້





ຂຽນເມື່ອ ຂຽນເມື່ອ: ພ.ຈ.. 24, 2009 | ມີ 23 ຄຳເຫັນ ແລະ 0 trackback(s)

ຊຽງຂວາງ ຍາມນີ້ ກໍ່ເປັນຍາມຫນາວ. ໂພນສະຫວັນ ເປັນເມືອງເອກ ຊື່ເປັນທາງການແມ່ນເມືອງແປກ ສ່ວນໂພນສະຫວັນ ກາຍເປັນຊື່ບ້ານ.

ໂພນສະຫວັນ ເປັນເມືອງຢູ່ພື້ນທີ່ສູງ ສູງຈາກນ້ຳທະເລ ປະມານ 1000 ແມັດ. ລ້ອມຮອບດ້ວຍພູຫົວໂລ້ນ ພາໃຫ້ລົມພັດຜ່ານງ່າຍ

ພາສາມົ້ງ ເຂົ້າໃຈວ່າເປັນພາສາທາງການ ພາສາທີ2 ຂອງທີ່ນີ້ (ເດົາເອົາ) ເພາະ ໄປທາງໃດ ກໍ່ໄດ້ຍິນແຕ່ເຂົາລົມກັນພາສານີ້ (ພະນັກງານໄປສະນີ ແລະ ພະນັກງານທະນາຄານ ແມ່ນສາມາດບໍລິການລູກຄ້າ ເປັນພາສາມົ້ງ ເຫັນມາກັບຕາ)

ດິສໂກເທັກ ຂອງຄົນມົ້ງ ກໍ່ມີ ມີຄືກັບເທັກຢູ່ວຽງຈັນ ພຽງແຕ່ ຜູ້ໃຫ້ບໍລິການ ປາກພາສາມົ້ງ ນັກຮ້ອງກໍ່ຮ້ອງເພງພາສາມົ້ງ (ບາດເທັກຄົນລາວ ພັດບໍ່ຄ່ອຍມີເພງລາວໃຫ້ຟັງ)

ຍາມນີ້ ກໍ່ເປັນຍາມບຸນກິນຈຽງ ທາງການແຂວງ ເພິ່ນຈັດຍິ່ງໃຫຍ່ ຈັດໃສ່ runway ຂອງເດີ່ນບິນເກົ່າ ຫລາຍຄົນບອກວ່າ ບຸນທາດຫລວງກັບບຸນກິນຈຽງ ຢາກວ່າ ຄົນຫລາຍເກືອບຊ່ຳກັນ

ຂ້າພະເຈົ້າຈະພາທ່ານ ໄປເບິ່ງບຸນກິນຈຽງ

ກ່ອນອື່ນ ພາໄປຕະຫລາດຈີນກ່ອນ ເພື່ອເລືອກເບິ່ງແຟຊັນ ເສື້ອຜ້າຂອງສາວລາວມົ້ງ ເຊິ່ງນັກອອກແບບ ໄດ້ເຮັດໄວ້ກຽມຕ້ອນຮັບບຸນກິນຈຽງ

ແບບເສື້ອຜ້າຍິງສາວ

alt

ໄດ້ຖາມທາງຜູ້ຂາຍວ່າ ຊຸດຫນຶ່ງ ລາຄາຫລາຍປານໃດ ແຕ່ຂ້າພະເຈົ້າເປັນຄົນຂີ້ລືມ ບໍ່ຄ່ອຍມັກຈື່ຈຳລາຍລະອຽດ ປະມານວ່າແພງສົມຄວນ

ໄດ້ເສື້ອຜ້າແລ້ວກໍ່ໄປກັນເລີຍ

alt

alt

ໃນງານບຸນ ກໍ່ມີການຕັ້ງຜາມຂາຍເຄື່ອງ ຈາກຫລາຍພາກສ່ວນ ສ່ວນໂທລະຄົມ, ເຄື່ອງໄທ ຄ້າຍໆກັບຢູ່ໄອເທັກ, Moneygram ບໍລິການຝາກໂອນເງິນ ທີ່ແຕກຕ່າງ ແມ່ນ ມີຮ້ານຖ່າຍຮູບ ສຳລັບໃຫ້ສາວໆທີ່ແຕ່ງໂຕມາດີ ໄດ້ບັນທຶກຮູບໄວ້ ຂຽນປ້າຍເປັນສອງພາສາ (ກຳລັງຫາວິທີຮຽນອ່ານພາສາມົ້ງຢູ່ ຄືກັນ)

alt

alt

ຮູ້ສຶກວ່າ ຄົນທີ່ມາບຸນນີ້ ຈະມາຈາກ ຫລາຍເມືອງ ແລະ ມາຈາກຕ່າງປະເທດກໍ່ມີຫລາຍ

ບາດນີ້ ມາໂຫຍ້ນຫມາກຄອນກັນໃຫ້ມ່ວນໆ ຟັງສຽງຂັບລຳໄປນຳ ລົມກັນໄປນຳ

alt

ບ່າວສາວ ທີ່ພົບກັນໃນມື້ນີ້ ຫລາຍຄູ່ຈະໄດ້ໃຊ້ຊີວິດຮ່ວມກັນໄປຕະຫລອດຊີວິດ

ຂໍຈົບການບັນຍາຍພຽງເທົ່ານີ້ ຜິດພາດປະການໃດ ຂໍອະໄພດ້ວຍ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 2, 2009 | ມີ 10 ຄຳເຫັນ ແລະ 0 trackback(s)

ອັນນີ້ແມ່ນເລື້ອງເກົ່າ ຈາກ http://forum.pnomsin.com/index.php?topic=942.0 12-02-2008

ເອົາມາໂພສໃຫມ່ ປັນພີ່ນ້ອງພັນລາວ 

ຂ້າພະເຈົ້າວາງແຜນເດີນທາງໄປແຂວງຈຳປາສັກ
ຫລັງຈາກກຳນົດວັນເດີນທາງຮຽບຮ້ອຍແລ້ວ ກໍ່ເຂົ້າໄປເວັບໄຊຂອງການບິນລາວ
ເຫັນວ່າມີຖ້ຽວບິນໄປປາກເຊທຸກເຊົ້າ ເລີຍວາງແຜນໄປທາງຍົນ
ຫລັງຈາກສົ່ງແຜນງານໃຫ້ຝ່າຍບໍລິຫານ ເພິ່ນກໍ່ແຈ້ງບອກວ່າ ຍົນເຕັມທຸກຖ້ຽວ
ສົງໄສເປັນຍ້ອນເທດສະການກຸດຈີນ

ບໍ່ເປັນຫຍັງຫຍັບການເດີນທາງໃຫ້ໄວຂຶ້ນກໍ່ໄດ້ ໂດຍການຂີ່ລົດເມ VIP
ອອກເດີນທາງຕອນແລງ ຕອນເຊົ້າກໍ່ຮອດປາກເຊ
ຕົກລົງຈະເດີນທາງໄປປາກເຊ ດ້ວຍລົດເມ
ເຄີຍເດີນທາງແບບນີ້ມາຫລາຍເທື່ອແລ້ວ
ພໍດີທ່ານ ”ບ່າວປາກເຊ” ເພິ່ນຮູ້ເຂົ້າ ເລີຍໃຫ້ເບີໂທ ສຳລັບຈອງບ່ອນນັ່ງລົດເມ
ແລະ ໄດ້ໂທຈອງລ່ວງຫນ້າຮອດ 2ມື້ ກ່ອນອອກໄປຄິວລົດກໍ່ໂທອີກເພື່ອແນ່ໃຈວ່າມີລົດແນ່ນອນ
ຢ້ານວ່າລົດຈະເຕັມຄືກັນກັບຍົນ

ໄປຮອດຄິວລົດ ເຂົາຖາມມາວ່າຈອງໄວ້ຫລືບໍ່ ຊື່ຫຍັງ ປີ້ລົດເມ ບໍລິສັດຈິດປະສົງ ລາຄາ 150000 ກີບ
ໃນປີ້ລົດຂຽນ ເລກບ່ອນນັ່ງ ຫມາຍເລກ 2, ເລກລົດ, ແລະ ບໍລິການຕ່າງໆ ທີ່ຈະໄດ້ຮັບ ເຊັ່ນ ເຂົ້າຫນົມອົມ, ນ້ຳດື່ມ, ອາຫານ ແລະ ຜ້າເຢັນ
ໄຄແດ່ທີ່ໄດ້ຈອງໄວ້ ເພາະມີຫລາຍຄົນຍັງຫລັ່ງໄຫລມາຖາມຊື້ປີ້ ປະກົດວ່າປີ້ລົດໄປປາກເຊ ບໍ່ເຫລືອແລ້ວ

ເມື່ອຕອນຂຶ້ນເມ ປີນຂຶ້ນໄປຊັ້ນ 2 ບ່ອນນັ່ງຫນ້າສຸດ
ໂທ້ເອີຍ ບໍ່ມີຮອດບ່ອນສິປ່ອນຂາ ມີບ່ອນນັ່ງເກືອບຕິດກັບໂຕະທາງຫນ້າແວ່ນລົດ ທີ່ເຂົາເອົາກະເປົາມາວາງໄວ້
ເວລານັ່ງ ຕ້ອງຍົກຂາມາພາດໄວ້ໂຕະຫນ້າລົດ
ບ່ອນນັ່ງຂອງລົດຄັນນັ້ນ ບໍ່ມີຮອດສາຍແອວ ຖ້າມີເຫດລົດຢຸດກະທັນຫັນ ຂ້າພະເຈົ້າຄົງໄດ້ລອຍທະລຸແວ່ນລົດ ປິວລົງໄປກອງຢູ່ຖະຫນົນເບື້ອງຫນ້າລົດ

ຂ້າພະເຈົ້ານັ່ງຫ່າງຈາກຈໍໂທລະທັດຂອງລົດ ບໍ່ເຖິງ1ແມັດ
ຕອນກ່ອນລົດຈະອອກ ເພິ່ນເປີດເພງລາວ ຕອນລົດແລ່ນອອກໄປແລ້ວ ເພິ່ນມອດໄຟແລະສາຍຫນັງ ສາຍບໍ່ຈົບດອກ ເພິ່ນມອດກ່ອນ ເພາະຫລາຍຄົນນອນແລ້ວ

ມາຕື່ນກັນອີກເທື່ອຫນຶ່ງ ຕອນ1ໂມງ ລົດຈອດຢູ່ທ່າແຂກ ເປັນເວລາ 10-15 ນາທີ
ຈາກນັ້ນ ກໍ່ເດີນທາງຕໍ່ 5 ໂມງເຊົ້າ ລົດໄຕ້ໄຟ ເປີດເພງ ແລະ ແຈກຜ້າເຢັນ
6 ໂມງໂດຍປະມານ ກໍ່ຈອດຢູ່ສາລາຄຳ ແຄມນ້ຳເຊໂດນ

ທີ່ຄິວລົດ, ລົດສາມລໍ້, ຕຸກຕຸກ, ຈຳໂບ້ ທະຍອຍພາຜູ້ໂດຍສານຈາກໄປ
ຂ້າພະເຈົ້າ ຂຶ້ນລົດກະບະຂອງທ່ານຮອງຫົວຫນ້າສາຂາພາກໃຕ້ ເພັດສະຫມອນ ມຸ້ງຫນ້າເຂົ້າໃນເມືອງ ແລະ ມາຢຸດທີ່ໂຮງແຮມແສງອາລຸນ
ໂຮງແຮມສີ່ຊັ້ນປຸກໃຫມ່ກາງໃຈກາງເມືອງ ຕົບແຕ່ງຕາມແບບຈີນ ອາດຈະຈັດສະເພາະຊ້ວງກຸດຈີນກໍ່ໄດ້
ທີ່ຫນ້າທາງເຂົ້າ ເພິ່ນເອົາຕຸກະຕາປຸມເປົ້າຂະຫນາດເທົ່າໃຫຍ່ກວ່າຄົນ ແຕ່ງຕົວແບບຈີນບູຮານມືຈັບກ້ອນຄຳ ມາຢືນຢູ່
ດ້ານໃນ ຂ້າງ ເຄົາເຕີ ມີຮ້ານເສັ້ນໄຫວ້ ວາງຢູ່ພື້ນ ມີຫມາກໄມ້ແລະຂະຫນົມ ໃນອາຄານເປີດເພງດົນຕີພື້ນເມືອງຈີນ

ໄດ້ຫ້ອງທີ່ຫ້ອງພັກ ຊັ້ນສາມ ມີລິບໃຫ້ໃຊ້ຂຶ້ນລົງ ຫ້ອງນອນມີບ່ອນສຽບກາດກະແຈເພື່ອໄຕ້ໄຟ ມີຕູ້ເຢັນ ໂທລະທັດ ແອເຢັນ ນ້ຳອຸ່ນ
ແຂກສ່ວນຫລາຍເປັນນັກທ່ອງທ່ຽວມາຈາກໄທ

ລະຫວ່າງເດີນທາງຈາກໂຮງແຮມ ໄປຫາສຳນັກງານກຕຟ ບັງເຢາະ ລົດແລ່ນຜ່ານ ຕະຫລາດດາວເຮືອງທີ່ບໍ່ໄດ້ເຫັນ1ປີມາແລ້ວ
ຫນ້າຕະຫລາດ ມີການຕຶກຫ້ອງແຖວເກີດລຽນຢາຍກັນຈົນສຸດທາງ
ຂ້າງທາງເຂົ້າຂົວ ກຳລັງສ້າງຕຶກສູງ ທີ່ຈະກາຍເປັນໂຮງແຮມ
ກາຍມາອີກທີ່ຫນ້າໂຮງແຮມສົມຫວັງ ກໍ່ເຫັນອາຄານສູງ ທີ່ຈະກາຍເປັນໂຮງແຮມອີກ 1 ແຫ່ງ
ເຫັນມີແຕ່ການກໍ່ສ້າງ

ທີ່ບັງເຢາະ ອາຄານທີ່ເຄີຍໃຊ້ເປັນສຳນັກງານໂຄງການຂອງຟຟລ ໄດ້ຖືກໂອນມາໃຫ້ກຕຟ ແລະ ກຳລັງຖືກຕໍ່ເຕີມໃຫມ່
ອາຄານສອງຫລັງຖືກດັດແປງໃຫ້ກາຍເປັນຫລັງດຽວ ເພິນ່ມີແຜນເຂົ້າໄປຢູ່ໃນປິໃຫມ່ລາວ
ຕອນນີ້ ພະນັກງານກຕຟພາກໃຕ້ທັງຫມົດ ໃຊ້ຫ້ອງການຂອງໂຮງງານເສົາປາກເຊ ຊາມຊາຫ້ອງການສາຂາສ້າງສຳເລັດ

ຕອນເຊົ້າຂ້າພະເຈົ້າເຮັດວຽກກັບກຕຟ ສ່ວນຕອນບ່າຍ ເຮັດວຽກກັບຟຟລ ສາຂາຈຳປາສັກ
ອາຄານໄຟຟ້າຈຳປາສັກ ມີການປ່ຽນແປງເລັກນ້ອຍ ການຕໍ່ເຕີມອາຄານ ເຮັດສຳເລັດແລ້ວ
ຫ້ອງການພະແນກເຕັກນິກ ຍ້າຍລົງມາຢູ່ຫ້ອງປະຊຸມ
ສ່ວນຫ້ອງປະຊຸມ ຍ້າຍໄປທີ່ອາຄານຕໍ່ເຕີມໃຫມ່

ຫລັງເລີກການ ພະນັກງານຟຟລ ພາຂ້າພະເຈົ້າໄປຮ້ານເບຍຮ້ານຫນຶ່ງ ຊື່ວ່າຕົ້ນຕານຄູ່
ມັນກໍ່ຢູ່ຄິວລົດຈິດປະສົງ ບ່ອນສາລາຄຳ ບ່ອນນ້ຳເຊໂດນປ່ອງໃສ່ນ້ຳຂອງ
ຢູ່ບ່ອນຫັ້ນ ມີຮ້ານເບຍຫລາຍຮ້ານຕິດກັນ
ຕົ້ນຕານຄູ່ ເປັນຊື່ຮ້ານເພາະມີຕົ້ນຕານເຕ້ຍໆສອງຕົ້ນຕິດກັນ ປູກຢູ່ຫນ້າຮ້ານ
ຮ້ານດັງກ່າວ ໃນມື້ນັ້ນ ຄົນເຂົ້າຫລາຍເປັນພິເສດ ກໍ່ຄົງເປັນເພາະເທດສະການກຸດຈີນອີກນັ້ນລະ
ມີສາວເບຍລາວ ແລະ ຄາລສເບີກ ກໍ່ພາກັນມາບໍລິການ ສາວ tigo ກໍ່ມີ

ອອກຈາກຕົ້ນຕານຄູ່ ພວກເຮົາໄປຕໍ່ກັນທີ່ ກິ່ງທອງ
ຮ້ານທີ່ເປັນບ່ອນ ທີ່ຄົນໃຊ້ອວດຄວາມສາມາດໃນການຮ້ອງເພງ
ເພິ່ນເປີດ CD ຖ້າບໍ່ມີແຜ່ນກໍ່ໃຊູ້ຄອມພິວເຕີ ເປີດ nick karaoke
ມີແຂກທັງລາວແລະຕ່າງປະເທດ
ການຕົບແຕ່ງຮ້ານກໍ່ເຫັນເອົາເຄື່ອງໃຊ້ເກົ່າໆ ມາວາງໂຊ
ມີທັງພວກຄອມພິວເຕີຮ້າງ ໆ
ທີ່ແປກກວ່ານັ້ນ ທາງໄປຫ້ອງນ້ຳ ຈະມີຄຳຂວັນ ຫລື ຄະຕິເຕືອນໃຈຂຽນໄວ້ເຕັມຝາ
ເນື້ອໃນຂອງຄຳຂວັນ ແມ່ນບໍ່ຢາກໃຫ້ຄົນເມົາແລ້ວຕີກັນ

ອອກຈາກບ່ອນນັ້ນແລ້ວ ພັກພວກທີ່ເຫລືອ ຊວນກັນໄປຕໍ່ທີ່ ເທັກເປີດໃຫມ່ ແຖວຫລັກ2
ແຕ່ໄປເທັກໂດຍບໍ່ມີຄູ່ ຄືວ່າບໍ່ຄັກ ເລີຍບອກໃຫ້ທ່ານບ່າວປາກເຊ ມາສົ່ງທີ່ໂຮງແຮມ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 30, 2009 | ມີ 13 ຄຳເຫັນ ແລະ 0 trackback(s)
altທ່ານຜູ້ນີ້ເພິ່ນ ມັກຍົນບັງຄັບວິທະຍຸ ເພິ່ນມັກເອົາມັນມາບິນຢູ່ແຖວແຄມຂອງ ແຄມບຶງທາດຫລວງaltເດັກນ້ອຍກໍ່ຫຸ້ມເບິ່ງ ໂດຍສະເພາະເວລາມັນລົງ ພໍໄດ້ຈັບໄດ້ບາຍaltລົດວິບາກນ້ອຍ ສຳລັບນັກບິດທີ່ຍັງນ້ອຍໃຫຍ່ມາ ມັນຈະກາຍເປັນນັກຂີ່ລົດວິບາກ altທ້າວໂຕນີ ກໍ່ຍັງສົນໃຈລົດວິບາກ ຄັນນີ້ແພງບໍ່ລະ ພໍ່ມັນສິມີເງິນຊື້ບໍ່