ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 12, 2010 | ມີ 20 ຄຳເຫັນ ແລະ 0 trackback(s)

ສະບາຍດີເພື່ອນໆ ພັນລາວ ອີກຄັ້ງຫນຶ່ງ ມື້ນີ້ຕັ້ງໃຈມາຂຽນໄດອາຣີ ເພື່ອຊາວພັນລາວອີກເທື່ອຫນຶ່ງ ຫວັງວ່າ ຈະໄດ້ຮັບການຕອບຮັບ ດ້ວຍການຄອມເມ້ນອີກເຊັ່ນເຄີຍ ດັ່ງທີ່ເຄີຍໄດ້ຕັ້ງແບບສອບຖາມໄປກ່ອນແລ້ວ ວ່າແມ່ນໃຜເປັນຄົນຮັບຜິດຊອບລາຄາໄຟຟ້າ ລັດຫລືບໍລິສັດໄຟຟ້າ

ມື້ນີ້ກໍ່ຕັ້ງໃຈມາສະເຫລີຍ ຫັ້ນລະ ເນື່ອງຈາກເລື້ອງນີ້ ອາດຈະ ເປັນເລື້ອງທີ່ ຫນັກ ແຕະຕ້ອງເຖິງຫລາຍຄົນ ເພາະທຸກຄົນຕ້ອງໃຊ້ໄຟຟ້າ ແລະ ເມື່ອລາຄາໄຟຟ້າເຫນັງຕີງ ກໍ່ຕ້ອງກະທົບທຸກຄົນ ຢາກໃຫ້ທຸກຄົນອ່ານດ້ວຍການວາງໃຈເປັນກາງໄວ້ກ່ອນ

ເວລາຂ້າພະເຈົ້າໄດ້ລົງພື້ນຖານຮ່ວມກັບພະນັກງານຈາກຟຟລ (ສ່ວນຂ້າພະເຈົ້າສັງກັດບໍລິສັດກຕຟ). ທ່ານແພງ ຮອງຫົວຫນ້າໂຄງການສາຍສົ່ງໂພນສະຫວັນ-ຊຳເຫນືອ ເພິ່ນໄດ້ເວົ້າກັບຂ້າພະເຈົ້າວ່າ ປະຊາຊົນລາວຍັງມີຄວາມຮັບບໍ່ສູງດ້ານເຕັກນິກ ດັ່ງນັ້ນ ເວລາອະທິບາຍກັບປະຊາຊົນ ຈຶ່ງໃຊ້ຄຳປຽບທຽບເອົາ ຕົວຢ່າງ ໄຟຟ້າແຮງສູງ ທີ່ເຮົາຂາຍອອກໃຫ້ຕ່າງປະເທດ ເພິ່ນປຽບວ່າ ເປັນເຂົ້າເປືອກ (ເຂົ້າເປືອກກິນບໍ່ໄດ້ ຖ້າບໍ່ນຳໄປສີຫລືຕຳເສຍກ່ອນ ລາຄາກໍ່ຕ່ຳກວ່າເຂົ້າແນວອື່ນ), ໄຟຟ້າແຮງກາງ ທີ່ເຮົາຊື້ຈາກປະເທດເພື່ອນບ້ານ ມາໃຫ້ປະຊາຊົນໃຊ້ຢູ່ຕາມແຂວງຊາຍແດນ ແມ່ນໄຟຟ້າທີ່ໄດ້ປຸງແຕ່ງແດ່ແລ້ວ ເພິ່ນປຽບວ່າແມ່ນເຂົ້າສານ (ເຖິງວ່າເຂົ້າເປືອກໄດ້ຜ່ານໂຮງສີ ຈົນກາຍມາເປັນເຂົ້າສານ ແຕ່ກໍ່ຍັງກິນບໍ່ທັນໄດ້ ຕາມທຳມະດາເຂົ້າສານຈະແພງກວ່າເຂົ້າເປືອກ), ສ່ວນໄຟຟ້າ ທີ່ທ່ານສຽບໄຟ ໃຊ້ຫລິ້ນອິນເຕີເນັດຢູ່ນີ້ ແມ່ນໄຟຟ້າແຮງດັນຕ່ຳ ເພິ່ນປຽບວ່າເປັນເຂົ້າສຸກ ເພາະສາມາດນຳໄປໃຊ້ໄດ້ແລ້ວ (ອັນນີ້ແມ່ນແພງທີ່ສຸດ ເມື່ອທຽບໃສ່ເຂົ້າທີ່ກ່າວຜ່ານມາ).

ຕາມຄວາມເຫັນຂອງຂ້າພະເຈົ້າ ເຫັນວ່າ ການປຽບທຽບຂອງເພິ່ນແມ່ນຖືກຕ້ອງ ແລະ ໃຜໆກໍ່ສາມາດເຂົ້າໃຈໄດ້ ນັບເປັນວິທີທີ່ແທດເຫມາະກັບສະພາບໂຕຈິງຂອງບ້ານເຮົາ. ຖ້າໃຫ້ຂ້າພະເຈົ້າໄປອະທິບາຍກັບປະຊາຊົນ ກໍ່ຄົງຫນີບໍ່ມົ້ມການໃຊ້ສັບວິຊາການ ຫລືພາສາຕ່າງປະເທດ  ເຊິ່ງປະຊາຊົນຄົງຈະຟັງຍາກ ແລະ ບໍ່ເຂົ້າໃຈແນ່ນອນ. ແຕ່ຖ້າຂ້າພະເຈົ້າຈະອະທິບາຍ ຂະຫຍາຍຄວາມ ຈະວ່າແນວນີ້: ເຂື່ອນໄຟຟ້ານ້ຳງື່ມ ຕັ້ງຢູ່ທ່າລາດ ຖ້າຈະສົ່ງໄຟຟ້າມາໃຫ້ວຽງຈັນ ຕ້ອງໃຊ້ສາຍໄຟພາດໃສ່ເສົາໄຟຟ້າເຫລັກສູງໆ ສົ່ງມາ. ພໍມາຮອດຄ້ອຍໂພນຕ້ອງ ຫລື ສະຖານີໄຟຟ້າໂພນຕ້ອງ ຈຶ່ງມາປັບແຮງດັນໄຟຟ້າ (ຈາກເຂົ້າເປືອກເປັນເຂົ້າສານ) ເພື່ອສາມາດສົ່ງໄປຕາມແຄມທາງ ໄປຫາເມືອງຕ່າງໆ ໃນນະຄອນຫລວງ ຜ່ານເສົາຊີມັງສູງ12ແມັດ ຫລື ສູງກວ່າ. ຖ້າບ້ານໃດບ້ານຫນຶ່ງ ຫລືສຳນັກງານໃດຫນຶ່ງ ຕ້ອງການໃຊ້ໄຟຟ້າ ຈຳເປັນຕ້ອງມີຫມໍ້ແປງ ເພື່ອປ່ຽນແຮງດັນລົງເປັນໄຟຟ້າແຮງດັນຕ່ຳ (ປ່ຽນຈາກເຂົ້າສານເປັນເຂົ້າສຸກ) ແລະ ເດີນສາຍໄຟຟ້າແຮງດັນຕ່ຳ4ສາຍ ຜ່ານເສົາຊີມັງ 8ແມັດໄປຕາມບ້ານ. ທ່ານໃດຢາກໄດ້ໄຟຟ້າເຂົ້າເຮືອນ ຕ້ອງຕິດຕັ້ງກົງເຕີກ່ອນ

  • ເປັນຫຍັງ ໃນການທີ່ລາວຂາຍໄຟຟ້າອອກພັດຂາຍຖືກ ແຕ່ຕອນຊື້ຈາກປະເທດອື່ນພັດແພງ ແມ່ນເວລາຂາຍອອກຂາຍເປັນໄຟຟ້າແຮງສູງ(ເຂົ້າເປືອກ) ເວລາຊື້ແພງ ຍ້ອນຊື້ໄຟຟ້າແຮງກາງ(ເຂົ້າສານ) ຖາມວ່າຖ້າຊື້ມາແພງແລ້ວ ຈະຄ່າໄຟຕ່າງກັນບໍ່ ລະຫວ່າງເຂດທີ່ໃຊ້ໄຟລາວ ແລະ ເຂດທີ່ໃຊ້ໄຟຕ່າງປະເທດ? ຄຳຕອບແມ່ນ ຖ້າເປັນລູກຄ້າຟຟລ ແມ່ນ ຈ່າຍດ້ວຍຫົວຫນ່ວຍລາຄາດຽວກັນ ທົ່ວປະເທດ ຟຟລ ຊື້ມາແພງ ແຕ່ຕ້ອງຂາຍຖືກ ຍ້ອນຟຟລ ບໍ່ມີສິດຕັ້ງລາຄາໄຟຟ້າ ຕ້ອງຂາຍໃນລາຄາທີ່ລັດຖະບານກຳນົດໃຫ້
  • ເປັນຫຍັງຈຶ່ງ ບໍ່ເອົາໄຟຟ້າໄປເອງ ໄປຊື້ເຂົາເຮັດຫຍັງ? ຍ້ອນວ່າ ໄຟຟ້ານີ້ ບໍ່ສາມາດສົ່ງໄປຈາກທ່າລາດ ໄປຫົວພັນໄດ້ ຖ້າບໍ່ມີສາຍສົ່ງ ເຮົາຕ້ອງມີເງິນຈຶ່ງສ້າງສາຍສົ່ງໄດ້. ຜ່ານມາ ແມ່ນທະນາຄານໂລກ ແລະ ທະນາຄານພັດທະນາອາຊີ ເປັນຜູ້ໃຫ້ເງິນລາຍໃຫຍ່. ທະນາຄານໂລກ ໃຫ້ກູ້ເງິນໄປສ້າງຢູ່ພາກໃຕ້ ສ່ວນພາກເຫນືອລາວ ແມ່ນທະນາຄານພັດທະນາອາຊີ. ໃນປະສົບການໂຕຈິງຂອງຂ້າພະເຈົ້າເອງ ແມ່ນ ເຂົ້າຮ່ວມການເອົາໄຟຟ້າໄປຫລວງພະບາງສຳເລັດໃນ 1994 ບໍລິສັດຈາກຝະລັ່ງເປັນຜູ້ສ້າງສາຍສົ່ງ. ເອົາໄຟຟ້າໄປຊຽງຂວາງ ແລະ ໄຊຍະບູລີ ສຳເລັດໃນປີ 2003 ໂດຍແມ່ນບໍລິສັດເຢຍລະມັນ ເປັນຜູ້ສ້າງ. ປະຈຸບັນ ກຳລັງມີການສ້າງສາຍສົ່ງໄປແຂວງຫົວພັນ ເພື່ອທົດແທນການນຳເຂົ້າໄຟຟ້າຈາກຫວຽດນາມ ສ້າງໂດຍບໍລິສັດເອກະຊົນຈາກປະເທດລາວ (ລາວເຮົາເກັ່ງຂຶ້ນ). ທັງຫມົດແມ່ນນອນໃນແຜນການລວມຂອງຊາດ ແລ້ວແບ່ງຍ່ອຍອອກມາເປັນແຕ່ລະໂຄງການຍ່ອຍ ແລະ ປະຕິບັດໄປເທື່ອລະໂຄງການ ຕາມຈຳນວນງົບທີ່ກູ້ຢືມໄດ້. ເປົ້າຫມາຍທີ່ໃຫຍ່ຫລວງ ແລະ ຍັງຕ້ອງການເງິນຫລາຍ ກວ່າຫມູ່ ແມ່ນໂຄງການສາຍສົ່ງແຫ່ງຊາດ ຖ້າເຮັດສຳເລັດ ສາຍສົ່ງໄຟຟ້າບ້ານເຮົາ ຈະສາມາດເຊື່ອມກັນໄດ້ທົ່ວທຸກພາກ. ປະຈຸບັນນີ້ ລະບົບໄຟຟ້າບ້ານເຮົາແມ່ນຕັດຂາດຈາກກັນ ລະຫວ່າງເຂດເຫນືອ ແລະ ເຂດໃຕ້
  • ເປັນຫຍັງຈຶ່ງຂຶ້ນຄ່າໄຟ ໃນຊ້ວງທີ່ປະເທດໃນຂົງເຂດ ປະສົບວິກິດການ ປີ 1997. ລາວເຂົາຜະລິດໄຟຟ້າພະລັງງານນ້ຳ ຄືໃຊ້ນ້ຳເປັນວັດຖຸດິບໃນການຜະລິດໄຟຟ້າ ບໍ່ໄດ້ຊື້ ດັ່ງນັ້ນ ການເຫນັງຕີງອັດຕາແລກປ່ຽນ ຈຶ່ງບໍ່ກະທົບຕໍ່ລາຄາວັດຖຸດິບ. ຈາກທີ່ເລົ່າມາຂ້າງເທິງ ເຫັນໄດ້ວ່າ ເຮົາຕ້ອງໄດ້ເພິ່ງເງິນລົງທຶນ ທີ່ກູ້ຢືມມາຈາກຕ່າງປະເທດ. ເມື່ອຢືມມາແລ້ວກໍ່ຕ້ອງສົ່ງເພິ່ນຄືນ ທັງຕົ້ນທຶນ ພ້ອມດ້ວຍດອກເບ້ຍ ຕາມໄລຍະເວລາທີ່ຕົກລົງກັນໄວ້. ເມື່ອມີວິກິດການໃນພາກພື້ນສົ່ງຜົນກະທົບຕໍ່ອັດຕາແລກປ່ຽນ ຄືຈາກ 1 ໂດລາ 700 ກີບ ມາເປັນ 10 ພັນກີບ (ເວົ້າເລກມົນເດີ້) ສົມມຸດຂ້າພະເຈົ້າເປັນຫນີ້ຄົນອື່ນຢູ່ 1000 ໂດລາ ຖ້າໄລ່ອັດຕາເກົ່າ ກໍ່ຄື 1000x700 ກໍ່ເປັນ 700 000 ກີບ ຖ້າໄລ່ຕາມອັດຕາໃຫມ່ 1000x10000=10 000 000 ກີບ. ເອົາມາລົບກັນ 10 ລ້ານ - 7 ແສນ = 9.3 ລ້ານ. ສະຫລຸບ ເປັນຫນີ້ເພິ່ນ 7ແສນ ກະວ່າຈະສາມາດໃຊ້ແທນໄດ້ ແຕ່ແລ້ວ ຢູ່ບໍ່ຢູ່ ພັດມີຫນີ້ຮອດ 10 ລ້ານ ທ່ານຈະຄິດແນວໃດລະ ຈະຫາໃສມາໃຊ້ຫນີ້ເພິ່ນ. ໃຄແນ່ແຕ່ ທາງບໍລິສັດເພິ່ນກໍ່ປັບເງິນເດືອນໃຫ້ຂ້າພະເຈົ້າ ເພື່ອຊົດເຊີຍ ກໍ່ພໍຢູ່ໄດ້. ຟຟລ ກໍ່ຄົງເປັນແບບດຽວກັນ ມີຫນີ້ທີ່ເພີ້ມຂຶ້ນມາ ທ່ານວ່າ ຟຟລ ຈະເອົາເງິນຈາກໃສໄປໃຊ້ຫນີ້ ກໍ່ເອົາຈາກການຂາຍໄຟຟ້ານັ້ນລະ ແລະ ມັນກໍ່ຫນີບໍ່ພົ້ນທີ່ຕ້ອງປັບລາຄາໄຟຟ້າ. ລັດຖະບານຕົກລົງໃຫ້ຟຟລ ຂຶ້ນຄ່າໄຟຟ້າໄດ້ ແຕ່ມີເງື່ອນໄຂ ຄື ບໍ່ໃຫ້ປັບບາດດຽວໂລດ ໃຫ້ປັບປີລະ1ເທື່ອ ເທື່ອລະຫນ້ອຍ ແລະ ພະຍາຍາມບໍ່ໃຫ້ກະທົບຜູ້ທຸກຍາກ. 
  • ຟຟລ ໄດ້ອອກຕາຕະລາງຄ່າໄຟອອກມາ ຂ້າພະເຈົ້າມີໃຫ້ທ່ານໄດ້ເບິ່ງ ຕາມລິ້ງນີ້ ລາຄາໄຟຟ້າທີ່ປັບປຸງໃຫມ່ ແຕ່ເດືອນ 4/2006 ຫາ 12/2011 ຈາກຕາຕະລາງ ທ່ານສາມາດເຫັນໄດ້ວ່າ ຄ່າໄຟຟ້າສຳລັບທີ່ຢູ່ອາໄສ ແມ່ນແບ່ງເປັນສາມລາຄາ: ແຕ່ 0 - 25 kwh ລາຄາສຳລັບຄົນທຸກຍາກ ໃຊ້ໄຟຟ້າເພື່ອແສງສະຫວ່າງ ຢ່າງດຽວ. 26 - 150 kwh ແມ່ນສຳລັບຄົນລະດັບປານກາງ ທີ່ໃຊ້ໄຟຟ້າເຮັດຫລາຍຢ່າງເພາະມີຄວາມສາມາດຊື້ເຄື່ອງໃຊ້ໄຟຟ້າບາງຢ່າງ ເຊັ່ນ ພັດລົມ ຕູ້ເຢັນ. ແລະ ສຸດທ້າຍ ສູງກວ່າ 150 kwh ແມ່ນລາຄາສຳລັບຄົນ ທີ່ບໍ່ທຸກແລ້ວ ສາມາດມີດອກໄຟຫລາຍສິບດອກ ມີໂທລະທັດ ມີແອເຢັນ... ການວາງລາຄາ ເພື່ອບໍ່ໃຫ້ກະທົບຄົນທຸກ ກໍ່ມີແຕ່ເອົາຈາກຄົນລວຍ ມາເກື້ອກູນຄົນທຸກ,​ ສະນັ້ນ ຖ້າເຮືອນທ່ານບໍ່ມີການໃຊ້ໄຟ ກໍ່ບໍ່ໄດ້ຈ່າຍ, ໃຊ້ຫນ້ອຍ ກໍ່ຈ່າຍຫນ້ອຍ, ແຕ່ຖ້າມັນຈຳເປັນ ຄື ກັບເມືອເຮືອນກໍ່ຮ້ອນ ຕ້ອງກິນນ້ຳເຢັນ ຈາກຕູ້ເຢັນ, ເປີດພັດລົມ ຫລື ເປີດແອ ເປີດເພງຟັງ ເປີດໂທລະພາບເບິ່ງ ຫິວກໍ່ຕົ້ມຫມີ່ກິນ ດ້ວຍເຕົາໄຟຟ້າ ຫລື ກະຕິກນ້ຳຮ້ອນໄຟຟ້າ, ກ່ອນອອກເຮືອນກໍ່ລີດເຄື່ອງນຸ່ງໃຫ້ງາມກ່ອນ... ແບບນີ້ ບໍ່ແມ່ນຮັ່ງ ແຕ່ກໍ່ບໍ່ທຸກແມ່ນບໍ່ເນາະ ຕ້ອງຈ່າຍຕາມລາຄາສູງສຸດ ເພາະໃຊ້ໄຟເກີນ 150 kwh ຕໍ່ເດືອນ. 
  • ຂ້າພະເຈົ້າຍັງໄດ້ຍິນມາອີກວ່າ ຄ່າໄຟຟ້າບ້ານເຮົາແພງລື່ນປະເທດອື່ນ ທັງໆທີ່ຜະລິດເອົາເອງ ວັດຖຸດິບກໍ່ບໍ່ໄດ້ຊື້. ອັນທີ່ຈິງ ກໍ່ແມ່ນວ່າບໍ່ໄດ້ຊື້ວັດຖຸດິບຄືປະເທດອື່່ນ ບາງປະເທດເພິ່ນຊື້ນ້ຳມັນມາຜະລິດໄຟຟ້າ ຕົວຢ່າງ ສິງກະໂປ, ກຳປູເຈຍ. ບາງປະເທດ ເພິ່ນຊື້ຖ່ານຫີນ ມາຜະລິດ ເຊັ່ນ ໄທ. ລາວເຮົາບໍ່ໄດ້ຊື້ຫຍັງ ຂໍພຽງແຕ່ມີນ້ຳໃນອ່າງເກັບນ້ຳ. ແຕ່ວ່າ ເຂື່ອນ ເຮົາເຮັດເອງບໍ່ເປັນ ຕ້ອງໄປຢືມເງິນມາເຮັດ ຈ້າງຄົນຕ່າງປະເທດມາສ້າງ, ເສົາໄຟ ສາຍໄຟ ເຮັດເອງບໍ່ເປັນ ນຳເຂົ້າຈາກຕ່າງປະເທດມາທັງຫມົດ ຈ້າງຕ່າງປະເທດມາເຮັດສາຍສົ່ງໃຫ້ອີກ  ເມື່ອທຽບໃສ່ປະເທດທີ່ເຂົາ ຜະລິດເອງ ກໍ່ສ້າງເອງແລ້ວ ຕົ້ນທຶນຂອງເຮົາສູງກວ່າ. ການລົງທຶນໃສ່ຂົງເຂດຊົນນະບົດ ມັນຕ້ອງເປັນເລື້ອງຫນຶ່ງຕ່າງຫາກ ເພາະລົງທຶນຫລາຍ ນອນທຶນ ເກັບຄືນບໍ່ໄດ້ງ່າຍ ປະຊາຊົນ ເສຍຄ່າໄຟ ມີແຕ່ເດືອນລະ 20 - 30 ພັນ. ເກັບຄ່າໄຟແນວໃດກໍ່ບໍ່ເຫັນວ່າຈະໄດ້ທຶນຄືນ ວຽກງານນີ້ ກໍ່ໃຊ້ຕົ້ນທຶນສູງ. ແຕ່ແນວໃດກໍ່ດີ ເມື່ອທຽບໃສ່ປະເທດເພື່ນບ້ານແລ້ວ ຄ່າໄຟບ້ານເຮົາກໍ່ ຖືກກວ່າບາງປະເທດອ້ອມຂ້າງເຮົາ (ອ່ານບົດວິເຄາະ)
  • ສຳລັບບັນດາທ່ານ ທີ່ມີແນວບໍ່ທັນເຂົ້າໃຈລະບົບການບໍລິການລູກຄ້າ ຂອງຟຟລ ແມ່ນຂ້າພະເຈົ້າຂໍບອກກ່ອນວ່າຂ້າພະເຈົ້າ ເຮັດວຽກໃຫ້ກັບ ກຕຟ ບໍ່ແມ່ນໄຟຟ້າລາວ ສະນັ້ນຈະບໍ່ຂໍໃຫ້ຄຳເຫັນໃນບົດນີ້ ອາດສາມາດຖາມມາໄດ້ຢູ່ແຕ່ອາດຈະຕອບໄດ້ບໍ່ລະອຽດ ທ່ານສາມາດໄປທີ່ເວັບໄຊຂອງໄຟຟ້າລາວເອງ www.edl-laos.com ທີ່ນັ້ນກໍ່ມີເວັບບອດສຳລັບການຕອບຄຳຖາມ ຂອງບັນດາທ່ານ ພ້ອມນີ້ເພິ່ນກໍ່ມີຫນ່ວຍງານປະຊາສຳພັນ ສຳລັບແກ້ໄຂບັນຫາຕ່າງໆຂອງລູກຄ້າ. ແຕ່ທີ່ຜ່ານມາກໍ່ຮັບຕອບຄຳຖາມຂອງໄຟຟ້າລາວຢູ່ຄືກັນ ແຕ່ຈະໃຫ້ຄົນໄຟຟ້າລາວເປັນຜູ້ຕອບ ໃນເວັບບອດ http://forum.pnomsin.com/index.php/board,13.0.html

ສະຫລຸບ ແລ້ວ: ວຽກໄຟຟ້າກໍ່ມີກົດຫມາຍໄຟຟ້າ ແລະ ຟຟລ ໃນຖານະລັດວິສາຫະກິດ ກໍ່ແມ່ນຢູ່ໃຕ້ກົດຫມາຍວິສາຫະກິດ (ຢາກອ່ານເລື້ອງກົດຫມາຍ ກໍ່ເຊີນເຂົ້າໄປອ່ານທີ່ເວັບໄຊຂອງສະພາແຫ່ງຊາດ ມີທຸກກົດຫມາຍ ລວມທັງລັດຖະທຳມະນູນ). ວຽກງານໄຟຟ້າ-ນ້ຳປະປາ ແມ່ນວຽກງານຄໍຫອຍ ແມ່ນລັດເປັນຜູ້ດຳເນີນການເອງ ບໍ່ສາມາດໂອນໃຫ້ເອກະຊົນ ໄປບໍລິການໄດ້, ລັດວິສາຫະກິດ ແມ່ນ ທຸລະກິດ ທີ່ລັດລົງທຶນ ແລະ ເຮັດ2ຫນ້າທີ່ ຄືເຮັດຫນ້າທີ່ການເມືອງ ແລະ ເຮັດທຸລະກິດ ໄປພ້ອມໆກັນ. ດັ່ງນັ້ນ, ປົກກະຕິກໍ່ຕ້ອງເຮັດທຸລະກິດ ໃຫ້ມີກຳໄລ ເພື່ອຖອກພັນທະເຂົ້າງົບປະມານຂອງລັດ ແລະ ຖ້າລັດຖະບານຕ້ອງການໃຫ້ເຮັດຫນ້າທີ່ການເມືອງ ເຖິງວ່າບໍມີກຳໄລ ລັດວິສາຫະກິດກໍ່ຕ້ອງໄດ້ເຮັດ. ໃນຂົງເຂດໄຟຟ້ານີ້ ກໍ່ເຫັນມີ ການຊື້ໄຟແພງມາຂາຍໃນລາຄາຫລຸບທຶນ ກໍ່ຕ້ອງໄດ້ເຮັດ, ການເອົາໄຟຟ້າໄປເຂດຊົນນະບົດຫ່າງໄກ ກັນດານ ບໍ່ສາມາດກຸ້ມຄ່າທາງເສດຖະກິດ ເມື່ອທຽບໃສ່ການລົງທຶນ ແຕ່ຖ້າສາມາດແກ້ໄຂບັນຫາ ປກຊ ປກສ ຫລືແກ້ໄຂບັນຫາຂອງລັດຖະບານ ລັດວິສາຫະກິດ ກໍ່ຕ້ອງປະຕິບັດ. ດັ່ງນັ້ນ ລັດຖະບານມີສິດ ໃນການປັບລາຄາຄ່າໄຟຟ້າ, ບໍ່ແມ່ນລັດວິສາຫະກິດ ຈະຂຶ້ນລາຄາໄດ້ຕາມອຳເພີໃຈ ຂໍຂອບໃຈນຳບັນດາທ່ານ ທີ່ເຂົ້າມາອ່ານ ຜິດພາດປະການໃດ ກໍ່ຂໍຈົ່ງບອກກ່າວ ຖືວ່າແລກປ່ຽນຄວາມຄິດເຫັນນຳກັນ ຂໍຈົບ

ຂຽນເມື່ອ ຂຽນເມື່ອ: ພ.ພ.. 6, 2010 | ມີ 11 ຄຳເຫັນ ແລະ 0 trackback(s)

ເລື້ອງທີ່ຈະມາລົມສູ່ຟັງມື້ນີ້ ອາດຈະຊ່ວຍໃຫ້ທ່ານ ເຂົ້າໃຈຂຶ້ນຕື່ມ ຫລື ງົງກວ່າເກົ່າກໍ່ໄດ້ ກ່ຽວກັບບັນດາຜູ້ເຄື່ອນໄຫວດ້ານໄຟຟ້າຢູ່ປະເທດເຮົາ

ຫລາຍປະເທດມີລັດວິສາຫະກິດໄຟຟ້າ ຫລາຍກວ່າ1. ຕົວຢ່າງ ທີ່ເຫັນງ່າຍໆ ແມ່ນ ປະເທດໄທ ເພາະຫລາຍຄົນຈະເຫັນຈາກ TV ວ່າມີ ການໄຟຟ້າ ນະຄອນຫລວງ, ການໄຟຟ້າສ່ວນພູມິພາກ ແລະ ການໄຟຟ້າຝ່າຍຜະລິດ

ການແບ່ງງານແບບຫຍໍ້ໆ:

ການໄຟຟ້າຝ່າຍຜະລິດ Generation Authority of Thailand ຫລື EGAT www.egat.co.th/ ເພິ່ນຜະລິດໄຟຟ້າ ແລະ ນຳເຂົ້າໄຟຟ້າ ເພື່ອມາຈຳຫນ່າຍ ໃຫ້ກັບ ການໄຟຟ້ານະຄອນຫລວງ ແລະ ການໄຟຟ້າສ່ວນພູມິພາກ

ການໄຟຟ້ານະຄອນຫລວງ Metropolitan Electricity Authority ຫລື MEA http://www.mea.or.th/  ແມ່ນເພິ່ນຊື້ໄຟຟ້າມາຂາຍໃຫ້ລູກຄ້າ  ໃນເຂດນະຄອນຫລວງແລະອ້ອມແອ້ມ

ການໄຟຟ້າສ່ວນພູມິພາກ Provincial Electricity Authority ຫລື PEA www.pea.co.th/  ແມ່ນເພິ່ນຊື້ໄຟຟ້າມາຂາຍໃຫ້ລູກຄ້າ  ໃນເຂດອື່ນໆ ທົ່ວປະເທດ

------------

ໄຟຟ້າບ້ານເຮົາ:

ດົນນານມາແລ້ວ ນັບແຕ່ ປີ 1959 ປະເທດລາວມີບໍລິສັດໄຟຟ້າລາວ Electricite du Laos ຫລື EDL http://www.edl-laos.com ທີ່ເຮັດຫນ້າທີ່ ທັງຜະລິດ ແລະ ນຳເຂົ້າໄຟຟ້າ ລວມທັງ ຈຳຫນ່າຍໃຫ້ລູກຄ້າ ພຽງຜູ້ດຽວໃນເມືອງລາວ

ວິກິດການການເງີິນພາກພື້ນ ໄດ້ສົ່ງຜົນກະທົບຕໍ່ທຸກພາກສ່ວນ. ຟຟລ ປະສົບພາວະຫລຸບທຶນ ໃນ ປີ 1998.  ໄດ້ມີຄະນະກຳມະການ ເຂົ້າໄປກວດສອບ ແລະ ໄດ້ມີການສະເຫນີ ໃຫ້ແບ່ງເປັນຫລາຍບໍລິສັດ

-------------------------------------------

ລັດວິສາຫະກິດຖືຮຸ້ນລາວ (ລຮລ) Lao Holding State Enterprise (LHSE) http://www.laoholding.com/ ຖືກຳເນີດ ໃນວັນທີ 23 ກຸມພາ 2005

ນັ້ນ ເປັນລັດວິສາຫະກິດໄຟຟ້າ ທີ2 ຂອງລາວ

---------------------------------------------

ລັດວິສາຫະກິດກໍ່ສ້າງຕິດຕັ້ງໄຟຟ້າ (ກຕຟ) Electrical Construction and Installation (ECI) http://www.eci.com.la ໄດ້ແຍກຕົວອອກຈາກລັດວິສາຫະກິດໄຟຟ້າລາວ ຕາມແຈ້ງການເລກທີ 1165 / ຫສນຍ.ກລຂ ລົງວັນທີ 1/8/2005 ໄດ້ປະກາດໂຄງຮ່າງການຈັດຕັ້ງຂອງຕົນໃນຕອນບ່າຍຂອງວັນທີ 26/10/2006.

ນີ້ແມ່ນເປັນລັດວິສາຫະກິດໄຟຟ້າ ທີ3 ຂອງລາວ

------------------------------------

ການແບ່ງງານ :

1.   ຮລຮ ແມ່ນເຂົ້າໄປຮ່ວມໃນບັນດາໂຄງານການຜະລິດໄຟຟ້າໃຫຍ່ໆ ຂອງລັດຖະບານ ໃນນາມຜູ້ຕາງຫນ້າລັດຖະບານ ປະຈຸບັນ ໄດ້ຮັບມອບໝາຍຈາກລັດຖະບານ ໃຫ້ເຂົ້າຮ່ວມຖືຫຸ້ນ ແລະ ຄຸ້ມຄອງຫຸ້ນຂອງລັດຖະບານໃນ 5 ໂຄງການຮ່ວມລົງທຶນກັບຕ່າງປະເທດຄື:

ໂຄງການໄຟຟ້ານ້ຳຕົກ ນ້ຳເທີນ 2

ໂຄງການໄຟຟ້ານ້ຳຕົກ ນ້ຳເທີນ 1

ໂຄງການໄຟຟ້ານ້ຳຕົກ ນ້ຳງື່ມ 3

ໂຄງການໄຟຟ້ານ້ຳຕົກ ນ້ຳງຽບ 1

ແລະ ໂຄງການໄຟຟ້າຖ່ານຫີນຫົງສາ

ຖ້າລວມກຳລັງຕິດຕັ້ງທັງໝົດໃນ 5 ໂຄງການນີ້ ມີປະມານ 4,100 ເມກາວັດ (MW) ແລະ ມູນຄ່າການລົງທຶນປະມານ 8,000 ລ້ານໂດລາ
ສະຫະລັດ ໃນນີ້ມີທຶນຫຸ້ນຂອງລັດຖະບານປະມານ 420 ລ້ານໂດລາສະຫະລັດ.

2.  ຟຟລ ຫລັງຈາກທີ່ປັບປຸງການຈັດຕັ້ງໃຫມ່ ຍັງມີຫນ້າທີ່ ຜະລິດ ແລະ ນຳເຂົ້າພະລັງງານໄຟຟ້າ ສຳລັບ ຈຳຫນ່າຍ ໃນຂອບເຂດທົ່ວປະເທດ ປະຈຸບັນ ໄຟຟ້າລາວ ມີເຂື່ອນໄຟຟ້າ ຂະຫນາດກາງ ສຳລັບການຜະລິດເພື່ອຮັບໃຊ້ພາຍໃນ ແລະ ຈຳຫນ່າຍຕ່າງປະເທດຄື :

ເຂື່ອນນ້ຳງື່ມ1 ແຂວງວຽງຈັນ 155​ ເມກາວັດ
ເຂື່ອນໄຟຟ້ານ້ຳເລິກ ແຂວງວຽງຈັນ (ໄປທາງບໍລິຄຳໄຊ) 60 ເມກາວັດ
ເຂື່ອນນ້ຳມັງ3 ແຂວງວຽງຈັນ (ພູເຂົາຄວາຍ) 40 ເມກາວັດ
ເຂື່ອນເຊເສັດ1 ແຂວງສາລະວັນ (ແຖວຕາດເລາະ-ຕາດຟານ) 45 ເມກາວັດ
ເຂື່ອນໄຟຟ້າແຊລະບຳ ແຂວງຈຳປາສັກ 5 ເມກາວັດ
ເຂື່ອນນ້ຳດົງ ແຂວງຫລວງພະບາງ 2 ເມກາວັດ
ເຂື່ອນນ້ຳກໍ ແຂວງອຸດົມໄຊ 1.5 ເມກາວັດ
ເຂື່ອນນ້ຳງາຍ ແຂວງຜົ້ງສາລີ 1.2​ ເມກາວັດ

3. ກຕຟ ການຂະຫຍາຍຕາຂ່າຍໄຟຟ້າໃນຂອບເຂດທົ່ວປະເທດ ແມ່ນເປັນວຽກຕົ້ນຕໍ ເມື່ອການກໍ່ສ້າງສຳເລັດ ກໍ່ຈະຕ້ອງ ສົ່ງມອບໃຫ້ຟຟລ ເປັນຜູ້ຄຸ້ມຄອງ.

4. ກົມໄຟຟ້າ ແລະ ບັນດາພະແນກພະລັງງານແລະບໍ່ແຮ່ແຕ່ລະແຂວງ ມີຫນ້າທີ່ສຶກສາ ຄວາມຕ້ອງການພະລັງງານໄຟຟ້າ ແຫລ່ງພະລັງງານໄຟຟ້າຕ່າງໆ ຄຸ້ມຄອງໄຟຟ້ານອກລະບົບຂອງຟຟລ  ເຊັ່ນ ພະລັງງານແສງອາທິດ, ໄຟຟ້ານ້ຳຢອດ..(ໄຟຟ້າຊົນນະບົດ)

5. ໄຟທາງ ຫລື ໄຟຟ້າສຳລັບເຍືອງຖະຫນົນ ແມ່ນ ອພບ ເປັນຜູ້ ຮັບຜິດຊອບ ແລະ ເປັນຜູ້ຈ່າຍຄ່າໄຟ ໃຫ້ຟຟລ

6. ບໍລິສັດໄຟຟ້າເອກະຊົນອື່ນໆ ກໍ່ສາມາດເຄື່ອນໄຫວ ຜະລິດ ຈຳຫນ່າຍ ແລະ ກໍ່ສ້າງແລະຕິດຕັ້ງໄຟຟ້າ ພາຍໃຕ້ກົດຫມາຍໄຟຟ້າ ຂອງ ສປປລາວ ແລະ ພາຍໃຕ້ມາດຕະຖານເຕັກນິກໄຟຟ້າ ແຫ່ງ ສປປລາວ

ສ່ວນເຂື່ອນໄຟຟ້າ ທີ່ເປັນຂອງເອກະຊົນ (IPP) ມີ
1 ເຂື່ອນໄຟຟ້າຫ້ວຍເຫາະ ແຂວງອັດຕະປື ສ້າງໃສ່ຫ້ວຍຢູ່ເທິງພູພຽງບໍລະເວນ ກຳລັງຕິດຕັ້ງ 150​ ເມກາວັດ http://www.houayho.com/
2 ເຂື່ອນໄຟຟ້າ ເທີນ-ຫິນບູນ

ຈົບ ການບັນຍາຍ

ຕໍ່ໄປແມ່ນຄວາມຄິດເຫັນສ່ວນຕົວ:

ເຫີ່ ມັນຄົງເປັນບົດຄວາມ ທີ່ຫນ້າຢາກນອນ ທີ່ສຸດອີກບົດຫນຶ່ງ ອິອິ

ມີຫຍັງກໍ່ລົມກັນໄດ້ເດີ້ ຫລື ຢ້ຽມຊົມເວັບບອດ forum.pnomsin.com ເວັບບອດເລື້ອງໄຟຟ້າ ທີ່ເປີດເພື່ອຕອບບັນຫາໄຟຟ້າມາແລ້ວ ຫລາຍປີ 

ຂ້າພະເຈົ້າເອງ ທຳອິດກໍ່ເປັນຄົນ ຟຟລ, ເມື່ອບໍລິສັດເພິ່ນແຍກຕົວ ອອກຈາກກັນ ຂ້າພະເຈົ້າຖືກສັງກັດ ກຕຟ ເລີຍໄດ້ເຊົານຸ່ງຊຸດເຄື່ອງແບບໄຟຟ້າລາວ. ເສຍດາຍຢູ່ຄືກັນ ຢູ່ມາ 10 ປີ ໄດ້ປີລະ 2 ຊຸດ

ຕອນນີ້ ຫລັງຈາກມາຢູ່ບໍລິສັດໃຫມ່ ນັບແຕ່ປີ 2006 ຫມູ່ຄູ່ ກໍ່ຍັງຄິດວ່າເຮົາຢູ່ຟຟລຢູ່ ແມ່ນແຕ່ແມ່ ກໍ່ຄິດແບບນັ້ນ

ແລະ ທີ່ເລົ່າມາຍາວຢຽດຂ້າງເທິງນັ້ນ ກໍ່ເພື່ອເປັນການຕອບແບບສຳຫລວດຄວາມຄິດເຫັນ ກ່ຽວກັບບໍລິສັດໄຟຟ້າ ໃນເມືອງລາວ ມີຈັກບໍລິສັດ http://punlao.com/pnomsin/polls/7866/

 

 

ຂຽນເມື່ອ ຂຽນເມື່ອ: ມ.ສ.. 21, 2010 | ມີ 26 ຄຳເຫັນ ແລະ 0 trackback(s)

ທຸກມື້ນີ້ ຄົນໃນເມືອງ ບໍ່ຄ່ອຍຈະອາບນ້ຳນຳກັນ ບໍ່ຄືຄົນຊົນນະບົດ ອາບພ້ອມກັນ ທັງແມ່ທັງລູກ ທັງຜູ້ບ່າວຜູ້ສາວ ມ່ວນແທ້ເດິ

ຕໍ່ໄປນີ້ ຈະພາໄປເບິ່ງ ຄົນອາບນ້ຳສາມັກຄີ ໂດຍໄປລັກເອົາມາຈາກເວັບໄຊ ຂອງ ສໍລະພົງ ພະນັກງານ ພະແນກພະລັງງານແລະບໍ່ແຮ່ ແຂວງຊຽງຂວາງ

ບ່ອນອາບສະເພາະເດັກນ້ອຍ

ໄດ້ອາບແລ້ວບໍ່ມີຢາກເຊົາ ເຊື່ອໂລດ!

ຍິ່ງຄ່ຳ ຍິ່ງມ່ວນ ສຳລັບຜູ້ບ່າວຜູ້ສາວ

 

ຂຽນເມື່ອ ຂຽນເມື່ອ: ມ.ສ.. 8, 2010 | ມີ 11 ຄຳເຫັນ ແລະ 0 trackback(s)

ຕາດຄາ ອາດຈະງາມກວ່າຕາດກວາງຊີ ກໍໄດ້ ພາບງາມໆນີ້ ສະຫນອງໂດຍ ຫົວຫນ້າສູນໄຟຟ້າເມືອງຫນອງແຮດ

ຂຽນເມື່ອ ຂຽນເມື່ອ: ມ.ສ.. 6, 2010 | ມີ 9 ຄຳເຫັນ ແລະ 0 trackback(s)

 ຖ້າທ່ານຍັງຈື່ບົດເພງຂອງ ກໍ ວິເສດ

ທີ່ພັນລະນາ ຄວາມງາມຂອງຊຽງຂວາງ ຈະມີບາງຕອນກ່າວໄວ້ດັ່ງນີ້ 

ພູຈົງ ເປັນວົງແສງເດືອນ ... ພູຈົງຢູ່ເມືອງຄູນ ຫລັງສູນບໍລິການໄຟຟ້າ ເບື້ອງຕາເວັນອອກ 

ນ້ຳງິ້ວໄຫລລິນບໍ່ເວັ້ນ ... ນ້ຳງິ້ວ ຢູ່ເມືອງຄູນ ເປັນຕົ້ນກຳເນີດຂອງນ້ຳງຽບ 

ໄຫຫີນ ມິ່ງຂວັນຊຽງຂວາງ ... ເມືອງຄູນກໍ່ມີໄຫຫີນ 

ພູຈອງວອງ ງາມຕະການ ... ພູຈອງວອງ ຢູ່ເບື້ອງຕາເວັນຕົກ 

.......................... ສະແດງວ່າ ຊຽງຂວາງ ໃນເມື່ອກ່ອນ ຕັ້ງຢູ່ເມືອງ ຄູນ ປະຈຸບັນ ເມືອງເອກຂອງແຂວງແມ່ນ ໂພນສະຫວັນ ຕັ້ງຢູ່ເມືອງແປກ

ເມືອງຄູນ ໃນອະດີດ ກ່ອນສົງຄາມທຳລາຍ ເປັນເມືອງທີ່ສວຍງາມ ກວ່າປະຈຸບັນອີກ

ມີວັດວາ ແລະ ເຈດີ ເກົ່າແກ່ ຫລາຍບ່ອນ 

ມີໄຫຫີນ ແລະ ບໍ່ນ້ຳອຸ່ນເຊັ່ນດຽວກັນ ແຕ່ຍັງບໍ່ທັນເປັນທີ່ຮູ້ຈັກຫລາຍ

ນີ້ ເພິ່ນເອີ້ນວ່າໂຮງຫມໍຝະລັ່ງ ມີອາຍຸ ເກືອບ 100 ປີ

ທາດເກົ່າແກ່ 

ວັດເພຍວັດ ເຖິງວ່າ ຖືກລະເບີດຕົກໃສ່ ແຕ່ພະພຸດທະຮູບ ຊ້ຳພັດບໍ່ໄດ້ຖືກເສຍຫາຍຫຍັງ ສັກສິດເດີ້

ທົ່ງໄຫຫີນ ເມືອງຄູນ 

ຂຽນເມື່ອ ຂຽນເມື່ອ: ມ.ສ.. 6, 2010 | ມີ 4 ຄຳເຫັນ ແລະ 0 trackback(s)

 ເມື່ອກ່າວເຖິງເມືອງຄຳ ຫລາຍຄົນຮູ້ຈັກ ຍ້ອນວ່າ ມີບໍ່ນ້ຳອຸ່ນທຳມະຊາດ ຢ່າງໃດກໍ່ຕາມ ເມື່ອໄປຫລິ້ນບໍ່ນ້ຳອຸ່ນແລ້ວ ກໍ່ຢ່າລືມແວ່ຖ້ຳປິວແດ່ເດີ້. ຖ້ຳປີວ ເປັນຖ້ຳປະຫວັດສາດ ຕັ້ງຢູ່ເມືອງຄຳ ແຂວງຊຽງຂວາງ ປະຈູບັນ ກາຍເປັນສະຖານທີ່ທ່ອງທ່ຽວ ທີ່ຫລາຍຄົນແວະວຽນໄປ. ທຸກປີ ໃນວັນທີ 24 ເດືອນ11 ຊາວເມືອງຄຳ ຈະຈັດງານບຸນຖ້ຳປີວຂຶ້ນ ມີການຂາຍເຄື່ອງ ມີແຂ່ງກິລາ ແລະ ກິດຈະກຳອື່ນໆ ແນໃສ່ລະນຶກເຖິງວັນໂສກນາດຕະກຳ ທີ່ເກີດຂຶ້ນໃນ ປີ 1968 ເມືອຄາວສົງຄາມ ປະຊາຊົນໄດ້ອາໄສຖ້ຳແຫ່ງນີ້ ລີ້ຊ່ອນຈາກການຖິ້ມລະເບີດ ທີ່ນັບມື້ນັບຮຸນແຮງ ຈາກເຮືອບິນອາເມລິກາ ແລະ ເລື້ອງເສົ້າສະຫລົດໃຈທີ່ສຸດກໍ່ເກີດຂຶ້ນເມື່ອ ລູກສອນໄຟ ໄດ້ຕົກເຂົ້າໄປໃນຖ້ຳ ອັນເປັນທີ່ອາໄສຂອງປະຊາຊົນ ພາໃຫ້ ມີຜູ້ເສຍຊີວິດທັນທີ 374 ຄົນ. ຜູ້ທີ່ໄປຢ້ຽມຢາມສະຖານທີ່ນີ້ ຄວນໄວ້ອາໄລເຖິງດວງວິນຍານ ຂອງຜູ້ໄດ້ຮັບເຄາະຮ້າຍ ດັ່ງກ່າວ.

 

ຂຽນເມື່ອ ຂຽນເມື່ອ: ມ.ສ.. 4, 2010 | ມີ 10 ຄຳເຫັນ ແລະ 0 trackback(s)

ທີ່ເມືອງຜາໄຊ ມີບ່ອນທ່ອງທ່ຽວ ຫລາຍບ່ອນ. ມື້ກ່ອນໄດ້ມີໂອກາດໄປນິຄົມລາດແສນ ແລະ ໄປເຂື່ອນໄຟຟ້ານ້ຳກະ. ນອກນັ້ນ ທີ່ເມືອງຜາໄຊ ກໍ່ຍັງມີ ທົ່ງໄຫຫີນ ເຖິງ 2​ບ່ອນ. ໃກ້ກັບທົ່ງໄຫຫີນ2 ມີນ້ຳຕົກຕາດທີ່ສວຍງາມອີກ1ບ່ອນ ນັ້ນກໍ່ຄື ນ້ຳຕົກຕາດລ່າງ.

ຂຽນເມື່ອ ຂຽນເມື່ອ: ມ.ສ.. 4, 2010 | ມີ 6 ຄຳເຫັນ ແລະ 0 trackback(s)

ຖ້າເວົ້າເຖິງໄຫຫີນ ກໍ່ຈະຄິດພາບອອກທັນທີ ວ່າຕັ້ງຢູ່ແຂວງຊຽງຂວາງ. ແຕ່ໄຫຫີນທີ່ເຮົາເຫັນກັນເລື້ອຍໆ ທາງສິ່ງພິມ, ໂທລະພາບ ຫລື ອິນເຕີເນັດ ມັກຈະມາຈາກ ທົ່ງໄຫຫີນເມືອງ ແປກ ຫລື ເອີ້ນອີກວ່າ ທົ່ງໄຫຫີນ1. ທົ່ງໄຫຫີນຢູ່ຊຽງຂວາງ ມີຫລາຍກວ່າ 1 ແຫ່ງ: ຢູ່ເມືອງແປກ ເມືອງ ຜາໄຊ ເມືອງ ຄູນ ຫລື ແມ້ແຕ່ເມືອງຄຳ ກໍ່ມີ. ແຕ່ໄດ້ຮັບການສຳຫລວດ ແລະ ພັດທະນາເປັນບ່ອນທ່ອງທ່ຽວແລ້ວ ມີ 3 ບ່ອນ. ໄຫຫີນ1​ ຢູ່ເມືອງແປກ ໃກ້ກັບເດີ່ນຍົນ ສ່ວນທົ່ງໄຫຫີນ2 ແລະ 3​ແມ່ນຢູ່ເມືອງ ຜາໄຊ ເຊິ່ງກໍ່ບໍ່ໄກຈາກເມືອງແປກ ຫລື ໂພນສະຫວັນນັ້ນເອງ.

ສັງເກດເຫັນວ່າ ຖ້າໄປຫລິ້ນທົ່ງໄຫຫີນ2 ຈະບໍ່ໄດ້ຕາກແດດຫລາຍ ສ່ວນຫລາຍຢູ່ໃນຮົ່ມເງົາຂອງຕົ້ນໄມ້

ຕົ້ນໄມ້ທີ່ມີດອກສີຂາວ ນັ້ນງາມຫລາຍ ເລີຍຂໍຂະຫຍາຍພາບໃຫ້ໄດ້ຊົມຄວາມງາມນຳກັນ

ດອກໄມ້ສີຂາວນັ້ນ ກໍ່ແມ່ນ ດອກຈອງ ນັ້ນເອງ

ຂຽນເມື່ອ ຂຽນເມື່ອ: ມ.ສ.. 3, 2010 | ມີ 17 ຄຳເຫັນ ແລະ 0 trackback(s)

ໂຕແກະ ເປັນສັດຈຳພວກແບ້ ກິນຫຍ້າຄືກັນ ແຕ່ນິຍົມລ້ຽງຢູ່ຕ່າງປະເທດ. ໂຕແກະພັນລາວ ຈື່ງບໍ່ມີ ມີແຕ່ພັນຕ່າງປະເທດ. ພັນຕ່າງປະເທດ ແຕ່ເກີດ ຢູ່ລາວກໍ່ຕ້ອງ ຖືສັນຊາດລາວແນ່ນອນ. ຢູ່ລາວກໍ່ລ້ຽງແກະຊັ້ນບໍ? ຄຳຕອບແມ່ນ ຖືກຕ້ອງ ຢູ່ລາວກໍ່ລ້ຽງແກະ ແລະ ມີຫລາຍຟາມ, ສະເພາະຢູ່ແຂວງຊຽງຂວາງ ຫນ້າຈະມີຮອດ 3 ບ່ອນ ເພາະຊຽງຂວາງ ມີທົ່ງຫຍ້າຫລາຍ.

ຊຽງຂວາງ

ພາບຈາກຊຽງຂວາງ ດິນແດນແຫ່ງທົ່ງຫຍ້າ

ພາບຈາກຊຽງຂວາງ ດິນແດນແຫ່ງທົ່ງຫຍ້າ

ພາບຈາກຊຽງຂວາງ ດິນແດນແຫ່ງທົ່ງຫຍ້າ

ພາບຈາກຊຽງຂວາງ ດິນແດນແຫ່ງທົ່ງຫຍ້າ

ຂຽນເມື່ອ ຂຽນເມື່ອ: ມ.ສ.. 3, 2010 | ມີ 5 ຄຳເຫັນ ແລະ 0 trackback(s)

ຂ້າພະເຈົ້າໄດ້ຂຽນເຖິງ ອາຄານຫລັງໃຫມ່ຂອງ ໄຟຟ້າລາວ ສາຂາ ແຂວງຊຽງຂວາງ ເຊິ່ງກຳລັງໄດ້ຮັບການກໍ່ສ້າງ ທີ່ບ້ານນ້ຳຫງຳ ຫ່າງຈາກບ່ອນປະຈຸບັນ ໄປ1 ກິໂລແມັດ.

ທ່ານ ອາດຈະຖາມວ່າ ຟຟລ ຈະຍ້າຍອອກໄປຫລືບໍ່ ຫລື ພຽງແຕ່ຂະຫຍາຍສຳນັກງານ ແລະ ຖ້າຍ້າຍອອກ ສຳນັກງານເດີມ ເດ ຈະໃຊ້ເຮັດຫຍັງ ຂ້າພະເຈົ້າ ຂໍກ່າວເຖິງ ແຜນງານຫນຶ່ງ ທີ່ທ່ານອາດຈະສົນໃຈ ເພາະອາດຈະເກີດຂຶ້ນ ໃນບ່ອນທີ່ສຳນັກງານໄຟຟ້າລາວ ຊຽງຂວາງ ໃນເວລານີ້ ໄປຕິດຕາມນຳກັນ

 

ນີ້ແມ່ນບໍລິເວນ ທີ່ເປັນສຳນັກງານຟຟລ ຊຽງຂວາງ ປະຈຸບັນ

ຖ້າຫມາຍໃສ່ແຜນຜັງ ຈະໄດ້ແບບນີ້
ເພິ່ນອອກແບບ ສວນສາທາລະນະເອົາໄວ້ແບບນີ້ ພາບຈາກດ້ານເທິງ

ບໍລິເວນ ສາມລ່ຽມດັ່ງກ່າວ ຈະກາຍເປັນສວນສາທາລະນະ ຕາມໃນຮູບນີ້ (ເບິ່ງໄປທາງຈອມແຫລມ)

 

ເບິ່ງຈາກທາງຈອມແຫລມ ແມ່ນດ້ານຫນ້າ ມີປ້າຍຂຽນວ່າ ສວນ ພູມີ ວົງວິຈິດ

 

ເບິ່ງໃກ້ເຂົ້າໄປໃນກາງສວນ ຈະມີນ້ຳພຸ ແລະ ຮູບປັ້ນ ທ່ານ ພູມີ ວົງວິຈິດ

 

 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 16, 2010 | ມີ 5 ຄຳເຫັນ ແລະ 0 trackback(s)

ຂ້າພະເຈົ້າ ຄິດວ່າ ຈະທະຍອຍຂຽນເລື້ອງລາວຂອງໂຕເອງຈາກຄວາມຊົງຈຳ ຂອງໂຕເອງຕັ້ງແຕ່ຍັງນ້ອຍໆ ໄລ່ມາເລື້ອຍໆຈົນເຖິງປະຈຸບັນ ມັນອາດຈະໄປຖືກກັບຊ້ວງຊີວິດຂອງບາງຄົນ ກໍ່ຂໍໃຫ້ຊ່ວຍຕໍ່ເຕີມດ້ວຍ, ສຳລັບຜູ້ທີ່ເກີດບໍ່ທັນ ກໍ່ຄົງຈະເປັນບ່ອນໃຫ້ໄດ້ອ່ານເລື້ອງລາວ ຂອງຜູ້ທີ່ເກີດກ່ອນ ເພື່ອຮູ້ເຖິງເຫດການຕ່າງ ທີ່ເພິ່ນໄດ້ພົບພໍ້

ຮູບວຽງຈັນ

ກ່ອນຈື່ຄວາມໄດ້

ຫລາຍຄົນຈະຈື່ໄດ້ວ່າໂຕເຄີຍເຮັດຫຍັງໃນໄວເດັກ ຢ້ອນກັບໄປຮອດຕອນອາຍຸ 2 ປີ http://punlao.com/pnomsin/polls/7195/

ຂ້າພະເຈົ້າເອງບໍ່ແນ່ໃຈປານໃດ ອາດຈະຢູ່ໄລຍະ 3 ຫາ 4 ປີ

ກ່ອນຫນ້ານັ້ນ ແມ່ນບໍ່ຈື່ຫຍັງ

ຂ້າພະເຈົ້າຕ້ອງ ອາໄສຄົນອື່ນ ໂດຍສະເພາະແມ່ນພໍ່ແມ່ ເປັນຜູ້ເລົ່າໃຫ້ຟັງ

ເລື້ອງລາວ ວິລະກຳຕ່າງໆ ຂອງຂ້າພະເຈົ້າທີ່ໄດ້ຍິນມາ ແມ່ນມີດັ່ງລຸ່ມນີ້ :

  • ແມ່ໄດ້ໃຫ້ເຈ້ຍໃບຫນຶ່ງໃຫ້ ມັນເປັນເຈ້ຍທີ່ເພິ່ນຈີກ ມາຈາກປະຕິທິນ ໃນມື້ຂ້ອຍເກີດ, ໃນນັ້ນຂຽນວ່າ ວັນອັງຄານ ວັນທີ 11 ກຸມພາ 1969 ແລະ ມີລາຍມືທີ່ແມ່ຂຽນໄວ້ ວ່າເກີດເວລາປະມານ 5 ໂມງເຊົ້າ ທີ່ໂຮງຫມໍມະໂຫສົດ ໂດຍ ດຣ ກາເຣ (ຄົນຝະລັ່ງ)
  • ແມ່ເລົ່າວ່າ ຕອນຂ້ອຍຍັງນ້ອຍ ແມ່ອູ້ມຂ້ອຍນັ່ງກິນເຂົ້າ ຂ້ອຍກໍ່ໄດ້ສ້າງວິລະກຳ ໂດຍການຍ່ຽວໂດ່ງໄປລົງໃສ່ຖ້ວຍແກງ
  • ແມ່ບອກວ່າ ຫລັງຈາກຂ້ອຍເກີດ ພໍ່ໄດ້ໄປເຮັດວຽກຢູ່ສະຫວັນນະເຂດ ພວກເຮົາເລີຍຍ້າຍໄປຢູ່ສະຫວັນ (ແຕ່ຂ້ອຍບໍ່ຈື່ຫຍັງເລີຍ)
  • ແມ່ເລົ່າວ່າ ໃນລະຫວ່າງເດີນທາງດ້ວຍຍົນ ລະຫວ່າງ ວຽງຈັນ - ສະຫວັນ ໃນລະຫວ່າງທີ່ຍົນກຳລັງຂຶ້ນ ພໍ່ແມ່ກຳລັງຮັດສາຍແອວ ເພິ່ນແນມຫາຂ້ອຍແຕ່ບໍ່ເຫັນ ເພາະຂ້ອຍແລ່ນຂຶ້ນໄປຫົວຍົນ ໄປຫາຄົນຂັບແລ້ວ
  • ຊື່ພະນົມສິນ ແມ່ນໄດ້ມາຈາກທາດພະນົມ ຕອນພໍ່ແມ່ ໄປໄຫວ້ທາດ ເລີຍອະທິຖານຂໍລູກຊາຍ ເພາະກ່ອນຫນ້ານັ້ນ ເພິ່ນມີລູກຢູ່ແລ້ວ2 ຄົນເປັນຍິງຫມົດ ບໍ່ທັນມີລູກຊາຍ. ເມື່ອຂ້ອຍເກີດມາ ກໍ່ຖືວ່າ ຄຳອະທິຖານເກີດເປັນຈິງ ກໍ່ເລີຍໃສ່ຊື່ ພະນົມ ແລະ ເພື່ອໃຫ້ສອດຄ່ອງ ກັບຊື່ພວກເອື້ອຍ ຈຶ່ງຕື່ມຄຳວ່າສິນເຂົ້າໄປ ເພິນ່ວ່າຕື່ມສິນເຂົ້າໄປຍ້ອນເພິ່ນເຫັນວ່າ ເຮົາເປັນຄົນຊົງມີສິນມີທຳ ແລະ ກໍ່ໄດ້ມາຈາກພະທາດສັກສິດອີກ ສ່ວນເອື້ອຍທັງສອງ ກໍ່ລົງທ້າຍດ້ວຍອິນຢູ່ແລ້ວ ຜູ້ກົກຊື່ພອນອິນ ຜູ້ສອງຊື່ເພັດສະລິນ ຜຸູ້ສາມເລີຍຊື່ພະນົມສິນ

ຍັງມີຫລາຍໆວິລະກຳ ທີ່ເພິ່ນເຄີຍເວົ້າເຖິງ ແຕ່ຄຶດບໍ່ອອກແລ້ວ ບໍ່ຈື່ແລ້ວ. ມາຈື່ຄວາມໄດ້ ແມ່ນຕອນພໍ່ຍ້າຍມາຢູ່ວຽງຈັນ ຕອນນັ້ນ ເຮືອນພວກເຮົາຢູ່ປາກປ່າສັກ

  • ຂ້ອຍຍັງຈື່ເພງທີ່ໄດ້ຍິນໄດ້ຟັງຕອນຍັງນ້ອຍ ແລະ ມັກໄປຮ້ອງເພງຢູ່ຫນ້າແວ່ນຫ້ອງນອນ
  • ຈື່ວ່ານ້ອງສາວພໍ່2ຄົນ ແລະ ແມ່ມັກລັກຫລິ້ນໄພ້ ຕອນພໍ່ບໍ່ຢູ່ ເມື່ອພໍ່ກັບມາ ພວກເຂົາພາກັນຟ້າວມ້ຽນວົງໄພ້ຢ່າງອຸດຕະລຸດ ຢ້ານພໍ່ຮ້າຍ
  • ຍັງຈື່ຫນັງກາຕູນ ທີ່ເບິ່ງຈາກໂທລະທັດຂາວດຳຢູ່ເຮືອນລຸງ ອ້າຍຂອງພໍ່ ຕອນນັ້ນ ມີຫນັງກາຕູນ ຍີ່ປຸ່ນຫລາຍເລື່ອງ ເຊັ່ນ ມະນຸດສາຍຮຸ້ງ, ໄອ້ມົດແດງ V1 (ໂຕຢູ່ເທິງຊ້າຍສຸດ) ສ່ວນ V8 - Sky rider ແລະ V9 - Kamen rider Super One ແມ່ນໄດ້ເບິ່ງຕອນເຂົ້າມັດທະຍົມແລ້ວ

ໄອ້ມົດແດງອາລະວາດ

ເຫດການທັງຫມົດນີ້ ແມ່ນເກີດຂຶ້ນ ກ່ອນການປ່ຽນແປງການປົກຄອງ ຍັງເປັນ ພຣະຣາຊອານາຈັກລາວ

ມື້ນີ້ຂໍຈົບພຽງເທົ່ານີ້ກ່ອນ. ຍັງມີຕອນຕໍ່ໄປ


 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 9, 2010 | ມີ 14 ຄຳເຫັນ ແລະ 0 trackback(s)

ຂ້ອຍເປັນສັດຫວງຫ້າມ ປະເພດ1 ການລັກລອບຊື້-ຂາຍຂ້ອຍແມ່ນຈະຖືກລົງໂທດ ຕາມກົດຫມາຍ

 

 

ຫນ້າຕາຂ້ອຍເປັນແບບນີ້ ມີທັງຕອນນອນຂວ້ຳ ແລະ ນອນຫງາຍ

 

ຢາກຮູ້ວ່າຂ້ອຍຊື່ຫຍັງແລ້ວແມ່ນບໍ່

ພາບຈາກ ໂປສເຕີ ຕິດຢູ່ຕາມຕະຫລາດ ບ້ານລາດຢາຍ ເມືອງພູກູດ ແຂວງຊຽງຂວາງ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 20, 2010 | ມີ 19 ຄຳເຫັນ ແລະ 0 trackback(s)

ເລື້ອງຂອງການກິນ ກໍ່ມີຫລາຍແບບຫລາຍຢ່າງ ຕາມແຕ່ລະທ້ອງຖິ່ນ ແລະ ຕາມແຕ່ວັດທະນະທຳ

ດ້ານວັດທະນະນການກິນສັດທີ່ຍັງເປັນໆ ຍ່າງໄປຍ່າງມາ ຢູ່ດີດີ ກໍ່ຖືກຈັບໃສ່ປາກ ຫຍໍ້າກິນຢ່າງແຊບນົວ ຂ້າພະເຈົ້າກໍ່ເຄີຍໄດ້ເຮັດແບບສຳຫລວດ ໄປແລ້ວເທື່ອຫນຶ່ງ

ຈຶ່ງໄດ້ຮູ້ວ່າ ຄົນລາວ ຈຳນວນຫນຶ່ງ ມັກກິນສັດຈຳພວກແມງໄມ້ ທີ່ຍັງໄຕ່ໄປໄຕ່ມາ ຢູ່ຫລາຍຊະນິດ ໄດ້ແກ່ ກຸ້ງເຕັ້ນ ແມງແຄງນ້ອຍ ແມງແຄງໃຫຍ່ ແລະ ອື່ນໆ

ມື້ນີ້ ຂ້າພະເຈົ້າ ຂໍນຳສະເຫນີ ຮູບຖ່າຍ ທີ່ໄດ້ຖ່າຍມາຈາກປະສົບການທີ່ພົບເຫັນມາດ້ວຍຕົນເອງ ທີ່ແຂວງຊຽງຂວາງ

ມື້ນັ້ນ, ມີຄົນນັ່ງກິນເຂົ້ານຳກັນຫລາຍຄົນ ຜູ້ຫນຶ່ງ ສັ່ງໃຫ້ຄົນທີ່ກຳລັງຈະໄປຕະຫລາດ ຊື້ແມງແຄງມາໃຫ້

ຕໍ່ໍມາ ຄົນທີ່ມາແຕ່ຕະຫລາດ ໄດ້ສົ່ງກະບັ້ງໄມ້ໄຜ່ ຂະຫນາດ ຊ່ຳ whiteboard marker ຫລື ບິກເຝິສ ຂຽນກະດານຂາວຫັ້ນຫລະ ມາໃຫ້

ກະບັ້ງກໍ່ມີຝາອັດຄັກແນ່ ໃນກະບັ້ງມີແມງຢູ່10 ໂຕ. ເພິ່ນເອົາມາປ່ອຍລົງໃສ່ຈານສົ້ມຜັກ ໃຫ້ມັນໄຕ່ໄປໄຕ່ມາ ແລ້ວກໍ່ຖືກຢຸບໄປພ້ອມກັບສົ້ມຜັກເຂົ້າປາກ

ຖາມເພິ່ນວ່າລົດຊາດເປັນແນວໃດ ເພິ່ນບອກວ່າ ຄືກັບແຈ່ວວາຊາບິ ທີ່ກິນກັບປູອັດອ້ອຍຕ້ອຍ