ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 9, 2008 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ປະມານວ່າຕອນປີ 1980 ຫນັງຈີນກຳລັງພາຍໃນ ແມ່ນກຳລັງເປັນທີ່ນິຍົມ,  ເລີ້ມຈາກມັງກອນຢົກ ນາງເອກຕອນນັ້ນແມ່ນ ຫມີເຊັຍ ສາຍຕອນກາງຄືນ.

ຕໍ່ມາກໍ່ແມ່ນ ກຣະບີ່ໄຣ້ທຽມທານ ສາຍຕອນກາງເວັນ ວັນເສົາແລະອາທິດ, ພະເອກສີເສົ້າສຽນ ນາງເອກ ຫວີອັນອັນ. ຕອນນັ້ນ ຫມົດຄຸ້ມນາຫນອງແວງ ມີໂທລະທັດຫນ່ວຍດຽວ, ທຸກຄົນແມ່ນຍ່າງໄປເບິ່ງທີ່ເຮືອນນ້າສາວແສງ

ໃນຍຸກນັ້ນ ຫນັງຈີນ ແມ່ນຍົກໃຫ້ ເລື້ອງນີ້ ເປັນສຸດຍອດຫນັງກຳລັງພາຍໃນ. ພະເອກ ຝຶກວິຊາໄຫມຟ້າ ຕໍ່ສູ້ກັບ ເຈົ້າສຳນັກກຝ່າຍອະທຳ, ເນື້ອເລື້ອງສະຫລັບຊັບຊ້ອນ ຊວນຕິດຕາມ (ແຕ່ຖ້າເອົາມາສາຍຄືນໃນຍຸກນີ້ ກໍ່ບໍ່ມ່ວນປານໃດ). ທີ່ສຳຄັນ ເພງລະຄອນເລື້ອງນີ້ ມັນມີເອກະລັກ ແລະ ຕິດຫູທຸກຄົນທີ່ໄດ້ຊົມມາຮອດມື້ນີ້ ເຖິງວ່າຈະຜ່ານມາແລ້ວຊາວກວ່າປີ .

2 ເດືອນກ່ອນ ຂ້າພະເຈົ້າກັບຫມູ່ ພາກັນໄປກິນລ້ຽງຊຸມແຊວ ທີ່ຮ້ານອາຫານແຫ່ງຫນຶ່ງ. ບ່ອນນັ້ນ ໃກ້ກັບຫ້ອງການ ມີການສະແດງດົນຕີສົດ ແບບ folk song. ເມື່ອນັກສະແດງເມື່ອຍ ກໍ່ມີຊົ່ວໂມງພັກຜ່ອນ ແຕ່ເປີດເພງຈາກເຄື່ອງສຽງແທນ ແລະ ເພິ່ນກໍ່ເປີດເພງກະບີ່, ຟັງແລ້ວ ກໍ່ຄິດເຖິງຄວາມຫລັງ ຕອນຍັງນ້ອຍ

ຂ້າພະເຈົ້າ ຂໍໃຫ້ຜູ້ບໍລິການ save ລົງ USB ໃຫ້ແດ່. ຫລາຍນາທີຕໍ່ມາ ເຂົາກັບມາບອກວ່າ ເຮັດບໍ່ສຳເລັດ ເພາະວ່າ ພໍແຕ່ສຽບ USB ເຂົ້າໄປ ຄອມພິວເຕີຂອງຮ້ານ ກໍ່ດັບ ຕ້ອງຂໍອະໄພຫລາຍໆ ໃຫ້ໄປຫາໂຫລດເອົາຈາກອິນເຕີເນັດເດີ້, ຄອມເພິ່ນຄົງບໍ່ມີໂອກາດໄດ້ອັບເດດອັນຕີ້ໄວຣັດ ກາຍເປັນວ່າເຮົາໄປປ່ອຍໄວຣັດໃສ່ຄອມເພິ່ນ.

ຫລັງຈາກນັ້ນ ເກືອບເດືອນ ດ້ວຍຄວາມພະຍາຍາມອັນມຸ້ງຫມັ້ນ ຂ້າພະເຈົ້າ ກໍ່ໄດ້ພົບກັບເພງນີ້ ໃນອິນເຕີເນັດ ພ້ອມດ້ວຍເພງອື່ນໆອີກ ຈາກຫນັງຈີນຍຸກນັ້ນ. ຕອນນີ້ ເອົາໄປຕັ້ງເປັນສຽງໂທລະສັບມືຖື ເຊິ່ງຫມູ່ຄູ່ຄົນໃດໄດ້ຍິນ ແມ່ນຕ້ອງຂໍໂຫລດເອົາ,  ແລະ ກໍ່ຍັງເອົາໃສ່ໄວ້ໃນໂປຣໄຟລ໌ຂອງຂ້າພະເຈົ້າໃນພັນລາວອີກນຳ ແຕ່ຈັກຫນ່ອຍກໍ່ຄົງເອົາອອກ ບໍ່ຮູ້ວ່າສະມາຊິກໃນພັນລາວ ມີຜູ້ຢາກໄດ້ບໍ່ນໍ ຫລືວ່າເກີດບໍ່ທັນ.

 

Delicious Digg Fark Twitter