ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 16, 2010 | ມີ 5 ຄຳເຫັນ ແລະ 0 trackback(s)

ຂ້າພະເຈົ້າ ຄິດວ່າ ຈະທະຍອຍຂຽນເລື້ອງລາວຂອງໂຕເອງຈາກຄວາມຊົງຈຳ ຂອງໂຕເອງຕັ້ງແຕ່ຍັງນ້ອຍໆ ໄລ່ມາເລື້ອຍໆຈົນເຖິງປະຈຸບັນ ມັນອາດຈະໄປຖືກກັບຊ້ວງຊີວິດຂອງບາງຄົນ ກໍ່ຂໍໃຫ້ຊ່ວຍຕໍ່ເຕີມດ້ວຍ, ສຳລັບຜູ້ທີ່ເກີດບໍ່ທັນ ກໍ່ຄົງຈະເປັນບ່ອນໃຫ້ໄດ້ອ່ານເລື້ອງລາວ ຂອງຜູ້ທີ່ເກີດກ່ອນ ເພື່ອຮູ້ເຖິງເຫດການຕ່າງ ທີ່ເພິ່ນໄດ້ພົບພໍ້

ຮູບວຽງຈັນ

ກ່ອນຈື່ຄວາມໄດ້

ຫລາຍຄົນຈະຈື່ໄດ້ວ່າໂຕເຄີຍເຮັດຫຍັງໃນໄວເດັກ ຢ້ອນກັບໄປຮອດຕອນອາຍຸ 2 ປີ http://punlao.com/pnomsin/polls/7195/

ຂ້າພະເຈົ້າເອງບໍ່ແນ່ໃຈປານໃດ ອາດຈະຢູ່ໄລຍະ 3 ຫາ 4 ປີ

ກ່ອນຫນ້ານັ້ນ ແມ່ນບໍ່ຈື່ຫຍັງ

ຂ້າພະເຈົ້າຕ້ອງ ອາໄສຄົນອື່ນ ໂດຍສະເພາະແມ່ນພໍ່ແມ່ ເປັນຜູ້ເລົ່າໃຫ້ຟັງ

ເລື້ອງລາວ ວິລະກຳຕ່າງໆ ຂອງຂ້າພະເຈົ້າທີ່ໄດ້ຍິນມາ ແມ່ນມີດັ່ງລຸ່ມນີ້ :

  • ແມ່ໄດ້ໃຫ້ເຈ້ຍໃບຫນຶ່ງໃຫ້ ມັນເປັນເຈ້ຍທີ່ເພິ່ນຈີກ ມາຈາກປະຕິທິນ ໃນມື້ຂ້ອຍເກີດ, ໃນນັ້ນຂຽນວ່າ ວັນອັງຄານ ວັນທີ 11 ກຸມພາ 1969 ແລະ ມີລາຍມືທີ່ແມ່ຂຽນໄວ້ ວ່າເກີດເວລາປະມານ 5 ໂມງເຊົ້າ ທີ່ໂຮງຫມໍມະໂຫສົດ ໂດຍ ດຣ ກາເຣ (ຄົນຝະລັ່ງ)
  • ແມ່ເລົ່າວ່າ ຕອນຂ້ອຍຍັງນ້ອຍ ແມ່ອູ້ມຂ້ອຍນັ່ງກິນເຂົ້າ ຂ້ອຍກໍ່ໄດ້ສ້າງວິລະກຳ ໂດຍການຍ່ຽວໂດ່ງໄປລົງໃສ່ຖ້ວຍແກງ
  • ແມ່ບອກວ່າ ຫລັງຈາກຂ້ອຍເກີດ ພໍ່ໄດ້ໄປເຮັດວຽກຢູ່ສະຫວັນນະເຂດ ພວກເຮົາເລີຍຍ້າຍໄປຢູ່ສະຫວັນ (ແຕ່ຂ້ອຍບໍ່ຈື່ຫຍັງເລີຍ)
  • ແມ່ເລົ່າວ່າ ໃນລະຫວ່າງເດີນທາງດ້ວຍຍົນ ລະຫວ່າງ ວຽງຈັນ - ສະຫວັນ ໃນລະຫວ່າງທີ່ຍົນກຳລັງຂຶ້ນ ພໍ່ແມ່ກຳລັງຮັດສາຍແອວ ເພິ່ນແນມຫາຂ້ອຍແຕ່ບໍ່ເຫັນ ເພາະຂ້ອຍແລ່ນຂຶ້ນໄປຫົວຍົນ ໄປຫາຄົນຂັບແລ້ວ
  • ຊື່ພະນົມສິນ ແມ່ນໄດ້ມາຈາກທາດພະນົມ ຕອນພໍ່ແມ່ ໄປໄຫວ້ທາດ ເລີຍອະທິຖານຂໍລູກຊາຍ ເພາະກ່ອນຫນ້ານັ້ນ ເພິ່ນມີລູກຢູ່ແລ້ວ2 ຄົນເປັນຍິງຫມົດ ບໍ່ທັນມີລູກຊາຍ. ເມື່ອຂ້ອຍເກີດມາ ກໍ່ຖືວ່າ ຄຳອະທິຖານເກີດເປັນຈິງ ກໍ່ເລີຍໃສ່ຊື່ ພະນົມ ແລະ ເພື່ອໃຫ້ສອດຄ່ອງ ກັບຊື່ພວກເອື້ອຍ ຈຶ່ງຕື່ມຄຳວ່າສິນເຂົ້າໄປ ເພິນ່ວ່າຕື່ມສິນເຂົ້າໄປຍ້ອນເພິ່ນເຫັນວ່າ ເຮົາເປັນຄົນຊົງມີສິນມີທຳ ແລະ ກໍ່ໄດ້ມາຈາກພະທາດສັກສິດອີກ ສ່ວນເອື້ອຍທັງສອງ ກໍ່ລົງທ້າຍດ້ວຍອິນຢູ່ແລ້ວ ຜູ້ກົກຊື່ພອນອິນ ຜູ້ສອງຊື່ເພັດສະລິນ ຜຸູ້ສາມເລີຍຊື່ພະນົມສິນ

ຍັງມີຫລາຍໆວິລະກຳ ທີ່ເພິ່ນເຄີຍເວົ້າເຖິງ ແຕ່ຄຶດບໍ່ອອກແລ້ວ ບໍ່ຈື່ແລ້ວ. ມາຈື່ຄວາມໄດ້ ແມ່ນຕອນພໍ່ຍ້າຍມາຢູ່ວຽງຈັນ ຕອນນັ້ນ ເຮືອນພວກເຮົາຢູ່ປາກປ່າສັກ

  • ຂ້ອຍຍັງຈື່ເພງທີ່ໄດ້ຍິນໄດ້ຟັງຕອນຍັງນ້ອຍ ແລະ ມັກໄປຮ້ອງເພງຢູ່ຫນ້າແວ່ນຫ້ອງນອນ
  • ຈື່ວ່ານ້ອງສາວພໍ່2ຄົນ ແລະ ແມ່ມັກລັກຫລິ້ນໄພ້ ຕອນພໍ່ບໍ່ຢູ່ ເມື່ອພໍ່ກັບມາ ພວກເຂົາພາກັນຟ້າວມ້ຽນວົງໄພ້ຢ່າງອຸດຕະລຸດ ຢ້ານພໍ່ຮ້າຍ
  • ຍັງຈື່ຫນັງກາຕູນ ທີ່ເບິ່ງຈາກໂທລະທັດຂາວດຳຢູ່ເຮືອນລຸງ ອ້າຍຂອງພໍ່ ຕອນນັ້ນ ມີຫນັງກາຕູນ ຍີ່ປຸ່ນຫລາຍເລື່ອງ ເຊັ່ນ ມະນຸດສາຍຮຸ້ງ, ໄອ້ມົດແດງ V1 (ໂຕຢູ່ເທິງຊ້າຍສຸດ) ສ່ວນ V8 - Sky rider ແລະ V9 - Kamen rider Super One ແມ່ນໄດ້ເບິ່ງຕອນເຂົ້າມັດທະຍົມແລ້ວ

ໄອ້ມົດແດງອາລະວາດ

ເຫດການທັງຫມົດນີ້ ແມ່ນເກີດຂຶ້ນ ກ່ອນການປ່ຽນແປງການປົກຄອງ ຍັງເປັນ ພຣະຣາຊອານາຈັກລາວ

ມື້ນີ້ຂໍຈົບພຽງເທົ່ານີ້ກ່ອນ. ຍັງມີຕອນຕໍ່ໄປ


 

Delicious Digg Fark Twitter