ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 13, 2009 | ມີ 18 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ເມື່ອກ່ອນມີເມືອງໜອງຫານ ຫຼື ເມືອງທິຕານະຄອນ ມີພະຍາຂອມ ເປັນຜູ້ປົກຄອງ ບ້ານ ເມືອງ ຊຸ່ມເຢັນເປັນສຸກ ແຕ່ດົນມາ ກໍ່ເກີດຍຸກທີ່ຫຍຸ້ງຍາກລຳບາກຍາກເຂັນ ບ້ານເມືອງເກີດແຫ້ງແລ້ງ 8 ປີ 8 ເດືອນ ເພາະພະຍາແຖນຄຽດ ທີ່ປະຊາຊົນບໍ່ເຮັດບຸນບັ້ງໄຟ ຈື່ງບັນດານໃຫ້ເກີດແຫ້ງແລ້ງ. ດັ່ງນັ້ນ ພະຍາຂອມຈຶ່ງໄດ້ປ່າວປະກາດ ໃຫ້ປະຊາຊົນເຮັດບຸນບັ້ງໄຟ ເພື່ອຈູດຖວາຍບູຊາພະຍາແຖນ ໂດຍຈັດໃຫ້ມີການແຂ່ງຂັນ ສຳລັບພະຍາຂອມ ໄດ້ເຮັດບັ້ງໄຟທີ່ໃຫ່ຍກ່ວາໝູ່ ຊຶ່ງເອີ້ນວ່າ: ” ບັ້ງໄຟແສນ” ໃນຖານະເຈົ້າພາບ ແລະປະກາດໃຫ້ຫົວເມືອງຕ່າງໆ ມາຮ່ວມແຂ່ງຂັນໃນວັນເພັງເດືອນ 6. ທ້າວຜາແດງ ແຫ່ງເມືອງຜາໂພງ ກໍຊາບຂ່າວການປະກາດ ຂອງພະຍາຂອມ ເຈົ້າເມືອງໜອງຫານທີ່ວ່າ ຫາກ ມີບັ້ງໄຟ ຜູ້ໃດຂື້ນສູງສຸດ ພະຍາຈະຍົກເມືອງໃຫ້ປົກຄອງເຄິ່ງໜື່ງ ແລະຍົກລູກສາວ ນາງໄອ່ຄຳໃຫ້ດ້ວຍ.

ສຽງຊ່າ ລືເລື່ອງ ບຸນບັ້ງໄຟ ແລະຄວາມຈົບງາມຂອງທິດາໄອ່ຄຳ ແຫ່ງ ເມືອງໜອງ ຫານໄດ້ແຜ່ພື ໄປຮອດ ເມືອງ ບາດານ ຊຶ່ງເຈົ້າເມືອງມີໂອລົດ ຊື່ວ່າ ທ້າວພັງຄີ ທ້າວພັງຄີ ຄິດຢາກໄດ້ ນາງ ໄອ່ຄຳ ຈຶ່ງລັກ ຂື້ນມາເມືອງ ມະນຸດ ທ້າວພັງຄີ ໄດ້ແປງເປັນກະຮອກເຜືອກ ໂດຍແຂວນເຂາະຄຳໄຕ່ຂື້ນຕົ້ນໝາກເດື່ອ ໃກ້ຊານ ເຮືອນ ຂອງນາງ ໄອ່ຄຳ. ທຸກເຊົ້າ ແລະງກະຮອກເຜືອກພັງຄີ ຈະໂດດເຕັ້ນໄຕ່ ໄປມາ ຕາມກິ່ງງ່າໄມ້ໝາກເດື່ອ ໃນ ເວລານາງໄອ່ຄຳອອກມາພັກຜ່ອນບົນຊານເຮືອນ ເຫັນກະຮອກໂດດເຕັ້ນໄປມາກໍນືກຢາກໄດ້ມາລ້ຽງ ເພາະເຫັນວ່າໜ້າຮັກດີ. ເມື່ອເຖິງເວລາ ຫຼືວ່າກຳນົດຈູດບັ້ງໄຟແຂ່ງຂັນປາກົດວ່າ ບັ້ງໄຟທີ່ຂື້ນສູງກ່ວາໝູ່ ແລະ ຊະນະເລີດ ໄດ້ແກ່ບັ້ງໄຟຂອງຊຽງຫຽນ ສ່ວນບັ້ງໄຟຂອງທ້າວຜາແດງນັ້ນ ຖືດີນປືນແຫ້ງໂພດເລີຍລະເບີດ ແລະບັ້ງໄຟຂອງພະຍາຂອມ ເມືອງໝອງຫານເອງ ເຊື້ອຂີ້ໝື້ປືນອ່ອນຈູດບໍ່ຂື້ນ ພົ່ນແຕ່ຄວັນສີດຳນານ ເຖິງສາມວັນສາມຄືນ ເປັນອັນວ່າເມືອງໝອງຫານເຄິ່ງໜື່ງ ແລະນາງໄອ່ຄຳ ຕ້ອງຕົກເປັນຂອງທ້າວຊຽງຫຽນ ຢ່າງແນ່ນອນ. ຂ່າວການຈູດບັ້ງໄຟແສນ ໄດ້ຍິນໄປທົ່ວເມືອງ ຈົນນາງໄອ່ຄຳບໍ່ສາມາດຢູ່ເຢັນເປັນສຸກໄດ້ ເພາະຕົວນາງເອງ ແມ່ນຫຼົງຮັກທ້າວຜາແດງ ມາກ່ອນແລ້ວ.

ກ່າວເຖິງທ້າວພັງຄີ ຜູ້ເປັນກະຮອກເຜືອກ ຜູ້ຫຼົງຮັກນາງໄອ່ຄຳຄືກັນ ກໍ່ຍັງວົນວຽນ ເຕັ້ນໄຕ່ໄປມານຳຕົ້ນໝາກເດື່ອນ ນາງໄອ່ຄຳ ສັ່ງໃຫ້ນາຍພານຈັບ ແຕ່ໜ້າເສຍດາຍ ທີ່ນ່າຍພານບໍ່ສາມາດຈັບເປັນໄດ້. ຈຳເປັນຕ້ອງໄດ້ຈັບຕາຍໂດຍໃຊ້ໜ້າທະນູຍິງເມື່ອ ທ້າວພັງຄີ ລູກຊາຍພະຍານາກຖືກລູກໜ້າທະນູຂອງນາຍພານ ກໍເລີຍຕົກລົງຈາກງ່າຕົ້ນໝາກເດື່ອ ກ່ອນຈະຕາຍທ້າງພັງຄີ ໄດ້ອະທິດຖານວ່າ : ຂໍໃຫ້ຊີ້ນຜູ້ຂ້າໄດ້ແປດພັນກວຽນ ຄົນທັງເມືອງກິນບໍ່ໝົດ ຈັກເທື່ອແລະ ຖ້າຫາກຜູ້ໃດກິນຊີ້ນແລ້ວ ຈະຕ້ອງຕາຍໄປເຊັ່ນດຽວກັນ. ເມື່ອທ້າວພັງຄີເສຍຊິວິດ ປະຊາຊົນເມືອງໜອງຫານ ກໍປາດຊີ້ນ ແລະ ແບ່ງປັນກັນກິນຍົກເວັ້ນແຕ່ຄອບຄົວແມ່ຮ້າງ ນາງໝ້າຍ ທີ່ຊາວ ເມືອງລັງກຽດ ເຂົາເຈົ້າບໍ່ໄດ້ສ່ວນແບ່ງຈາກຊາວເມືອງ ດັ່ງນັ້ນ ພວກແມ່ຮ້າງນາງໝ້າຍ ຈຶ່ງບໍ່ຖືກທ້າວພັງຄີ ສາບແຊ່ງ ແລະລອດຕາຍ.

ຂ່າວການຕາຍຂອງທ້າວພັງຄີ ແພ່ໄປຮອດເມືອງພະຍານາກ ພະຍານາກ ມີຄວາມຄຽດແຄ້ນ ຈຶ່ງເກນພົນທະຫານນາກ ຂື້ນມາບຸກໂຈກຕີຖະຫຼົ່ມດິນເມືອງໜອງຫານ ຈົນຫາຍລົງດິນ ແລະເກີດນ້ຳຖ້ວມ ກອງທັບພະຍານາກ ເຂົ້າບຸກໂຈມຕີຄົນທັງເມືອງຕາຍຈົນໝົດ. ພວກທີ່ຍັງເຫຼືອ ແມ່ນບ້ານແມ່ຮ້າງ ນາງໝ້າຍເທົ່ານັ້ນ. ຂະນະທີ່ເກີດຄວາມວຸ້ນວາຍ ທ້າວຜາແດງ ໄດ້ມານຳເອົານາງໄອ່ຄຳຂື້ນຂີ່ມ້າຫວັງ ເພື່ອນຳ ນາງໜີໄປຢູ່ເມືອງຜາໂພງດ້ວຍກັນ. ແຕ່ຍ້ອນວ່ານາງ ໄອ່ຄຳ ໄດ້ກິນຊີ້ນທ້າວພັງຄີ ດັ່ງນັ້ນ ນາງເອງກໍຖືກທະຫານພະຍານາກນຳຕິດຕາມ ມ້າທີ່ທ້າວຜາແດງ ໃຊ້ເປັນພາຫະນະ ນຳນາງ ໄອ່ຄຳ ໄປບໍ່ລອດ ເພາະເສັ້ນທາງມີແຕ່ຕົມ ຈົນໃນທີ່ສຸດ ນາງ ໄອ່ຄຳ ຕ້ອງຕົກອອກຈາກຫຼັງມ້າ ແລະ ສິ້ນໃຈຕາຍ.

 

alt

ພາບຈາກ http://banchiang.igetweb.com/index.php?mo=3&art=158205

 

___________________________________________________________________________

ຈື່ບໍ່ໄດ້ວ່າເອົາມາແຕ່ສົງໄສວ່າ ຄົງຈະເອົາມາຈາກອິນລາວ ແລ້ວເອົາມາລົງໄວ້ທີ່ http://www.pnomsin.com/?p=11

Delicious Digg Fark Twitter