ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 2, 2009 | ມີ 10 ຄຳເຫັນ ແລະ 0 trackback(s)

ອັນນີ້ແມ່ນເລື້ອງເກົ່າ ຈາກ http://forum.pnomsin.com/index.php?topic=942.0 12-02-2008

ເອົາມາໂພສໃຫມ່ ປັນພີ່ນ້ອງພັນລາວ 

ຂ້າພະເຈົ້າວາງແຜນເດີນທາງໄປແຂວງຈຳປາສັກ
ຫລັງຈາກກຳນົດວັນເດີນທາງຮຽບຮ້ອຍແລ້ວ ກໍ່ເຂົ້າໄປເວັບໄຊຂອງການບິນລາວ
ເຫັນວ່າມີຖ້ຽວບິນໄປປາກເຊທຸກເຊົ້າ ເລີຍວາງແຜນໄປທາງຍົນ
ຫລັງຈາກສົ່ງແຜນງານໃຫ້ຝ່າຍບໍລິຫານ ເພິ່ນກໍ່ແຈ້ງບອກວ່າ ຍົນເຕັມທຸກຖ້ຽວ
ສົງໄສເປັນຍ້ອນເທດສະການກຸດຈີນ

ບໍ່ເປັນຫຍັງຫຍັບການເດີນທາງໃຫ້ໄວຂຶ້ນກໍ່ໄດ້ ໂດຍການຂີ່ລົດເມ VIP
ອອກເດີນທາງຕອນແລງ ຕອນເຊົ້າກໍ່ຮອດປາກເຊ
ຕົກລົງຈະເດີນທາງໄປປາກເຊ ດ້ວຍລົດເມ
ເຄີຍເດີນທາງແບບນີ້ມາຫລາຍເທື່ອແລ້ວ
ພໍດີທ່ານ ”ບ່າວປາກເຊ” ເພິ່ນຮູ້ເຂົ້າ ເລີຍໃຫ້ເບີໂທ ສຳລັບຈອງບ່ອນນັ່ງລົດເມ
ແລະ ໄດ້ໂທຈອງລ່ວງຫນ້າຮອດ 2ມື້ ກ່ອນອອກໄປຄິວລົດກໍ່ໂທອີກເພື່ອແນ່ໃຈວ່າມີລົດແນ່ນອນ
ຢ້ານວ່າລົດຈະເຕັມຄືກັນກັບຍົນ

ໄປຮອດຄິວລົດ ເຂົາຖາມມາວ່າຈອງໄວ້ຫລືບໍ່ ຊື່ຫຍັງ ປີ້ລົດເມ ບໍລິສັດຈິດປະສົງ ລາຄາ 150000 ກີບ
ໃນປີ້ລົດຂຽນ ເລກບ່ອນນັ່ງ ຫມາຍເລກ 2, ເລກລົດ, ແລະ ບໍລິການຕ່າງໆ ທີ່ຈະໄດ້ຮັບ ເຊັ່ນ ເຂົ້າຫນົມອົມ, ນ້ຳດື່ມ, ອາຫານ ແລະ ຜ້າເຢັນ
ໄຄແດ່ທີ່ໄດ້ຈອງໄວ້ ເພາະມີຫລາຍຄົນຍັງຫລັ່ງໄຫລມາຖາມຊື້ປີ້ ປະກົດວ່າປີ້ລົດໄປປາກເຊ ບໍ່ເຫລືອແລ້ວ

ເມື່ອຕອນຂຶ້ນເມ ປີນຂຶ້ນໄປຊັ້ນ 2 ບ່ອນນັ່ງຫນ້າສຸດ
ໂທ້ເອີຍ ບໍ່ມີຮອດບ່ອນສິປ່ອນຂາ ມີບ່ອນນັ່ງເກືອບຕິດກັບໂຕະທາງຫນ້າແວ່ນລົດ ທີ່ເຂົາເອົາກະເປົາມາວາງໄວ້
ເວລານັ່ງ ຕ້ອງຍົກຂາມາພາດໄວ້ໂຕະຫນ້າລົດ
ບ່ອນນັ່ງຂອງລົດຄັນນັ້ນ ບໍ່ມີຮອດສາຍແອວ ຖ້າມີເຫດລົດຢຸດກະທັນຫັນ ຂ້າພະເຈົ້າຄົງໄດ້ລອຍທະລຸແວ່ນລົດ ປິວລົງໄປກອງຢູ່ຖະຫນົນເບື້ອງຫນ້າລົດ

ຂ້າພະເຈົ້ານັ່ງຫ່າງຈາກຈໍໂທລະທັດຂອງລົດ ບໍ່ເຖິງ1ແມັດ
ຕອນກ່ອນລົດຈະອອກ ເພິ່ນເປີດເພງລາວ ຕອນລົດແລ່ນອອກໄປແລ້ວ ເພິ່ນມອດໄຟແລະສາຍຫນັງ ສາຍບໍ່ຈົບດອກ ເພິ່ນມອດກ່ອນ ເພາະຫລາຍຄົນນອນແລ້ວ

ມາຕື່ນກັນອີກເທື່ອຫນຶ່ງ ຕອນ1ໂມງ ລົດຈອດຢູ່ທ່າແຂກ ເປັນເວລາ 10-15 ນາທີ
ຈາກນັ້ນ ກໍ່ເດີນທາງຕໍ່ 5 ໂມງເຊົ້າ ລົດໄຕ້ໄຟ ເປີດເພງ ແລະ ແຈກຜ້າເຢັນ
6 ໂມງໂດຍປະມານ ກໍ່ຈອດຢູ່ສາລາຄຳ ແຄມນ້ຳເຊໂດນ

ທີ່ຄິວລົດ, ລົດສາມລໍ້, ຕຸກຕຸກ, ຈຳໂບ້ ທະຍອຍພາຜູ້ໂດຍສານຈາກໄປ
ຂ້າພະເຈົ້າ ຂຶ້ນລົດກະບະຂອງທ່ານຮອງຫົວຫນ້າສາຂາພາກໃຕ້ ເພັດສະຫມອນ ມຸ້ງຫນ້າເຂົ້າໃນເມືອງ ແລະ ມາຢຸດທີ່ໂຮງແຮມແສງອາລຸນ
ໂຮງແຮມສີ່ຊັ້ນປຸກໃຫມ່ກາງໃຈກາງເມືອງ ຕົບແຕ່ງຕາມແບບຈີນ ອາດຈະຈັດສະເພາະຊ້ວງກຸດຈີນກໍ່ໄດ້
ທີ່ຫນ້າທາງເຂົ້າ ເພິ່ນເອົາຕຸກະຕາປຸມເປົ້າຂະຫນາດເທົ່າໃຫຍ່ກວ່າຄົນ ແຕ່ງຕົວແບບຈີນບູຮານມືຈັບກ້ອນຄຳ ມາຢືນຢູ່
ດ້ານໃນ ຂ້າງ ເຄົາເຕີ ມີຮ້ານເສັ້ນໄຫວ້ ວາງຢູ່ພື້ນ ມີຫມາກໄມ້ແລະຂະຫນົມ ໃນອາຄານເປີດເພງດົນຕີພື້ນເມືອງຈີນ

ໄດ້ຫ້ອງທີ່ຫ້ອງພັກ ຊັ້ນສາມ ມີລິບໃຫ້ໃຊ້ຂຶ້ນລົງ ຫ້ອງນອນມີບ່ອນສຽບກາດກະແຈເພື່ອໄຕ້ໄຟ ມີຕູ້ເຢັນ ໂທລະທັດ ແອເຢັນ ນ້ຳອຸ່ນ
ແຂກສ່ວນຫລາຍເປັນນັກທ່ອງທ່ຽວມາຈາກໄທ

ລະຫວ່າງເດີນທາງຈາກໂຮງແຮມ ໄປຫາສຳນັກງານກຕຟ ບັງເຢາະ ລົດແລ່ນຜ່ານ ຕະຫລາດດາວເຮືອງທີ່ບໍ່ໄດ້ເຫັນ1ປີມາແລ້ວ
ຫນ້າຕະຫລາດ ມີການຕຶກຫ້ອງແຖວເກີດລຽນຢາຍກັນຈົນສຸດທາງ
ຂ້າງທາງເຂົ້າຂົວ ກຳລັງສ້າງຕຶກສູງ ທີ່ຈະກາຍເປັນໂຮງແຮມ
ກາຍມາອີກທີ່ຫນ້າໂຮງແຮມສົມຫວັງ ກໍ່ເຫັນອາຄານສູງ ທີ່ຈະກາຍເປັນໂຮງແຮມອີກ 1 ແຫ່ງ
ເຫັນມີແຕ່ການກໍ່ສ້າງ

ທີ່ບັງເຢາະ ອາຄານທີ່ເຄີຍໃຊ້ເປັນສຳນັກງານໂຄງການຂອງຟຟລ ໄດ້ຖືກໂອນມາໃຫ້ກຕຟ ແລະ ກຳລັງຖືກຕໍ່ເຕີມໃຫມ່
ອາຄານສອງຫລັງຖືກດັດແປງໃຫ້ກາຍເປັນຫລັງດຽວ ເພິນ່ມີແຜນເຂົ້າໄປຢູ່ໃນປິໃຫມ່ລາວ
ຕອນນີ້ ພະນັກງານກຕຟພາກໃຕ້ທັງຫມົດ ໃຊ້ຫ້ອງການຂອງໂຮງງານເສົາປາກເຊ ຊາມຊາຫ້ອງການສາຂາສ້າງສຳເລັດ

ຕອນເຊົ້າຂ້າພະເຈົ້າເຮັດວຽກກັບກຕຟ ສ່ວນຕອນບ່າຍ ເຮັດວຽກກັບຟຟລ ສາຂາຈຳປາສັກ
ອາຄານໄຟຟ້າຈຳປາສັກ ມີການປ່ຽນແປງເລັກນ້ອຍ ການຕໍ່ເຕີມອາຄານ ເຮັດສຳເລັດແລ້ວ
ຫ້ອງການພະແນກເຕັກນິກ ຍ້າຍລົງມາຢູ່ຫ້ອງປະຊຸມ
ສ່ວນຫ້ອງປະຊຸມ ຍ້າຍໄປທີ່ອາຄານຕໍ່ເຕີມໃຫມ່

ຫລັງເລີກການ ພະນັກງານຟຟລ ພາຂ້າພະເຈົ້າໄປຮ້ານເບຍຮ້ານຫນຶ່ງ ຊື່ວ່າຕົ້ນຕານຄູ່
ມັນກໍ່ຢູ່ຄິວລົດຈິດປະສົງ ບ່ອນສາລາຄຳ ບ່ອນນ້ຳເຊໂດນປ່ອງໃສ່ນ້ຳຂອງ
ຢູ່ບ່ອນຫັ້ນ ມີຮ້ານເບຍຫລາຍຮ້ານຕິດກັນ
ຕົ້ນຕານຄູ່ ເປັນຊື່ຮ້ານເພາະມີຕົ້ນຕານເຕ້ຍໆສອງຕົ້ນຕິດກັນ ປູກຢູ່ຫນ້າຮ້ານ
ຮ້ານດັງກ່າວ ໃນມື້ນັ້ນ ຄົນເຂົ້າຫລາຍເປັນພິເສດ ກໍ່ຄົງເປັນເພາະເທດສະການກຸດຈີນອີກນັ້ນລະ
ມີສາວເບຍລາວ ແລະ ຄາລສເບີກ ກໍ່ພາກັນມາບໍລິການ ສາວ tigo ກໍ່ມີ

ອອກຈາກຕົ້ນຕານຄູ່ ພວກເຮົາໄປຕໍ່ກັນທີ່ ກິ່ງທອງ
ຮ້ານທີ່ເປັນບ່ອນ ທີ່ຄົນໃຊ້ອວດຄວາມສາມາດໃນການຮ້ອງເພງ
ເພິ່ນເປີດ CD ຖ້າບໍ່ມີແຜ່ນກໍ່ໃຊູ້ຄອມພິວເຕີ ເປີດ nick karaoke
ມີແຂກທັງລາວແລະຕ່າງປະເທດ
ການຕົບແຕ່ງຮ້ານກໍ່ເຫັນເອົາເຄື່ອງໃຊ້ເກົ່າໆ ມາວາງໂຊ
ມີທັງພວກຄອມພິວເຕີຮ້າງ ໆ
ທີ່ແປກກວ່ານັ້ນ ທາງໄປຫ້ອງນ້ຳ ຈະມີຄຳຂວັນ ຫລື ຄະຕິເຕືອນໃຈຂຽນໄວ້ເຕັມຝາ
ເນື້ອໃນຂອງຄຳຂວັນ ແມ່ນບໍ່ຢາກໃຫ້ຄົນເມົາແລ້ວຕີກັນ

ອອກຈາກບ່ອນນັ້ນແລ້ວ ພັກພວກທີ່ເຫລືອ ຊວນກັນໄປຕໍ່ທີ່ ເທັກເປີດໃຫມ່ ແຖວຫລັກ2
ແຕ່ໄປເທັກໂດຍບໍ່ມີຄູ່ ຄືວ່າບໍ່ຄັກ ເລີຍບອກໃຫ້ທ່ານບ່າວປາກເຊ ມາສົ່ງທີ່ໂຮງແຮມ

Delicious Digg Fark Twitter