ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ

ເພງສວນມອນ ໃຜຮ້ອງໄດ້ແນ່
ສ້າງເມື່ອ ມ.ນ.. 4, 2010 23 ຄົນໂຫວດ, 17 ຄຳເຫັນ, ອ່ານ 1020 ເທື່ອ
ກ່ອນທີ່ຂ້າພະເຈົ້າຈະຂຽນໄດອາຣີ ກ່ຽວກັບ ຄວາມຊົງຈຳ ຕອນທີ 2 "ສວນມອນ"
ຂ້າພະເຈົ້າຢາກຢັ່ງເບິ່ງວ່າ ມີຈັກຄົນຮູ້ຈັກເພງນີ້ ແລະ ຮູ້ຄວາມຫມາຍຂອງມັນແນວໃດ:
ສວນມອນແຫ່ງນີ້ ...ນີ້ເປັນຖານຖິ່ນ ສົດໃສ
ຊົມແລ້ວວິໄລ ພາໃຈເບີກບານ ພາຝັນ
ຖານຖິ່ນລຳເນົາຍາວຢຽດ ຢຽດໄດ້ຕັ້ງສາມກິໂລນັ້ນ
ເປັນຫນຶ່ງສະຖານຢູ່ໃນ ນະຄອນ

ຫົນທາງກ້ຽງງາມ ຜູ້ຄົນທຽວທ່ອງ ໄປ-ມາ
ແມ່ຂອງຄົງຄາ ເລື່ອນລາ ຫລາກໄຫລ ສູ່ຄອນ
ເຫັນຫນຸ່ມສາວລົງ ລອຍຫລິ້ນ ອາບເຢັນ ຢອກເຢົ້າ ຫນ້າອອນຊອນ
ນົກບິນກັບຄອນ ເມື່ອຍາມຄ້ອຍຄ່ຳ

ຄືນວັນເພັງ ແສງເດືອນ ແສງດາວສ່ອງມາ
ສຸກອຸລາ ນະພາ ພາໃສຊື່ນສ່ຳ
ເດິກຂ້ອນຄືນ ສຽງແຄນ ຂັບໂອ້ໂອ່ຍລຳ
ສຽງຂຸ່ຍ ຊ້ຳເຕີມເຂົ້ານຳ ສຸກເຫລືອລ້ຳ ສວນມອນແຫ່ງນີ້

ໃຜເຄີຍໄດ້ມາ ຕິດຕາຝັນເພີ້ ເຫມີ່ຫາ
ເມື່ອຫວນຄືນມາ ບໍ່ເລືອນເລີກລາ ຫລີກຫນີ
ແມ່ນເກີດຊາດໃດ ຂໍຈົ່ງ ເກີດໃນຖິ່ນຖານບ້ານແຫ່ງນີ້
ເຖິງສູນຊີວີ ຈະບໍ່ຂໍຫ່າງ