ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 24, 2008 | ມີ 23 ຄຳເຫັນ ແລະ 0 trackback(s)

       ຂ້ອຍມີໝູ່ຄົນໜື່ງຊື່ວ່າ: ນ້ອຍ ແຕ່ວ່າຊື່ລາວນີ້ກໍ່ບໍ່ໄດ້ມີປັນຫາຫລືແປກແຕ່ຢ່າງໃດເລີຍ....

      

      ກະເປັນຊື່ທີ່ຄົນມັກຕັ້ງໃຫ້ລູກຫລານຫລາຍ.! ອັນທີ່ແປກແມ່ນລາວມີຫລານຢູ່ 2 ຄົນທີ່ເປັນລູກຂອງນ້ອງພໍ່ລາວນັ້ນ...

 

      ຜູ້ເປັນອ້າຍອາຍຸ 10 ປີ ແລະຜູ້ເປັນນ້ອງອາຍຸ 8 ປີ.! ອັນທີ່ແປກກໍ່ແມ່ນຊື່ຂອງທັງ 2 ອ້າຍນ້ອງນີ້ແຫລ..!

    

                           ບໍ່ຮູ້ວ່າພໍ່ແມ່ຕັ້ງໃຈຫລືບັງເອີນຕັ້ງຊື່ໃຫ້ລູກທັງ 2 ຄົນນີ້ກະບໍ່ຮູ້ແຫລ.!

 

     ເຊີ່ງຜູ້ເປັນອ້າຍ ຈະຊື່ວ່າ: ທ້າວຫຳ....ແຕ່ຜູ້ເປັນນ້ອງນັ້ນຈະຊື່ວ່າ: ທ້າວຍານ....ຖ້າເອີ້ນເທື່ອລະຄົນນີ້ກໍ່ຄົງຈະບໍ່ມີປັນຫາດອກ....

 

                     ແຕ່ຖ້າເວລາເອີ້ນທັງ 2 ມາກິນເຂົ້າຫລືເອີ້ນພ້ອມກັນນີ້ມັນຈະເປັນປັນຫາແນ່ນອນ....

 

     ກະພາກັນລອງຄິດເບີ່ງວ່າຖ້າເອີ້ນທັງຊື່ອ້າຍແລະນ້ອງພ້ອມກັນນີ້ຈະເປັນແນວໃດ....( ໂອ້....ຊ່າງມາຕັ້ງຊື່ໃຫ້ຄັກແທ້ນໍ )

                               

                                 ເອີ້ນພ້ອມກັນມັນຊີບໍ່...ໂຕ່ງເລ່ງ..ໂຕ່ງເລ່ງ..ມາບໍ..?

 

          ແລະເວລາໄປລົມສາວຫລືໄປຫລີ້ນນຳກັນເດ້ຕອນຜູ້ສາວເອີ້ນ: ອ້າຍ.....ຍານ.! ມາແລ້ວ..

              ( ເນື່ອງຈາກຄຳນີ້ບໍ່ສາມາດຂຽນຕໍ່ກັນໄດ້..ຂໍໃຫ້ທ່ານຄິດໃນໃຈແລະຢ່າຄິດດັ່ງຫລືຢ່າໃຫ້ໃຜຮູ້...)

 

                ເຊື່ອໄດ້ເລີຍວ່າທັງ 2 ອ້າຍນ້ອງນີ້ຄົງຈະບໍ່ກ້າໄປຫລີ້ນສາວນຳກັນແນ່ນອນ....ຄົງຈະອາຍເມື່ອຖືກເອີ້ນຊື່ພ້ອມກັນ

 

 

                                                 " ອ້າຍຫຳ.....ຍານ"

 

 

 

 

                                                                                                               alt

 

 

 

                         

 

 

 

                                                                                           ສຸດທ້າຍກະຂໍຂອບໃຈທ່ານທີ່ມີກຽດແລະມີຢູ່..ແຕ່ບໍ່ຫລາຍ.! ທີ່ໄດ້ເຂົ້າມາອ່ານ

 

 

 

 

 

 

 

 

 

 

                                                   

Delicious Digg Fark Twitter