ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ

« ໜ້າກ່ອນນີ້  |  ເບິ່ງແບບສຳຫຼວດ 41-46 ຈາກທັງໝົດ 46  |  ໜ້າຕໍ່ໄປ »

ສ້າງເມື່ອ ມ.ນ.. 30, 2010 30 ຄົນໂຫວດ, 0 ຄຳເຫັນ, ອ່ານ 373 ເທື່ອ
ເນື່ອງໃນໂອກາດປີໃໝ່ລາວປີນີ້ເຈົ້າຢາກເຮັດຫຍັງແດ່?

 
ສ້າງເມື່ອ ມ.ນ.. 21, 2010 44 ຄົນໂຫວດ, 0 ຄຳເຫັນ, ອ່ານ 231 ເທື່ອ
ສົມມຸດວ່າເຈົ້າກຳລັງສຶກສາຢູ່ມະຫາວິທະຍາໄລແຫ່ງຊາດປີສຸດທ້າຍຍັງອີກເທີມດຽວກໍ່ຊິໄດ້ຮັບໃບປະກາດແລ້ວ ແຕ່ວ່າມີບໍລິສັດເອກະຊົນແຫ່ງໜື່ງເພີ່ນຕ້ອງການພະນັກງານດ່ວນ ໃຫ້ເງິນດີແຕ່ຢູ່ຕ່າງແຂວງ ແລ້ວເຈົ້າຊິເລືອກຈັ່ງໃດລະຫວ່າງໂອກາດເງີນດີໆ ຫຼືວ່າເລືອກຮຽນໃຫ້ຈົບເສຍກ່ອນ!!!!

 
ສ້າງເມື່ອ ມ.ນ.. 1, 2010 25 ຄົນໂຫວດ, 0 ຄຳເຫັນ, ອ່ານ 312 ເທື່ອ
ສົມມຸດວ່າທ່ານມີຄວາມຮັກຢູ່ດີໆ ແຕ່ບໍ່ດົນກໍ່ມີມືທີ3ເຂົ້າມາທ່ານຈະເຮັດແນວໃດ?

 
ສ້າງເມື່ອ ກ.ພ.. 27, 2010 27 ຄົນໂຫວດ, 0 ຄຳເຫັນ, ອ່ານ 222 ເທື່ອ
ເຄີຍຖືກໝູ່ເພື່ອນນິນທາເລື່ອງເຮົານີ້ຢູ່ລັບຫຼັງຕະຫຼອດທັ້ງໆທີ່ເປັນເພື່ອນກັນແຕ່ບໍ່ເຄີຍບອກວ່າເຮົາເຮັດຫຍັງຜິດເຂົາມີແຕ່ຊຸບຊິບນິນທາຢູ່ເລື້ອຍໆຊິເຮັດແນວໃດກັບໝູ່ໂຕເອງດີຫວະ?

 
ສ້າງເມື່ອ ກ.ພ.. 21, 2010 45 ຄົນໂຫວດ, 0 ຄຳເຫັນ, ອ່ານ 321 ເທື່ອ
ເວລາອົກຫັກຫຼືຜິດຫວັງກັບຄົນໆ1ຜູ້ຊາຍສ່ວນໃຫຍ່ມັກເຮັດຫຍັງ?

 
ສ້າງເມື່ອ ກ.ພ.. 15, 2010 23 ຄົນໂຫວດ, 0 ຄຳເຫັນ, ອ່ານ 326 ເທື່ອ
ສະບາຍດີ ທຸກທ່ານສະມາຊິກພັນລາວ. ເມື່ອທ່ານກຳລັງຖືກສະຖານະການຄັບຂັນທ່ານມັກເຮັດແນວໃດເພື່ອແກ້ໄຂບັນຫາ? ຍົກຕົວຢ່າງຄືເລື່ອງມື້ວານນີ້ວັນວາເລັນທາຍ໌ ຂ້າພະເຈົ້າ ໄດ້ຂ່ີລົດອອກຈາກບ້ານເພື່ອໄປລາວໄອເຕັກ ເພື່ອວ່າຈະໄປຊົມເຄອນເສີດ ແຕ່ວ່າໂຊກບໍ່ເຂົ້າຂ້າງພໍໄປຮອດ4ແຍກທາດຫຼວງຂ້າພະເຈົ້າຖືກຕຳຫຼວດເປົ່າໝາກຫວີດ ກັກລົດໃນຂໍ້ຫາຢາງຕີນລົດນ້ອຍ ແລະກໍ່ເຄຍກັນບໍ່ຕົກແຕກຈົນເວລາຜ່ານໄປ1ຊົ່ວໂມງກວ່າໆ ທ່ານຕຳຫຼວດເພິ່ນຂໍກັກລົດໄວ້ແລ້ວໃຫ້ຂ້າພະເຈົ້າຈ້າງລົດກັບບ້ານ ຂ້າພະເຈົ້າກໍຫມົດທາງອອກແລະໝົດທາງທີ່ຕໍ່ວ່າຕໍ່ຂານ ຈົນໃນທີ່ສຸດເພິ່ນກໍ່ກັກໃບທະບຽນລົດໄວ້ໃຫ້ໄປເອົາຢູ່ນະຄອນບານສ່ວນສະພາບລົດຂ້າພະເຈົ້າແມ່ນດີພ້ອມທຸກຢ່າງຢາງລົດກໍ່ຍອມຮັບວ່າມັນນ້ອຍແຕ່ມັນກໍ່ເຫັນຄົນສ່ວນໃຫຍ່ໃນນະຄອນຫຼວງມັກໃຊ້ກັນຢູ່ ໃບເສຍຄ່າທາງປີ2010,ໃບກວດກາເຕັກນິກ,ໃບຂັບຂີ່,ໃບທະບຽນລົດຂ້າພະເຈົ້າມີຄົບທຸກຢ່າງ ແຕ່ຖືກໃນຂໍ້ຫາຢາງລົດນ້ອຍລູກດຽວ ແຕ່ຂ້າພະເຈົ້າກໍ່ບໍ່ໄດ້ກ້າວກ່າຍເຈົ້າໜ້າທີ່ຕຳຫຼວດດອກທີ່ເພິ່ນເຮັດກໍ່ຖືກຕ້ອງຕາມໜ້າທີ່ມອບໝາຍ ແຕ່ວ່າຂ້າພະເຈົ້າສົນໃຈຢູ່ ແລ້ວຖ້າເປັນທ່ານເດລະຊິເຮັດແນວໃດ? ຊ່ວຍໂຫວດແດ່ເດີ ຂໍຂອບໃຈ

« ໜ້າກ່ອນນີ້  |  ເບິ່ງແບບສຳຫຼວດ 41-46 ຈາກທັງໝົດ 46  |  ໜ້າຕໍ່ໄປ »