ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ

« ໜ້າກ່ອນນີ້  |  ເບິ່ງແບບສຳຫຼວດ 21-40 ຈາກທັງໝົດ 138  |  ໜ້າຕໍ່ໄປ »

ສ້າງເມື່ອ ກ.ຍ.. 23, 2013 18 ຄົນໂຫວດ, 0 ຄຳເຫັນ, ອ່ານ 510 ເທື່ອ
ລັດຖະມົນຕີ​ວ່າການ​ກະຊວງສຶກສາ​ທິການ ​ແລະ ກິລາ ຈຶ່ງ​ມີ​ຄຳ​ສັ່ງ​ແນະນຳ ບາງຕອນຂຽນວ່າ: 1. ການຈັດຕັ້ງສະ​ເຫ​ລີ​ມສະຫລອງ​ວັນ​ຄູ​ແຫ່ງ​ຊາດ​ປີນີ້, ​ໃຫ້​ມີ​ການ​ຫັນປ່ຽນ​ຈາກ​ເນື້ອ​ໃນ, ຮູບ​ການ, ວິທີ​ການ​ທີ່​ເຄີຍ​ປະຕິບັດ​ ໃນ​ໄລຍະ​ຜ່ານ​ມາຫັນ​ໄປ​ສູ່​ ເນື້ອ​ໃນ, ຮູບ​ການ ​ແລະ ວິທີ​ການ​ສອດຄ່ອງ..(ລາຍລະອຽດhttp://www.kpl.net.la/lao/news/dnl%203.htm) ຫລີກ​ເວັ້ນລາຍການ​ມອບ​ຂອງຂວັນ​ຂອງ​ນັກຮຽນ- ນັກ​ສຶກສາ ທີ່​ກຳລັງ​ສຶກສາ​ຮ່ຳຮຽນ​ຢູ່​ໃຫ້​ຄູ-ອາຈານ ຊຶ່ງ​ເປັນ​ສິ່ງ​ທີ່​ບໍ່​ຈຳ​ເປັນ

 
ສ້າງເມື່ອ ກ.ຍ.. 14, 2013 4 ຄົນໂຫວດ, 0 ຄຳເຫັນ, ອ່ານ 407 ເທື່ອ
ຂ່າວຄາວການຖອນ ຄິວອີ(QE) ຫຼື ລົດປະລິມານການຊື້ຄຶນພັນທະບັດຂອງສະຫະລັດ ວົງເງິນ 85 ລ້ານດອນລ່າຕໍ່ເດືອນອາດຈະມີຂຶ້ນຫຼັງວັນທີ່ 18 ກັນຍາ 2013,(ຫຼັງກອງປະຊຸມທະນາຄານກາງ USA) ຖ້າເປັນໄປຕາມນັກວິເຄາະຄາດໄວ້ຈະສົ່ງຜົນກະທົບຕໍ່ເສຖະກິດຂອງບັນດາປະເທດທີ່ກຳລັງພັດທະນາ. ຕອນນີ້ເຖິງເປັນພຽງຂ່າວ ແຕ່ນັກທຸລະກິດກໍ່ກັງວົນແລ້ວ,ຫາກທ່ານພໍຊາບຂໍ້ມູນຊ່ວຍແນະນຳດ້ວຍນະ

 
ສ້າງເມື່ອ ກ.ຍ.. 14, 2013 14 ຄົນໂຫວດ, 0 ຄຳເຫັນ, ອ່ານ 347 ເທື່ອ
ບູຮານສອນວ່າ: (ເງິນຄຳຢູ່ບ່ອນຍາກ ໝາກໄມ້ຢູ່ບ່ອນສູງ): ປະຈຸບັນນັກທຸລະກິດຫຼາຍທ່ານກໍ່ຍອມຮັບວ່າ:(ການຫາເງິນມັນແສນຍາກ,ການຈ່າຍເງິນມັນແສນງ່າຍ): ແຕ່ນັກເສຖະສາດບາງທ່ານພັດເວົ້າວ່າ:( ການຫາເງິນຄິດວ່າຍາກທີ່ສຸດ ແຕ່ການຈ່າຍເງິນຍິ່ງຍາກວ່າ,ຫາກນັກຈ່າຍເງິນບໍ່ເກັ່ງອີ່ຫຼີ ເງິນທີ່ຫາມາກໍ່ໝົດ ຫຼື ຕິດລົບຊ້ຳ): ທັດສະນະສ່ວນຕົວຂອງທ່ານຄິດວ່າແນວໃດ?

 
ສ້າງເມື່ອ ກ.ຍ.. 3, 2013 15 ຄົນໂຫວດ, 0 ຄຳເຫັນ, ອ່ານ 429 ເທື່ອ
*******ທ່ານ ເອຣາກມີໂຣດເຕັກດາມ ຄົນໂຮນລັ່ງ ໄດ້ໃຫ້ນິຍາມວ່າ: (ສົງຄາມແມ່ນສິ່ງຊົ່ວຮ້າຍ ແລະແມ່ນສາຍເຫດທຳອິດຂອງການວິນາດ ແລະ ໄພພິບັດ,ບັນດາສົງຄາມນັ້ນອາດຢຸດຕິໄດ້,ຢາກໄດ້ຄືແນວນັ້ນ ຕ້ອງໄດ້ຮຽກຮ້ອງເຖິງນ້ຳໃຈຮັກສັນຕິພາບຂອງຜູ້ກຳອຳນາດ). *******ທ່ານ ນິໂກໂລ ມາເກຍແວນລີ ພັດເວົ້າວ່າ: ( ແນວຄິດກ່ຽວກັບສົງຄາມນັ້ນ ແມ່ນໜຶ່ງໃນບັນດາພາຫະນະທີ່ເດັດດ່ຽວ,ເດັດຂາດທີ່ສຸດ ເພື່ອປັບປຸງອຳນາດລັດ ແລະບັນລຸໄດ້ບັນດາເປົ້າໝາຍທາງດ້ານການເມືອງອັນຕົ້ນຕໍ, ຍ້ອນແນວນັ້ນມັນຈີ່ງມີຄວາມຈຳເປັນ ແລະ ຕ້ອງການ ເຊິ່ງບໍ່ອາດລົບລ້າງມັນໄດ້). **********ປະຈຸບັນ ຕ່າມຂ່າວໄດ້ໃຫ້ຮູ້ວ່າ: ວັນທີ່ 9/9/13 ນີ້ອາເມລິກາຈະຕັດສິນໃຈຄັ້ງສຸດທ້າຍວ່າ ຈະບຸກໂຈມຕີ ຊິເລຍ ຫຼື ບໍ່? ແຕ່ໃນຕອນ 10 ,16 ໂມງເຊົ້າຂອງມື້ນີ້ 3/9/13 ຕາມເວລາມົດສະກູ່ ລະບົບຣາດ່າຕິດຕາມຂີປະນາວຸດຂອງລັດເຊຍໄດ້ກວດພົບຈະລວດຂີປະນາວຸດ 2 ລູກຍິງອອກຈາກກາງທະເລມີເດເຕຣາເນ,ວິຖີຂອງຂີປະນາວຸດມຸ້ງໜ້າສູ່ເປົ້າໝາຍຕາເວັນອອກາງ ທະເລມີເຕຣາເນ *************ຈາກສອງທິດສະດີຂ້າງເທິງ ແລະພຶດຕິກຳຂອງອາເມລິກາ ນັບທັງອະດີດ ແລະປະຈຸບັນທ່ານຄິດວ່າແນວໃດ?(ພ້ອມຈະສະໜັບສະໜຸນການບຸກໂຈມຕີຊິເລຍ ຫຼື ກ່າວປະນາມຢ່າງສຸດຂີດ)

 
ສ້າງເມື່ອ ກ.ລ.. 28, 2013 29 ຄົນໂຫວດ, 0 ຄຳເຫັນ, ອ່ານ 1221 ເທື່ອ
ເຊື່ອກັນວ່າທຸກໆສາສະໜາລ້ວນແຕ່ສັ່ງສອນໃຫ້ມະນຸດເປັນຄົນດີ,ປະສົບຄວາມຈະເລີນຮຸ່ງເຮືອງໃນຊີວິດ. ແຕ່ບາງທິດສະດີກໍ່ເວົ້າວ່າ ສາສະໜາຍາມໃດກໍ່ເຊື່ອງຊ້ອນຄວາມງົມງວາຍໄວ້ໃນຕົວສະເໝີ (ຂາດວິທະຍາສາດ).ເຖິງຢ່າງນັ້ນກໍ່ຕາມມະນຸດໃນໂລກສ່ວນຫຼວງຫຼາຍແລ້ວແມ່ນຍັງຍອມຮັບ ແລະເຊື່ອຖືສາສະໜາມາຕະຫຼອດ, ທ່ານຊາບຂ່າວຂອງ ເນນຄຳ ແລ້ວທ່ານຄິດວ່າແນວໃດກັບບັນດານັກບວດສາສະໜາຕ່າງໆຕາມວັດ,ຕາມໂວດ...?

 
ສ້າງເມື່ອ ມິ.ຖ.. 15, 2013 21 ຄົນໂຫວດ, 0 ຄຳເຫັນ, ອ່ານ 1326 ເທື່ອ
ດັ່ງທີ່ຫຼາຍທ່ານໄດ້ຮັບຊາບຕາມແຫຼ່ງຂໍ້ມູນຂ່າວສານຕ່າງໆ ກ່ຽວກັບສີມືຂອງ(ຕຳຫຼວດລາວ ແລະຕຳຫຼວດໄທ ),ເຊິ່ງພວກເຂົາຕ່າງກໍ່ອຸດຕົນນັບທັງຄວາມຮູ້ຄວາມສາມາດ,ສະຕິປັນຍາ,ກຳລັງວັງຊາ,ວັດຖຸເງິນຄຳ ແລະພາຫະນະຕ່າງໆ ເພື່່ອຕ້ານ ແລະສະກັດກັ້ນປະກົດການຕ່າງໆທີ່ເປັນອັນຕະລາຍຕໍ່ປະຊາຊົນ,ສັງຄົມ ແລະປະເທດຊາດ. ພໍສັງເກດຕີລາຄາບາງຄວາມແຕກຕ່າງດັ່ງນີ້: 1, ຕຳຫຼວດໄທມີຄວາມສາມາດແກ້ໄຂຄະດີທີ່ເກີດຂຶ້ນໄດ້ດີ (ສົມມຸດມີເຫດຮ້າຍເກີດຂຶ້ນກໍ່ສາມາດຈັບຄົນຮ້າຍໄດ້ໄວ ) 2,ສ່ວນຕຳຫຼວດລາວພັດມີຄວາມສາມາດຕ່າງຈາກຕຳຫຼວດໄທຢູ່ບ່ອນວ່າ: ສາມາດສະກັດກັ້ນບັນດາເຫດຫານຕ່າງໄດ້ດີ(ໝາຍວ່າເຫດຮ້າຍຕ່າງໆບໍ່ເກີດ ຫຼື ເກີດນ້ອຍທີ່ສຸດ,ເຮັດໃຫ້ສັງຄົມມີຄວາມສະຫງົ້ບໂດຍພື້ນຖານ ຖ້າທຽບໃສ່ສັງຄົມໄທ). ຢາກຖາມຄວາມຮູ້ສຶກຂອງທ່ານເຊື່ອ ແລະຍອມຮັບ ສີມີຂອງໃຜແນ່ນອນກວ່າ ລະຫວ່າງຕຳຫຼວດລາວ ແລະຕຳຫຼວດໄທ?

 
ສ້າງເມື່ອ ມ.ສ.. 20, 2013 18 ຄົນໂຫວດ, 0 ຄຳເຫັນ, ອ່ານ 606 ເທື່ອ
ບ່ອນອື່ນຂ້ອຍກໍ່ບໍ່ຢູ້ນຳ ເຫັນແຕ່ຢູ່ເມືອງວຽງທອງ,ແຂວງບໍລິຄຳໄຊ(ບ້ານຂ້ອຍເອງ) ເລີ່ມແຕ່ວັນທີ່ 8,4,2013 ເປັນຕົ້ນມາ,ເຮັດບຸນລຽນກັນມື້ລະບ້ານ ຫຼື 2 ມື້ຕໍ່ບ້ານ,ທຳມະດາເພີນເຊົາແຕ່ວັນທີ່ 16, ແຕ່ຢຸູບ້ານຂ້ອຍບໍ່ແມ່ນແນວນັ້ນ,ຍັງສືບວັນທີ່ 17 ເອົາພະລົງບ້ານໂພນດູ່, 18 ບ້ານນາດີ,19 ບ້ານກິນໂຫງ່ນ,20 ບ້ານວັງໝາກ,21 ບັານວັງຫິນ ແລະ 24 ບ້ານສົບນາ ສົງໃສຈະເອົາໝົດເືອນ 5 ລາວນີ້ເລີຍ ແຕ່ລະງານມີການແຈກບັດເລົ່າ ບັດເຊີນ,ສົງພະ,ຂົບງັນ,ລຳວົງສາມັກຄີ

 
ສ້າງເມື່ອ ມ.ສ.. 9, 2013 16 ຄົນໂຫວດ, 0 ຄຳເຫັນ, ອ່ານ 1122 ເທື່ອ
ອີກບໍ່ດົນຄື: 31.12.2015 ບັນດາປະເທດໃນກຸ່ມອາຊ່ຽນ ຈະລວມຕົວກັນເຂົ້າໃຫ້ກາຍເປັນຄອບຄົວອາຊ່ຽນ, ເຊິ່ງໝາຍເຖິງບັນດາປະຊາກອນໃນກຸ່ມອາຊ່ຽນຈະສາມາດດຳລົງຊີວິດຮ່ວມກັນຢ່າງເສລີພາບພາຍໃຕ້ຫຼັກການຂອງອາຊ່ຽນອັນດຽວກັນ. ສ່ວນປະເທດລາວເປັນປະເທດນ້ອຍ,ພົນລະເມືອງນ້ອຍ,ອັຕາຄວາມໜາແໜ້ນຕ່ຳ,(ເນື້ອທີ່ທຳກິນກ້ວາງ),ຊັບພະຍາກອນຫຼາຍ. ແຕ່ປະຊາກອນລາວຍັງຕ່ຳຫຼາຍດ້ານເຊັ່ນ: ລະດັບການສຶກສາ, ຄວາມຮູ້ຄວາມສາມາດ,ເຕັກນິກ,ຄວາມດຸໝັ່ນອົດທົນ,ປະຫຍັດ..ຖ້າທຽບກັບຊາດອື່ນເຫັນວ່າລຸດເຂົາຫຼາຍ ໃນສ່ວນຕົວຂອງທ່ານຄິດວ່າຄົນລາວເຮົາຈະຢູ່ຮ່ວມກັບຄອບຄົວອາຊ່ຽນໄດ້ບໍ່?,ມີຫຍັງທີ່ໜ້າເປັນຫ່ວງກວ່າໝູ່?

 
ສ້າງເມື່ອ ມ.ນ.. 30, 2013 28 ຄົນໂຫວດ, 0 ຄຳເຫັນ, ອ່ານ 1274 ເທື່ອ
ຢູ່ແຂວງບໍລິຄຳໄຊ ມີໂຮງຮຽນວິຊາຊີບຂອງເອກະຊົນ (ບໍລິຫານທຸລະກິກ,ການເງິນ,ທະນາຄານ) ລະດັບປະຣິນຍາຕີຫຼາຍແຫ່ງທີ່ເປີດຖືກຕ້ອງຕາມກົດໝາຍ, ຜ່ານມາຫາງສຽງສັງຄົມເວົ້າວ່າມີໂຮງຮຽນບາງແຫ່ງດຳເນີນກິດຈະການບໍ່ຖືກຕ້ອງ(ບໍ່ຖືກຕ້ອງຕາມຫຼັກສູດຂອງກະຊວງສຶກສາກຳນົດ, ນັກສຶກສາບໍ່ມີຄຸນນະພາບ), ແຕ່ນັກສຶກສາທີ່ຈົບຈາກໂຮງຮຽງເລົ່ານັ້ນລ້ວນແຕ່ຖືກຮັບຮ້ອງສິດທິຕາມກົດໝາຍ (ທຽບຂັ້ນເງິນເດືອນ...), ແຕ່ຕອນນີ້ໄດ້ຂ່າວວ່າລັຖະບານຈະໃຫ້ປິດ(ກະຊວງການເງິນຈະບໍ່ຮັບຮອງສິດທິບັດຂອງນັກສຶກສາທີ່ຈົບປະຣິນຍາຕີ ຈາກໂຮງຮຽນເລົ່ານັ້ນ), ຕໍ່ບັນຫານີ້ທ່ານຄິດວ່າຄວນເຮັດແນວໃດ?

 
ສ້າງເມື່ອ ມ.ນ.. 23, 2013 15 ຄົນໂຫວດ, 0 ຄຳເຫັນ, ອ່ານ 554 ເທື່ອ
ຄຳວ່າ: ການນຳ ເຄີຍໄດ້ຍິນເປັນປະຈຳ ແຕ່ຄວາມໝາຍທີ່ແທ້ຈິງຂອງມັນແມ່ນແນວໃດກັນແທ້ ຂ້ອຍເອງຍັງບໍ່ຮູ້ຈະແຈ້ງ,ບາງຄົນກໍ່ເວົ້າວ່າເປັນຜູ້ນຳໜ້າພາທາງ,ແຕ່ບາງຄົນກໍ່ວ່າເປັນຜູ້ນຳກົ້ນຄົນອື່ນ. (ໃຫ້ສົມທຽບກັບສະພາບຕົວຈິງ)

 
ສ້າງເມື່ອ ມ.ນ.. 11, 2013 17 ຄົນໂຫວດ, 0 ຄຳເຫັນ, ອ່ານ 411 ເທື່ອ
ສາຍທາງເລກ 8 ອ່າ ແຕ່ທາງແບ່ງວຽງຄຳ ຫາ ດ່ານນ້ຳພາວມີຄວາມຍາວປະມານ 200 ກວ່າກິໂລແມັດ,ແຕ່ທາງເສັ້ນນີ້ພັດຜ່ານ 2 ແຂວງຄື: ອອກຈາກບໍລິຄຳໄຊ ຜ່ານຄຳມ່ວນ ແລ້ວເຂົ້າບໍລິຄຳໄຊອີກ,ທາງເສັ້ນນີ້ຈິ່ງມີຈຸດກວດກາເຂົ້າ-ອອກທີສຳຄັນຫຼາຍຈຸດ,ໄດ້ຍິງຫາງສຽງວ່າ: ມີບາງຈຸດກວດກາໄດ້ຮັບມອບເໝົາໃນການ ເກັບ ແລະມອບລາຍຮັບ ໃຫ້ແກ່ລັດ (ສົມມຸດ10,000 ໂດລ່າຕໍ່ເດືອນ,ສ່ວນເກິນ ຫຼື ລຸດເປັນຄວາມຮັບຜິດຊອບຂອງພະນັກງານໃນຈຸດນັ້ນ) ,ຫາກວ່າເປັນຄືຫາງສຽງນັ້ນຈິງ ທ່ານມີຂໍ້ຄິດແນວໃດ?

 
ສ້າງເມື່ອ ກ.ພ.. 27, 2013 21 ຄົນໂຫວດ, 0 ຄຳເຫັນ, ອ່ານ 583 ເທື່ອ
ອະດີ(1975-1986) ລາວເຮົາຕໍ່ຕ້ານການກົດຂີ່ຂູດຮີດຢ່າງໜັກໜ່ວງ. - ຈຸດດີ: ສັງຄົມມີນ້ຳໃຈ,ໂອບເອື້ອຍອາລີ,ບໍ່ກົດຂີ່ຂູດຮີດ,ບໍ່ກອບໂກຍ,ເຫັນແກ່ສ່ວນລວມສູງ,ປະກົດການຫຍໍ້ທໍ້ໃນສັງຄົມມີໜ້ອຍ. - ຈຸດອອນ: ບໍ່ມີການແກ້ງແຍ່ງແຂ່ງຂັນ,ເສດຖະກິດຂະຫຍາຍຕົວຊ້າ (ເກືອບເວົ້າໄດ້ວ່າຢຸດນີ້ງ). ປະຈຸບັນ( 1986- 2015 ). ພວກເຮົາເປີກກວ້າງ,ຮັບເອົາການຂູດຮີດ. - ຈຸດດີ:ຜ່ານການກົດຂີ່ຂູດຮີດ,ສູ້ຊີວິດຫຼາກຫຼາຍບັນຫາ,ສັງຄົມຮຽນຮູ້ປະສົບການໃກ້ຄຽງຊາດອື່ນ. - ເສດຖະກິດຂະຫຍາຍຕົວສູງລະດັບ 8%,ຕໍ່ເນື່ອງ: -ຈຸດອ່ອນ: ສັງຄົມເຫັນແກ່ຕົວສູງ,ໂລບມາກໂລພາ,ກອບໂກຍສໍ້ລາດບັງຫຼມງສູງ,ປະກົດການຫບໍ້ທໍ້ສູງ,ຄວາມເພື່ອແພ່ນ້ອຍ. ເມືອທົບທວນດ້ານດີ,ອ່ອນ,ທັງໃນອະດີ ແລະປະຈຸບັນແລ້ວ ທ່ານຄິດວ່າ: ໃນອະນາຄົດ( 2015 ເປັນຕົ້ນໄປ) ຄວນເພີມລະດັບການຂູດຮີດ ຫຼື້ ບໍ່?

 
ສ້າງເມື່ອ ມ.ກ.. 16, 2013 19 ຄົນໂຫວດ, 0 ຄຳເຫັນ, ອ່ານ 457 ເທື່ອ
ຜ່ານການໃຊ້ບໍລິການຂອງບັນດາທະນາຄານຕ່າງຢູ່ປະເທດໄທ ແລະຢູ່ປະເທດລາວທ່ານເຫັນວ່າໃຜບໍລິການດີ,ນຳໃຊ້ເຕັກໂນໂລຊີທັນສະໃໝກວ່າກັນ(ດີດ້ານໃດຊ່ວຍໃຫ້ເຫດຜົນແດ່)

 
ສ້າງເມື່ອ ມ.ກ.. 12, 2013 17 ຄົນໂຫວດ, 0 ຄຳເຫັນ, ອ່ານ 390 ເທື່ອ
ສົມມຸດຂ້ອຍເປີດຮ້ານພິມບັດເຊີນ, ແຕ່ຕອນນີ້ບັນຫາມັນມີຢູ່ວ່າ: ບັດເຊີນທີ່ຮ້ານຂອງຂ້ອຍບໍ່ມີຄົບແບບຕາມທີ່ລູກຄ້າຕ້ອງການ ແລະ ສົມມຸດວ່າທ່ານເປັນເຈົ້າຂອງຮ້ານຈຳນໜ່າຍ,ບໍລິສັດຜະລິດ ຫຼື ຮູ້ຈັກຂໍ້ມູນກ່ຽວກັບຮ້ານຂາຍສົ່ງບັດເຊິນດອງ ທ່ານຈະໃຫ້ຂໍ້ມູນແກ່ຂ້ອຍບໍ່?

 
ສ້າງເມື່ອ ມ.ກ.. 5, 2013 22 ຄົນໂຫວດ, 0 ຄຳເຫັນ, ອ່ານ 952 ເທື່ອ
ລັກລາວພຽງແອວ - ລັກແກວຖ້ວມຫົວ ຫາກໃຜເຄີຍໄດ້ຍິນແປຄວາມໝາຍໃຫ້ແດ່

 
ສ້າງເມື່ອ ມ.ກ.. 3, 2013 19 ຄົນໂຫວດ, 0 ຄຳເຫັນ, ອ່ານ 854 ເທື່ອ
ເມື່ອກ່ອນໃຜໆກໍ່ກ່າວປະນາມວ່າ: ຜຸຍ ຊະນະນີກອນ ຂາຍຊາດ. ດ້ວຍເຫດຜົນທີ່ວ່າ: ສະໄໝທີ່ທ່ານຜຸຍເປັນນາຍົກ ທ່ານໄດ້ຮ່ວມມືກັບຈັກກະພັດຕ່າງດ້າວຜູ້ຮຸກຮານ,ກອບໂກຍຍຊັບໃນດິນສິນໃນນ້ຳຢ່າງປ່າເຖື່ອນ,ບໍ່ຟັງສຽງປະຊາຊົນ. ແຕ່ຕົກມາສະໄໝນີ້ ຫຼາຍຄົນກໍ່ຈົ່ມວ່າ: ຊັບໃນດິນສິນໃນນ້ຳຂອງລາວໃກ້ຈະໝົດແລ້ວ (ເປັນຕົ້ນປ່າໄມ້ ແລະບໍ່ແຮ່) ສະແດງວ່າ: ຜຸຍ ຊະນະນີກອນ ຂາຍຊາດກັບມາຢູ່ເມືອງລາວອີກແລ້ວແມ່ນບໍ່? ແຕ່ການມາເມືອງລາວສະໄໝນີ້ອາດໂຫດຮ້າຍກວ່າສະໄໝກ່ອນ,ອາດມີຜຸຍຂາດຊາດຕັ້ງຫຼາຍຄົນມາພ້ອມກັນ. ເພາະປ່າໄມ້ປະກົດວ່າບົກແຫັງໄວຜິດປົກກະຕິ

 
ສ້າງເມື່ອ ມ.ກ.. 1, 2013 13 ຄົນໂຫວດ, 0 ຄຳເຫັນ, ອ່ານ 435 ເທື່ອ
ໃນໄລຍະແຂ່ງຂັນກິລາມະຫາໄລອາອຽນ ຫຼາຍທ່ານກໍ່ໄດ້ຊົມການຖ່າຍທອດສົດຂອງໂທລະພາບລາວ ແລະຢາກໃຫ້ທ່ານມີຂໍ້ຄິດລອງເບິ່ງ,ທ່ານຕິບ່ອນໃດ? ຫຼື ທ່ານຊົມເຊີຍບ່ອນໃດ? ໃຫ້ທ່ານສະແດງຂໍ້ຄິດເຫັນຕາມຄວາມຮູ້ສຶກຂອງທ່ານ ຫ້ອອະທິບາຍວ່າ:ຕຳນິ ຫຼື ຊົມເຊີຍມີຈັກຂໍ້,ຂໍ້ໃດແດ່?

 
ສ້າງເມື່ອ ທ.ວ.. 25, 2012 10 ຄົນໂຫວດ, 0 ຄຳເຫັນ, ອ່ານ 449 ເທື່ອ
ເງິນເດືອນຂອງທະຫານຢູ່ແຂວງອື່ນເປັນແນວໃດ?, ໄດ້ຮັບເງິນໃໝ່ແລ້ວບໍ່? ສ່ວນແຂວງບໍລິຄຳໄຊ ຍັງຄ້າງບໍ່ໄດ້ຮັບແຕ່ເດືອນ 10 ເປັນຕົ້ນມາ,ບາງຄົນບອກວ່າອາດແມ່ນປີໜ້າ 2013 ຈິ່ງຈະໄດ້ຮັບ. ອີກອັນໜຶ່ງ ເງິນນະໂຍບາຍທີ່ເພີ່ມໃຫ້ແກ່ພະນັກງານທີ່ມີຄອບຄົວໄປຮຽນພາຍໃນ ແລະ ຕ່າງປະເທດ 50% ຂອງເດືອນ ແຕ່ລະແຂວງເປັນແນວໃດ?,ແຕ່ລະກອງເປັນແນວໃດ?, ບາງກອງ,ມີບາງສະຫາຍທີ່ຮັບມາບໍ່ເປັນເອກພາບ,ບາງສະຫາຍແມ່ນເອົາເງິນທັງໝົດທີ່ໄດ້ຮັບພາຍໃນເດືອນ(ລວມທັງເງິນຄ່າຄອງຊີບເຂົ້ານຳ) ຄູນໃຫ້ 50%. ແຕ່ບາງສະຫາຍພັດເອົາສະເພາະແຕ່ເງິນເດືອນຕາມຊັ້ນ ຄູນໃຫ້ 50%.ສ່ວນເງິນຄ່າຄອງຊີບບໍ່ໄລ່ 50%,ເບິ່ງແລ້ວເຫັນວ່າບໍ່ເປັນເອກະພາບ,ຈີ່ງຂໍຖາມເພື່ອນພັນລາວ ຊ່ວຍອະທິບາຍຕາມຄຄວາມເຂົ້າໃຈ

 
ສ້າງເມື່ອ ທ.ວ.. 1, 2012 19 ຄົນໂຫວດ, 0 ຄຳເຫັນ, ອ່ານ 363 ເທື່ອ
ປະຈຸບັນຢູ່ປະເທດລາວຂອວພວກເຮົາມີນັກສຶກສາທີ່ໄດ້ຜ່ານໂຮງຮຽນທິດສະດີການເມືອງ-ການປົກ ນັບທັງຈົບຈາກພາຍໃນ ແລະຕ່າງປະເທດ,ຂັ້ນສູງກາງ ແລະທ້ອງຖິ່ນ,ນັບມື້ເພີ່ມຂຶ້ນຫຼາຍ ມີທັງຊັ້ນຕົ້ນ,ກາງ,ສູງ,ຕີ,ໂທ,ເອກ... ໃນສາຍຕາງຂອງທ່ານເຫັນພຶດຕິກຳຂອງບັນດານັກສຶກສາເຫຼົ່ານັ້ນເປັນແນວໃດ? ( ໃຫ້ສົມທຽບເບິ່ງກ່ອນການໄປຮຽນເປັນແນວໃດ ແລະພາຍຫຼັງຮຽນຈົບເປັນແນວໃດ?)

 
ສ້າງເມື່ອ ກ.ຍ.. 19, 2012 16 ຄົນໂຫວດ, 0 ຄຳເຫັນ, ອ່ານ 482 ເທື່ອ
ລັຖະທຳມະນູນ ມາດ​ຕາ​ 8. ລັດ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ສາ​ມັກ​ຄີ​ ແລະ​ສະ​ເໝີ​ພາບ​ລະ​ຫວ່າງ​ຊົນ​ເຜົ່າ​ຕ່າງໆ. ທຸກ​ຊົນ​ເຜົ່າ​ລ້ວນ​ແຕ່​ມີ​ສິດ​ປົກ​ປັກ​ຮັກ​ສາ​, ເສີມ​ຂະ​ຫຍາຍ​ຮີດ​ຄອງ​ປະ​ເພ​ນີ​ ແລະ​ວັດ​ທະ​ນະ​ທໍາ​ອັນ​ດີ​ງາມ​ຂອງ​ຕົນ ແລະ​ຂອງ​ຊາດ​. ຫ້າມ​ທຸກ​ການ​ກະ​ທໍາ​ແບ່ງ​ແຍກ​ ແລະ​ການ​ປະ​ພຶດ​ຈໍາ​ແນກ​ລະ​ຫວ່າງ​ຊົນ​ເຜົ່າ.ລັດ​ປະ​ຕິ​ບັດ​ທຸກ​ມາດ​ຕະ​ການ​ເພື່ອ​ຂະ​ຫຍາຍ​ ແລະ​ຍົກ​ລະ​ດັບ​ເສດ​ຖະ​ກິດ​-ສັງ​ຄົມ​ຂອງ​ທຸກ​ຊົນ​ເຜົ່າ​ໃຫ້​ສູງ​ຂຶ້ນ. ແຕ່ໃນຂໍ້ຄິດຂອງທ່ານເຫັນວ່າເປັນແນວໃດ? ໃນການປະຕິບັດນະໂຍບາຍຕ່າງໆລະຫວ່າງເຜົາໃນລາວເຮົາ.

« ໜ້າກ່ອນນີ້  |  ເບິ່ງແບບສຳຫຼວດ 21-40 ຈາກທັງໝົດ 138  |  ໜ້າຕໍ່ໄປ »