ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 2, 2010 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ
  • 1 ກັນຍາໄຂກີບອ້າ          ບານເບັ່ງຫອມຫວນ

 ດຸດັ່ງດວງຈັນທາ                     ພຸ້ງກະຈາຍແສງຈ້າ

 ເຕືອນບອກທາລິການ້ອຍ        ຄະນອງນາມເຍົາໜຸ່ມ

 ຊຸມນັກຮຽນໝູ່ນ້ອງ                 ພາກັນເຂົ້າຮ່ຳຮຽນ

  • ການສຶກສາເປັນທາງໃຫ້           ໄປເຖິງບ່ອນຈຸດໝາຍ

 ກາສຶກສາເປັນແສງທຽນ           ສ່ອງເຍືອງແຍງໄຕ້

 ການສຶກສາພາເຮົາກ້າວ            ເປັນທວນໄຟເຮືອງຮຸ້ງ

 ການສຶກສາເປັນປ່ອງທ້າງ         ທາງເຂົ້າແຫ່ງປັນຍາ

  • ຕື່ນເຖີດພວກນ້ອງນ້ອຍ           ຫຼານລູກປະຊາລາວ

 ຮີບພາກັນສຶກສາ                       ຊອກສະແຫວງຄວາມຮູ້

 1 ກັນຍາວຽນມາແລ້ວ               ເປັນວັນໄຂສົກຮຽນໃໝ່

 ຈົ່ງກຽມໃຈຕໍ່ຕັ້ງ                         ຢ່າມົວຫຼີ້ນທ່ຽວເພີນ

  • ພວກນ້ອງຍັງອ່ອນນ້ອຍ            ເຍົາໜູ່ມໄວຄະນອງ

 ຢ່າໄດ້ໝອງເສຍສີ                      ເສື່ອມສູນສະໝອງປູ້

 ຮີບເລັ່ງຫາຄວາມຮູ້                     ວິຊາສິນພຽນພ່ຳ

 ສິ່ງເຫຼົ່ານີ້ປະເສີດລ້ຳ                  ເງິນແກ້ວບໍ່ປຽບປານ ແທ້ເນີ

Delicious Digg Fark Twitter