ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 1, 2010 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ
  • ມື້ນີ້ຟ້າສະຫວ່າງແຈ້ງ           ນະພາເບີກເບີຍບານ

ສິດຂໍໄຂຂຽນສານ                  ກ່າວກອນຈານ້ອມ

ຍໍຍື່ນພອນແຖມຊ້ອນ              7 ຕຸລາຍູ້ສົ່ງ

ຈິດປະສົງມາດແມ້ງ                 ອວຍພອນໃຫ້ແດ່ຄູ ວ່ານາ

  • ຄຳວ່າ: “ຄູ” ຊື່ນີ້                   ເລິກເຊິ່ງມີຄວາມໝາຍ

ໜັກແໜ້ນທັງກາຍໃຈ               ວາດວົງແວວຍື້ມ

ຫາໃດປຸນປານໄດ້                    ຄຸນຄູຜູ້ສອນສັ່ງ

ພູເຂົາສູງໝື່ນຊັ້ນ                      ບໍ່ທຽມເທົ່າທຽບພະຄຸນທ່ານແລ້ວ

  • ຂາດຄູ ຄືດັ່ງຕາບອດເບື້ອງ        ບໍ່ຮູ້ຮ່ອມອຸດົມການ

ເໝືອນດັ່ງຈັນສູນແສງ                 ມືດມົວສີເສົ້າ

ມີຄູ ອັນວ່າກາຍຍາເນື້ອ               ກໍແວວວາວວາດຄ່ອງ

ມີຄູ ເຮົາຈິ່ງໃສສ່ອງເຫຼື້ອມ            ສະເໝືອນເທົ່າດັ່ງພະຈັນ ພຸ້ນແລ້ວ

  • ຄູປຽບດັ່ງໜັກຮົບກ້າ      ຕີຕ່ອຍອະວິຊາ

ຄູປຽບດັ່ງສາຍລົມເຢັນ                ເປົ່າປັດຄວາມຈ້າ

ຄູປຽບດັ່ງສາຍທານ້ຳ                    ລິນໄຫຼໃສສະອາດ

ຫົດຮວາດດວງດອກໄມ້                 ໃຫ້ໃສແຍ້ມເບັ່ງບານ

  • 7 ຕຸລາຍ່າວແຍ້ມ              ແຊມຊໍ່ມາລາຫອມ

ຫອມກີ່ນເນີນນານເຫີຍ                   ບໍ່ເສື່ອມສູນສັນເສົ້າ

ດຸດດັ່ງຄຸນຄູເຈົ້າ                             ປະຄອງໃຈບໍ່ຈາງຈືດ

ສິດຂໍຍໍຍົກເກົ້າ                               ປະນົມນ້ອມມອບຖວາຍ ແດ່ທ້ອນ

  • ຄູຈົ່ງຍືນຍິ່ງລ້ຳ                   ກ້ຳເກີ່ງທໍລະນີ ພຸ້ນທືອນ

ສີສ່ອງໃສແວວວາວ                         ດັ່ງພະຈັນເພັງແຈ້ງ

ຍືນຍິ່ງຄົງສະຖຽນໝັ້ນ                     ຊີວາວັນຢ່າເຫຼືອງຫຼ່າ

ໂລຄາເຂັນເຄາະຮ້າຍ                        ໃຫ້ໄກເນື້ອຫ່າງຄີງ ທ່ານເນີ

  • ສິດຂໍກົ້ມກາບໄຫວ້               ບູຊາກຽດຄຸນຄູ

ຜູ້ສັ່ງສອນວິຊາສິນ                            ທອດຖ່າຍເທຄວາມຮູ້

ສິດບໍ່ມີຂອງຕ້ອນ                              ຂໍພອນໄຊເສີມສົ່ງ

ຍືນຍົງຍາວແກ່ນໝັ້ນ                         ນິລັນເທົ່າຕະຫຼອດການ ພຸ້ນທ້ອນ

  • ໃຫ້ທ່ານລຸລາບໄດ້               ໂຊກໃຫຍ່ມະຫັນຕາ

ວາດສະໜາສູງສັກ                             ກຽດຊື່ສຽງນິຍົມຍ້ອງ

ໃສສ່ອງສີສັນກ້າ                                ເທຍລະຄາລຸ້ງເດັ່ນ

ກາຍຍາແຂງແກ່ນເຂັ້ມ                       ໄພຮ້າຍໃຫ້ຫ່າງເຫີນ ທ່ານເນີ

 

 

 

 

 

Delicious Digg Fark Twitter