ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 23, 2011 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

 ທັມຄຸ້ມຄອງໂລກ ໒ ຢ່າງ ຄື

 

 ໑. ຫິຣິ ຄວາມລະອາຍແກ່ໃຈ

 ໒.ໂອຕຕັບປະ ຄວາມເກງກົວຢ້ານຕໍ່ບາບ

ຫິຣິ ຄື ຄວາມລະອາຍໃຈຕົນເອງເມື່ອຈະປະພຶດທຸຈະຣິດຕໍ່ການທຳບາບທຳຄວາມຊົ່ວກໍ່ບໍ່ກ້າທຳທັງທີ່ລັບແລະທີ່ແຈ້ງ ກຽດຕໍ່ການທຳບາບທຳຊົ່ວ ເຫມືອນຄົນມັກສະອາດກໍ່ບໍ່ຢາກແຕະຕ້ອງຂອງສົກກະປົກ

ໂອຕຕັບປະ ຄື ຄວາມເກງກົວຢ້ານຕໍ່ຜົນຂອງການທຳຊົ່ວໂດຍຄິດວ່າ ຄົນທຳດີໄດ້ດີ ຄົນທຳຊົ່ວໄດ້ຊົ່ວ ຈຶ່ງຢ້ານກົວຜົນຂອງກຳນັ້ນຈະຕາມສະຫນອງຈຶ່ງບໍ່ກ້າທຳຊົ່ວທັງໃນທີ່ລັບແລະທີ່ແຈ້ງ

ຫິຣິແລະໂອຕຕັບປະ ມີຊື່ວ່າທັມຄຸ້ມຄອງໂລກ ເພາະຖ້າມະນຸດທຸກຄົນມີທຳສອງຂໍ້ນີ້ໂລກກໍ່ຈະມີແຕ່ຄວາມສຸກຄວາມສະງົບບໍ່ບຽດບຽນກັນແລະກັນປາສະຈາກຄວາມລະແວງສົງໃສຕ່າງໆດັ່ງນັ້ນຈຶ່ງໄດ້ ຊື່ວ່າ ທັມຄຸ້ມຄອງໂລກ

 

ຄະຕິທັມຝາກໃຫ້ຄິດ


® ການປ່ອຍເວລາໃຫ້ຜ່ານໄປ             ເປັນການທຳລາຍອະນາຄົດ

Delicious Digg Fark Twitter