ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 18, 2012 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 ໄປຢູ່ໄດ໋ນໍ້ນ້ອງຫຼ່າ ງາມຕາຂອງອ້າຍບ່າວ

ຕື່ນນອນຂຶ້ນຍາມເຊົ້າ  ຄອຍເຝົ້າຕັ້ງແຕ່ນາງ

ຫຼ໋ຽວໄປທາງຝ່າຍກຳ້  ນ້ຳຂອງອັນໄຫລລ່ອງ

ຄຶດຮອດເດ້ ຄຶດຮອດນ້ອງ   ກະວົນເອົ້າຢູ່ບໍ່ເປັນ

ການເວລາໄດ້ຜ່ານພົ້ນ  ຊາງມາປ່ຽນໃຈຄົນໄປ

ສະແຫວງຫາທາງສົດໃສ ຖິ່ມຜູ້ຄອຍໃຫ້ຄອຍເກີ້

ຄຶດຮອດເດີ ນ້ອງຫຼ່າ  ກັບຄືນມາບ່ອນເຄີຍຢູ່

ກັບມາຫາຄົນຜູ້ອູ້  ສິຄອຍຖ່າເຈົ້າຜູ້ດຽວ

ອັນແນວຄວາມຄຶດຮອດ ບໍ່ເຄີຍປ່ຽນແປໜີ

ຍັງທະວີຄວາມຮັກ  ຫ່ວງຫາທຶກແລງເຊົ້າ

ຫຼືເຈົ້າໄປມ່ວນແລ້ວ  ລືມສັນຍາແຕ່ປາງກ່ອນ

ລືມໝອນ ລືມຖຽງນານ້ອຍ  ບ່ອນເຮົານັ້ນໄດ້ພັກແຮງ

ຄຶດຮອດແນເດີ້ຫຼ່າ  ຄຶດຮອດອ້າຍແນເດີຄຳ

ຄົນທີ່ຄອຍຈືຈຳ  ເປັນລຳນຳໃນຄຳເວົ້າ

ອ້າຍຈະຄອຍຮັກມັ່ນ ບໍ່ຜັນໃຈໄປເປັນອື່ນ

ຍັງຈະຄອຍແຕ່ນາງເຈົ້າ  ຜອງເຖົ້າມື້ແກ່ຕາຍ

 

 

ຜິດຕົກບ່ອນໄດ໋ ໝູ່ຊອຍແກ້ໄຂໃຫ້ແດ່ເດີ