ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 11, 2011 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 ມີຄົນກ່າວຫາວ່າຂ້ອຍຫົວງູ ເຊິ່ງມັນບໍ່ເປັນຄວາມຈິງ ເພາະວ່າຂ້ອຍເອົາມືຄຳເບິ່ງແລ້ວ ເທິງຫົວຂ້ອຍບໍ່ມີງູໄດ

       ຂ້ອຍມີຄຳຄົມຂອງພວກຫົວງູູມາໃຫ້ອ່ານຫຼິ້ນ ຂຳໆ 

1.ອາຍຄູບໍ່ຮູ້ວຶຊາ...ອາຍພັນລະຍາບໍ່ມີລູກ ແຕ່ຖ້າໄດ້ຄູເປັນພັນລະຍາ...ຈະໄດ້ທັງວຶຊາແລະລູກ

2.ຮັກເມຍເສຍໝູ່...ຮັກໝູ່ເສຍເມຍ ແຕ່ຖ້າຮັກເມຍໝູ່...ຈະເສຍທັງໝູ່ແລະເມຍ

3.ຜູ່ຊາຍນັ້້ນ...ຮັກຈິງແຕ່ເອົາຫຼິ້ນໆ...ແຕ່ຜູ່ຍິງຮັກຫຼິ້ນໆ...ແຕ່ເອົາ(ເປັນຜົວ)ຈິງໆ

4.ມີຄວາມພະຍາຍາມຢູ່ໄສ...ຄວາມສຳເລັດຈະຢູ່ຫັ້ນ...ແຕ່ບັນດາເຖົ້າຫົວງູທັງຫຼາຍລົມວ່າ

"ມີຕັນຫາຢູ່ບ່ອນໄດ...ມີຄວາມພະຍາຍາມຢູ່ບ່ອນນັ້ນ"

5.ການໄອຫຼືຈາມ...ຈະເປັນອັນຕະລາຍເຖິງຊີວິດ...ຖ້າທ່ານສຸພາບບຸຫຼຸດທັງຫຼາຍ...ໄອຫຼືຈາມ...ຢູ່ໃຕ້ຕຽງເມຍຄົນອື່ນ

6.ບ່ອນໃດມີຮັກ... ບ່ອນນັ້ນມີທຸກ ...ເພາະສະນັ້ນ... ເຮົາຈະບໍ່ໄປ...ເພາະມີແຕ່ຄວາມທຸກ

7.ອິທານັງທຸກຂັງໂລເກ...ໝາຍຖຶງ... ການເປັນໜີ້ເປັນທຸກໃນໂລກ

ແຕ່ຄົນເຖົ້າທີ່ບໍ່ຍອມສູ້ທັງຫຼາຍກໍ່ຄື...

ກາເມມໍລະນັງທຸກຂັງໂລເກ....ກາມຕາຍດ້ານເປັນທຸກໃນໂລກ

8.ເຮັດດີໄດ້ດີ...ເຮັດຊັ່ວໄດ້ຊັ່ວ...ຫຼືຫວ່ານພືດແນວໃດ...ຍ່ອມໄດ້ຜົນແນວນັ້ນ

ມີຂໍ່ຍົກເວັ້ນຄື...ປູກຖົ່ວຂຽວ...ໄດ້ຖົ່ວງອກ

9.ແມ່ຍິງທີ່ແຕ່ງງານແລ້ວ ...ຈະສູນເສຍທັງຂ້າງໜ້າແລະຂ້າງຫຼັງ...

ສູນເສຍຂ້າງໜ້າຄື...ນາງສາວ...(ເຫຼືອແຕ່ນາງ)

ສູນເສຍຂ້າງຫຼັງຄື...ນາມສະກຸນ...(ຮູ້ໄດ ຄຶດຢັງຢູ່..ອິອິ)

10.ນ້ອງເມຍ...ເປັນຊັບພະຍາກອນອັນມີຄ່າຢ່າງໄຢ່ຫຼວງຂອງພີ່ເຂິຍ...

ໄຜບັງອາດມາຈີບນ້ອງເມຍ...

ຖືວ່າເປັນຜູ່ທີ່ທຳລາຍຄວາມຫວັງ ອັນບິນເຈິດຈ້າຂອງພີ່ເຂິຍ....

        ຂຳໆ....ຄາຍຄຽດເດິ້ ບໍ່ຕ້ອງຄຶດຢັງຫຼາຍ

Delicious Digg Fark Twitter