ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 11, 2009 | ມີ 10 ຄຳເຫັນ ແລະ 0 trackback(s)

ໃນໄລຍະນີ້ອາກາດຢູ່ບ້ານເຮົາມັກປ່ຽນແປງຕະຫລອດ ບຶດໜື່ງຝົນກະຕົກລະແດດກໍ່ອອກ ຈຶ່ງເຮັດໃຫ້ຜິວໜ້າອັນອ່ອນແອ ເປັນເຫດໃຫ້ເກີດ ສິວ ໄດ້ງ່າຍ ດັ່ງນັ້ນ ເພື່ອຜິວສວຍງາມໜ້າໃສຈະໄດ້ຢູ່ກັບເຮົາຕະຫລອດໄປ

ສາເຫດການເກີດສິວ:

1. ປັດໄຈພາຍໃນ
- ຈາກພັນທຸກຳ (ຈາກເຊື້ອສາຍ)
- ພາວະຮ່າງກາຍຜິດປົກກະຕິ ເຊັ່ນ: ຄຽດ, ອາລົມບໍ່ດີ, ພັກຜ່ອນບໍ່ພຽງພໍ, ທ້ອງຜຸກ
- ຮໍໂມນຕ່າງໆ ທັງຮໍໂມນເພດຊາຍ ທີ່ກະຕຸ້ນຕ່ອມໄຂມັນໃຫ້ຂັບໄຂມັນອັນເປັນສ່ວນເກີນອອກມາຈົນເຮັດໃຫ້ອຸດຕັນ ແລະ ຮໍໂມນເພດຍິງທີ່ປ່ຽນແປງໃນໄລຍະກ່ອນການມີປະຈຳເດືອນ

2. ປັດໄຈພາຍນອກ
ມົນລະພາວະທີ່ເຮົາຕ້ອງໄດ້ພົບໃນແຕ່ລະມື້ ທັງຂີ້ຝຸ່ນ, ຄວັນພິດ ຫລື ສານເຄມີຕ່າງໆ ທີ່ໃຊ້ໃນຊີວິດປະຈຳວັນ ເຊັ່ນ: ສະເປຍ໌ສີດຜົມ, ຢາຂ້າແມງໄມ້, ລວມທັງຄາບເຄື່ອງສຳອາງທີ່ທຳຄວາມສະອາດບໍ່ໝົດ ເຮັດໃຫ້ຮູຂຸມຂົນອຸດຕັນຈົນເກີດເປັນສິວ

ວິທີຮັກສາຜິວ:

  1. ຄວາມສະອາດເປັນສິ່ງປ້ອງກັນສິວ ດັ່ງນັ້ນ ກ່ອນລ້າງໜ້າສາວໆ ຄວນລ້າງຄາບເຄື່ອງສຳອາງ ແລະ ສິ່ງເປີະເປື້ອນທີ່ໄດ້ພົບພໍ້ໝົດມື້ ດ້ວຍນ້ຳມັນເນື້ອເຈລທີ່ມີ Bi ? Continuous ເຊິ່ງຊ່ວຍທຳຄວາມສະອາດຜິວ ແລະ ສານທີ່ຕົກຄ້າງໃນຮູຂົນໄດ້ຢ່າງດີ, ຖ້າມີສ່ວນ ປະສົມຂອງ Ac Control Oil ແລະ Tricocaban ຈະຊ່ວຍບັນເທົາອາການອັກເສບ ພ້ອມຄືນຄວາມຊຸ່ມຊື່ນໃຫ້ແກ່ຜິວໄດ້ອີກ

  2. ລ້າງໜ້າດ້ວຍສະບູທີ່ບໍ່ເຮັດໃຫ້ຜິວໜ້າແຫ້ງ ຫລື ມັນ ຈົນເກີນໄປ ດ້ວຍວິທີງ່າຍໆ ພຽງແຕ່ຖູສະບູລົງໃສ່ຝາມືໃຫ້ເກີດຟອງນຸ່ມໆ ແລ້ວ ເອົາຟອງນັ້ນມາລ້າງໜ້າແບບເບົາມື ແລະ ຄວນຈື່ໄວ້ວ່າ: ການລ້າງໜ້າແບບຮຸນແຮງຈະເຮັດໃຫ້ເກີດອາການລະຄາຍເຄືອງຈົນສິວ ລຸກລາມໄດ້ງ່າຍ

  3. ຫລັງຈາກລ້າງໜ້າ ຜິວອາດສູນເສຍຄວາມຊຸ່ມຊື່ນໄປແນ່ ຈຶ່ງຄວນເຊັດຜິວດ້ວຍໂລຊັ້ນ ເພື່ອປັບສົມດູນ ແລະ ເອີ້ນຄວາມຊຸ່ມຊື່ນກ່ອນ ການບຳລຸງຜິວໃນຂັ້ນຕອນຕໍ່ໄປ

  4. ເພີ່ມຄວາມຊຸ່ມຊື່ນ ແລະ ປ້ອງກັນສິວ ດ້ວຍການເລືອກໂລຊັ້ນບຳລຸງຜິວຊະນິດ Oil ? Free ຊ່ວຍໃຫ້ຜິວນຽນນຸ່ມ ແລະ ລຸດການທັບ ຖົມຕົວຂອງເຊລຜິວ ເສື່ອມສະພາບທີ່ຈະກໍ່ໃຫ້ເກີດການແພ່ຕົວຂອງແບ໊ກທີເຣຍ ອັນເປັນສາເຫດຂອງສິວ

  5. ສຸດທ້າຍ ເພື່ອປ້ອງກັນບໍ່ໃຫ້ສູນເສຍຄວາມຊຸ່ມຊື່ນໃນການນອນຢູ່ຫ້ອງແອ ຈຶ່ງແນະນຳໃຫ້ເກັບກັກຄວາມຊຸ່ມຊື່ນດ້ວຍ ແປ້ງຖະໜອມຜິວ ທີ່ມີ Sulfer ຊ່ວຍລຸດການກໍ່ຕົວຂອງສິວ ແລະ Hydrophobic Coating Powder ຊ່ວຍດູດຊັບເອົາສ່ວນເກີດ ແລະ ເອນໄຊມ໌ ຕ່າງໆ ທີ່ອອກມາທຳລາຍຜິວໃນຍາມນອນ

Delicious Digg Fark Twitter