ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 16, 2009 | ມີ 11 ຄຳເຫັນ ແລະ 0 trackback(s)

ຄົນເຮົາອາດຈະສາມາດສັງເກດໄດ້ວ່າ: ຄົນຫຼາຍຄົນ ທີ່ບໍ່ຢາກເຂົ້າຫາ, ຂະນະທີ່ຍັງມີອີກຫຼາຍຄົນ ທີ່ຢາກຄົບຄ້າສະມາຄົມ ແລະ ເຮົາຈະເຮັດໄດ້ແນວໃດເພື່ອໃຫ້ເປັນຄົນທີ່ມີບຸກຄະລິກກະພາບໃນແບບທີ່ຄົນອື່ນໆ ຢາກຈະຄົບຄ້າສະມາຄົມເປັນມິດທີ່ດີຕໍ່ກັນ

1. ເປີດການສົນທະນາ: ການທັກທາຍຄົນອື່ນກ່ອນແມ່ນເປັນເລື່ອງທີ່ດີ ເພາະເຂົາຈະຮູ້ວ່າທ່ານພ້ອມທີ່ຈະໃຫ້ເຂົາເປັນຜູ້ ຮ່ວມສົນທະນາ ແລະ ການສົນທະນາກັນກໍ່ຈະເລີ່ມຂື້ນ

ເຊິ່ງເລີ່ມຕົ້ນເວົ້າກ່ອນດ້ວຍຄຳສຸພາບ ນຸ້ມນວນ ມີສຳມາຄາລະວະ ຖືກຕາມກາລະເທສະ ອາດຈະເປັນການຕັ້ງຄຳຖາມ ຫຼື ຊວນລົມເລື່ອງໃກ້ຕົວ ທີ່ອາດຈະກ່ຽວຂ້ອງກັນ ເຊັ່ນ: ເບຍລົດຊາດດີເນາະ, ນ້ຳດື່ມເຢັນຊື່ນໃຈ, ເຮັດວຽກຢູ່ບ່ອນນີ້ບໍ? ຫຼື ບ້ານເຈົ້າຢູ່ແຖວນີ້ບໍ?

2. ໜ້າຕາຮັບແຂກ: ຄົນທີ່ມີບຸກຄະລິກແບບເປີດກ້ວາງ ເບິ່ງງ່າຍທີ່ສຸດຈາກສີໜ້າແວວຕາ, ຄົນບາງຄົນມັກເຮັດໜ້າຫຍຸ້ງ, ໜ້າງໍ ຄົນພວກນີ້ບໍ່ມີໃຜຢາກເຂົ້າໃກ້ ເພາະພຽງແຕ່ເຫັນສີໜ້າກໍ່ຮູ້ແລ້ວວ່າເຂົາບໍ່ເປີດປະຕູຮັບໃຜເລີຍ ຫຼື ບໍ່ຢູ່ໃນອາລົມທີ່ຈະ ສື່ສານກັບຄົນອື່ນ

ດັ່ງນັ້ນ, ຄວນຍິ້ມແຍ້ມແຈ່ມໃສ ມີທ່າທີ່ຜ່ອນຄາຍ ທັງສີໜ້າ, ແວວຕາ ແລະ ອາກັບກິຣິຍາ ຊຶ່ງເປັນພາສາກາຍທີ່ຈະສື່ສານ ໃຫ້ຄົນທີ່ຢູ່ຮອບຂ້າງຮູ້ວ່າທ່ານບໍ່ປິດກັ້ນການເຂົ້າມາຂອງເຮົາ

3. ແລກປ່ຽນຄວາມຄິດເຫັນໄດ້: ຄົນເຮົາທຸກຄົນຍອມມີຄວາມຄິດເຫັນເປັນຂອງຕົນເອງ ແລະ ມັກຈະສະແດງອອກມາ ຈະເປັນການດີ ເມື່ອຄົນໜື່ງເປີດຮັບການສະແດງອອກຂອງເຮົາ

ດັ່ງນັ້ນ ໃນການສານຄວາມສຳພັນທີ່ດີລະຫວ່າງ ບໍ່ພຽງແຕ່ເຮົາເປີດເຮັບເຂົາຜ່ານສີໜ້າທ່າທາງ ແລະ ຜ່ານການທັກທາຍ ສົນທະນາເທົ່ານັ້ນ ເຮົາຍັງຄວນຈະສານຕໍ່ຄວາມສຳພັນນັ້ນໃຫ້ໜຽວແໜ້ນ ແລະ ໝັ້ນຄົງຕໍ່ໄປ ໂດຍການໃຫ້ໂອກາດອີກຄົນໜື່ງເວົ້າ ແລະ ເປີດໂອກາດໃຫ້ຄົນທີ່ໄດ້ເວົ້າຮັບຟັງຄວາມຄິດເຫັນຂອງທ່ານນຳ

4. ໃສ່ໃຈ ແລະ ຈິງໃຈ: ຫຼັງຈາກທີ່ຄວາມສຳພັນຂອງຄົນເຮົາໄດ້ພັດທະນາເຖິງຂັ້ນທີ່ສາມາດເວົ້າລົມກັນໄດ້ຢ່າງສະນິດ ແລະ ເຮົາຍັງຕ້ອງມີວິທີຫຼໍ່ລ້ຽງຄວາມສຳພັນນັ້ນໄວ້ໃຫ້ດົນອີກດ້ວຍ, ຄົນທີ່ຮູ້ຈັກໃສ່ໃຈຕໍ່ກັນ ແລະ ຈິງໃຈ ມັກມີຄວາມສຳພັນທີ່ໝັ້ນຍືນ ເປັນຫມູ່ເພື່ອນມິດສະຫາຍທາງການຄ້າ ເປັນໝູ່ເພື່ອນທີ່ຄ່ອຍຊ່ວຍເຫລືອໃນເຮັດວຽກງານ ແລະ ອາດເຖິງຂັ້ນເປັນເພື່ອນຕາຍໄດ້

ຈົ່ງໃສ່ໃຈທັງສຸກ ແລະ ທຸກຂອງອີກຝ່າຍ ໃຊ້ການເປີດໃຈກວ້າງຂອງເຮົາໃຫ້ເລິກຊຶ່ງຂື້ນ ລະຫວ່າງການຄົບຫາ, ການເອົາໃຈໃສ່ຕໍ່ກັນໃນເລື່ອງຂອງຄວາມຄິດ ອຸປະສັກ ບັນຫາຊີວິດ ຄວາມສຸກ ຄວາມຍິນດີ ແລະ ອື່ນໆ, ຕ້ອງມີ ຕ້ອງເກີດ ແລະ ຕ້ອງປະຕິບັດຢ່າງຈິງໃຈ ອອກມາຈາກໃຈ ເຊັ່ນ: ຖາມເຖິງສຸກທຸກ ແບ່ງປັນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນຍາມຕົກທຸກໄດ້ຍາກ

5. ບໍ່ເປັນຄົນປອກລອກ: ຄົນບາງຄົນເວົ້າແນວໜື່ງ ໃນໃຈເປັນແນວໜື່ງ, ເວົ້າອອກໄປທັງທີ່ບໍ່ໄດ້ຮູ້ສຶກແນວນັ້ນເລີຍ ແມ່ນບໍ່ດີ

ການບໍ່ເປັນປອກລອກ ເຮັດໄດ້ຕັ້ງແຕ່ເລີມຕົ້ນການທັກທາຍປາໃສ ຮອຍຍິ້ມທີ່ມອບໃຫ້ກັນຕ້ອງອອກມາຈາກໃຈຈິງ ທຸກຄຳເວົ້າຜ່ານມາຈາກຄວາມຄິດ ຄວາມຮູ້ສຶກ ແລະ ການກັ່ນກອງ ການປະຕິບັດດີຕໍ່ກັນກໍ່ອອກມາຈາກຄວາມຮູ້ສຶກແທ້ໆ ບໍ່ແມ່ນເຮັດແບບຕົວະ ເພື່ອຫວັງຜົນປະໂຫຍດຕອບແທນ

ການບໍ່ຫຼອກຕົ້ມ ຖືເປັນການໃຫ້ກຽດກັນທີ່ລ້ຳຄ່າຫຼາຍຂອງຄວາມເປັນຄົນ ເພາະບໍ່ແມ່ນເປັນການໃຫ້ກຽດກັບຄົນອື່ນໆ ເທົ່ານັ້ນ ແຕ່ຍັງເປັນການໃຫ້ກຽດແກ່ຕົນເອງຢ່າງສູງຊົງ ອີກດ້ວຍ.

Delicious Digg Fark Twitter