ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 20, 2009 | ມີ 16 ຄຳເຫັນ ແລະ 0 trackback(s)

vv

ຜົນງານການສຳຫຼວດຄັ້ງນີ້ແມ່ນ ເຮັດຕາມຄຳສະເໜີຂອງສາວໆເດີ ເພາະຜ່ານມາ ພວກເຮົາເຄີຍສຳຫຼວດຄວາມຄິດເຫັນ ຂອງສາວໆກ່ຽວກັບ "ຜູ້ຊາຍທີ່ຍິງມັກ" ເຂົາເຈົ້າຢາກໃຫ້ຖາມຜູ້ຊາຍແດ່ ວ່າຊັ້ນ!

ຜົນການສຳຫຼວດອອກມາວ່າ: ພວກຜູ້ຊາຍສ່ວນໃຫຍ່ພາກັນມັກຜູ້ສາວລຸ້ນດຽວກັບເຂົາເຈົ້າ ໂດຍກວມເອົາ 47 ສ່ວນຮ້ອຍ, ຮອງລົງມາ ແມ່ນຕ້ອງການຄົບກັບຍິງທີ່ມີອາຍຸໜຸ່ມກວ່າເຂົາເຈົ້າ ປະມານ 5 ປີ, ແຕ່ວ່າມີເຖິງ 80 ຄົນທີ່ຕ້ອງການຜູ້ຍິງທີ່ ອາຍຸນ້ອຍກວ່າຕົນຫຼາຍເທົ່າໃດຍິ່ງດີ. ມີພຽງ 36 ຄົນ ເທົ່ານັ້ນທີ່ມັກຜູ້ຍິງທີ່ມີອາຍຸແກ່ກວ່າ.

ສ່ວນດ້ານຜິວພັນນັ້ນ ແມ່ນພາກັນມັກຜິວສອງສີຫຼາວກວ່າໝູ່ ໂດຍກວມເອົາ 28 ສ່ວນຮ້ອຍຂອງຜູ້ຖືກສຳຫຼວດ, ຮອງລົງມາ ແມ່ນ "ຂາວນຽນ". ດ້ານຮູບຮ່າງ ສ່ວນໃຫຍ່ພາກັນມັກສາວ ຮ່າງພຽວ, ບໍ່ສູງບໍ່ເຕ້ຍ ແລະ ສາວຫຸ່ນພຽວ. ໜ້າຕາສາວໆ ທີ່ຜູ້ຊາຍໝາຍປອງຫຼາຍທີ່ສຸດ ແມ່ນ "ໜ້າຮັກ" ຊົງຜົມທີ່ຖືກໃຫ້ຄະແນນຫຼາຍກວ່າໝູ່ ແມ່ນຊົງໃດກໍໄດ້, ຜູ້ຊາຍ 44 ສ່ວນຮ້ອຍ ຕ້ອງການຜູ້ຍິງທີ່ບໍ່ຈຳເປັນຕ້ອງທຳສຳອາງຫຼາຍ.

ມາເບິ່ງດ້ານຄວາມສາມາດແລ້ວ ເຖິງແມ່ນວ່າ: ຍຸກນີ້ຈະແມ່ນທັງຍິງ ແລະ ຊາຍ ຫາເງິນຊ່ວຍກັນກໍຕາມ ແຕ່ວ່າ, ຜູ້ຊາຍ ສ່ວນໃຫຍ່ກໍຍັງຢາກໄດ້ຍິງທີ່ເກັ່ງວຽກເຮືອນການຊານຢູ່ ໂດຍມີເຖິງ 113 ຄົນ ໝາຍເອົາຄຳຕອບນີ້ ແລະ ອີກ 68 ຄົນ ບອກວ່າ ຕ້ອງການຜູ້ຍິງທີ່ "ເກັ່ງແຕ່ງກິນ". ເມື່ອຖາມວ່າ: "ສິ່ງໃດທີ່ເຈົ້າກັງວົນໃນຫຼາຍ ຖ້າເຈົ້າຈະແຕ່ງງານກັບຜູ້ຍິງໃດ ໜື່ງ" 198 ຄົນ ບອກວ່າ "ຢ້ານນິໄສໃຈຄໍຂອງຜູ້ຍິງ ບໍ່ເປັນຄືຕອນທີ່ຍັງບໍ່ທັນໄດ້ແຕ່ງງານກັນ" ຮອງລົງມາແມ່ນ: "ຢ້ານຜູ້ຍິງ ບໍ່ສາມາດເປັນແມ່ທີ່ດີຂອງລູກ" ໂດຍມີ 85 ຄົນ ໝາຍເອົາຄຳຕອບນີ້.

Delicious Digg Fark Twitter