ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 7, 2011 | ມີ 9 ຄຳເຫັນ ແລະ 0 trackback(s)

        ເມື່ອ3 ປີກ່ອນ ຂ້ອຍໄດ້ມີໂອກາດໄປເຮັດວຽກນຳຍີ່ປຸ່ນໃນ7 ແຂວງພາກເໜືອຂອງລາວເປັນເວລາ1ເດືອນ ກ່ຽວກັບການເກັບກຳຂໍ້ມູນການດຳລົງຊີວິດແລະລາຍຮັບລາຍຈ່າຍ ຂອງປະຊາຊົນຢູ່ໃນເຂດທຸກຍາກແລະຫ່າງໄກ ຊຶ່ງເປັນໂຄງການທີ່ກະຊວງກະສິກຳແລະປ່າໄມ້ ເປັນຜູ້ເບີ່ງແຍງ ໃນນີ້ມີຂ້ອຍພ້ອມດ້ວຍໝູ່ອີກ3ຄົນ ຍີ່ປຸ່ນ1ຄົນ ແລະ ພພະນັກງານຂັບລົດ1ຄົນ,,,ມີຫຼາຍໆບ້ານ ໃນຫຼາຍເມືອງຫຼາຍແຂວງ ທີ່ເຮັດໃຫ້ຂ້ອຍໄດ້ຮູ້ແລະຊືມຊັບກ່ຽວກັບວິຖີການດຳລົງຊີວິດຂອງປະຊາຊົນໃນແຕ່ລະເຂດ,,,,,,,, ແຕ່ ທີ່ຂ້ອຍຈະກ່າວໃນບົດນີ້ແມ່ນ ບ້ານປ່າຄາ ເມືອງລອງ ແຂວງຫຼວງນ້ຳທາ ຊຶ່ງເປັນບ້ານຂອງຊົນເຜົ່າອີກໍ້100% ຊຶ່ງໄດ້ພາກັນອົບພະຍົບມາຈາກທາງພາກໃຕ້ຂອງປະເທດຈີນເຂົ້າມາອາໄສໃນດິນແດນລາວໄດ້ຫຼາຍຮ້ອຍປີ ຈົນກາຍເປັນ 1 ໃນ49ຊົນເຜົ່າຂອງລາວ, ເຖິງວ່າຫຼວງນ້ຳທາຈະມີຫຼາຍຊົນເຜົ່າເຊັ່ນ ແລນແຕນ ລາວຫູ ລາວຫ້ວຍ ມົ້ງ,,,,,ແຕ່ເນື່ອງຈາກຂ້ອຍໄດ້ເຮັດວຽກທີ່ບ້ານຂອງຊົນເຜົ່າອີກໍ້ ຈຶ່ງມີຄວາມປະທັບໃຈໃນບ້ານດັ່ງກ່າວ ຊຶ່ງບ້ານນີ້ ແມ່ນຕັ້ງຢູ່ຫາງຈາກຕົວເມືອງຫຼວງນ້ຳທາໄປທາງເໜືອປະມານ100ກວ່າກິໂລແມັດ ຕາມເສັ້ນທາງເມືອງສິງຂຶ້ນໄປ ຫາ ຊາຍແດນປະເທດພະມ້າ ຫ່າງຈາກຕົວເມືອງລອງປະມານ 8 ກິໂລແມັດ,,,,ຊົນເຜົ່າອີກໍ້ມີວັດທະນະທຳ ແລະ ວິຖີການດຳລົງຊີວິດທີ່ເປັນໜ້າສົນໃຈຫຼາຍບໍ່ວ່າຈະເປັນການນຸ່ງເຄື່ອງ ການເອ້ຍ້ອງທີ່ເຮັດດ້ວຍເງິນແລະຄຳຂາວ ທີ່ເຂົາເຈົ້າເຮັດເອງ( ເບີ່ງຕາມຮູບເດີ) ເປັນຕົ້ນແມ່ນການຕ່ຳຜ້າແພ  ແລະ ການນຳໃຊ້ສີທຳມະຊາດມາຍ້ອມ ອີກໍ້ມີພາສາປາກເວົ້າເປັນຂອງຕົນເອງ ການປະກອບອາຊີບມີຫຼາກຫຼາຍເໍັ່ນການ ຕ່ຳຫູກ ເຮັດໄຮ່ ນາ ລ່າສັດແລະ ປູກຝັງ,,ບ້ານປ່າຄາມີເສັ້ນທາງທີ່ລົດນ້ອຍໃຫຍ່ສາມາດເຂົ້າເຖິງ ຈຶ່ງເຮັດໃຫ້ມີນັກທ່ອງທ່ຽວທັງພາຍໃນແລະຕ່າງປະເທດເຂົ້າມາຢ້ຽມຢາມເບີ່ງວິຖີການດຳລົງຊີວິດຢູ່ເປັນປະຈຳ ເຖິງຢ່າງນັ້ນກໍ່ຕາມ ເຂົາເຈົ້າກໍ່ຍັງດຳລົງຊີວິດເປັນປົກກະຕິ ບໍ່ໄດ້ມີການປ່ຽນແປງແລະຄ້ອຍຕາມກະແສວັດທະນະທຳສະໄໝໃໝ່,,ອັນເປັນຈຸດພິເສດໜື່ງທີ່ໜ້າສົນໃຈ ແລະ ສ້າງລາຍຮັບຈາກການທ່ອງທ່ຽວບ້ານໄປໃນຕົວ,,,,,, ກັບມາເວົ້າເຖິງການເຮັດວຽກຂອງຂ້ອຍກໍ່ຄ້າຍໆກັບບ້ານເມືອງອື່ນ ທີ່ ຈະມີປັນຫາໃນເລື່ອງຂອງການສື່ສານ ເວລາເຮັດວຽກ ສຳພາດແລະ ໂອ້ລົມ ຕ້ອງໄດ້ອາໄສ ເດັກນ້ອຍຫຼືຜູ່ທີ່ໄດ້ຮຽນໜັງສືເຂົ້າມາຊ່ວຍໂອ້ລົມເປັນລ່າວແປໃຫ້ ຊຶ່ງກໍ່ຖືວ່າລຳບາກສົມຄວນ ເນື່ອງຈາກຜູ້ເຖົ້າຜູ້ແກ່ສ່ວນຫຼາຍບໍ່ໄດ້ໜັງສື ແຕ່ ກະຮູ້ສຶກໄດ້ເຖິງຄວາມຕ້ອນຮັບທີ່ມີໃຫ້ ບວກກັບຮອຍຍິ້ມທີ່ຈິງໃຈ ແລະ ນ້ຳສຽງທີ່ໄດ້ຍິນ(ແຕ່ບໍ່ເຂົ້າໃຈ) ,,,ຂ້ອຍເຮັດວຽກຢູ່ທີ່ນັ້ນ 2 ວັນ ແລ້ວຈຶ່ງກັບມາເມືອງຫຼວງນ້ຳທາເພື່ອກະກຽມໄປເມືອງຜາອຸດົມ ແຂວງບໍ່ແກ້ວຕໍ່ໄປ,

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 5, 2011 | ມີ 11 ຄຳເຫັນ ແລະ 0 trackback(s)

                     ນັບເປັນຮອບ 3 ປີ ທີ່ຂ້ອຍໄດ້ອອກໄປເຮັດວຽກຕ່າງແຂວງ ຫຼັງຈາກທີ່ນັ່ງຢູ່ແຕ່ໜ້າຈໍຄອມພິວເຕີ ໃນຫ້ອງ4ຫຼ່ຽມ ທີ່ເຕັມໄປດ້ວຍຕູ້ເອກະສານ ແລະ ເພື່ອນຮ່ວມງານຫຼາຍຄົນ ຊຶ່ງເຕັມໄປດ້ວຍວຽກງານ ແລະ ການຜິດຖຽງ,,,ເຂົ້າເລື່ອງເລີຍ, ໃນຊ່ວງ 15-30/10/2011 ຂ້ອຍໄດ້ມີໂອກາດໄປເຮັດວຽກຕ່າງແຂວງ ເພື່ອເກັບກຳຂໍ້ມູນ ເຮືອນເຜົ່າມົ້ງ ຊຶ່ງສະຖານທີ່ກໍ່ຄື ເມືອງຊຳໃຕ້ ຊຶ່ງອອກຈາກຫຼວງພະບາງກໍ່ໄປພັກຢູ່ຊຳເໜືອ1 ຄືນ ແລະ ກໍ່ເປັນຄັ້ງທຳອິດ ທີ່ຂ້ອຍໄດ້ມາຢຽບ ຜືນແຜນດິນ ວິລະຊົນ ຄົນກ້າ ທີ່ເຕັມໄປດ້ວຍຮ່ອງປະຫວັດສາດຂອງການປະຕິວັດລາວ ຈາກນັ້ນຈຶ່ງເດີນທາງໄປເມືອງຊຳໃຕ້ ຊຶ່ງຫ່າງຈາກເມືອງຊຳເໜືອໄປທາງທິດຕາເວັນອອກສຽງໃຕ້ 145 ກິໂລແມັດ ແລ້ວພັກຢູ່ທີ່ນັ້ນ 4ຄືນ ເພື່ອກະກຽມເອກະສານແລະການພົວພັນໃນຂັ້ນເມືອງ ແລະ ຊອກໝູ່ບ້ານທີ່ຈະໄປ ຊຳໃຕ້ກໍ່ຍັງຖືວ່າເປັນເມືອງໜຶ່ງທີ່ການພັດທະນາຍັງໄປບໍ່ທົ່ວເຖິງ ຕະຫຼາດຮ້ານຄ້າ ແລະ ບັນດາຫ້ອງການ ຍັງເປັນອາຄານທຳມະດາ ແລະທີ່ສຳຄັນ ໄຟຟ້າ ຕ້ອງໄດ້ແບ່ງດກັນໃຊ້ລະຫວ່າງຄຸ້ມໃຕ້ແລະຄຸ້ມເໜືອ ຄົນລະມື້ ຜັດປ່ຽນກັນ, ຈາກນັ້ນກໍ່ເດີນທາງຕໍ່ໄປຍັງບ້ານນ້ຳບົງ ຫ່າງຈາກຕົວເມືອງຊຳໃຕ້ 80 ກວ່າກິໂລ ຂັບລົດຈັກໄປເກືອບ 4 ຊົ່ວໂມງ ຕາມເສັ້ນທາງ ດິນແດງ ຂຶ້ນພູລົງຫ້ວຍຕ່າງໆນາໆ ຈຶ່ງເຖິງບ້ານດັ່ງກ່າວ,  ແຕ່ກໍ່ບໍ່ຜິດຫວັງ ເມື່ອໃປເຖິງ ເພາະບ້ານມີທີ່ຕັ້ງທີ່ງົດງາມ ປະກອບກັບແສງອາທິດຕອນແລງສະທ້ອນມາໃສ່ຫຼັງຄາ ທີ່ມຸງດ້ວຍໄມ້, ບ້ານນ້ຳບົງ ເປັນບ້ານຊົນເຜົ່າມົ້ງ 100% ມີທັງໝົດ 60 ຄອບຄົວ ພົນລະເມືອງ 423ຄົນ ເປັນບ້ານທີ່ດຳລົງຊີວິດແບບຕິດພັນກັບທຳມະຊາດ ບໍ່ມີລະບົບສາທາລະນຸປະໂພກ-ປະການຫຍັງ ນອກຈາກໂຮງຮຽນ ປະຖົມ ປໍ1-5, ບໍ່ມີໄຟຟ້າ ບໍ່ມີສັນຍານໂທລະສັບ ອາໄສນ້ຳທີ່ໄຫຼລົງມາຈາກຍອດພູເພື່ອນຳໃຊ້ໃນຊີວິດປະຈຳວັນ, ຂ້ອຍໄດ້ພັກຢູ່ທີ່ເຮືອນນາຍບ້ານ4ມື້ ເພື່ອສຳຫຼວດໝູ່ບ້ານ ໂດຍການແຕ້ມແຜນຜັງ ແລະ ຮູບແບບ ອາຄານ ຊຶ່ງຂ້ອຍມີຄວາມສົນໃຈຫຼາຍ ເນື່ອງຈາກເຮືອນແຕ່ລະຫຼັງ ແມ່ນ ເຮັດດ້ວຍໄມ້ໝົດເລີຍ ນັບແຕ່ເສົາ ຂື່ ຝາ ແລະ ຫຼັງຄາມຸງ ຈຸດພິເສດແມ່ນໄມ້ຊະນິດດຽວກັນຄື ໄມ້ ໂລງເລງ ຊະຸນິດຫອມ ຕົ້ນໃຫຍ່ ນ້ຳໜັກເບົາ ແຕ່ທົນທານ ແລະ ທີ່ສຳຄັນແມ່ນເຂົ້າເຈົ້າໃຊ້ມີດ ພ້າ ແລະ ອຸປະກອນທີ່ເຮັດຂຶ້ນມາເອງໃນການຕັດໄມ້ມາເປັນພາກສ່ວນຕ່າງໆຂອງເຮືອນ ໂດຍບໍ່ໄດ້ອາໄສເລື່ອຍແລະ ເຄື່ອງມືທີ່ທັນສະໄໝ ຊຶ່ງມັນລ້ວນແຕ່ສະແດງເຖິງພູມປັນຍາແລະຄວາມອົດທົນຂອງເຂົາເຈົ້າ,,,,,ແຕ່ປັນຫາຂ້ອຍແມ່ນຢູ່ທີ່ການສື່ສານ ເພາະຂ້ອຍບໍ່ໄດ້ພາສາມົ້ງ ແລະເຂົາເຈົ້າບໍ່ໄດ້ພາສາລາວລຸ່ມ ນອກຈາກນາຍບ້ານ ແລະ ຄົນຈຳນວນໜຶ່ງ ຂ້ອຍຕ້ອງໄດ້ອາໄສ ອ້າຍທີ່ໄປນຳ (ເປັນຄົນມົ້ງ) ຊ່ວຍແປໃຫ້ ຢູ່ເຮືອນນາຍບ້ານ ມີທັງໝົດ13ຄົນ ລູກ9ຄົນ ລູກເຂີຍ1 ລູກໄພ້1 ແລະ ລວມພວກຂ້ອຍອີກ 2 ເປັນ 15 ມີແຕ່ນາຍບ້ານເທົ່ານັ້ນທີ່ຂ້ອຍພໍລົມເຂົ້າໃຈ ສ່ວນເຫຼືອ ແມ່ນຕ້ອງໃຊ້ພາສາມື ຂ້ອຍ ກາຍເປັນຄົນຕ່າງປະເທດໄປເລີຍ, ແລະ ອີກອັນໜຶ່ງແມ່ນເລື່ອງຂອງອາຫານ ຂ້ອຍບໍ່ແປກໃຈເລີຍເປັນຫຍັງລູກຫຼາຍເຂົາເຈົ້າຍັງລ້ຽງໄດ້,,, ເພາະວ່າມີເຂົ້າ ແລະ ນ້ຳທ່າຫຼືນ້ຳຕົ້ມຜັກເຂົ້າກໍ່ກິນດ້ວຍຄວາມແຊບ, ຊຶ່ງອາຫານຂ້ອຍນັ້ນແມ່ນ ເຂົ້າຈ້າວກັບຕົ້ມໝາກອຶ ໝາກຖົ່ວ ຊຶ່ງເປັນລັກສະນະຕົ້ມຈືດບໍ່ໄສຫຍັງ ຖ້າເປັນແຈ່ວ ກໍ່ແມ່ນຕຳໝາກເຜັດດິບໃສ່ເກືອ,,,ແຕ່ກະຍັງດີທີ່ມີໃຫ້ກິນ ດີກວ່າບໍ່ມີ,,,,,ຖ້າມື້ໃດບໍ່ເມື່ອຍຈຶ່ງຂໍຊື້ໄກ່ມາຕົ້ມ ກິນ ບໍ່ມີຜັກຫຍັງໃສ່ອີກ,,,,ແຕ່ເຖິງເຂົາເຈົ້າກິນອາຫານແບບນັ້ນ ແຕ່ກໍ່ຍັງມີກຳລັງແຮງຫຼາຍ ຊຶ່ງບັນດາເດັກນ້ອຍແລະ ຜູ້ຍິີງ ພາກັນເປ້ ຟືນ ແລະ ເຄື່ອງປູກຂອງຝັງ ທີ່ໜັກແລະຍ່າງຕາມທາງທີ່ໄກໄດ້ຢ່າງໜ້າເຫຼືອເຊື່ອ ຊຶ່ງຂ້ອຍລອງໄປທົດສອບເບິ່ງ ບາງອັຍຍັງແບບບໍ່ຂຶ້ນ ມັນໜັກຫຼາຍຂໍຍອມແພ້ໄປເລີຍ,,,,,,,,,,,,,,,ຫຼັງຈາກຄົບ4 ມື້ ທີ່ສຳຫຼວດແລ້ວ ຂ້ອຍກັບໝູ່ອີກຄົນ1 ຈຶ່ງໄປອີບ້ານໜຶ່ງ ຄືບ້ານຫ້ວຍໄຮ່ ຫ່າງຈາກບ້ານ້ຳບົງ 10ກວ່າກິໂລແມັດ ໃຊ້ເວລາຍ່າງຕາມພູ ໄປ 3ຊົ່ວໂມງເຄີ່ງ ຈຶ່ງຮອດ ພໍດີຄ່ຳ ໄຄແດ່ ບ້ານນີ້ ມີສັນຍານໂທລະສັບ ແລະ ໃຊ້ໄຟຟ້າ ນ້ຳຍ່ອນ, ຂ້ອຍໄດ້ໄປຂໍນອນທີ່ເຮືອນຂອງຕາແສງບ້ານ ແລະ ໄດ້ພົບກັບວັນໄຊ ລູກຊາຍ ຕາແສງ ວັນໄຊ ອາຍຸ 18 ປີ ກຳລັງຮຽນຢູ່ຊັ້ນມໍ4 ຊຶ່ງຍ່າງໄປໂຮງຮຽນ 1ຊົ່ວໂມງຈຶ່ງຮອດ ເນື່ອງຈາກໃນບ້ານບໍ່ມີໂຮງຮຽນມັດທະຍົມ ຈຶ່ງໄປເຂົ້າຢູ່ບ້ານອື່ນ,,,,ເນື່ອງຈາກວັນໄຊ ໄດ້ຮຽນໜັງສື ຂ້ອຍຈຶ່ງສາມາໄດ້ສື່ສານປາກເວົ້າກັບລາວເຂົ້າໃຈໄດ້ ລວມທັງຕາແສງບ້ານນຳ ຫຼັງຈາກກິນເຂົ້າແລງແລ້ວກໍ່ເຂົ້ານອນເນື່ອງຈາກເມື່ອຍຫຼາຍ(ຍ່າງດົນໂພດ),,ຂ້ອຍຕື່ນມາໃນຕອນເຊົ້າ ພ້ອມດ້ວຍສຽງໃຫ້ຂອງເດັກນ້ອຍ ແລະ ໝູ່ໝາກາໄກ່ທີ່ຮ້ອງຊ ອກກິນໃນຕອນ 6 ໂມງເຊົ້າ ຂ້ອຍເຫັນວັນໄຊ ກຳລັງຈະໄປໂຮງຮຽນ ພ້ອມດ້ວຍເຂົ້າຈ້າວ1 ຖົງ ເພື່ອກຽໃໄປກິນນຳ ວັນໄຊຍ່າງໄປໂຮງຮຽນພ້ອມດ້ວຍໝູ່ຫຼາຍຄົນ ຊຶ່ງເປັນປົກກະຕິທີ່ຕ້ອງໄດ້ໄປແຕ່ເຊົ້າໆ ເພາະໂຮງຮຽນຢູ່ໄກ, ຫຼັງຈາກກິນເຂົ້າເຊົ້າແລ້ວ ຂ້ອຍກັບໝູ່ກໍ່ເລີ່ມສຳຫຼວດແຕ້ມ ເຮືອນໃນບ້ານດັ່ງກ່າວ ພ້ອມກັບການກົດຊັດເຕີ ບັນທຶກພາບໄປໃນຕົວ ບ້ານນີ້ກະບໍ່ຕ່າງຫຍັງກັບບ້ານນ້ຳບົງ ເຮືອນກໍ່ຍັງເຮັດດ້ວຍໄມ້ໝົດຫຼັງຄືກັນ ແຕ່ຕ່າງສະຖານທີ່ຊື່ໆ, ເມື່ອຮອດ1 ໂມງ ຈຶ່ງໄດ້ ຍ່າງກັບມາຍັງບ້ານນ້ຳບົງ ເພື່ອເອົາລົດຈັກ ແລະ ເຄື່ອງນຸ່ງຈຳນວນໜຶ່ງ ກ່ອນຈາກຂ້ອຍກໍ່ໄດ້ໃຫ້ຄວາມຂອບໃຈນາຍບ້ານທີ່ອຳນວຍຄວາມສະດວກທຸກຢ່າງ ຂ້ອຍ ປົດໝວກ ແລະ ເສື້ອຍືດ 3 ໂຕ ພ້ອມດ້ວຍອຸປະກອນການຮຽນໃຫ້ ລູກຊາຍນາຍບ້ານທີ່ກຳລັງຮຽນປໍ3 ແຕ່ກະລົມກັບຂ້ອຍບໍ່ເຂົ້າໃຈ,,,ຫຼັງຈາກອອກເດີນທາງມາຮອດຊຳໃຕ້ກໍ່ຄ່ຳມືດແລ້ວ ຈຶ່ງນອນຢູ່ຊຳໃຕ້1 ຄືນ ຕື່ນຕອນເຊົ້າຈຶ້ງມາຂຶ້ນລົດເມ ມາຊຳເໜືອ , ມາຮອດຊຳເໜືອຕອນ 3 ໂມງ ບໍ່ມີລົດມາຫຼວງພະບາງ ຈຶ່ງຕ້ອງໄປນອນບ້ານພັກ ຢູ່ຊຳເໜືອອີກ1 ຄືນ ຈຶ່ງໄດ້ກັບມາ ຫຼວງພະບາງ ເພື່ອກັບຄືນສູ່ຊີວິດປົກກະຕິ ,

   ຈາກປະສົບການດັ່ງກ່າວມັນເຮັດໃຫ້ຂ້ອຍຮູ້ວ່າຊີວິດຂອງຄົນເຮົາມັນຕ່າງກັນຫຼາຍ ລະຫວ່າງສັງຄົມໃນເມືອງ ທີ່ສັບສົນວຸ້ນວາຍໄປດ້ວຍຄ່ານິຍົມ ແລະ ກະແສສັງຄົມທີ່ແຂ່ງຂັນກັນ ແລະ ຊີວິດໃນຊົນນະບົດ ທີ່ຢູ່ແບບທຳມະຊາດ ເຖິງເຂົາເຈົ້າ ຈະເຮັດວຽກໜັກແລະ ເມື່ອຍລ້າ ແຕ່ເຂົາເຈົ້າກະມີຄວາມສຸກໃນຊີວິດ ເຖິງຈະທຸກກາຍ ແຕ່ກໍ່ສຸກໃຈ ເພາະຂ້ອຍສັງເກດເຫັນໄດ້ ຈາກຮອຍຍີ້ມ ແລະ ສຽງຫົວຂອງແຕ່ລະຄອບຄົວທີ່ມີໃຫ້ກັນ,

                   ( ຍາວໄປເດີ,,,,,,,,,,,,,,,,,,ຖ້າເວົ້າໄປແລ້ວຫຼາຍກວ່ານີ້ອີກ5555+)

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 11, 2011 | ມີ 5 ຄຳເຫັນ ແລະ 0 trackback(s)

ສະຖາປະນິກແມ່ນຫຍັງ........

ໃນພົດຈະນານຸກົມ ສະຖາປະນິກຄືຜູ້ອອກແບບກໍ່ສ້າງໃນທາງສະຖາປັດຕະຍະກຳ ແຕ່ຄຳຈຳກັດຄຳນີ້ຟັງແລ້ວຍັງງົງໆ

ເພາະຄວາມຊັດເຈນຍັງຕ້ອງໃຊ້ລາວແປລາວອີກຫຼາຍໆເທື່ອ

ມີຂໍ້ຄວາມ1 ກ່າວວ່າສະຖາປະນິກຫຼືທີ່ຮູ້ຈັກກັນດີວ່າເປັນຜູ້ອອກແບບອາຄານບ້ານເຮືອນ

ເຮັດວຽກກ່ຍວກັບການວາງແຜນຜັງ ການອອກແບບແລະອົງປະກອບໃນການກໍ່ສາ້ງ

ສະຖາປະນິກຈະໃຫ້ຄຳແນະນຳແລະແກ້ໄຂປັນຫາຄວາມຕ້ອງການໃຊ້ສອຍຂອງລູກຄ້າ

ແລະ ປັນຫາກາຍະພາບຕ່າງໆທີ່ມີຜົນຕໍ່ອາຄານໄດ້ແກ່ ຄວາມສວຍງາມ ອົງປະກອບ

ທາງວັດທະນະທຳແລະສັງຄົມ ຄວາມຮູ້ດ້ານກົດໝາຍອາຄານ ຂໍ້ກຳນົດ ລະບຽບຂອງທ້ອງຖິ່ນ

ແລະພື້ນທີ່ ລວມທັງປະສົມປະສານອົງຄວາມຮູ້ຫລາຍຕໍ່ຫລາຍເລື່ອງທີ່ກ່ຽວຂ້ອງກັບການດຳເນີນຊີວິດຂອງລູກຄ້າ.

     ສະຖາປະນິກທີ່ດີໄດ້ຜ່ານນິໄສ 10 ຊ່າງຂອງສະຖາປະນິກດັ່ງນີ້

1. ຊ່າງຂີດ...ຊ່າງຂຽນ ນິໄສທຳອິດທີ່ຈະຕ້ອງມີໃຈຮັກໃນການແຕ້ມ ຂີດຂຽນຫຼືສົນໃຈງານສິລະປະມາຕັ້ງແຕ່ນ້ອຍ

ເພາະງານສະຖາປະນິກຕ້ອງໃຊ້ທັກສະພື້ນຖານທາງສິລະປະຫຼາຍເລື່ອງເພື່ອອະທິບາຍຜົນງານການອອກແບບຂອງຕົນເອງ

2. ຊ່າງຄິດ ງານຫຼັກສະຖາປະນິກຄືການຄິດແກ້ໄຂປັນຫາເພື່ອຕອບສະໜອງຄວາມຕ້ອງການຂອງລູກຄ້າໃຫ້ກາຍເປັນ

ອາຄານບ້ານເຮືອນເພາະສະນັ້ນຄົນທີ່ຈະເປັນສະຖາປະນິກຄວນເປັນຜູ້ທີ່ມັກຄິດ ແລະ ຄິດຢ່າງສ້າງສັນມີຈິນຕະນາການ

ແລະຫົວຄິດກວ້າງໄກ ເປັນຄົນເບີ່ງໂລກໃນແງ່ດີມີຄວາມຕະຫຼົກເພາະຈະໄດ້ບໍ່ຄຽດກັບງານ ຄິດໄປຫົວົປ ຍິ້ມໄປ( ບໍ່ແມ່ນບ້າເດີ)

3. ຊ່າງສົງໄສ ຄວນມີນິໄສຊ່າງສົງໄສ ວ່າ ເປັນຫຍັງ ເປັນຫຍັງ ລະກະເປັນຫຍັງ ຫຼືເວົ້າວ່າ ໂອ້ ເອ້ ອື້ ກັບສະຖານະການ

ສະພາບແວດລ້ອມອ້ອມຂ້າງຊຶ່ງເຮັດໄດ້ງ່າຍໆດ້ວຍການຕັ້ງຄຳຖາມວ່າເປັນຫຍັງ ກັບເລື່ອງໄກ້ໆຕົວແລະຂະຫຍາຍໄປຍັງສິ່ງທີ່ພົບເຫັນໃນຊີວິດປະຈຳວັນ

4. ຊ່າງໝັ້ນ(ໃຈ) ມີຄວາມໝັ້ນໃຈໃນຄວາມຄິດຕົວເອງ(ບໍ່ແມ່ນເຂົ້າໃຈໃນເລື່ອງຜິດໆ) ເພາະໃນຊີວິດການເຮັດວຽກຂອງເຮົາ

ຈະຕ້ອງຜ່ານດ່ານຄວາມທົດສອບຄວາມໝັ້ນໃຈຈາກຄຳພິພາກວິຈານໃນງານຂອງເຮົາຈາກອາຈານ ແລະ ເພື່ອນຮ່ວມງານ

ຄົນອື່ນທທີ່ກ່ໜວຂ້ອງ ລວມໄປເຖິງລູກຄ້າ.

5. ຊ່າງຮັບ(ຜິດຊອບ) ເພາະເປັນວຽກງານທີ່ກ່ຽວກັບການໃຫ້ບໍລິການລູກຄ້າຢ່າງຖືກຕ້ອງຕາມມາດຕະຖານວິຊາຊີບ ແລະ

ຕ້ອງມີຄວາມຮັບຜິດຊອບຕໍ່ສະຫວັດດີພາບ ຄວາມປອດໄພຂອງຄົນອາໄສ ແລະ ສັງຄົມອ້ອທຂ້າງໄປຈົນເຖິງການຮັກສາໂລກ

ຫຼຸດໂລກຮ້ອນກັນໄປເລີຍ ດ້ວຍງານອອກແບບຂອງເຮົາ ເຮົາຈຶ່ງຕ້ອງຝຶກໃຫ້ເປັນຄົນທີ່ມີຄວາມຮັບຜິດຊອບສູງຄວບຄູາກັນໄປ

ເພື່ອຜົນປະໂຫຍດຂອງລູກຄ້າແລະສັງຄົມ

6. ຊ່າງເວົ້າ ນອກຈາກການອອກແບບ ແຕ້ມແບບ ແລ້ວເຮົາຍັງຕ້ອງມີທັກສະໃນການເວົ້າຈາ ເພື່ອຈະໄດ້ຂາຍແບບ ຂາຍແນວຄິດ

ເປັນວິທີ1 ທີ່ຈະອະທິບາຍໃຫ້ລູກຄ້າເຂົ້າໃຈ ເປັນປັດໄຈ1ໃນການໂນ້ມນ້າວຈິດໃຈຄົນຟັງໃຫ້ຄ້ອຍຕາມໄປກັບໄອເດຍຂອງເຮົາ

7. ຊ່າງຄົ້ນຄວ້າ ໝາຍເຖິງນິໄສຊ່າງຄົ້ນຫາຂໍ້ມູນຕ່າງໆທີ່ເຮົາສົງໄສຈາກແຫຼ່ງຮຽນຮູ້ຕ່າງໆດັ່ງນັ້ນຜູ້ທີ່ສົນໃຈຮຽນສະຖາປະນິກຈະຕ້ອງມີຄວາມຕື່ນເຕັ້ນ

ແລະຕື່ນຕົວໃນການຮຽນຮູ້ຢູ່ສະເໝີເພາະວ່າອາຊີບນີ້ຈຳເປັນຕ້ອງມີການພັດທະນາຄວາມຮູ້ຂອງຕົນເອງໃຫ້ທັນກັບການປ່ຽນແປງ

ຂອງສະຖານະການໂລກແລະເທັກໂນໂລຢີຢູ່ຕະຫຼອດເວລາ

8. ຊ່າງສັງຄົມ ການມີໝູ່ເພື່ອນຫຼາຍໆມີຍາດຕິພີ່ນ້ອງເປັນກະຫຼຶບ ຫຼືເຂົ້າສັງຄົມຫາຄົນນັ້ນຄົນນີ້ ຫຼືພາຕົວເອງໄປຫາສັງຄົມໃໝ່ທ

ເພື່ອນໃໝ່ໆໂດຍສະເພາະຄົນນອກວົງການສະຖາປະນິກຈະເປັນເຄືອຂ່າຍທີ່ດີໃນການແນະນຳງານ

ຫຼືມີວຽກໃຫ້ເຮົາເຮັດໃນອະນາຄົດຢ່າງຫຼວງຫຼາຍ ແຕ່ຕ້ອງຝຶກໃຫ້ຕົນເອງມີມະນຸດສຳພັນດີຍິ້ມງ່າຍ ຫົວງ່າຍ ສຸພາບຮຽບຮ້ອຍ

ຊ່ອຍເຫຼືອຄົນອື່ນ ຈະເຮັດໃຫ້ມີຄົນຢາກຄົບນຳ ເປັນການສ້າງສະເໜ່ໃຫ້ຕົວເອງໄປໃນຕົວ

9. ຊ່າງແກ້( ປັນຫາ) ງານອອກແບບເປັນງານແກ້ໄຂປັນຫາຈາກໂຈດຊຶ່ງກໍ່ຄືຄວາມຕ້ອງການຂອງລູກຄ້າ ສະຖາປະນິກຈຶ່ງບໍ່ເຄີຍເບື່ອ

ໃນການອອກແບບບ້ານຫຼືອາຄານຕ່າງທ ເພື່ອແກ້ປັນຫາໃຫ້ລູກຄ້າເຖິງຈະເປັນອາຄານຢ່າງດຽວກັນກັບທີ່ເຄີຍເຮັດມາແລ້ວຫຼາຍເທື່ອກໍ່ຕາມ ເພາະວ່າທີ່ຈິງແລ້ວເມື່ອເລີ່ມຕົ້ນງານອອກແບບອັນໃໝ່ກໍ່ຈະເປັນການເລີ່ມຕົ້ນຂະບວນການແກ້ໄຂປັນຫາແບບໃໝ່ທທຸກຄັ້ງ

10. ຊ່າງ ອືດ.ໝາຍເຖິງຄຸນສົມບັດໃນການອົດທົນ ແລະ ທົນອົດ( ຍາມບໍ່ມີວຽກ)ເປັນເລື່ອງສຳຄັນຫຼາຍທີ່ສຸດ ຄວາມອົດນີ້

ຈະເປັນໄດ້ທັງສຸຂະພາບຮ່າງກາຍ ແລະ ຈິດໃຈ ເພາະນັກຮຽນແລະນັກສະຖາປະນິກຕ້ອງໄດ້ອົດຫຼັບນອນເວລາເຮັດວຽກສົ່ງ

ອາຈານແລະ ລູກຄ້າ ອົດຟັງຄຳວິພາກວິຈານ ແລະ ທ່ສຳຄັນແມ່ນທົນອືດແລະອາດຕ້ອງທົນອົດໃນເວລາງານຝືດເຄືອງໄດ້ເຊັ່ນກັນ

ຂຽນເມື່ອ ຂຽນເມື່ອ: ກ.ລ.. 29, 2011 | ມີ 5 ຄຳເຫັນ ແລະ 0 trackback(s)

ຕໍ່ຈາກສະບັບກ່ອນເດີ ເນື່ອງຈາກເປັນຄົນທີ່ມັກສຶກສາກ່ຽວກັບສະຖາປັດຕະຍະກຳລາວ ເປັນຕົ້ນແມ່ນວັດວາອາຮາມ ໂດຍສະເພາະໃນເມືອງຫຼວງພະບາງ ອາດີດນະຄອນຫຼວງເກົ່າຂອງອານາຈັກລາວລ້ານຊ້າງ ເມືອງເກົ່າແກ່ທາງພຸດທະສາສະໜາຂອງລາວ.

     ປະເທດລາວເປັນປະເທດໜຶ່ງທີ່ອຸດົມສົມບູນໄປດ້ວຍຊັບພະຍາກອນທຳມະຊາດ ວັດທະນະທຳແລະຮີດຄອງປະເພນີອັນດີງາມມາແຕ່ສະໄໝບູຮານນະການໂດຍເລີ່ມຕັ້ງແຕ່ເຈົ້າຟ້າງຸ່ມເລີ່ມທ້ອນໂຮມແຜ່ນດິນລາວໃນປີຄສ 1353(ເວົ້າແລ້ວເວົ້າອີກ) ແລະ ເພີ່ນກໍ່ຍັງໄດ້ນຳເອົາສາສະໜາພຸດເຂົ້າມາເຜີຍແຜ່ໃນອານາຈັກລາວລ້ານຊ້າງ ອັນມີສູນລວມຢູ່ນະຄອນຊຽງທອງ(ຫຼວງພະບາງ) ຊຶ່ງປະກອບດ້ວຍພະຄຳພີ ພະສົງ ຕົ້ນສີມະຫາໂພ ນັກປາດ ຊ່າງຫຼໍ່ພະພຸດທະຮູບ ຊ່າງສີມື ແລະ ທີ່ສຳຄັນ ແມ່ນພະບາງ ຊຶ່ງເປັນພະພຸດທະຮູບປາງຫ້າມຍາດອັນສັກສິດຄູ່ບ້ານຄູ່ເມືອງຂອງລາວເຮົາໃນປັດຈຸບັນ. ດ້ວຍເຫດນີຈຶ່ງເຮັດໃຫ້ມີການສ້າງວັດວາອາຮາມຂຶ້ນຫຼາຍແຫ່ງໃນດິນແດນລາວ ຈຸດປະສົງໂດຍລວມກໍ່ແມ່ນເພື່ອເປັນບ່ອນ ປະດິດສະຖານຂອງພະພຸດທະຮູບ ແລະ ເຜີຍແຜ່ພະທຳຄຳສອນຂອງທາງພຸດທະສາສະໜາ ຊຶ່ງຢາກໃຫ້ຄົນລາວເຮົາເລີກນັບຖືສາສະໜາຜີ ແລະ ການເຊື່ອຖືທີ່ງົມງວາຍ. ໃນບັນດາວັດຕ່າງໆທີ່ສ້າງຂຶ້ນໃນປະເທດລາວກໍ່ລ້ວນແຕ່ມີຄວາມແຕກຕ່າງກັນທາງດ້ານສະຖາປັດຕະຍະກຳອັນເນື່ອງມາຈາກຫຼາຍສາເຫດເຊັ່ນ ສະພາບທີ່ຕັ້ງ ຍຸກສະໄໝ ສີມືສະກຸນຊ່າວງ ແລະ ອິດທິພົນຈາກເຂດອື່ນໆ ເຮັດໃຫ້ວັດແຕ່ລະບ່ອນມີຄວາມແຕກຕ່າງກັນທາງດ້ານແຜນຜັງ ຮູບດ້ານ ຫຼັງຄາ ລວມໄປເຖິງສັດສ່ວນ ຂະໜາດ ແລະ ວິທີການກໍ່ສ້າງ ( ເວົ້າລວມກ່ອນເດີ ຍັງບໍ່ທັນໄປຮອດຫຼວງພະບາງເທື່ອ). ແຕ່ວ່າກ່ອນທີ່ຈິະໄປຮູ້ຈັກກັບວັດວາອາຮາມໃນຫຼວງພະບາງ ເຮົາມາຮູ້ຈັກຄວາມໝາຍຂອງຄຳວ່າວັດກັນກ່ອນເດີ.

     ວັດແມ່ນສະຖານທີ່ວັດຈິດໃຈຂອງຄົນທັງຫຼາຍ ແລະ ວັດຄວາມຮູ້ລະດັບວັດທະນະທຳຂອງຄົນເຮົາ ເປັນສະຖານທີ່ສະຫງົບ ທີ່ປວງຊົນລາວທັງຫຼາຍສັກກະລະບູຊາ ເປັນບ່ອນວັກແທກຈິດໃຈຂອງຄົນ ບໍ່ໃຫ້ມີແນວຄິດຕ່ຳຊ້າ ສ້າງຄົນໃຫ້ມີຈັນຍາບັນຂອງການມະນຸດອັນແທ້ຈິງ ແຕ່ບາງຄົນເກີດມາຈົນເຖົ້າແກ່ ບາງຄົນຈົນຕາຍໄປກໍ່ຍັງບໍ່ທັນໄດ້ຮູ້ຄວາມໝາຍຂອງຄຳວ່າວງັດເທື່ອ ແຕ່ບາງຄົນກໍ່ຍັງບໍ່ເຄີຍເຂົ້າວັດຈັກເທື່ອ ຈົນເຖິງຂັ້ນຈຸດຈົບຂອງຊີວິດຈຶ່ງໄດ້ເຂົ້າວັດ ແຕ່ມັນກໍ່ບໍ່ມີຄວາມໝາຍແລ້ວເພາະວ່າເຂົາຜູ້ນັ້ນບໍ່ຮູ້ຫຍັງແລ້ວ ເຂົ້າວັດກໍ່ຍ້ອນວ່າຍາດຕິພີ່ນ້ອງເອົາໄປເຂົ້າເຕົາເຜົາ( ຕາຍແລ້ວຈຶ່ງໄດ້ເຂົ້າ) ກົງກັນຂ້າມບາງຄົນກໍ່ເຂົ້າວັດມື້ໜຶ່ງຮອດ 10 ເທື່ອ ແຕ່ວ່າເຂົ້າໄປລ້າໆ ເພາະວ່າວັດເປັນທາງຜ່ານກໍ່ເລີຍຕ້ອງໄດ້ເຂົ້າວັດ..... ຖ້າຈະເວົ້າໄປແລ້ວເຮົາຄົນລາວຖືສາສະໜາພຸດ ຄວນຈະຮູ້ເລິກຊຶ້ງ ກ່ຽວກັບວັດຈຶ່ງສົມກັບວ່າເປັນພຸດທະບໍລິສັດຢ່າງແທ້ຈິງ ສະນັ້ນວັດຈຶ່ງມີບົດບາດຫຼາຍແນວມາແຕ່ສະໄໝບູຮານ ເປັນບ່ອນພົບປະຊຸມນຸມວຽກບ້ານການເມືອງ ເປັນໂຮງແຮມ ເປັນໂຮງຮຽນ ເປັນບ່ອນສຶກສາວັດທະນະສ້າງຄົນໃຫ້ມີຈິດໃຈໂອບເອື້ອອາລີ ເອື້ອເຟື້ອເຜື່ອແຜ່ ມີການເສຍສະຫຼະມີຊາດກໍ່ຕ້ອງມ ີສາສະໜາ.  ພຸດທະສາສະໜາສອນໃຫ້ເຮົາກະທຳແຕ່ຄວາມດີ ເຊື່ອໃນສິ່ງທີ່ເຊື່ອ ບໍ່ງົມງວາຍ ບໍ່ເຊື່ອຕຳລາເກີນໄປ ບໍ່ມີໃຜຊິຊ່ວຍເຮົາໄດ້ນອກຈາກຕົວເອງ ໝາຍຄວາມວ່າ ຄຳສອນຂອງພະພຸດທະເຈົ້າທີ່ວ່າ ອັດຕາຫິອັຖຕະໂນນາໂຖ. ຕົນເປັນທີ່ເພິ່ງຂອງຕົນແມ່ນດີທີ່ສຸດ.  ເພາະສະນັ້ນຈຶ່ງເວົ້າໄດ້ວ່າວັດແມ່ນມີຄວາມໝາຍຫຼາຍຢ່າງທີ່ກ່ຽວພັນກັບຊາດ ມາຕະຫຼອດຈົນບໍ່ສາມາດແຍກອອກຈາກກັນໄດ້ປຽບເໝືອນນ້ຳກັບປາ ຄົນເຮົາດຳລົງຊີວິດຢູ່ຮ່ວມກັນໃນໂລກໃບນີ້ຖ້າຫາກໝົດທຸກຄົນຫາກຂາດທຳມະແລ້ວບໍ່ມີຄຸນນະທຳປະຈຳໃຈແລ້ວ ໂລກຈະຕ້ອງວຸ້ນວາຍແນ່ນອນ.

    ວັດເປັນແຫຼ່ງທ່ອງທ່ຽວທີ່ຫາຊົມໄດ້ງ່າຍ ແລະ ໜ້າສົນໃຈເປັນຢ່າງຍິ່ງສຳລັບຜູ້ຕ້ອງການຮຽນຮູ້ສຶກສາເຖິງຊີວິດວັດທະນະທຳ ແລະ ພຸດທະສາສະໜາອັນແທ້ຈິງຂອງລາວ ຜູ້ຄົນໂດຍທົ່ວໄປເຂົ້າໃຈກັນແບບຜິວເຜີນວ່າວັດເປັນບ່ອນສ້າງບຸນກຸສົນຮັບສິນຮັບພອນໃຫ້ທານແກ່ພະສົງອົງຄະເຈົ້າເທົ່ານັ້ນ ແຕ່ທີ່ແທ້ຈິງແລ້ວວັດຄືສະຖານທີ່ມີບົດບາດອັນຍກວ້າງຂວາງທັງເປັນບ່ອນສັກສິດ ນັບຖືສັກກະລະບູຊາທີ່ສຳຄັນທີ່ສຸດຕໍ່ຊີວິດ ແລະ ວັດທະນະທຳຂອງຊຸມຊົນສັງຄົມຂອງປວງຊົນລາວທັງຊາດ.

      ວັດຈະມີຢູ່2 ລັກສະນະຄື ວັດປ່າ ແລະ ວັດບ້ານ ອັນແຕກຕ່າງກັນຂອງທັງ2ວັດນີ້ກໍ່ຈະເຫັນຢູ່ທີ່ຕັ້ງເທົ່ານັ້ນຄື ວັດທີ່ຕັ້ງຢູ່ຫ່າງໄກຈາກບ້ານແດ່ກໍ່ຈະເອີ້ນວ່າວັດປ່າ ສ່ວນວັດທີ່ຕັ້ງຢູ່ໃນບ້ານກໍ່ເອີ້ນວ່າ ວັດບ້ານ ສ່ວນເນື້ອຄວາມໝາຍແລະອົງປະກອບຂອງວັດໂດຍທົ່ວໄປແລ້ວກໍ່ຄືເປັນບ່ອນອາໄສຂອງພະສົງອົງຄະເຈົ້າຜູ້ບວດຮຽນຂຽນອ່ານ ແລະ ປະຕິບັດຕາມຫຼັກຄຳສອນຂອງພະພຸດທະເຈົ້າ ນອກຈາກນັ້ນວັດຍັງໃຫ້ຄຸນຄ່າດ້ານວັດທະນະທຳທາງຈິດໃຈອີກດ້ວຍ ກໍ່ຄືທີ່ເພິ່ງທາງໃຈໃຫ້ແກ່ຄົນທົ່ວໄປອັນໄດ່ແກ່ການເຮັດບຸນສິນກິນທານຕາມຮີດ12ຄອງ14ຂອງລາວເຮົາ ແລະ ການເຂົ້າຟັງທຳຈຳສິນພາວະນາຂອງອອກຕົນຍາດໂຍມທົ່ວໄປຜູ້ມີຈິດໃຈເຫຼື້ອມໄສສັດທາໃນພຸດທະສາສະໜາເຫຼົ່ານີ້ເປັນຕົ້ນ.......................ແລະແລ້ວກໍ່ມາຮອດຫຼວງພະບາງ ຢ່າຟ້າວລຳຄານອ່ານເດີພີ່ນ້ອງ..

    ພຸດທະສາສະໜານັບວ່າເປັນສູນກາງຈິດໃຈຂອງຊາວຫຼວງພະບາງ ເຖິງວິຖີຊີວິດຈະປ່ຽນໄປ(ຄືທີ່ເວົ້າມາໃນສະບັບກ່ອນ) ຊຶ່ງຈາກການສຶກສາແມ່ນເຫັນວ່າ ການວາງທິດທາງຂອງວັດໂດຍທົ່ວໄປຈະນິຍົມສ້າງໃນລັກສະນະແນວແກນຕາເວັນອອກ-ຕາເວັນຕົກ ກໍ່ຄືຕົວອາຄານຈະຍາວຕາມທາງຕາເວັນອອກຫາຕາເວັນຕົກ ຫັນດ້ານໜ້າ ແລະ ພະພຸດທະຮູບປະທານໄປທາງດ້ານທິດຕາເວັນອອກຊຶ່ງເປັນທິດມຸງຄົນແຫ່ງການຕັດສະຮູຂອງອົງສຳມາສະພຸດທະເຈົ້າ ແຕ່ວ່າທີ່ເມືອງຫຼວງພະບາງມີລັກສະນະພິເສດແຕກຕ່າງໄປໜ້ອຍໜຶ່ງຄື ວັດທີ່ຫຼວງພະບາງຈະມີການວາງແຜນຜັງທີ່ບິດບ້ຽວໜ້ອຍໜຶ່ງຄື ຢູ່ໃນແກນຕາເວັນອອກສຽງເໜືອຫາຕາເວັນຕົກສຽງໃຕ້ ເຂົ້າໃຈວ່າຄົງຈະວາງຜັງໂດຍຍຶດແນວແມ່ນ້ຳ ແລະ ທິດທາງປະສົມກັນ ເນື່ອງຈາກຫຼວງພະບາງມີແຜນຜັງຂອງເມືອງໃນແນວຍາວດັ່ງນັ້ນຕົວອາຄານວັດຈຶ່ງມັກສ້າງຂະໜານກັບແນວຍາວຂອງແມ່ນ້ຳເຊັ່ນ ວັດປາກຄານ ວັດລ່ອງຄູນ.... ໂດຍວັດທີ່ຢູ່ແຄມນ້ຳກໍ່ຈະມີຂັ້ນໄດແກ່ຍາວລົງຮອດທ່ານ້ຳເພື່ອໃຊ້ເປັຮນທາງຂຶ້ນລົງ ຊຶ່ງສາມາດເຫັນໄດ້ໃນຍາມແລ້ງ ສ່ວນຍາມຝົນນ້ຳຫຼາຍຂັ້ນໄດເຫຼົ່ານີ້ກໍ່ຈະຈົມຢູ່ໄຕ້ນ້ຳ

    ການສ້າງວັດໃນຫຼວງພະບາງມີແບ່ງເຂດອອກເປັນ 2 ສ່ວນຄື ເຂດພຸດທະວາດ ແລະ ເຂດສັງຂະວາດເຊັ່ນດຽວກັບວັດພຸດທົ່ວໄປ .ເຂດພຸດທະວາດເປັນເຂດສຳຄັນທີ່ກ່ຽວຂ້ອງກັບພະພຸດທະເຈຂົ້າ ແລະ ເປັນເຂດທີ່ຜູ້ຄົນເຂົ້າມາປະກອບເຮັດບຸນຈຶ່ງປະກອບໄປດ້ວຍອາຄານທີ່ໃຊ້ເປັນສະຖານທີ່ເຮັດບຸນໂດຍມີພະພຸດທະເຈົ້າເປັນປະທານຊຶ່ງໃນທີ່ນີ້ກໍ່ຄືອາຮາມຫຼືສິມ ແລະ ພະທາດເຈດີ ທີ່ປະດິດສະຖານກະດູກຂອງກະສັດຫຼືເຈົ້ານາຍຜູ້ໃຫຍ່.  ສ່ວນເຂດສັງຂະວາດ ເປັນເຂດທີ່ສຳຄັົນຮອງລົງມາຈະເປັນພື້ນທີ່ກ່ຽວຂ້ອງກັບພະສົງສຳມະເນນຊຶ່ງປະກອບໄປດ້ວຍກຸຕິ ຫໍກອງ ຫໍສັນ ເປັນຕົ້ນ.    ເມື່ອຊາວບ້ານມາເຮັດບຸນຢູ່ວັດກໍ່ຍ່ອມມາຍັງສະຖານທີ່ສັກສິດສິ່ງທີ່ເຫັນກໍ່ຈະເປັນການປົດເກີບຕັ້ງແຕ່ປາກປະຕູໜ້າວັດອັນສະແດງເຖິງຄວາມນອບນ້ອມນອກຈາກຂະໜົບທຳນຽມນີ້ແລ້ວ ອົງປະກອບຂອງສາສະນະສະຖານຂອງຫຼວງພະບາງຍັງມີຄວາມໜ້າສົນໃຈຢູ່ຢ່າງຫຼວງຫຼາຍ( ໂອ້ຍເມືອ່ຍມືເດ)....ອັນໄດ້ແກ່ ປະຕູໂຂງ ອາຮາມຫຼືສິມ ພະທາດເຈດີ ຫໍໄຫວ້ຕ່າງທ ຫໍບູຊາ ຫໍກອງ ຫໍໄຕປິດົກ ກຸຕິ ຫໍແຈກ ຫໍວິປັດສະນາ ໂຮງເດີນຈົງກົມ ໂຮງມ້ຽນໂກດຫຼືລາສລົດ ໂຮງເຮືອແລະ ຕົ້ນໂພ...ຊຶ່ງລ້ວນແລ້ວແຕ່ມີຫຼາກຫຼາຍແຕ່ລະຢ່າງລ້ວນແຕ່ມີໜ້າທີ່ການໃຊ້ສອຍທີ່ແຕກຕ່າງກັນໄປ ມີທັງສ້າງເພື່ອໃຊ້ເປັນສັນຍະລັກ ແລະ ໃຊ້ສອຍແທ້ ເພາະອົງປະກອບເຫຼົ່ານີ້ມີຄວາມສຳພັນກັນລະຫວ່າງວັດກັບຊຸມຊົນໂດຍຮອບທີ່ລ້ວນແລ້ວແຕ່ສະແດງໃຫ້ເຫັນເຖິງວິຖີຊີວິດຄວາມຄິດ ແລະ ຄວາມເຊື່ອອັນເປັນທີ່ມາຂອງວັດທະນະທຳໃນເມືອງຫຼວງພະບາງ

   ສຳລັບສິ່ງທີ່ເປັນໜ້າດຶງດູດໃຈໃຫ້ແກ່ວັດແຕ່ລະແຫ່ງໃນເມືອງຫຼວງພະບາງສ່ວນຫຼາຍຈະເປັນຮູບແບບທາງສະຖາປັດຕະຍະກຳຂອງອາຄານທີ່ເອີ້ນວ່າສິມຫຼືອາຮາມຊຶ່ງຈາກການສຶກສາແລະປຽບທຽບເຫັນໄດ້ວ່າເມືອງຫຼວງພະບາງມີສິມຢູ່ 5 ຮູບແບບຫຼືຮູບຊົງຄື

ຮູບຊົງຫຼວງພະບາງ.ຮູບຊົງຊຽງຂວາງ.ຮູບຊົງໄທລື້. ຮູບຊົງວຽງຈັນ ແລະ ຮູບຊົງແບບປະສົມ. ສ່ວນລາຍລະອໜຽດແລະ ຄວາມໝາຍ ຂອງແຕ່ລະແບບນັ້ນມີຄວາມເປັນມາຢ່າງໃດ ຂໍຕໍ່ໃນສະບັບນ໊າເດີ

 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 28, 2011 | ມີ 9 ຄຳເຫັນ ແລະ 0 trackback(s)

 ຈາກການທີ່ຂ້ອຍເປັນຄົນລາວຄົນໜຶ່ງທີ່ເຕີບໃຫຍ່ມາຈາກວຽງຈັນ ຈົນໄດ້ເຂົ້າເຮັດວຽກແລະໃຊ້ຊີວິດຢູ່ເມືອງຫຼວງພະບາງແຫ່ງນີ້ ມັນເຮັດໃຫ້ຂ້ອຍຮັກ ແລະ ຢາກສຶກສາຄວາມຮູ້ໃນເມືອງແຫ່ງນີ້ຫຼາຍຂຶ້ນ.

ຫຼວງພະບາງອາດີດນະຄອນຫຼວງແຫ່ງອານາຈັກລາວລ້ານຊ້າງ ຄວາມສະຫງົບຂອງເມືອງນີ້ສ້າງຄວາມປະທັບໃຈແກ່ຜູ້ມາຢ້ຽມຢາມ ບໍ່ວ່າຈະເປັນວິຖີຊີວິດທີ່ຮຽບງ່າຍຂອງຜູ້ຄົນທີ່ປະສົມປະສານກັນຢ່າງລົງຕົວກັບສະຖາປັດຕະຍະກຳທີ່ມີເອກະລັກຕາມວັດວາອາຮາມ ແຕ່ກໍ່ບໍ່ໄດ້ເຮັດໃຫ້ເກີດຄວາມຮູ້ສຶກແຕກແຍກສຳລັບຜູ້ມາເຍືອນ ໂດຍເມືອງແຫ່ງນີ້ມີປະຫວັດສາດຄວາມເປັນມາທີ່ໜ້າສົນໃຈຢ່າງຫຼວງຫຼາຍ ທີ່ລ້ວນແລ້ວແຕ່ພົວພັນເຖິງປະຫວັດສາດຂອງຊາດລາວເຮົາ.

         ຕຳແໜ່ງຂອງເມືອງຫຼວງພະບາງນັ້ນຕັ້ງຢູ່ທາງພາກເໜືອຂອງລາວ ຫ່າງຈາກກຳແພງນະຄອນປະມານ 400 ກິໂລແມັດເປັນແຂວງໜຶ່ງໃນຈຳນວນ 8 ແຂວງທາງພາກເໜືອ ອັນມີເມືອງຫຼວງພະບາງເປັນເມືອງເອກ ໃນນີ້ເມືອງຫຼວງພະບາງ ແມ່ນຕັ້ງຢູ່ລະຫວ່າງນ້ຳຂອງແລະນ້ຳຄານໄຫຼມາພົບພໍ້ກັນມັນໄດ້ຂີດແຕ້ມເກືອບເປັນດອນໆໜຶ່ງຊຶ່ງມີລວງກວ້າງປະມານ 250 ແມັດ ແລະຍາວປະມານ 1 ກິໂລແມັດ ຊຶ່ງມັນຖືກຄອບງຳດ້ວຍພູສີ ພູສັກສິດຄູ່ບ້ານເມືອງ ແລະ ຢູ່ເທິງຈອມພູ ນັ້ນມີ ພະທາດໜ່ວນໜຶ່ງຕັ້ງຢູ່ ເອີ້ນວ່າ ພະທາດຈອມສີ. ແຕ່ເດີມມາເມືອງຫຼວງພະບາງມີຊື່ເອີ້ນຫຼາຍຊື່ ເຊັ່ນ ນະຄອນຊຽງດົງຊຽງທອງ ນະຄອນສີສັດຕະນາຄະນະຫຸດລ້ານຊ້າງ ເມືອງຊວາມາລາປະເທດ ເມືອງຊວາຊິ່ງ ແລະ ທີ່ຮູ້ຈັກກັນດີແມ່ນ ນະຄອນສີສັດຕະນາຄະນະຫຸດລ້ານຊ້າງຮົ່ວຂວາຫຼວງພະບາງ.

     ເມືອງຫຼວງພະບາງມີຄວາມເປັນມາຢ່າງຕໍ່ເນື່ອງຍາວນານເນື່ອງຈາກເປັນສູນກາງຂອງອານາຈັກທີ່ຮຸ່ງເຮືອງດ້ວຍການຄ້າ ແລະ ໂດດເດັ່ນດ້ານສິລະປະວັດທະນະທຳຈຶ່ງເຮັດໃຫ້ເປັນທີ່ໝາຍປອງຂອງອານາຈັກອ້ອມຂ້າງສະເໝີມາ ເລື່ອງເລົ່າທຳອິດ ນັ້ນລ້ວນແຕ່ເປັນເລື່ອງຈາກຕຳນານ ແລະ ນິທານພຶ້ນບ້ານທີ່ແຝງໄປດ້ວຍເລື່ອງຂອງອຳນາດເວດມົນຄາຖາຕ່າງໆຫຼືເວົ້າວ່າລັກສະນະນິຍາຍ ເຊັ່ນ ເລື່ອງພູທ້າວພູນາງ ທ້າວຈັນທະະພານິດ ພະຍານາກ15ຕະກຸນ ພະລືສີ3ອ້າຍນ້ອງ ຂຸນບູລົມລາຊາທິລາດ            ແລະ ປູ່ເຍີຍ່າເຍີ. ແຕ່ຄວາມຊັດເຈນເລື່ອງປະຫວັດສາດຂອງລ້ານນັ້ນເລີ່ມປະກົດໃນສະໄໝຂອງພະເຈົ້າຟ້າງຸ່ມມະຫາລາດ ທີ່ເປັນຜູ້ທ້ອນໂຮມອານາຈັກລາວ ລ້ານຊ້າງໃຫ້ເປັນປຶກແຜ່ນໂດຍຕັ້ງຊຽງທອງ ເປັນນະຄອນຫຼວງ ຊຶ່ງຖືວ່າເປັນສະໄໝລ້ານຊ້າງຢ່າງແທ້ຈິງ.ຫຼວງພະບາງເປັນເມືອງພຸດສາສະໜາທີ່ສຳຄັນເມືອງໜຶ່ງ ເນື່ອງຈາກທີ່ເຄີຍເປັນເມືອງຫຼວງເກົ່ານັ້ນເຮັດໃຫ້ກໍ່ໃຫ້ເກີດຄວາມງາມຂອງວິຖີຊີວິດ ແລະ ປະເພນີທີ່ດຶງດູດນັກທ່ອງທ່ຽວຈາກທຸກສາລະທິດເຂົ້າມາທ່ຽວຊົມຢູ່ສະເໝີ  ພຸດທະສາດສະໜານັ້ນເປັນສູນກາງ ທາງດ້ານຈິດໃຈຂອງຊາວຫຼວງພະບາງເຖິງຊີວິດໃນປັດຈຸບັນນັ້ນຈແຕກຕ່າງໄປຈາກອາດີດແລ້ວ ຫາກແຕ່ຜູ້ຄົນກໍ່ຍັງຄົງຍຶດໝັ້ນໃນສາສະໜາຢ່າງເຄັ່ງຄັດເຊັ່ນ ການໃສ່ບາດເຂົ້າໜຽວຍາມເຊົ້າ ພໍຕອນສວາຍມາກໍ່ຈະຫ້າງຫາກະກຽມອາຫານໄປຖວາຍເພນ ແລະ ໃນວັນສຳຄັນກໍ່ຈະມີຜູ້ຄົນເຂົ້າມາທຳບຸນກັນຢ່າງໜາແໜ້ນ ລວມທັງການສົ່ງລູກຫຼານເຂົ້າບວດຮຽນເປັນສຳມະເນນຫຼືອ້າຍຈົວ ເພື່ອສຶກສາຮ່ຳຮຽນໃນເກືອບທຸກວັດ ສິ່ງເຫຼົ່ານີ້ສະແດງໃຫ້ເຫັນເຖິງຄວາມຜູກພັນລະຫວ່າງວັດແລະຊາວບ້ານໃນເມືອງຫຼວງພະບາງໄດ້ເປັນຢ່າງດີ ດັ່ງນັ້ນວັດໃນຫຼວງພະບາງຈຶ່ງຍັງດຳລົງບົດບາດເປັນສູນລວມຈິດໃຈແລະສະຖານທີ່ສຶກສາຂອງຊຸມຊົນ ແລະ ຂອງບ້ານດັ່ງນັ້ນຊື່ຂອງບ້ານແລະຊື່ຂອງວັດມັກຈະມີຊື່ອັນດຽວກັນ ໃນອາດີດຫຼວງພະບາງມີວັດເຖິງ65ແຫ່ງແຕ່ປັດຈຸບັນເຫຼືອພຽງ29ແຫ່ງ ໃນນັ້ນມີພຽງ 3ແຫ່ງທີ່ຍັງຮັກສາໂຄງສ້າງ ແລະ ການປະດັບປະດາຕົກແຕ່ງແບບດັ້ງເດີມເອົາໄວ້ໄດ້ຄື ວັດຊຽງທອງ ວັດຄີລີ ແລະ ວັດປາກຄານ ທັງນີ້ກໍ່ແມ່ນມາຈາກຫຼາຍສາເຫດເຊັ່ນ ສະພາບອາກາດແບບຮ້ອນຊຸ່ມ ແລະ ພາຍຸຝົນຈຶ່ງເຮັດໃຫ້ວັດສະດຸທີ່ນຳມາສ້າງເສື່ອມໂຊມໄດ້ງ່າຍ ລວມໄປເຖິງການເກີດອັກຄີໄພເຜົາເມືອງຫຼາຍຄັ້ງທີ່ຮ້າຍແຮງຄືການທຳລາຍຈາກໄພສົງຄາມ ແຕ່ເຖິງຢ່າງນັ້ນຫຼວງພະບາງກໍ່ຍັງເອົາໃຈໃສ່ພະຍາຍາມຟື້ນຟູ ແລະ ຮັກສາຄວາມງາມຂອງວັດລວມເຖິງຂະໜົບທຳນຽມປະເພນີ ທີ່ມີມາແຕ່ອາດີດໄວ້ໃຫ້ລູກຫຼານຂອງຕົນ ໄດ້ສືບທອດຕໍ່ໄປ ເມື່ອໄດ້ເຂົ້າໄປຢ້ຽມຊົມໃນວັດເຊື່ອໄດ້ວ່າຫຼາຍຄົນຄົງຈະສາມາດຈິນຕະນາການຍ້ອນເຖິງອາດີດຂອງຄວາມຈະເລີນຮຸ່ງເຮືອງໄດ້ຢ່າງງ່າຍດາຍ

(  ດ່ຽວມາຂຽນຕໍ່) ສະບັບໜ້າ