ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 28, 2011 | ມີ 12 ຄຳເຫັນ ແລະ 0 trackback(s)

ຖ້າໃຫ້(t)ເປັນເວລາ ແລະ exp(-t) ເປັນອາຍຸໃນຊີວິດຫນຶ່ງຂອງຄົນ ເພາະວ່າexp(-t)ເປັນຕຳລາແຮມເມື່ອໃຫ້ເວລາຜ່ານໄປ
                ອາຍຸຄົນກໍ່ຈະເຫລືອນອ້ຍລົງໄປເລື້ອຍໆ,ແລ້ວຖ້າexp(-t)ໄປຂະຫຍາຍຕາມຫລັກ Taylor expansion ຢູ່ເມັດ(a)ໃດຫນຶ່ງ
ຊຶ່ງເປັນຈຸດທີ່ພົບກັບຄົນໆຫນຶ່ງກໍ່ຈະຖືວ່າ Taylor expansion ເປັນການໄຊ້ຊີວິດພົບປະສັງຄົມຂອງຄົນຫນຶ່ງ.
                 ອີກດ້ານຫນຶ່ງໃຫ້ຕຳລາໃດຫນຶ່ງໄປຂະຫຍາຍຕາມ Laurent expansion ກໍ່ຈະເປັນການໄຊ້ຊີວິດຂອງຄົນອີກຄົນ
ແລ້ວຂະຫຍາຍ Laurent ໂດຍອິງໃສ່exp(-t) ທີ່ຈຸດ(a)ເພາະຖືເປັນເມັດທີ່ສຳຄັນເອີ້ນວ່າ: ຄວາມຮັກທີ່ເວລາໃດຫນື່ງ
                 ເມື່ອຂະຫຍາຍ Laurent ຈະເຫັນວ່າກຳລັງຂອງ Laurent ກັບ Taylor ລົບລ້າງກັນຢູ່ຈຸດໃດຫນື່ງ.
ສະແດງວ່າຄວາມຮັກຂອງຄົນເຮົາມີອາຍຸ ໂດຍຂຶ້ນຢູ່ກັບກຳລັງ Taylor ແລະ ກຳລັງຕຳລາຂອງ Laurent ຖ້າມີກຳລັງ
                ຫລາຍຄວາມຮັກກໍ່ຈະຍາວແຕ່ TaylorແລະLaurent ຈັ່ງໃດກໍ່ຕອ້ງມີຈຸດຫັກລ້າງຖ້າຜ່ານຈຸດນີ້ກຳລັງຂອງອັນໃດອັນຫນຶ່ງ
ຍັງເຫລືອຫລືເຫລືອທັງສອງ Taylor ແລະ Laurent ເອີ້ນວ່າ: ຄວາມຜູກພັນ ໂດຍສະເພາະຕອນຄົນຫນຶ່ງຫມົດຮັກ
              ແຕ່ຮັກຂອງອີກຄົນພັດເພີ່ມຂຶ້ນ ສະນັ້ນເມື່ອເວລາຜ່ານໄປສ່ວນຫລາຍຄວາມຮັກຈະປ່ຽນເປັນຄວາມຜູກພັນແລະສະຫລຸບ
ໄດ້ວ່າ: ຄວາມຮັກຂອງຄົນເຮົາມີອາຍຸ.

Delicious Digg Fark Twitter