ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 4, 2011 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຟ້າຮ່ຳຮອ້ງ                         ສະນັ່ນລົມຝົນ
ເມກໝອກມົວ                      ຫິມະລົງຂາວກຸ້ມ
ມໍລະສຸມລົມພາດ                  ພາໃຈໄຫວຫວັ່ນ
ເຖິງຄົນຄອຍຢູ່ບ້ານ               ປານນີ້ຢູ່ຈັ່ງໃດ
ເພິ່ນວ່າ ຫນາວລົມພໍຢູ່ໄດ້      ໜາວໃຈບໍ່ຫາຍຫ່ວງ
ໜາວຫ່າງຄົນຮັກນີ້                ຄືເປັນໄຂ້ຊ່ວງບໍ່ເຊົາ
ໜາວເປັນສີຮອ້ນໆ               ໃນຊວງເອົ້າວູ່ໆ
ໜາວເພາະໄກຍອດຊູ້            ນາງນອ້ງນີ້ບໍ່ຫາຍ
ເພາະໜ້າທີ່ຈຶ່ງໄດ້                ຈຳຈາກຈອນໄກ
ມາດິນແດນໜາວ                Japanເມືອງກວ້າງ
ຄວາມຫ່າງໄກຂວງຂັ້ນ          ລົມໜາວພັດແຫ່ງຕື່ມ
ໜາວຢູ່ທາງຈັ່ງພຸ້ນ              ຄືທາງພີ້ຢູ່ບໍ່ນໍ
ໜາວກະດັກກະດໍ້                ຫ່າງຄູ່ນໍລົມໜາວ
ລະດູການຜັນໄປ                 ອຸ່ນກາຍຍັງພໍພົ້ນ
ແຕ່ໜາວໃຈຍັງຄົງຄ້າງ         ບໍ່ວາງເວັ້ນວ່າງ
ໃນໃຈຍັງສະທ້ານ               ເຖິງຄົນນັ້ນຢູ່ຊູ່ຍາມ

Delicious Digg Fark Twitter