ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 27, 2010 | ມີ 9 ຄຳເຫັນ ແລະ 0 trackback(s)

1 : ຄືນນີ້ບໍ່ມີດວງດາວ ໂສດຊ່າງຝັນ

ຄົນໂສດປະເພດນີ້ ຊື່ກໍ່ບອກຢູ່ວ່າເປັນຄົນ ມັກເພີ້ຝັນ ຊີວິດເໝືອຢູ່ໃນເທບນິຍາຍຕະຫຼອດ

ໄດ້ແຕ່ເຝົ້າລໍຄອຍວັນໜື່ງຈະມີເຈົ້າຊາຍ ຫຼື ເຈົ້າຍິງມາຮັບໄປຢູ່ໃນປະສາດ

ຄົນໂສດໃນກຸ່ມນີ້ມັກເປັນຄົນຊ່າງເລືອກ ແລະ ຫາສິ່ງທີ່ດີທີ່ສຸດສຳລັບຕົວເອງ

ຈົນບາງຄັ້ງລືມເບີ່ງໄປວ່າຄົນອື່ນເຂົາກໍ່ຢາກເລືອກສີ່ງທີ່ດີທີ່ສຸດໃນຕົວເອງເໜືອກັນ

ຄົນພວກນີ້ເໝາະທີ່ຈະຢູ່ໃນໂລກຂອງຄວາມຝັນຫຼາຍກ່ວາໂລກຂອງຄວາມເປັນຈິງ

ເພາະວ່າມັກຄິດເຂົ້າຂ້າງຕົວເອງ ເພີຝັນໄປເລື້ອຍ ບໍ່ໄດ້ມີທີ່ສີ້ນສຸດ

ຄົນພວກນີເລີຍຈັດຢູ່ໃນພວກຄົນໂສດຊ່າງຝັນນັ້ນແຫຼະເໝາະແລ້ວ

2 : ບ້ານນີ້ແລະບໍ່ມີແມງ ( ຄົນໂສດຊ້ອນກີກ )

ຄົນໂສດປະເພດນີ້ຕ້ອງບອກວ່າເປັນຄົນໂສດແຕ່ບໍ່ສົດ ພວກນີເຄີຍມີແຟນ

ຫຼືມີຄູ່ຊີວິດແລ້ວຕ້ອງກັບມາຢູ່ເປັນໂສດ ຄົນໂສດປະເພດນີ້ຖ້າເຮົາເບິ່ງ

ດ້ວຍຕາເປົ່າກໍ່ຈະເໜືອນຄົນໂສດທຳມະດາທົ່ວໄປ ແຕ່ຖ້າເອົາກ້ອງຈູລະທັດ

ມາຊ່ອງເບີ່ງຈະເຫັນວ່າແອບມີກີກຊ່ອນຢູ່ບອກໃຜກາບໍ່ໄດ້ເພາະຕ້ອງ

ຄອງສະຖານະຄົນໂສດ ທາງສັງຄົມເຂົ້າ ອາການນ້ຳຖ້ວມປາກກໍ່ເລີຍຕ້ອງມີຄູ່

ແບບລົບຊ້ອນໄປເລື້ຍໆນີ້ລະເຂົ້າ ຕຳລາຄົນໂສດຊ້ອນກີກ

3 : ຖະໜົນທີ່ບໍ່ມີປາຍທາງ ( ຄົນໂສດປ່າດຽວກັນ )

ຄົນໂສດປະເພດນີເປັນປະເພດໄປຫຼົງຮັກກັບພວກຜິດຝາຜິດຕົວ

ຜິດທີ່ຜິດທາງ ຈະວ່າກັນແທ້ໆ ຜິດເພດໜ້າຈະຖືກກ່ວາຄົນພວກນີ້ກໍ່ຈັດຢູ່ໃນ

 ພວກຄົນທີແສນດີ ເພາະເປັນຄົນທີ່ເສຍສະລະໄດ້ຫຼາຍບໍ່ວ່າເຂົາຈະເປັນແບບໃດ

ກໍ່ຍັງຮັກທັ້ງໆທີ່ຍັງຮູ້ວ່າຄົນທີ່ໄປຮັກຖືກສາບໃຫ້ຕ້ອງເປັນແບບນີ້ ປ່ຍນແປງບໍ່ໄດ້

ເຖີງແມ່ນວ່າຈະໂຄ້ນປ່າທັ້ງປ່າກໍ່ຄົງຈະປ່ຽນໃຫ້ເຂົາ ກັບມາຮັກເພດກົງກັນຂ້າມ

ບໍ່ໄດ້ຄົນໂສດກຸ່ມນີ້ເບີ່ງໄປແລ້ວກໍ່ໜ້າອິດສາເພາະຢ່າງນ້ອຍກໍ່ຍັງມີຄວາມຮັກ

ລໍ່ລ້ຽງທັ້ງໆທີ່ຮູ້ວ່າມັນເປັນໄປບໍ່ໄດ້ແຕ່ກໍ່ຍັງຍິນຍອມ ຮ້ອງໄດ້ວ່າເປັນຄົນໂສດ

ບໍ່ມີທີ່ສິ້ນສຸດດີເລີດປະເສີດແທ້

4 : ມັນເປັນເລື່ອງຂອງຮອຍກົງກຽນ ( ຄົນໂສດພາກບັງຄັບ )

ຄົນໂສດປະເພດນີບໍ່ໄດ້ມີຄວາມຢາກຢູ່ເປັນໂສດ ແມ້ແຕ່ນ້ອຍ

ແຕ່ຈຳເປັນຕ້ອງຢູ່ເປັນໂສດເພາະຖືກຄົນທີ່ມີອິດທິພົນຕໍ່ຊີວີດ

ຫູືຈະຮ້ອງໄດ້ວ່າຜູ້ມີພະຄຸນຕັ້ງເກດເກນບັງຄັບ ໃຫ້ຕ້ອງຢູ່ເປັນໂສດ

ເຖີງແມ້ແຕ່ພະຍາຍາມຄຸ້ນຫາ ແລະຄ້ວຍຄ້ວາ ຫຼືຈະເອົາຊະນະຢ່າງໃດ

ກໍ່ບໍ່ພົ້ນຈາກຄວາມໂສດໄດ້ຈົນແລ້ວຈົນຮອດກໍຕ້ອງຖືກບັງຄັບໃຫ້ກັບມາ

ເປັນຄົນໂສດເໜືອເດີມ ເຮ ໜ້າສົງສານແທ້ໆ

5 : ກ່ວາຈະເຖີງເສັ້ນແພ້ ( ຄົນໂສດລໍໄດ້ )

ບໍ່ເປັນຫັຍງເປັນຄຳເວົ້າປົກກະຕິຂອງຄົນໂສດກຸ່ມນີ້ ຄົນພວກນີ້ມັກເວົ້າ

ວ່າບໍ່ໄດ້ຮຽກຮ້ອງ ບໍຕ້ອງການຍິນດີທີ່ຈະມອບຄວາມຮັກບໍ່ຫັວງຜົນຕອບ

ແທນແລະກໍ່ພ້ອມທີ່ຈະເປັນຜູ້ໃຫ້ພຽງຢ່າງດຽວ ວ່າກັນງ່າຍໆ

ກໍ່ໄປຮັກຄົນທີ່ມີເຈົ້າຂອງ ແລ້ວກໍ່ຄິດວ່າວັນໜື່ງເຂົາຈະຖີ້ມຄົນຮັກຂອງ

ເຂົາມາຫາຕົວເອງເພາະຄວາມດີທີ່ເຮັດໃຫ້ຈີ່ງໄດ້ແຕ່ພ້ຳວ່າ ລໍໄດ້ ລໍໄດ້

ມັນກໍ່ເລີຍຕ້ອງຢູ່ເປັນໂສດເພາະວ່າຫັຍງ ກໍລໍໄດ ບໍ່ວ່າຈະນານພຽງໃດ

ກໍ່ຕາມແຕ່ຖ້າມີຄວາມສຸກກໍ່ເອົາລະ

6 :  ຄົນຮັກຊ້າງ ( ຄົນເຮັດວ່າໂສດ )

ຄົນໂສດພວກນີມັກຈະບອກກັບຄົນອື່ນວ່າ ຕົວເອງຍັງໂສດຢູ່ຕະຫຼອດ

ທັ້ງໆທີ່ຈິງຍັງບໍ່ໂສດ ອັນນີໜ້າຈະຄ້າຍກັບຄົນໂສດຊ້ອນກີກ ແລະກໍ່

ແສລົບໄປໂດນກັບຄົນໂສດພາກບັງຄັບຢູ່ໜ້ອຍໜື່ງພຽງແຕ່ວ່າທີ່ເຂົາ

ເຮັດກໍ່ດ້ວຍໜ້າທີ່ຕ້ອງຢູ່ເປັນໂສດ ຄົນພວກນີຈັດເປັນຄົນໂສດ

ສະເພາະກຸ່ມຈັກໜ້ອຍ ເພາະຈະເປັນຄົນໂສດຈັດຢູ່ໃນປະເພດ

ຄົນຂອງປະຊາຊົນ ມີຄົນມາມອບຄວາມຮັກຫຼາຍຢ່າງແຕ່ວ່າບໍ່

ໄດ້ສາມາດມີຄົນຮັກເປັນຂອງຕົວເອງໄດ້ເພາະຢ້ານວ່າ ຕົວເອງ

ຈະບໍ່ເປັນທີ່ຍອມຮັບ ແລະກໍຕ້ອງມາເຮັດເປັນໂສດນີ້ແລະ

ເມື່ອໜ່ອຍນະແຕ່ຖ້າມັກກໍ່ເອົາ

7 : ແຕ່ງກັບຄວາມໂສດ ( ຄົນໂສດຊັງໂຕກິນໄຂ່ ກຽດປາໄຫຼກິນນ້ຳແກງ )

ຄົນໂສດປະເພດນີມັກມີພຶດຕິກຳທີ່ຊັງເພດຕົງກັນຂ້າງຈົນອອກໜ້າ

ອອກຕາ ອາດຈະດ້ວຍຢູ່ມານານແລ້ວບໍ່ມີໃຜສົນໃຈຈັກເທື່ອເລີຍແກ້ງ

ວ່າຊັງ ທີ່ຈີງແລ້ວຢ້ານເສຍຟອມ ຫຼື ບໍ່ກໍ່ຢາກມີ ແຕ່ກໍ່ຢ້ານຫຼືຄິດອີກທີ

ອາດຈະເຄີຍຜິດຫັວງຢ່າງແຮງເຮັດໃຫ້ຊັງເພດກົງກັນຂ້າມໄປເລີຍ

ເຂົ້າຕຳລາໂບລານທີ່ວ່າ ຊັງໂຕກິນໄຂ່ ຊັງປາໄຫຼກິນນ້ຳແກງ

ເລີຍຕ້ອງຢູ່ແບບໂສດຕົວກິນໄຂ່ ເພາະຄົນທີ່ຈະເຂົ້ນມາກໍ່ຢ້ານຄົນ

ພວກນີຄືກັນ ເປັນຈັງໃດລະ ເລີຍໂສດ ບອກແລ້ວ

 

ບາງຄຳສັບ ອາດບໍ່ຖືກສັບລາວກໍ່ຕ້ອງຂໍອາໄພ ລ່ວງໜ້າເດີ







 

 

 

 

 

 

 

 

 

 

 

 

Delicious Digg Fark Twitter