ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 24, 2010 | ມີ 7 ຄຳເຫັນ ແລະ 0 trackback(s)


ຮູບຖ່າຍທີ່ວັດອົງຕື້ມະຫາວິຫານ ເມື່ອວັນທີ 24 ຕຸລາ 2010. ຂໍຂອບໃຈນຳພວກນ້ອງສາມຄົນທີ່ຢູ່ໃນຮູບ

ການໃສ່ບາດຮ້ອຍແປດ ໝາຍເຖິງການເອົາຫຼຽນທີ່ຄູບາກຽມໄວ້ແລ້ວໃນຈານນ້ອຍໆ ທີ່ກຳນົດເອົາໄວ້ ໄປປ່ອນລົງໃນບາດຢາງນ້ອຍໆ ທີ່ຕັ້ງລຽນກັນເອົາໄວ້. ບາດຮ້ອຍແປດນີ້ ບາງຄັ້ງເພິ່ນກໍເອີ້ນວ່າ ບາດສະຫວັນ ຫຼືວ່າ ບາດເທໂວ ຄວາມເປັນມາຂອງການໃສ່ບາດ ແບບນີ້ຍັງບໍ່ທັນເປັນທີ່ແນ່ນອນວ່າກຳນົດກັນຂື້ນໃນເມື່ອໃດ. ແຕ່ທີ່ສຳຄັນແມ່ນນິຍົມເຮັດກັນຢູ່ປະເທດໄທ ຕາມທີ່ຜູ້ຂຽນຮູ້ມາຈາກການ ບອກເລົ່າຂອງ ພຣະອາຈານໃຫຍ່ ຜ່ອງ ສະມາເລິກ, ຜູ້ຮັກສາການປະທານອົງການພຸດທະສາສະໜາສຳພັນລາວ ເວົ້າວ່າ ຕອນທີ່ ເພິ່ນລະດົມທຶນສ້າງກຸຕິຢູ່ວັດຫລວງປາກເຊໃນຊ່ວງປີ 1950 ນັ້ນ ເພິ່ນໄດ້ນຳເອົາວິທີການໃສ່ບາດຮ້ອຍແປດນີ້ເຂົ້າມາເຜີຍແຜ່ແລ້ວ ແຕ່ຕອນນັ້ນ ຍັງບໍ່ທັນເປັນທີ່ຮູ້ຈັກແລະນິຍົມກັນຫລາຍ.ມີບາງຕຳນານບອກວ່າ ການກຳນົດການໃສ່ບາດຮ້ອຍແປດ ຫຼື ບາດເທໂວນີ້ ແມ່ນມີຄວາມເປັນມາໂດຍອີງໃສ່ປະຫວັດຕອນພຣະພຸດທະເຈົ້າສະເດັດລົງມາຈາກສະຫວັນຊັ້ນດາວະດຶງ ໃນພັນສາທີ 7 ຫຼັງຈາກຕັດສະຮູ້ແລ້ວ. ເພື່ອເທສະໜາໂຜດພຸດທະມານດາ ແລ້ວສະເດັດລົງມາຍັງເມືອງມະນຸດ ຈິ່ງຖືເອົາການໃສ່ບາດນີ້ ເພື່ອລະນຶກແລະບູຊາເຖິງເຫດການສຳຄັນນີ້.

ຈຸດປະສົງແລະຄວາມໝາຍຂອງການໃສ່ບາດຮ້ອຍແປດ ມີສອງລັກສະນະຕາມທີ່ນັກປາດອາຈານໄດ້ພັນລະນາເອົາ ຄື : ອັນທີໜຶ່ງ, ເພື່ອນ້ອມລະນຶກເຖິງຄຸນພຣະພຸດ, ພຣະທັມ ແລະພຣະສົງ ເຊິ່ງນັ້ນນັ້ນ ຄຸນພຣະພຸດມີ 56 ຄຸນພຣະທັມມີ 38 ແລະຄຸນພຣະສົງມີ 14 ລວມເຂົ້າກັນເປັນ 108, ການເຮັດແນວນີ້ແມ່ນເພື່ອບູຊາຄຸນຂອງພຣະຣັຕຕະຣະໄຕ, ອັນທີສອງ ແມ່ນເພື່ອພັກຜ່ອນຈິດໃຈໃຫ້ເປັນສະມາທິ ເນື່ອງຈາກວ່າ ໃນຂະນະທີ່ເຮົາໃສ່ບາດ ຖ້າໃຫ້ຖືກວິທີແທ້ ແມ່ນໃຫ້ກຳນົດຈິດຢູ່ໃນຂະນະປັດຈຸບັນ ຕັ້ງຈິດໃຈໃຫ້ໝັ້ນ ເອີ້ນວ່າ ມີສະມາທິ ເມື່ອຈິດໃຈເປັນສະມາທິ ບຸນກຸສົນກໍເກີດຂື້ນໃນຂະນະນັ້ນ ເວົ້າລວມແລ້ວ ແມ່ນເປັນການຝຶກຈິດໄປໃນໂຕ ເຖິງແມ່ນວ່າຈະເປັນຊ່ວງເວລາອັນສັ້ນ ແຕ່ຖ້າເຮັດໄດ້ ແລ້ວນຳເອົາໄປໃຊ້ໃນຊີວິດປະຈຳວັນ ເຊັ່ນເວລາເຮົາເຮັດວຽກເຮັດງານຢູ່ບ້ານ ຢູ່ເຮືອນ ຖ້າທຸກຂະນະຂອງການເຄືອນໄຫວເຮົາມີຈິດຕັ້ງໝັ້ນ ຈົດຈໍ່ໃນວຽກງານ ເຮົາກໍຈະເຮັດໃຫ້ວຽກງານອັນນັ້ນເກີດປະສິດທິຜົນ ແລະໄດ້ຝຶກຝົນສະຕິແລະສະມາທິໄປພ້ອມໆກັນ.

ການເຮັດແນວນີ້ ເປັນວິທີທີ່ພຣະສົງໃຫ້ໂອກາດແກ່ຍາດໂຍມໄດ້ຝຶກຝົນ ແລະພັກຈິດໃຈໄປທາງອ້ອມ ພ້ອມດຽວກັນນັ້ນ ກໍເປັນສິ່ງປະກອບກັບກິດຈະກຳການໃຫ້ທານຂອງຍາດໂຍມ ແທນທີ່ຈະໃຫ້ເຂົາເຮັດບຸນດ້ວຍການບໍລິຈາກທານໂລດ ແຕ່ເມື່ອມີການໃສ່ບາດຮ້ອຍແປດ ກໍໝາຍຄວາມວ່າ ພໍ່ອອກ ແມ່ອອກທີ່ມາໃສ່ບາດຮ້ອຍແປດນັ້ນ ໄດ້ມີໂອກາດພ່ຳເພັງບຸນຄົບອົງປະກອບສາມຢ່າງໄປພ້ອມໆກັນ ນັ້ນຄື: ເມື່ອໃຫ້ທານດ້ວຍການປ່ອນໃສ່ບາດ ຫຼືບໍລິຈາກແລ້ວ ຕໍ່ໄປກໍໄດ້ຝຶກສະມາທິແບບການເຄື່ອນໄຫວ Dynamic meditation ໃນຂະນະທີ່ໃສ່ບາດຢູ່ ດ້ວຍຈິດຈົດຈໍ່ໃນຄຸນພຣະຣັຕຕະນະໄຕໃນຂະນະປັດຈຸບັນ ເມື່ອຈິດເປັນສະມາທິ ອົງປະກອບທີ່ບໍລິບູນຂອງສິນກໍເກີດຂື້ນ ເພາະວ່າ ເມື່ອໃນອາການທາງກາຍ, ວາຈາ ແລະຈິດໃຈ ເປັນປົກກະຕິ ເມື່ອນັ້ນເປັນສິນຢ່າງບໍລິບູນ. ອັນນັ້ນ ກໍໝາຍຄວາມວ່າ ການໃສ່ບາດຮ້ອຍແປດ ເຮັດໃຫ້ຜູ້ໃສ່ໄດ້ພ່ຳເພັງບຸນຄົບສາມຢ່າງ ຄື ທານ, ສີນ, ພາວະນາ ໄປພ້ອມໆກັນ ແທນທີ່ຈະບໍລິຈາກທານຢ່າງດຽວ.

......

ຈາກ wonderful Laos