ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 26, 2012 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ຈະເປັນແນວໃດ ຖ້າຫາກວ່າພວກເຮົາເຄີຍໄດ້ເຮັດຄວາມຊົ່ວມາຫຼາຍແລ້ວ? ພວກເຮົາສາມາດຮ້ອງຂໍພຣະພຸດທະອົງເພື່ອໃຫ້ອະໄພພວກເຮົາບໍ?


ພຣະພຸດທະອົງຖືວ່າເປັນບໍຣົມຄູຂອງພວກເຮົາ ແລະບໍ່ແມ່ນຜູ້ທີ່ພວກເຮົາຈະສູດມົນເພື່ອຂໍອະໄພຍະໂທດ. ຊາວພຸດບໍ່ເຊື່ອໃນເລື່ອງອຳນາດພາຍນອກ ທີ່ພວກເຮົາຄວນຮ້ອງຂໍອະໄພຍະໂທດ ຫຼື ບູຊາເພື່ອໃຫ້ຫຼຸດພົ້ນໄດ້.


ຖ້າຫາກວ່າຊາວພຸດຖືກຮ້ອງຂໍໃຫ້ອະໄພຍະໂທດ, ມັນອາດຈະແມ່ນບຸກຄົນທີ່ພວກເຮົາເຮັດຜິດຕໍ່ ແລະຈະບໍ່ແມ່ນບຸກຄົນທີສາມ ຫຼືອຳນາດພາຍນອກ ແນ່ນອນ. ຖ້າຫາກວ່າ ເຮົາບໍ່ອາດຈະຖືກອະໄພຈາກບຸກຄົນທີ່ເຮົາເຮັດຜິດຕໍ່ ຫຼື ເພື່ອແກ້ໄຂຄວາມຜິດພາດ ພວກເຮົາກໍປ່ອຍໃຫ້ເລື່ອງລາວນັ້ນຜ່ານພົ້ນໄປ, ຮຽນຮູ້ຈາກມັນແລະໃຫ້ອະໄພແກ່ຕົນເອງ, ແລະແນ່ນອນ ການເຮັດເຊັ່ນນັ້ນ ພວກເຮົາກໍມີຄວາມຈິງໃຈກັບມັນ.


ພຣະພຸດທະອົງຊົງສອນພວກເຮົາວ່າ ພວກເຮົາຈະຕ້ອງມີຄວາມຮັບຜິດຊອບຕໍ່ການກະທຳຂອງຕົນເອງ, ແລະພວກເຮົາທຸກຄົນກໍສາມາດທີ່ຈະກຳນົດຊະຕາກັມຂອງຕົນເອງໄດ້. ພວກເຮົາຄວນຈະພິຈາຣະນາຢ່າງຖີ່ຖ້ວນກ່ອນຈະກະທຳສິ່ງຜິດພາດໃດໆ, ແລະຕະຫຼອດເວລາ ຄວນພະຍາຍາມເຮັດແຕ່ສິ່ງທີ່ຖືກຕ້ອງແທນ.
ຖ້າຫາກທ່ານບໍ່ແນ່ໃຈວ່າ ການກະທຳນັ້ນຖືກຕ້ອງຫຼືຜິດ, ທ່ານສາມາດນຳໃຊ້ຫຼັກການງ່າຍໆທີ່ຊົງສອນໂດຍພຣະພຸດທະອົງວ່າ: ຖ້າຫາກວ່າການກະທຳໃດໆ ທີ່ເປັນໄປເພື່ອການບຽດບຽນຕົນເອງຫຼືຜູ້ອື່ນ, ຫຼືທັງສອງຢ່າງ, ໃຫ້ພະຍາຍາມຫຼີກເວັ້ນບໍ່ກະທຳ. ຖ້າບໍ່, ກໍໃຫ້ໃຫ້ເຮັດຕໍ່ໄປ!

ອາບຣາຮາມ ລິນຄອລນ໌ :


“ເມື່ອຂ້ອຍເຮັດດີ, ຂ້ອຍກໍຮູ້ສຶກດີ.
 ເມື່ອຂ້ອຍເຮັດຊົ່ວ, ຂ້ອຍກໍຮູ້ສຶກບໍ່ດີ.
 ນີ້ແມ່ນສາສະໜາຂອງຂ້ອຍ.”
 

ແປຈາກປື້ມ: Anyone can go to heaven, just be good!

ຂຽນເມື່ອ ຂຽນເມື່ອ: ມ.ນ.. 26, 2012 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ


 

ກ່ອນ​ຊິ​ປາກ​ກ່າວ​ຕ້ານ     ​     ໃຈ​ທ່ຽງ​ພຽນ​ພິນິດ[1]

ຄິດ​ໄຄ່​ຄວນ​ລະວັງ​ຄັກ          ວາດ​ວາທີ​[2]ຖ້ອຍ

ສັນ​ຫາ​ຄຳ​ຄວນ​ເວົ້າ              ນວນ​ຫູ​ຟັງ​ມ່ວນ

​ທັງ​ສຳນວນວາດ​ຂໍ້               ຈິງ​ແທ້​ບໍ່​ລ່າຍ​ລວງ.

 

​ໃຜ​ຜູ້​ຈາ​ກ່າວ​ແຈ້ງ                ສະ​ແດງ​ເລື່ອງ​ຄວາມ​ຈິງ

​ເວົ້າ​ສິ່ງ​ຄຳ​ຄວນ​ໄຂ     ​         ເຊື່ອງສິ່ງ​ຄວນ​ອຳ​ໄວ້

ຜູກ​ໄມຕີ​ດ້ວຍ​ຄຳ​ເວົ້າ   ​       ເປັນ​ສະ​ພານສັນຕິພາບ

ຄົນ​​​ໄດ້ດີ​ແລະ​ຕ່ຳ​າຕ້ອຍ      ຍ້ອນ​ນຄຳ​ຖ້ອຍ​ກ່າວ​​ຖະແຫຼງ.

 

                                       3/25/2012 6:03 pm

....................................................................................................

[1] ພິນິດ: ຄິດ​ໃຫ້​ຖີ່​ຖ້ວນ

[2] ວາທີ : ຄື​ກັນ​ກັບ ວາ​ຈີ, ວະຈີ ​ແປ​ວ່າ ຄຳ​ເວົ້າ

ຂຽນເມື່ອ ຂຽນເມື່ອ: ມ.ນ.. 25, 2012 | ມີ 2 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

ຊີວິດເຮົາບໍ່ຢູ່ຢັ້ງ                      ເຖິງຂວບພັນປີ ດອກນາ
ມີແຕ່ຍືນຍາວເຖິງ                   ບໍ່ກາຍສອງຮ້ອຍ
ເຫຼືອແຕ່ຄວາມດີສ້າງ              ເປັນຮອຍປະຫວັດສາດ
ບອກຄ່າຄົນສືບໄວ້                 ຄົນຢູ່ຫລັງຍົກຍ້ອງ ຍໍໄວ້ເປັນແວ່ນແຍງ.

ການເວລາບອກແຈ້ງ              ຄຽງຄູ່ການກະທຳ
ຜົນງານຄົນຄົງສະຖຽນ         ຄ່າຄົນຄົງຄ້າງ
ກ່ອນຊີບວາງມອນມ້ຽນ         ລາໄລມະນຸດໂລກ
ຄວນສ້າງສາປະໂຫຍດໄວ້     ປະດັບເອ້ອາບແຜ່ນດິນ ຊອບນາ.

 

.........

ມອນມ້ຽນ : ຕາຍ

 

 

ຂຽນເມື່ອ ຂຽນເມື່ອ: ມ.ນ.. 16, 2012 | ມີ 13 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຮັກປຽບເໝືອນດັ່ງແມ່ນ້ຳ        ເວີນໃຫຍ່ວັງໃຈ
ຫຼາຍຄົນ​ມີຄວາມຮັກ          ຊື່ນໃຈຈຳໝັ້ນ
ຫຼາຍຄົນມົວຝັນຄ້າງ          ແຄງໃຈຍ້ອນຮັກຫ່ຽວ
ຮັກຄຳດຽວເທົ່ານັ້ນ                      ຢາກຝັນຮູ້ໄຝ່ປອງ

ມີຮັກ ຄືມີຄຳຄ່າລົ້ນ        ເຂົ້າເຄື່ອງຂອງແພງ
ສິ້ນຮັກ ເໝືອນສິ້ນສູນມູນມັງ    ຊັບສິນຂອງໃຊ້
ສັນນັ້ນ ຄົນສະແຫວງໄດ້       ສາຍໄຍຮັກຮ່ວມ
ຮັກສະໝານຜູກໝັ້ນ          ບໍ່ຜັນປິ້ນປ່ຽນແປງ


ບາງຄົນວ່າ:

ຮັກເຮັດໃຫ້ຄົນບໍ່ຮູ້ແຈ້ງ            ມືດມ່ານມົວໝອງ
ຮັກເຮັດໃຫ້ຄົນບຸກບືນ                  ສູ້ຊົນບໍ່ຫຍຸດຢັ້ງ
ຮັກເຮັດໃຫ້ຄົນທຳສ້າງ        ການງານບໍ່ຢຸດຢ່ອນ
ຮັກເຮັດໃຫ້ເຈົ້າ ແລະ ຂ້ອຍ     ຮຽນກ້າວເກັ່ງວິຊາ.

ຫາກໄຮ້ຮັກ ເຮົາກໍ່ຄົງບໍ່ຢູ່ລ້າ  ແຕ່ສິ້ນຄ່າລົມຫາຍໃຈ
ຫາກມີຮັກ ເຮັດແນວໃດກໍ່ຈິງຈັງ  ຈາກໃຈຈິງແທ້
ຫາກມີຮັກ ກິນອັນໃດຫວານຊຶ້ງ  ພໍໃຈບໍ່ຕິແຕ່ງ
ຫາກມີຮັກ ຊີວິດຄົງບໍ່ແຫ້ງແລ້ງ   ແລງເຊົ້າຊື່ນບໍ່ເຫງົາ ວ່ານາ!!!