ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ສ.. 11, 2014 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

                                 ຄຳ​ບູຮານ​ລາວ​ວ່າ:  ​ໄວ​ປາກ​ເສຍ​ສິນ ​ໄວ​ຕີນ​ຕົກ​ກົກ​ໄມ້.

 

ຫລາຍຄັ້ງ ທີ່ພົບເຫັນຄົນຂີ້ຕົວະແບບໜ້າຕາເສີຍ ແບບງ່າຍໆ ແຕ່ເປັນເລື່ອງບໍ່ສໍາຄັນເຖິງກັບຊີວິດ ແຕ່ຄົນຜິດສິນແບບບໍ່ສົມຄວນຜິດ. ນີ້ຄົງຈະແມ່ນສ່ວນໜຶ່ງໃນສັງຄົມທີ່ຂ້າພະເຈົ້າພົບພໍ້ ພຽງສ້ຽວຊີວິດຂອງການຢູ່ພາຍໃຕ້ຮົ່ມຜ້າກາສາວະພັດ ທີ່ໄດ້ສໍາຜັດກັບຊີວິດຂອງຄາຣະວາດ ຄົງຍັງເຫລືອອີກມາກມາຍໃນສັງຄົມທີ່ມັນຮຸນຮ້າຍເກີນກວ່ານີ້ແລະນີ້ຄົງຈະບໍ່ແມ່ນການເບິ່ງໂລກໃນທາງລົບເປັນແນ່ນອນ.

ຢາກຈະຍົກຕົວຢ່າງໃຫ້ເຫັນບາງຕອນ ພໍເປັນອຸທາຫອນໃຫ້ຮູ້ວ່າ ນີ້ຄືການຜິດສິນຂໍ້ມຸສາເຊັ່ນກັນ. ມີບາງຄັ້ງ ຂ້າພະເຈົ້າໄດ້ນັ່ງລົດໄປກັບໂຍມ ທີ່ມາຮັບສົ່ງຄູບາ ບາງຄັ້ງອາດໄປສະໜາມບິນ, ບາງຄັ້ງອາດໄປສັນເຂົ້າໃນບຸນເຮືອນ...ສິ່ງທີ່ຂ້າພະເຈົ້າໄດ້ຍິນ ຄື ເວລາມີຄົນໂທມາຫາຄົນທີ່ຂັບລົດຮັບສົ່ງຄູບາ ຈະມີການຖາມວ່າຕອນນີ້ເຈົ້າຢູ່ໃສ ຈາກຕົ້ນທາງທີ່ໂທມາ ຄົນຂັບລົດມັກຕອບອອກໄປແບບພໍຫວິດປາກກໍແລ້ວ ໄປ ເຊັ່ນ ເມື່ອຍັງຢູ່ໃນວັດ ກໍາລັງລໍຖ້າຄູບາຢູ່ ແຕ່ຊ້ຳພັດຕອບວ່າ ຕອນນີ້ຢູ່ສີຫອມເປັນຕົ້ນ. ບາງທີ ຂີ່ລົດໄປຮອດກາງທາງແລ້ວ ມີຄົນໂທມາ ຊ້ຳພັດບອກວ່າ ຢູ່ວັດ. ມື້ວານນີ້ກໍພໍ້ອີກ ມີໂຍມມາຖວາຍພາເຂົ້າທິບຢູ່ວັດ ແຕ່ຫົວໜ້າໂທມາ ພັດບອກວ່າ ຕອນນີ້ ຢູ່ໂຮມໄອເດຍ ຈັກໜ່ອຍອອກໄປ ທີ່ແທ້ແລ້ວແມ່ນຢູ່ວັດນໍາຄູບາ.

ທີ່ຈິງແລ້ວ ສິ່ງທີ່ຕົວະອອກໄປນັ້ນ ຖ້າຈະເວົ້າຄວາມຈິງແລ້ວກໍບໍ່ໄດ້ມີໂທດ ແລະເປັນພິດເປັນໄພແນວໃດ ເປັນຫຍັງມະນຸດຈິ່ງມັກຕົວະໃນເລື່ອງທີ່ບໍ່ຄວນຕົວະ? ນີ້ມັນສະ ແດງໃຫ້ເຫັນເຖິງຄວາມຈິງໃຈ ຄວາມຂາດສີລະທັມ ເຖິງແມ່ນວ່າບໍ່ສໍາຄັນ ແຕ່ນັ້ນຄືການຜິດສິນ.

ຂ້າພະເຈົ້າເຄີຍໄດ້ອ່ານນິທານເລື່ອງກ່ຽວກັບເມືອງບັງບົດຫຼືເມືອງລັບແລ ທີ່ເວົ້າເຖິງຊາຍໜຸ່ມຄົນໜຶ່ງ ໄດ້ຫຼົງທາງເຂົ້າໄປໃນປ່າ  ແລ້ວໄປພໍ້ເມືອງບັງບົດ ແລ້ວໄດ້ສ້າງຄອບຄົວກັບນາງສາວບັງບົດ ຈົນມີບຸດທີ່ໜ້າຮັກຮ່ວມກັນ. ມີມື້ໜຶ່ງ ແມ່ຂອງລູກໄດ້ອອກໄປຫາໜໍ່ໄມ້ ປະໃຫ້ພໍ່ເອົາລູກ ໄກວອູ່ຖ້າແມ່ຊາມກັບມາ. ແຕ່ບັງເອີນວ່າ ເດັກ ນ້ອຍນັ້ນໄຫ້ແອ່ວຫາແມ່ ພໍ່ກໍໄດ້ພະຍາຍາມອອຍລູກຫຼາຍຄັ້ງຫຼາຍຄາວ. ເມື່ອອົດຕໍ່ການແອ່ວໄຫ້ຂອງລູກບໍ່ໄດ້ ພໍ່ຈິ່ງບອກວ່າ ເຊົາໄຫ້ໆ ແມ່ມາແລ້ວ ທັງໆທີ່ຈິງແລ້ວແມ່ບໍ່ທັນມາ. ເມື່ອເປັນແນວນັ້ນ ຜູ້ເປັນແມ່ກໍາລັງຫາໜໍ່ໄມ້ຢູ່ ກໍຮູ້ທັນທີ ຍ້ອນເປັນບັງບົດຜູ້ຈໍາສິນຫ້າເຄັ່ງຄັດ ແລະມີຊານເປັນທີ່ຢູ່ອາໄສ ຈິ່ງເສຍໃຈຫຼາຍຕໍ່ການກ່າວມຸສາຂອງຜົວ.

ເມື່ອນັ້ນນາງໄດ້ກັບມາ ແລ້ວບອກຜົວວ່າ ເວລາຂອງເຮົາໝົດແລ້ວ ຍ້ອນອ້າຍຂີ້ຕົວະລູກ ຕາມກົດຂອງເມືອງບັງບົດ ຈິ່ງໄດ້ສົ່ງອ້າຍຄືນສູ່ເມືອງມະນຸດ. ນີ້ກໍເປັນສິ່ງສະທ້ອນໃຫ້ເຫັນວ່າ ການຜິດສິນພຽງກ່າວວາຈາທີ່ເປັນມຸສາເລັກນ້ອຍ ກໍເປັນເລື່ອງສໍາຄັນ ເຮົາຄວນເອົານິທານເລື່ອງນີ້ເປັນແບບຢ່າງໃນການປະຕິບັດສິນຂອງຕົນ.


ການເປັນຊາວພຸດທີ່ດີນັ້ນ ບໍ່ຈໍາເປັນວ່າ ຈະຕ້ອງຮູ້ທັມມະທີ່ເລິກເຊິ່ງ ຫຼື ຈະຮຽນຈົບພຣະໄຕປິດົກໝົດທັງສາມຄໍາພີກໍໄດ້ ຂໍພຽງແຕ່ຮັກສາສິນຫ້າຂອງຕົນໃຫ້ດີຢ່າງຜ່ອງ ຜ້ຽວ ກໍເປັນຮາກແກ້ວໄຕ່ເຕົ້າສູ່ສັນຕິສຸກໃນສັງຄົມ ແລະສະສົມບຸນເກື້ອໜຸນເຖິງແດນນິບພານ ໃນອະນາຄົດຕະການອັນຈະມາຂ້າງໜ້າຢ່າງແນ່ນອນ.ເມື່ອຮູ້ດັ່ງ ນີ້ແລ້ວ ຊາວພຸດທັງຫຼາຍຄວນສັງວອນລະວັງວາຈາແລະຮັກສາສິນຫ້າຂອງຕົນໃຫ້ດີ ອັນຈະເປັນສີຂອງຄວາມເປັນມະນຸດທີ່ສົມບູນ.

                                                                                              11/12/11 06:48 AM