ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 15, 2010 | ມີ 24 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ມື້ຄືນນີ້ ຫຼັງຈາກທີ່ໄຫວ້ພຣະສູດມົນແລ້ວ ກັບມາຫ້ອງ ຮູ້ສຶກຫິວໆ. ຈິ່ງໄດ້ຕັດສິນໃຈອອກໄປຊື້ນົມກ່ອງມາດື່ມຢູ່ຮ້ານ M-Point Mart ທາງແຄມຂອງໃກ້ວັດຈັນ. ຕອນຍ່າງໄປກໍບັນຍາກາດທຳມະດາ ຢູ່ແຈເຮືອນທີ່ມີຮ້ານຂາຍເຝີ ກ້ອງຕົ້ນກົກຂາມທາງຮ່ອມລ້ຽວເຂົ້າມານັ້ນ ມີຜູ້ຊາຍບາງຄົນກຳລັງນັ່ງລໍຖ້າໃຜຜູ້ໜຶ່ງ. ເມື່ອສັງຄົມເຫັນກໍເປັນເລື່ອງທຳມະດາ ທີ່ຊາວໂລກເຂົາເຈົ້າມີການນັດພົບກັນ.

ເມື່ອຍ່າງຜ່ານຈຸດນັ້ນໄປແລ້ວ ກໍໄດ້ໄປຊື້ນົມ ພ້ອມດ້ວຍແຟບຊັກເຄື່ອງ, ຢາສີຟັນ. ຫຼັງຈາກ ອອກຈາກຮ້ານມາ ກໍໄດ້ຄ່ອຍຍ່າງຜ່ານມາທາງໜ້າຮ້ານເຝີເພື່ອລ້ຽວເຂົ້າຮ່ອມຂ້າງວັດຈັນ ແຕ່ບາດນີ້ ບັນຍາກາດປ່ຽນ ມີໄວໜຸ່ມທີ່ເປັນນັກຮຽນຜູ້ໜຶ່ງ ພ້ອມດ້ວຍເພື່ອນສາວທີ່ເປັນນັກຮຽນດ້ວຍກັນ ກຳລັງນັ່ງຊຸມເບຍຢູ່.​ ຂ້າພະເຈົ້າກໍຍ່າງມາຮອດຫັ້ນ ພໍດີ ເດັກນ້ອຍຜູ້ຊາຍເອີ້ນໃສ່ ວ່າ: ຄູບາ ມາກິນເບຍ. ເມື່ອເປັນແນວນັ້ນ ຜູ້ຍິງທີ່ນັ່ງຢູ່ນຳກັນ ຮ້ອງຂື້ນວ່າ ຫື ຢ່າວ່າແນວນັ້ນ. ຕອນທີ່ຖືກເອີ້ນນັ້ນ ໃນໃຈກໍຄິດຢາກຮ້າຍຢູ່ ແຕ່ກໍຍ່າງເລີຍແບບບໍ່ສົນໃຈໄຍດີ.

ເມື່ອໄດ້ຍິນແນວນັ້ນ ຂ້າພະເຈົ້າເກີດຄວາມສັງເວດໃນໃຈວ່າ : ເດັກນ້ອຍສະໄໝນີ້ (ອາດຈະເປັນບາງຄົນ) ມັນເສັຍນິໄສ ? ທັງໆທີ່ບໍ່ໄດ້ຮູ້ຈັກກັນກັບເຮົາຊ້ຳ ຍັງມາເອີ້ນແບບທ້າທາຍ ມິ່ນປະໝາດພຣະສົງອີກ. ຈັກມັນຊິເປັນບາບຫຼືບຸນ ກໍສຸດແລ້ວແຕ່ຕົວເຂົາເອງກຳນົດ.

(ເລື່ອງຈິງທີ່ເກີດຂື້ນກັບຜູ້ຂຽນ).

Delicious Digg Fark Twitter