ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 16, 2010 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ເມື່ອຜ່ານມາ ຂ້າພະເຈົ້າເຄີຍແປປື້ມ Good Question, Good Answer ຂຽນໂດຍ : Ven.S.Dhammika ມີຄຳຖາມໜຶ່ງທີ່ຖາມວ່າ ການມີເພດສຳພັນກ່ອນການແຕ່ງງານ ຜິດສິນຫ້າບໍ? ຜູ້ຕອບບອກວ່າ ຖ້າເປັນການສະມັກໃຈບໍ່ຜິດ. ແຕ່ຂ້າພະເຈົ້າ ກໍບໍ່ໄດ້ແຈບໃຈກັບຄຳຕອບຂອງອາຈານ ສ.ທັມມິກະ ເພາະວ່າ ຄຳວ່າ ສະມັກໃຈນັ້ນ ໃນນາມທີ່ຍັງບໍ່ທັນໄດ້ແຕ່ງງານ ມັນກໍຜິດຕໍ່ຈາຮີດປະເພນີອັນດີງາມ ແລະ ເຖິງແມ່ນວ່າທັງສອງຝ່າຍສະມັກໃຈກັນ ຜູ້ທີ່ເປັນພໍ່ແມ່ ຫຼືຜູ້ປົກຄອງ ກໍບໍ່ໄດ້ແຈບໃຈ ແລະບໍ່ພໍໃຈ ຖ້າຫາກຮູ້ວ່າ ລູກສາວຂອງຕົນເປັນແນວນັ້ນ. ເມື່ອມາພິຈາຣະນາແລ້ວ ຈິ່ງຮູ້ວ່າ ຄຳຕອບນັ້ນ ຍັງບໍ່ໄດ້ໃຫ້ລາຍລະອຽດພໍ່ເທົ່າໃດ ຫຼັງຈາກສຶກສາຄົ້ນຄ້ວາຕື່ມອີກ ຈິ່ງຮູ້ວ່າ ຄຳຕອບຂອງເພິ່ນບໍ່ສົມບູນ ສົມຄວນທີ່ຈະມີລາຍລະອຽດຂອງສິນຂໍ້ 3 ຕື່ມອີກ ດັ່ງຈະໄດ້ຍົກມາຂ້າງລຸ່ມນີ້.

ສິນຂໍ້ທີ 3 : ກາເມ ສຸມິຈສາຈາຣາ ເວຣະມະນີສິກຂາ ປະທັງ ສະມາທິຍາມິ Abstaining from sexsual misconducts. ງົດເວັ້ນຈາກການປະພຶດຜິດທາງປະເວນີ(ການລ່ວງລະເມີດລູກເຂົາ ເມຍເຂົາ...)
ສິນຂໍ້ນີ້ ເປັນຂໍ້ສຳຄັນອີກຂໍ້ໜຶ່ງ ໃນຈຳນວນຫ້າຂໍ້. ເວົ້າເຖິງການປະພຶດຕໍ່ກັນໃນສັງຄົມ ໃນເລື່ອງຂອງເພດ, ເພື່ອເປັນສິ່ງວັດແທກໃຫ້ມະນຸດຄວບຄຸມອາລົມຈິດຂອງຕົນ ບໍ່ໃຫ້ມີການປະພຶດຕົກຕ່ຳໄປ ເໝືອນດັ່ງເດຍລັດສານ. ສິນເທົ່ານັ້ນ ສາມາດເຮັດໃຫ້ມະນຸດມີຈິດໃຈສູງສົ່ງຂື້ນ ແລະມີວັດທະນະທັມດີງາມຂື້ນ. ການລ່ວງລະເມີດສິນຂໍ້ນີ້ ມີໂທດເຖິງກັບວ່າ ຕ້ອງໄດ້ໄປປີນຕົ້ນງິ້ວໜາມໃນແດນນະຣົກ ອັນນີ້ ກໍອາດຈະເປັນເລື່ອງເພີ້ຝັນສຳລັບຄົນທີ່ບໍ່ເຊື່ອ, ນອກຈາກນີ້ ຍັງເຮັດໃຫ້ເກີດມີການສະໜອງກັມ ຕໍ່ເນື່ອງກັນ ທັງໃນປັດຈຸບັນ ແລະຂ້າມພົບຂ້າມຊາດ.
ສາ​ເຫດ​ທີ່​ກໍ່​​ໃຫ້​ເກີດ​ການ​ຜິດ​ສິນ​ຂໍ້​ທີ ໓ ຄື​ກ່ຽວ​ກັບ​ການ​ປະພຶດ​ຜິດ​ໃນ​ກາມ ຕາມ​ທີ່​ເຮົາ​ເຄີຍ​ໄດ້​ຍິນ​ວ່າ ຫ້າມ​ຜິດ​ລູກ​ເຂົາ ເມຍ ​​ເຂົານັ້ນ ​ແມ່ນ​ໄດ້​ຍິນ​ຜູ້​ເຖົ້າ ພໍ່​ແມ່​ຄູບາ​ອາຈານ​ເພື່ອ​ເວົ້າ​ເລື້ອຍ ​ແຕ່​ຫຼາຍ​ຄົນກໍ​ອາດ​ບໍ່​ຮູ້​ວ່າ ​ເຮັດ​ແນວ​ໃດ​ຈິ່ງ​ຜິດ​ແທ້. ໃນ ​ປຶ້ມ​ເຫຼັ້ມ​ນີ້ມີ​ຄຳ​ຖາມ​ຢູ່​ໜ້າ​ທີ ໓໐ ຖາມວ່າ ການ​ເສບ​ສົມ​ກັນ​ກ່ອນ​ແຕ່ງ​ງານ​ນັ້ນ ​ເປັນ​ການ​ຜິດ​ສິນ​ຂໍ້​ນີ້​ຫຼື​ບໍ່? ​ໃນ​ຄຳ​ຕອບ​ເພິ່ນ​ບອກ​ວ່າ ຖ້າ​ເປັນ​ການ​ຕົກລົງ​ປົງ​ໃຈ​ກັນ​ບໍ່​ຜິດ ​ແຕ່​ເຮົາ​ມາລອງ​ມາ​ພິຈາລະນາ​ຕາມ​ ໑໑ ຂໍ້ນີ້ ເຊິ່ງມີມາໃນ ສາເລຍຍະກະສູດ ດັ່ງນີ້:

໑. ມາ ຕຸຣັກຂິຕາ : ຜູ້ຍິງທີ່ຢູ່ໃນຄວາມຄຸ້ມຄອງຂອງແມ່,
໒. ປິຕຸຣັກຂິຕາ : ຜູ້ຍິງທີ່ຢູ່ໃນຄວາມຄຸ້ມຄອງຂອງພໍ່,
໓. ມາຕາປິຕຸຣັກຂິຕາ : ຜູ້ຍິງທີ່ຢູ່ໃນຄວາມຄຸ້ມຄອງຂອງພໍ່ແມ່,
໔. ພາຕຸຣັກຂິຕາ : ຜູ້ຍິງທີ່ຢູ່ໃນຄວາມຄຸ້ມຄອງດູແລຂອງພີ່ນ້ອງຊາຍ,
໕. ພາຄິນີຣັກຂິຕາ : ຜູ້ຍິງທີ່ຢູ່ໃນຄວາມຄຸ້ມຄອງດູແລຂອງພີ່ນ້ອງຍິງ,
໖. ຍາຕິຣັກຂິຕາ : ຜູ້ຍິງທີ່ຢູ່ໃນຄວາມດູແລຂອງຍາດພີ່ນ້ອງ,
໗. ໂຄຕະຣັກຂິຕາ : ຜູ້ຍິງທີ່ຢູ່ໃນຄວາມຄຸ້ມຄອງປົກປ້ອງດູແລຂອງຄອບຄົວວົງຕະກູນ,
໘. ທັມມະຣັກຂິຕາ : ຜູ້ຍິງທີ່ຢູ່ໃນຄວາມຄຸ້ມຄອງປົກປ້ອງດູແລຂອງສິນທັມທາງສາສະໜາ,
໙. ສັສສາມິກາ : ຜູ້ຍິງທີ່ແຕ່ງງານມີສາມີແລ້ວ,
໑໐. ສະປະຣິທັນທາ : ຜູ້ຍິງທີ່ໄດ້ຮັບເລືອກໃຫ້ເປັນມະເຫສີຂອງພຣະຣາຊາ ຫຼືຜູ້ຍິງຂອງ
ບຸລຸດທີ່ມີຄຸນນະທັມສູງ,
໑໑. ມາລາກຸລະປະຣິກຂິຕາ : ຜູ້ຍິງທີ່ໄດ້ຮັບການໃຫ້ພວງມາໄລອັນເປັນການໝັ້ນໝາຍ
ໄວ້ແລ້ວ. 

ໃນ ໑໑ ຂໍ້​ຂ້າງ​ເທິງ​ນີ້ ຖ້າ​ຜູ້​ໃດ​ໄປ​ລ່ວງ​ລະ​ເມີດ​ຜູ້ຍິງ​ທີ່ຢູ່​​ໃນ​ການ​ຄຸ້ມ​ຄອງ​ຂອງ​ຜູ້​ທີ່​ ກ່າວ​ໄວ້ ​ແລະ​ການ​ຄຸ້ມ​ຄອງ​ດູ​ແລ​ນັ້ນ ກໍ​ບໍ່​ໝາຍ​ຄວາມ​ວ່າ​ຕ້ອງ​ແມ່ນ​ຕອນ​ທີ່​ຜູ້ຍິງ​ຄົນ​ນັ້ນ​ຢູ່​ເຮືອນ​ຢ່າງ​ດຽວ ຈິ່ງ​ເອີ້ນ​ວ່າ​ຄຸ້ມ​ຄອງ ແມ່ນ​ແຕ່​ພໍ່​ແມ່​ເຂົາ​ເຈົ້າ​ບໍ່​ເຫັນ ​​ແຕ່​ຫວງ​ແຫນ​ລູກ ກໍ​ຍັງ​ໝາຍ​ຄວາມ​ວ່າ​ຄຸ້ມ​ຄອງ​ໄດ້ ນີ້ກໍ​ອາດຈະ​ເປັນສາ​ເຫດ​ໃຫ້​ຜິດ​ສິນ​ຂໍ້​ທີ ໓ ກໍ​ເປັນ​ໄດ້.

Delicious Digg Fark Twitter