ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 28, 2010 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

 

ເຜົາ​ຫໍພຣະ​​ແກ້ວ ຍັງ​ບໍ່​ແລ້ວ​ເຜົາ​ພຣະອົງ​ຕື້

ໂດຍ: ດຣ.ທອງຄຳ ອ່ອນ​ມະນີ​ສອນ
ຈາກ​ໜັງສືພິມ​ວຽງຈັນ​​ໃໝ່ ສະບັບ​ວັນ​ທີ 27 ກັນຍາ 2010

 

ວຽງ​ຈັນ​ຄື​ດັ່ງ​ແກ້ວ            ສອງ​ໜ່ວຍ​ຕາ​ລາວ
ຄື​ດວງ​ໃຈ​ດວງ​ດຽວ           ຊາດ​ປະຊາ​ຖະໜອມ​ໄວ້
ຄື​ຈິດ​ວິນ​ຍານ​ສ້າງ           ​ໂຮມ​ແຮງ​ພະລັງ​ຊາດ
ຄື ທຸກ​ຢາດ​ເລືອດ​ລ້ຽງ        ພົງ​ເຊື້ອ​ຊື່ວ່າ​ລາວ ນີ້​ແລ້ວ.

ວຽງ​ທຸກ​ທົນ​ແສບ​ຊ້ຳ          ສຸດ​ດທີ່ທໍລະກຳ
ທົນ​ຕໍ່​ໄຟ​ເຜົາ​ຜານ            ຜ່ານ​ມາ​ແສນ​​ແຄ້ນ
ແປວ​ໄຟ​ໄຂ​ປະຕູ​ໄໝ້          ບັນ​ໄລ​ລົງ​ທຸກ​ຢ່າງ
ເຫັນ​ແຕ່​ໂພນ​ເຖົ່າຮ້າງ         ​ເຫັນ​ແຕ່​ປາງ​ເຖົ່າຖ້ວມ
                        ​​ ຖົມ​ພື້ນ​ແຜ່ນ​ທະລັງ !

ຍັງ​ແຕ່!
ພຣະພຸດທະ​ຮູບ​ເຈົ້າ          ອົງຕື້​ມິ່ງ​ເມືອງ​ລາວ
ອົງ​ມຸນີ​ສີ​ແສງ​ໄຕ             ຊາດ​ບໍ່​ໄລ​ຄົງ​ຄ້າງ
ຍັງ​ສັກສິດ​ສະຖຽນ​ຢັ້ງ         ບໍ່​ມີ​ພັງ​ເພ​ປິ່ນ
ສັດຕູ​ມານ​ເປັນວິນ           ວົນ​ວິ່ງ​ວຽນ​ຫວັ່ນ​ສະທ້ານ
                        ບໍ່​ຫານ​ກ້າ​ກື່ງ​ພະ​ອົງ.
ພຣະອົງ​ຕື້​ແມ່ນ​ເຈົ້າ           ພະ​ໄຊ​ເຊ​ດຖາ​ຫຼອມ
ຫຼໍ່​ດ້ວຍ​ທອງ​ທັງ​ໝົດ          ​ເພື່ອ​ສະຖາປະນາ​ໄວ້
ເປັນ​ຫຼັກ​ຖານ​ພະ​ອົງ​ສ້າງ       ວຽງ​ຈັນ​ນະຄອນ​ເອກ
ເປັນ​ຫົວ​ໃຈ​ປະ​ເທດ​ອ້າງ       ​ເປັນ​ພະຍານ​ປະ​ເສີດ​ໃຫ້
                        ຄົນຮູ້​ຕະຫຼອດ​ໄປ!

ຄາວ​ນັ້ນ:
ຫໍພະ​ແກ້ວ​ມຸ່ນ​ໄໝ້            ເປັນ​ເຖົ່າທະລາ​ຍລົງ
ຫຼາຍ​ຊາກ​ເສົາ​ສະຫຼາຍ​ກຸດ      ເກື່ອນ​ຢັງ​ຢາຍ​ຄ້າງ
ທຳລາຍ​ສິມ​ພຣະອົງ​ຕື້         ປານ​ປູນ​ປີ້​ປົ່ນ
ຂົນ​ຫຼັງຄາ​ຂື່​ຂ້າວ             ທາວ​ເອົາ​ເສົາ​​ໂງ່​ດັ້ງ
                         ສີ​ຍົວ​ໄມ້​ໝູ່​ລະ​ແນ​ງ.

​ເຂົາ​ອອກ​ແຮງ​ສັ່ງ​ມ້າງ         ​ເຮືອນ​​ໃຫຍ່​ປະຊາຊົນ
ຂົນ​ເອົາ​ມາ​ສາມ​ຫຼັງ           ທັ່ງ​ກອງ​ກັນ​ຂື້ນ
ເອົາ​ມາ​ເຕັງ​ເອົາ​ມາ​ຫຸ້ມ         ​ຖົມງຸມ​ພຣະ​ເຈົ້າ​ໃຫຍ່
ພຣະອົງ​ຕື້​ຢູ່​ໃນ              ​ໄຟ​ສະຫຍາມ​ຈູດ​ໄໝ້
                         ບັນ​ໄລ​ຖ້ວມ​ທົ່ວ​ນະພາ.

ໝາຍວ່າ​ໄຟ​ຂະໜາດ​ຮ້ອນ     ​ແປວ​ໃຫຍ່​ພະລັງ​ສູງ
ຫວັງ​ເພື່ອ​ທຳລາຍ​ອົງ         ພຣະຍອດ​ທັມ​ອົງ​ຕື້
ພາຍຫຼັງ​​ໄຟ​ມົວ​ມ້ອຍ          ​ເຈັດ​ຄືນ​ມາຍ​ມອດ
ພຣະອົງ​ຕື້​ຍອດ​ແກ້ວ          ບໍ່​ມີ​ແປ້ວ​ປ່າມ​ຮອຍ.

ບໍ່​ມີ​ຫຍັງ​ເຍື່ອຍ​ຍ້ອຍ          ບໍ່​ແປ​ປ່ຽນ​ເສັຍ​ສີ
ລັດ​ສະໝີ​ເຮືອງ​ຮອງ          ສ່ອງ​ໃສ​ສວຍ​ແຍ້ມ
ແຖມ​ເດັ່ນ​ຄື​ໄຟ​ໄຕ້            ​ເຍືອງ​ໃຈ​ປະຊາ​ຊາດ
ອົງອາດ​ເຜີຍ​ພະ​ໂອດ​ເອີ້ນ      ​ເຊີນ​ມະນຸດ​ທົ່ວ​ຖ້ວນ
                         ຊວນ​ມະນຸດ​ໂລກ​ພ້ອມ
                         ມາ​ຫອມ​ຫຸ້ມ​ຮັກ​ກັນ.
ເຖິງ​ສັດຕູ​ໂຫດຮ້າຍ          ໝາຍ​ມອດ​ດັບ​ສູນ
ວາງ​ແຜນ​ທາລຸນ​ກຳ          ຊົ່ວ​ຊາມ​ຜາງຮ້າຍ
ພຣະອົງຍັງ​ຄົງ​ໝັ້ນ           ສົມບູນ​ຄູ່​ຊູ່​ຢ່າງ
ທຸກ​ສິ່ງ​ໃສ​ສະຫວ່າງ​ເຫຼື້ອມ      ດຳ​ເຄືອ​ມໆ​ໂລກ​ສະທ້ານ
                          ປະດັບ​ບ້ານ​ມິ່ງ​ເມືອງ ນີ້​ແລ້ວ!

Delicious Digg Fark Twitter