ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 2, 2010 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

 

ການໃຫ້ທານເກີດຈາກເຫດອັນໃດແນ່?

ເຫດ​​ແຫ່ງການ​​ໃຫ້ທານມີຫຼາຍແຫ່ງເຊັ່ນ​​ໃນປະຖົມທານສູດ(ອັງ.ອັຕຖະກະ.472) ພຣະພຸດທະເຈົ້າສະແດງວ່າມີ 8 ຢ່າງຄື:

1. ໃຫ້ທານຍ້ອນຢາກໄດ້ຜົນຂອງທານ(​ໃຫ້ສິ່ງໃດກໍຢາກໄດ້ສິ່ງນັ້ນ)
2. ໃຫ້ທານຍ້ອນຢ້ານ(ຢ້ານຄົນອື່ນຕິຕຽນວ່າເປັນຄົນຂີ້ຖີ່ ຫຼື ຢ້ານເກີດມາຍາກຈົນເປັນຕົ້ນ)
3. ໃຫ້ທານຍ້ອນຄິດວ່າເຂົາໃຫ້ແກ່ເຮົາແລ້ວເຮົາຄວນໃຫ້ຕອບ
4. ໃຫ້ທານຍ້ອນຄິດວ່າເມື່ອໃຫ້ເຂົາແລ້ວເຂົາຈະໃຫ້ຕອບ
5. ໃຫ້ທານຍ້ອນຄິດວ່າການໃຫ້ທານເປັນຄວາມດີ(ບຸນ)
6. ໃຫ້ທານຍ້ອນຄິດວ່າເຮົາຫາກິນເອງໄດ້ ຄວນໃຫ້ແກ່ຄົນທີ່ຫາກິນເອງບໍ່ໄດ້
7. ໃຫ້ທານຍ້ອນຢາກໄດ້ຊື່ສຽງ
8. ໃຫ້ທານເພື່ອປະດັບປຸງແຕ່ງຈິດ (ຄືເພື່ອຂັດເກົາຈິດ​​ໃຫ້ຄວນແກ່ການຈເລີນຄຸນນະທັມ​​ເບື້ອງສູງຂື້ນໄປເພື່ອເປັນຖານໃຫ້ເກີດສະມາທິແລະປັນຍາ)

ໃນທານະວັຕຖຸສູດ(ອັງ.ອັຕຖະກະ.475) ພຣະພຸດທະເຈົ້າສະແດງເຫດແຫ່ງການໃຫ້ທານໄວ້ 8 ຢ່າງ ຄື:

1. ໃຫ້ທານຍ້ອນເຂົ້າຄໍກັນ(​ເຂົ້າແກ໊ບກັນ)
2. ໃຫ້ທານຍ້ອນຢາກຮ້າຍ
3. ໃຫ້ທານຍ້ອນຫຼົງ
4. ໃຫ້ທານຍ້ອນຢ້ານ
5. ໃຫ້ທານຕາມປະເພນີ
6. ໃຫ້ທານຍ້ອນຢາກໄປສະຫວັນ
7. ໃຫ້ທານຍ້ອນຢາກໄດ້ຄວາມສະບາຍໃຈ
8. ໃຫ້ທານເພື່ອປະດັບປຸງແຕ່ງຈິດ(ຂັເກົາກິເລ)

 

Delicious Digg Fark Twitter