ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 7, 2010 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ເຈັດຕຸລາເລີດລ້ຳ                   ວັນປະເສີດຄຸນຄູ
ເປັນວັນຫວນຈາລຶກ               ຄ່າຄຸນຄູໄວ້
ຄູເໝືອນແສງທຽນໄຕ້            ເຍືອງທາງໃຫ້ສິດທ່ອງ
ດັບຄວາມມືດບອດໃບ້           ອະວິດຊາເປົ່າປູ້ ໃຫ້ສິດຮູ້ຮ່ອມວິຊາ.

ຄຸນຄູຄູນຄ່າເລີດ                  ປະເສີດສົ່ງສູງສັກ
ປຽບຂຸນເຂົາພະນາດອນ     ແມ່ນະທີສະມຸດກ້ວາງ
ກັບທັງດວງດາວເຫຼື້ອມ        ແວວວາວໃສສ່ອງ
ປຽບດວງຈັນ ອາທິດພ້ອມ   ຜູ້ພີແສງສ່ອງສິ້ງ ເຍືອງທາງຄົນໃຫ້ຮຸ່ງແຈ້ງ ແປງທາງຄົນໃຫ້ໄຕ່ເຕົ້າ ເຖິງຫ້ອງປ່ອງວິຊາ.

ຄູປຽບເໝືອນຜູ້ສ້າງ           ວິຊາຊີບເມືອງມະນຸດ ເຮົານີ້
ຄົນເປັນໝໍ ເປັນທະຫານ    ຕຳຫຼວດ ຫຼືນາຍບ້ານ
ທັງຜູ້ນຳແນວໜ້າ               ໃນສັງຄົມໃນປະເທດ
ລ້ວນແຕ່ເຄີຍຜ່ານຫ້ອງ      ຮຽນຮູ້ຈາກຄູ ຫັ້ນແລ້ວ.

ສະນັ້ນ, ພໍເມື່ອເຖິງຂວບຂັ້ນ  ວັນປະເສີດຂອງຄູ
ສິດຂໍຍໍມືນົບ                       ຫວ່າງສຽນສະເໝີຄິ້ວ
ເອັງຊູລີວັນທາໄຫວ້             ຄຸນຄູຜູ້ສອນສັ່ງ
ໃຫ້ສິດຕາສະວ່າງແຈ້ງ        ຮຽນຮູ້ສາດຕະສິນ.

ຂໍໃຫ້ຄູລື່ນລົ້ນ                    ລາບຍົດສັນລະເສີນ
ອາຍຸຍືນຍາວນານ             ຂວບວັດສາເຖິງຮ້ອຍ
ເປັນແວ່ນແຍງໃຫ້ສິດຮູ້       ເຍືອງທາງຕາມໄຕ່
ເປັນຮົ່ມໂພຮົ່ມໄຮ               ສ້າງສິດດີໃຫ້ເດັ່ນກ້າວ ພັດທະນາລາວໃຫ້ເດັ່ນໄດ້ ຈະເລີນແທ້ລື່ນຫລັງ ຊອບແລ້ວ.

 

......................

ທຸກວິຊາຊີບເຮົາເຮັດຢູ່ໃນສັງຄົມ ລ້ວນແຕ່ໄດ້ມາຈາກການສຶກສາທີ່ມີຄູເປັນຜູ້ປູທາງ ເລີ່ມແຕ່ເຮົາຮຽນ ກ ໄກ່, ປ ປາ ຈົນເຮົາມີປັນຍາຊານສະຫຼາດໃນສັງຄົມ. ບາງຄົນອາດຈະບໍ່ມີໂອກາດໄດ້ຮັບການສຶກສາທີ່ສູງສົ່ງ ບໍ່ມີໂອກາດໄດ້ເຂົ້າຮຽນວິຊາຊີບ ຫຼືແມ່ນແຕ່ເຂົ້າຮຽນຫ້ອງປະຖົມ ແຕ່ເຂົາເຫຼົ່ານັ້ນ ກໍມີຄູເຊັ່ນກັນ ຄືຜູ້ສອນໃຫ້ເຂົາເວົ້າຄຳວ່າ ພໍ່- ແມ່ ທຳອິດນັ້ນເອງ ຄູສອງຄົນທີ່ທັງລ້ຽງ ທັງສັ່ງສອນເຮົາມານັ້ນແຫຼະ ເອີ້ນວ່າ ບໍຣົມຄູ ທີ່ເຮົາຄວນເທີດທູນບູຊາຄຸນວ່າເປັນຄູຜູ້ທຳອິດຂອງເຮົາ. ສຳລັບໃນພຣະພຸດທະສາສະໜາ, ພຣະພຸດທະເຈົ້າ ຖືໄດ້ວ່າເປັນບໍຣົມມະຄູຜູ້ມີ ມະຫາກະຣຸນາທິຄຸນສູງສົ່ງ ຫາບຸກຄົນໃດຈະປຽບປານໄດ້.​ ເມື່ອສະຫຼອງວັນຄູ ລູກສິດທຸກຄົນຄວນຄິດເຖິງພວກເພິ່ນ ແລ້ວສັງຄວາມດີເພື່ອມອບແດ່ຄູຂອງເຮົາ ແລະສິ່ງສຳຄັນ ເຮົາຄວນສຳນຶກເຖິງຄຸນຂອງຄູທຸກລົມຫາຍໃຈ ບໍ່ສະເພາະແຕ່ໃນມື້ວັນຄູທໍ່ນັ້ນ.

 


 

 

 

 

Delicious Digg Fark Twitter