ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 7, 2010 | ມີ 7 ຄຳເຫັນ ແລະ 0 trackback(s)

ເມື່ອຜ່ານມານີ້ ມີເພື່ອນສະມາຊິກໃນພັນລາວເຮົາ ສົນໃຈຢາກຮູ້ວິທີເວົ້າຈາທັກທາຍກັບພຣະສົງແນວໃດ. ຈິ່ງຂໍຖືໂອກາດມື້ນີ້ ມາເວົ້າສູ່ຟັງ.

1. ເລື່ອງຂອງຄຳວ່າ ໂດຍ ແລະ ຈ້າວ ຫຼື ເຈົ້າ

ຕາມຄວາມເຂົ້າໃຈ ແລະເຄີຍໄດ້ໃຊ້ມາ ເມື່ອເວລາ ເວົ້າກັບພໍ່ອອກແມ່ອອກ ຄູບາມັກຈະເວົ້າວ່າ ຈ້າວ ເພື່ອຕອບຮັບການສົນທະນາ ແລະຍາດໂຍມ ຕອບກັບມາ ກໍເວົ້າວ່າ ໂດຍ ຫຼື ໂດຍຂະນ້ອຍ ຫຼື ຂ້ານ້ອຍ.
ຖ້າຍາດໂຍມທ່ານໃດ ຕອບກັບຄືນມາວ່າ ຈ້າວ ຫຼື ເຈົ້າ ຕໍ່ພຣະສົງ ໝາຍຄວາມວ່າ ຍັງບໍ່ທັນເຂົ້າໃຈຄຳສັບສອງຄຳນີ້. ແຕ່ໃນຍຸກປັດຈຸບັນ ມີຫຼາຍຄົນ ມັກເຈົ້າຄຳວ່າ ຈ້າວ ກັບພຣະສົງ ແລ້ວໄປເວົ້າວ່າ ໂດຍ ກັບພໍ່ແມ່ ຫຼື ໝູ່ຄູ່ ຍາດຕິພີ່ນ້ອງທີ່ເປັນຄະຣືຫັດນຳກັນ. ອັນນີ້ ກໍເປັນສິ່ງຄວນສັນລະເສີນ ເພາະວ່າ ເວລາຟັງແລ້ວ ມ່ວນຫູ ສະແດງເຖິງຄວາມອ່ອນນ້ອມຖ່ອມຕົນ. ແຕ່ຢ່າລືມ ເວົ້າຄຳວ່າ ໂດຍ ເມື່ອສົນທະນາກັບຄູບາກໍແລ້ວກັນ ເພາະວ່າ ຄັນເວົ້າວ່າ ຈ້າວ ມັນຂັດຫູ.

2. ຄຳວ່າ ນະມັດສະການ ແລະ ຈະເລີນພອນ

ນະມັດສະການ ເປັນຄຳເວົ້າໃຊ້ທັກທາຍຄູບາ ຫຼື ສາມະເນນ ມີຄວາມໝາຍຄືກັນກັບຄຳວ່າ ສະບາຍດີ. ເມື່ອເວລາຍາດໂຍມເວົ້າກັບພຣະສົງ ໃຫ້ໃຊ້ຄຳວ່າ ນະມັດສະການ  ຫຼື ນະມັດສະການ ຂ້ານ້ອຍ ມີຄວາມໝາຍວ່າ ສະບາຍດີ ຂ້ານ້ອຍ.

ແຕ່ຖ້າເວລາ ພຣະສົງຫຼື ຄູບາ ເວົ້າກັບໂຍມ ຕ້ອງໃຊ້ຄຳວ່າ ຈະເລີນພອນ  ດັ່ງນີ້:

ເວລາຂື້ນຕົ້ນຄຳປາໄສໃນກອງປະຊຸມ ຫຼື ງານບຸນຕ່າງໆ ພຣະຈະເວົ້າວ່າ ຈະເລີນພອນ ອອກຕົນຍາດໂຍມ ພຸດທະບໍລິສັດທັງຫລາຍ. ຄັນຊິເວົ້າແບບພາສາທຳມະດາ ກໍໝາຍເຖິງ ສະບາຍດີ ພໍ່ອອກແມ່ອອກທັງຫຼາຍ.  ແຕ່ພໍ່ອອກ-ແມ່ອອກ ຢ່າຊູ່ພາກັນເວົ້າກັບຄູບາຄືນວ່າ ຈະເລີນພອນ ຄູບາເດີ. ອັນນີ້ເປັນຄວາມເຂົ້າໃຈຜິດ ແລະສັບສົນໃນການໃຊ້ຄຳສັບ.​ ພໍ່ອອກ-ແມ່ອອກເວົ້າກັບຄືນ ເວລາສົນທະນາ ຕ້ອງວ່າ ນະມັດສະການຄູບາ ຫຼື ເວລາຊິລາກັບເຮືອນຊານບ້ານຊ່ອງ ກໍເວົ້າວ່າ ນະມັດສະການລາເດີຂ້ານ້ອຍ.

 

ຫຼື : ຖ້າຫາກວ່າ ເວົ້າຄຳສັບວັດວາມັນຍາກຊາຫຼາຍ ກໍໃຫ້ເວົ້າທຳມະດາກໍໄດ້ ເຊັ່ນ : ສະບາຍດີ ຄູບາ, ຄູບາກໍຈະເວົ້າຄືນວ່າ ເອີສະບາຍດີ ຫຼື ຈ້າວສະບາຍດີ. ອັນນີ້ໃຊ້ໄດ້ສະເພາະກັບພຣະສົງອົງຍັງໜຸ່ມນ້ອຍທຳມະດາ. ແຕ່ຖ້າຈະເວົ້າກັບອາຈານໃຫຍ່ ຢ່າລືມຮຽນເອົາຄຳສັບສຳຄັນນີ້ໃຫ້ໄດ້.

 

 

Delicious Digg Fark Twitter