ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 10, 2010 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

golden Buddha image at Wat Thatkhao

 ຮູບພຣະພຸດທະຮູບຄຳທີ່ວັດທາດຂາດ, ໄປຖ່າຍມາມື້ນີ້

 

ວຽງຈັນຄາວກ່ອນກີ້          ຂື້ນຊື່ລືຊາ
ມີມະຫາກະສັດປົກຄອງ        ນັ່ງປອງເປັນເຈົ້າ
ພະອົງມີສັດທາສ້າງ           ອຸປະຖຳພຸດທະສາສນ໌
ສ້າງພຣະທາດໃຫຍ່ນ້ອຍ       ເໜືອໃຕ້ໃຫ້ທົ່ວເຖິງ.

ນອກຈາກນັ້ນ, ໄດ້ຫຼໍ່ປັ້ນ      ພຸດທະຮູບສັກສິດ
ມີທັງພຣະທອງສຳຣິດ         ສະຫງ່າງາມຍາມໄຫວ້
ມີທັງເງິນຄຳແກ້ວ            ອົງງາມດູອາດ
ຍາມເມື່ອໄດ້ຂາບໄຫວ້         ໃຈສະທ້ານອ່ອນໄຫວ ແທ້ແລ້ວ.

ແຕ່ວ່າ ຕົກເມື່ອວຽງຈັນເສົ້າ      ໄຟສົງຄາມມາບັງບຽດ
ຝູງໝູ່ເມກໝອກເຝື້ອ          ປົກຄຸ້ມທົ່ວແດນ
ລາວຈິ່ງຕ້ານຕໍ່ສູ້             ຕົບຕ່ອຍຕີ່ສັດຕູ
ຝູງໝູ່ມານມາບຸກ            ຮຸກຮານເມືອງບ້ານ.

ໄດ້ພາກັນຕີຕ້ານ            ສຸດກຳລັງຄວາມຮັກຊາດ
ແຕ່ບໍ່ອາດສູ້ໄດ້             ຍ້ອນລາວດ້ອຍອ່ອນກຳລັງ
ຈິ່ງໄດ້ຫຼົບຫຼີກລີ້             ໜີຜ່າຍມວນສັດຕູ
ໄປຢູ່ພູຜາສູງ               ຖ້ຳຄູຫາກ້ວາງ.

ຂົນເອົາຂອງສິນສ້າງ          ມູນມັງອັນລ້ຳຄ່າ
ເອົາໄປຊຸກເຊື່ອງຊ້ອນ         ໃນຖ້ຳກໍຫາກມີ
ສ່ວນເອົາໄປບໍ່ໄດ້            ໄດ້ຝັງໃສ່ໃນດິນ
ມີເພັດນິນຈິນດາ            ຄ່າແພງຫລາຍຕື້.

ສ່ວນວ່າຂອງຄູນຄໍ້າ         ອັນສຳຄັນຂອງຊາດ
ມີພຸດທະຮູບໃຫຍ່ນ້ອຍ       ກໍຝັງມ້ວນໃສ່ດິນ
ນອກຈາກນັ້ນ            ໄດ້ຖືກລັກຂະໂມຍໜີ
ຈາກຝູງມານອັບປີ          ຜູ້ຈູດເຜົາເມືອງບ້ານ.

 

ບັດນີ້ ອາລຸນບານເບີຍຟ້າ    ນະພາໃໝ່ໃສສີ  ມາແລ້ວ
ວຽງຈັນມີຄວາມຫວັງ       ຊິຮຸ່ງເຮືອງເມືອໜ້າ
ພັກນຳພາເສີມສ້າງ         ຫຼາຍອັນໄດ້ພົ້ນເດັ່ນ
ມີທະໜົນຫົນທາງ         ອາຮາມເຮືອງຮຸ່ງເຫຼື້ອມ ຫຼາຍດ້ານລື່ນຫຼັງ.

ມີທັງສ້າງຮູບປັ້ນ          ຫຼອມຫຼໍ່ກະສັດລາວ
ໃຫ້ໝູ່ຊາວປະຊາຊົນ        ໄດ້ຂາບຍໍມືໄຫວ້
ຈາລຶກຄວາມດີໄຫວ້         ບັນພະຊົນຂອງຊາດ
ຜູ້ສະຫຼະເລືອດເນື້ອ         ພີຊີບເພື່ອແຜ່ນດິນ ເຮົານີ້.

ເຈົ້າຟ້າງຸ່ມຜູ້ຍິ່ງດ້ວຍ        ຍຸດທະສາດຂຸນເສິກ
ຜູ້ທ້ອນໂຮມແດນລາວ       ແຕ່ເໜືອສຸດໃຕ້
ຫຼາຍອານາແດນດ້າວ       ມາຍິນຍອມບໍ່ບັງບາດ
ທ້ອນໂຮມຊາດໃຫຍ່ກ້ວາງ    ເປັນແດນລາວລ້ານຊ້າງ  ຄາວນັ້ນສືບມາ.

ເຈົ້າອະນຸຜູ້ເກັ່ງກ້າ         ນາມໜໍ່ວີຣະກະສັດ
ກູ້ກຽດລາວໃຫ້ສູງສັກ       ບໍ່ອ່ອນຍອມຍິນແພ້
ຕີສະຫຍາມຫຼາຍຄັ້ງ        ເພື່ອທວງຄືນສັນຕິພາບ
ເອກະລາດກ່ອນກີ້         ທີ່ເຂົາມ້າງມຸ່ນທະລາຍ.

ບັດນີ້ ເຖິງຄາວລາວຈາລຶກໄວ້  ນ້ຳໃຈຍອດເສັຍສະຫຼະ
ຂອງອົງວີຣະກະສັດລາວ     ໃຫ້ຄູ່ລາວຍືນໝັ້ນ
ຈິ່ງປະດິດສະຖານສ້າງ       ອົງປະຕິມາແທນຮູບ
ໃຫ້ຊົນລາວຂາບໄຫວ້       ໃຈນ້ອມລະນຶກຄຸນ ຊອບແລ້ວ.

 

Delicious Digg Fark Twitter