ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 16, 2010 | ມີ 1 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

 

ປະຣະມານູ​ໃນ​ທາງ​ວິທະຍາສາດ​ແລະ​ພຣະພຸດທະ​ສາສະໜາ

                                             ຮຽບຮຽງ​ໂດຍ: ຊ​. ວົງ​​ໂສພາ


ເມື່ອ​ພຣະສັມມາ​ສັມພຸດ​ທະ​ເຈົ້າຊົງ​ສະ​ແດງ​ເລື່ອງ​ໃດ​ແລ້ວ ກໍ​ບໍ່​ໄດ້​ຂໍ​ໃຫ້​ໃຜ​ເຊື່ອ​​ເສີຍໆ ​ເພິ່ນ​ຍັງ​ໃຫ້ພິສູດ​ໄດ້​ດ້ວຍ​ຕົນ​ເອງ ທັງ​ພາກ​ທິດ​ສະ​ດີ​ແລະ​ປະຕິບັດ ​ເລື່ອງ​ຜີ​ສາງ​ເທວະ​ດາ​ກໍ​ເຊັ່ນ​ດຽວ​ກັນ.

ປະຣະມາ​ນູຄື​ຫຍັງ?

​ໃນ​ທາງ​ໂລກ​ວິທະຍາສາດ ​ໄດ້​ມີ​ຄຳ​ອະທິບາຍ​ວ່າ ສ່ວນ​ທີ່​ນ້ອຍ​ທີ່​ສຸດ​ນອງ​ທາດ​ໜຶ່ງໆ​ທີ່​ມີ​ຢູ່ ​ແລະ​ຍັງ​ຮັກສາ​ລັກສະນະ ຄຸນສົມບັດ​ຂອງ​ທາດ​ນັ້ນ​ໄວ້ ​ເຮົາ​ເອີ້ນ​ວ່າ: ປະຣະມາ​ນູ ຂອງ​ທາດ​ນັ້ນ. ປະ​ຣະມາ​ນູ ຂອງ​ທາດ​ຕ່າງໆ​ເຊັ່ນ: hydrogen, oxygen, copper, uranium ​ເປັນ​ຕົ້ນ.

      ປະຣະມາ​ນູທັງຫຼາຍ​ປະກອບ​ດ້ວຍ​​ໃຈກາງ​ທີ່​ໜາ​ແໜ້ນ ​ແລະ​ໃຈ​ການ​ທີ່​ໜ້າ​ແໜ້ນ​ນີ້ ​ເອີ້ນ​ວ່າ ນິວຄລຽສ (nucleus) ມີ​ອີ​ເລັກ​ຕຣອນ(electron)​ແວດ​ລ້ອມ​ນິວຄລຽສຢູ່.

      ​​ໃຈ​ການ​ທີ່​ເອີ້ນ​ວ່າ ນິວຄລຽສນັ້ນ ປະກອບ​ດ້ວຍ​ອະນຸ​ພາກ 2 ຊະນິດດ້ວຍ​ກັນ​ຄື: ​ໂປ​ຕຣອນ(proton) ​ແລະ​ນິວຕຣອນ(neutron) ​ຊຶ່ງ​ໂປຣຕຣອນ​ແລະ​ນິວຕຣອນທັງ​ສອງ​ຊະນິດ​ນີ້ ມີ​ມວນ​ສານ​(mass)ເກືອບ​ເທົ່າ​ກັນ.

      ສຳລັບ​ໂປຣຕຣອນນັ້ນ ມີ​ສົ້ນ​ຂ້ວາ​ປະຈຸ​ໄຟ​ຟ້າ​ບວກ ​ແຕ່​ສ່ວນ​ນິວຕຣອນນັ້ນ​ເປັນ​​ໃຈກາງ ບໍ່​ໄດ້​ປະຈຸ​​ໄຟຟ້າ ​ແລະ​ຮອບໆ​ນອກ​ຂອງ​ນິວຄລຽສມີອີ​ເລັກ​ຕຣອນ​ເຊິ່ງປະຈຸ​ໄຟຟ້າ​ລົບ​ແລ່ນ​ອ້ອມ​ຢູ່​ເປັນ​ວົງ​ໆ.

      ລັກສະນະ​ຂອງ​ປະຣະມາ​ນູນັ້ນ ກໍ​ບໍ່​ໄດ້​ແຕກ​ຕ່າງ​ກັນ​ໄປ​ກັບ​ຈັກກະວານ​ຂອງ​ດວງ​ດາວ​​ເຄາະ​ທັງຫຼາຍ ທີ​ໂຄຈອນ​ອ້ອມ​ດວງ​ອາທິດ. ດວງ​ອາທິດ​ກໍ​ປຽບ​ເໝືອນ​ເປັນ​ນິວຄລຽສ ດາວ​ພະ​ເຄາະ​ທັງຫຼາຍ​ກໍ​ປຽບ​ເໝືອນ​ອີ​ເລັກ​ຕຣອນທີ່​ແລ່ນ​ອ້ອມ​ນິວຄລຽສ ທີ່​ໝູນ​ວຽນ​ໄປ​ທັງ​ໄກ​ແລະ​ໃກ້. ດວງ​ດາວ​ທັງຫຼາຍ​ກໍ​ບໍ່​ພົ້ນ​ໄປ​ຈາກ​ຄວາມ​ດຶງ​ດູດ​ຂອງ​ນິວຄລຽສ. ສາຣະວັດຖຸ​ທັງຫຼາຍ ປະກອບ​ກັນ​ຂື້ນ​ດ້ວຍ​ອະນຸ​ພາກ​ທີ່​ນ້ອຍ​ສຸດ​ຢ່າງ​ຄາດ​ບໍ່​ເຖິງ ອະນຸ​ພາກ​ທີ່​ນ້ອຍ​ສຸດ​ນີ້​ເອີ້ນ​ວ່າ: ປະຣະມາ​ນູ ​ແລະ​ອະນຸ​ພາກ​ທີ່​ນ້ອຍ​ນີ້ ກໍ​ສາມາດ​​ແຍກ​ອອກ​ມ​ເປັນ​ໂປຣຕອນ ນິວຕຣອນ ​ແລະ​ອີ​ເລັກ​ຕຣອນ ​ແຕ່​ຢ່າງ​ໃດ​ກໍ​ດີ ປະຣະມາ​ນູທັງຫຼາຍ ບໍ່​ໄດ້​ຕັ້ງ​ຢູ່​ໃນ​ຖານະ ມີ​ສະຖຽນ​ລະ​ພາບ ຕ້ອງ​ເຄື່ອນ​ໄຫວຢູ່​ຕະຫຼອດ​ເວລາ.

ປະ​ຣະມາ​ນູ​ໃນ​ພຣະພຸດທະ​ສາສະໜາ

ຄຳ​ວ່າ ປະ​ຣະມາ​ນູ ​ເປັນ​ພາສາ​ປາລີ ພຣະສັມມາ​ສັມພຸດ​ທະ​ເຈົ້າ​ໄດ້​ຊົງ​ສະ​ແດງ​ມາ​ແລ້ວ​ກ່ອນ​ໜ້າ​ນີ້ 2553 ປີ ​ແຕ່​ຕໍ່​ມາ ນັກວິທະຍາສາດ​ໄດ້​ນຳ​ເອົາ​ຄຳ​ນີ້​ໄປ​ໃຊ້. ສະ​ນັ້ນ, ​ເມື່ອ​ເວລາ​ກ່າວ​ເຖິງ​ປະຣະມາ​ນູ ຄົນ​ສ່ວນ​ໃຫຍ່ ອາດ​ຈະ​ຄຶດ​ວ່າ ​ເປັນ​ປະຣະມາ​ນູທາງ​ວິທະຍາສາດ ​ແມ່ນ​ແຕ່​ຄຳ​ວ່າ ອະ​ນູ ກໍ​ເຊັ່ນ​ກັນ.

      ຄວາມ​ມຸ້ງ​ໝາຍ​ຂອງ​ພຣະສັມມາ​ສັມພຸດ​ທະ​ເຈົ້າ​ໃນ​ການສະ​ແດງ​ເລື່ອງ​ນີ້ ​ແຕກ​ຕ່າງ​ກັນກັບ​ທາງ​ວິທະຍາສາດ​ໃນ​ປັດຈຸບັນ ທີ່​ກຳລັງ​ຄົ້ນຄວ້າ​ກັນ​ຢູ່ ຍ້ອນ​ຈຸດ​ມຸ້ງ​ໝາຍ​ທາງ​ວິທະຍາສາດ​ແມ່ນ​ເພື່ອ​ເອົາ​ປະຣະມາ​ນູ​ໄປ​ໃຊ້​ໃຫ້​ເປັນປະ​ໂຫຍ​ດ​ໃນ​ຍາມ​ສັນຕິ ​ແລະ​ໃນ​ຍາມ​ສົງຄາມ ​ແຕ່​ພຣະພຸດທະອົງ​ຊົງ​ປາຖະໜາ ​ເພື່ອ​ໃຫ້​ຜູ້​ສຶກສາມີ​ຄວາມ​ເຂົ້າ​ໃຈ​ໃນ​ເລື່ອງ​ຊີວິດ ​ໃນ​ສ່ວນ​ທີ່​ເປັນ​ຮູບ ​ເພື່ອ​ໃຫ້​ເຫັນ​ຄວາມ​ຈິງ​ຂອງ​ຮູບ ຕັ້ງ​ແຕ່​ເກີດ​ໄປ​ຈົນ​ກະທັ້ງ​ເຖິງ​ແກ່​ຄວາມ​ຕາຍ ທັງ​ຮູບ​ທີ່​ແນມ​ເຫັນ​ໄດ້​ດ້ວຍ​ຕາ ກັບ​ຮູບ​ທີ່​ບໍ່​ສາມາດ​ແນມ​ເຫັນ​ໄດ້​ດ້ວຍ​ຕາ ​ເຊັ່ນ​ຮູບ​ທີ່​ປະກົດ​ຂື້ນ​ມາ ​ໃນ​ຂະນະ​ປະຕິສົນ​ທິ​ເປັນ​ມະນຸດ ຮູບ​ເຜດ ຮູບ​ອະສຸຣະກາຍ ​ແລະ​ຮູ​ບ​ເທວະ​ດາ​ເປັນ​ຕົ້ນ ກັບ​ທັງ​ເພື່ອ​ໃຫ້​ຜູ້​ສຶກສາ​ໄດ້​ເຫັນ​ຕາມ​ຄວາມ​ເປັນ​ຈິງ​ວ່າ ຄົນ​ຫຼື​ສັດ​ທັງຫຼາຍ ຫຼື​ບໍ່​ວ່າ​ຈະ​ເປັນ​ຮູບ​ອັນ​ໃດ ທີ່​ເຮົາ​ແນມ​ເຫັນ​ໄດ້ ຢູ່​ຕໍ່ໜ້າ​ຕໍ່​ຕາ​ເປັນ​ຮູບ​ຫຍາບໆ ​ແລ້ວ​ເຫັນ​ວ່າ ສວຍ​ສົດ​ງົດ​ງາມ​ ​ເກີດ​ຄວາມ​ເພິ່ງ​ພໍ​ໃຈ ຈົນ​ກາຍ​ເປັນຄວາມ​ຫຼົງ​ໄຫຼ​ນັ້ນ ​ແທ້​ຈິງ​ເປັນ​ຮູບ​ຂອງ​ປະຣະມາ​ນູ​ແຕ່ລະ​ໜ່ວຍ​ມາ​ປະຊຸມ​ກັນ ​ແລ້ວ​ປະຣະມາ​ນູ​ເຫຼົ່າ​ນັ້ນ ບໍ່​ມີ​ສະຖຽນ​ລະ​ພາບ ຍ້ອນ​ວ່າ​ທຸກ​ວິນາທີ​ທີ່​ຜ່ານ​ໄປ ຍ່ອມ​ຈະ​ຕັ້ງ​ໝັ້ນ​ບໍ່​ໄດ້ ຍ່ອມ​ຈະ​ປ່ຽນ​ແປງ​ໄປ​ຢູ່​ສະ​ເໝີ  ​ເປັນ​ອະນິດ​ຈັງ ຄວາມ​ບໍ່​ທ່ຽງ ​ເປັນ​ທຸກ ​ແປ​ວ່າ ທົນ​ຢູ່​ໃນ​ສະພາບ​ເດີມ​ບໍ່​ໄດ້ ​ແລະ​ເປັນ​ອະນັດຕາ ​ຍ້ອນ​ເປັນ​ພຽງ​ແຕ່​ຮູບມາ​ປະຊຸມ​ກັນ​ຊົ່ວຄາວ​ເທົ່າ​ນັ້ນ ບໍ່​ແມ່ນ​ຕົວ​ຕົນ ຄົນ ສັດ ຍິງ ຊາຍ​ປະການ​ໃດ ທັງ​ບັງຄັບ​ບັນຊາ​ບໍ່​ໄດ້. ​ເພື່ອ​ສຶກສາ​ໃຫ້​ເຂົ້າ​ໃຈ​ໃນ​ປະກົດ​ການ​ຂອງ​ທຳ​ມະ​ຊາດ​ທີ່​ແອບ​ແຝງ​ຢູ່​ຢ່າງ​​ເລັ້ນ​ລັບ​ຂອງ​ສັບພະ​ສິ່ງ ​ແລະ​ຂອງ​ຕົ​ວ​ເອງ​ແລ້ວ ປັນຍາ​ກໍ​ຈະ​ເກີດ​ຂື້ນ ​ເຫັນ​ຫົນທາງ​ທີ່​ຈະ​ພົ້ນ​ໄປ​ຈາກ​ຄວາມທຸກ ຄື​ຫົນທາງ​ທີ່​ຈະ​ເຮັດ​ໃຫ້​ການວຽນ​ວາຍ​ຕາຍ​ເກີດ​ຢຸດ​ສະ​ງັກລົງ ​ແລະ​ພະຍາ​ມັດຈຸລາດ ຈະ​ບໍ່​ໄດ້​ຄອຍ​ເຝົ້າ​ຖາມ​ຫາ​ຢູ່​ທຸກ​ຊາດ ອີກ​ຕໍ່​ໄປ.

      ປະຣະມາ​ນູ​ໃນ​ທາງ​ພຸດທະ​ສາສະໜາ ​ແຍກ​ຈາກ​ເມັດ​​ເຂົ້າ​ເປືອກ​ໃຫ້​ນ້ອຍໆ​ໄປ​ເລື້ອຍໆ ຈົນ​ເຖິງ​ປະຣະມາ​ນູ. ດັ່ງ​ທີ່​ຜາກົດ​ໃນ​ຄາຖາ​ປະລິ​ນິຄັນ​ທຸ(ອະພິທານ​ນັປປະທີ​ປິ​ກາ) ຄາຖາ​ທີ 194 ​ແລະ​ຄາຖາ​ທີ195 ​ໃນ​ພູມິ​ກັນ​ດ໌ວ່າ:

ສຕຕິ۬ສ ປຣມາ​ນູນ ​ເມ​ໂກ ນຸຈ ສຕິ۬​ ​ເຕ
ຕຊ
ຊຣີ ຕາ​ປີ ສຕຕິ۬  ຣຖ​ເຣນຸຈ ສຕິ۬ສ ​ເຕ
ລິກ
ຂາ ຕາ ສຕຕ ອູ​ກາ ຕາ ທນຍມາ​ໂສ​ຕິ ສຕຕ ​ເຕ.

ມີ​ຄວາມ​ແປ​ວ່າ:  36 ​ປະຣະມາ​ນູ ​ເປັນ 1 ອະ​ນູ
            36 ອະ​ນູ​ເຫຼົ່າ​ນັ້ນ ​ເປັນ 1 ຕັຊຊາຣີ
            36 ຕັຊຊາຣີ​ເຫຼົ່າ​ນັ້ນ ​ເປັນ 1 ຣະຖະ​ເຣນູ
            36 ຣະຖະ​ເຣນູ​ເຫຼົ່າ​ນັ້ນ ​ເປັນ 1 ລິກຂາ
            7 ລິກຂາ   ​ເປັນ 1 ອູ​ກາ
            7 ອູ​ກາ​ເຫຼົ່າ​ນັ້ນ ​ເອີ້ນ​ວ່າ ທັນ​ຍະ​ມາສ.

​ເມື່ອ​​ເຮົາ​ຄູນ​ຕົວ​ເລກ​ເຫຼົ່າ​ນີ້​​​ ​ເຮົາ​ກໍ​ຈະ​ໄດ້​ເຖິງ82 ລ້ານ​ສ່ວນ ກັບ​ເສດ​ອີກ​ຫຼາຍ​ແສນ ​ເຮົາ​ກໍ​ຈະ​ເຫັນ​ໄດ້​ວ່າ ​ໃນ 1 ປະຣະມາ​ນູນັ້ນ ມາ​ຈາກ​ເມັດ​ເຂົ້າ 1 ​ເມັດ ​ເຊິ່ງ​ແຍກ​ອອກ​ເລື້ອຍໆ​ໄປ ​ແຕ່ ຮູບ​ປະຣະມາ​ນູທັງ​ໝົດ​ເຫຼົ່າ​ນີ້ ​ເຖິງ​ແມ່ນ​ວ່າ​ເຮົາ​ຈະ​ເຫັນ​ຫຼື​ສຳຜັດ​ຖືກຕ້ອງ​ບໍ່​ໄດ້​ແລ້ວ ກໍ​ຍັງ​ຈັດ​ວ່າ​ເປັນ​ຮູບ​ຫຍາບ​ຢູ່​ຫຼາຍ ຍ້ອນ​ຍັງ​ມີ​ຮູບ​ທີ່​ລະອຽດ​ກ່ວ່າ​ນີ້​ອີກ​ຫຼາຍຕ່າງຫາກ.

      ຮູ​ບທັງ​ໝົດ​ມີ​ຢູ່ 28 ຮູ​ບ ​ເປັນ​ຮູບ​ປະຣະມາ​ນູ ​ແຕ່​ເປັນ​ຮູບ​ຫຍາບ 12 ຮູບ ​ເຫຼືອ​ອີກ16 ຮູບ ​ເປັນ​ຮູບ​ລະອຽດ ປະນີດ​ຍິ່ງ​ກວ່າ​ປະຣະມາ​ນູດັ່ງ​ໄດ້​ສະ​ແດງ​ມາ​ແລ້ວ.

      ທຸກ​ໆ​ປະຣະມາ​ນູ ​ເຖິງ​ແມ່ນ​ວ່າ​ບໍ່​ສາມາດ​ແນມ​ເຫັນ​ໄດ້ ​ແລະ​ສຳຜັດ​ບໍ່​ໄດ້​ ​ແຕ່​ກໍ​ປະກອບ​ດ້ວຍ ປະຖະວີ ອາ​ໂປ ​ເຕ​ໂຊ ວາ​ໂຍ ວັນນະ ຄັນທະ ຣະສະ ​ໂອ​ຊະ ຄື ທາດ​ດິນ ນ້ຳ ​ ​ໄຟ ລົມ ສີ ກິ່ນ ຣົສ ​ແລະ​ໂອ​ຊະ ​ເອີ້ນຊື່​ປະຣະມາ​ນູນີ້​ວ່າ ອະວິ​ນິບໂພຄະຣູບ8.

      ອາ​ໂປ: ທາດ​ນ້ຳ ບໍ່​ແມ່ນ​ນ້ຳ​ທີ່​ເຮົາ​ໃຊ້​ດື່ມ, ວາ​ໂຍ : ທາດ​ລົມ ບໍ່​ແມ່ນ​ລົມ​ທີ່​ພັດ​ໄປມາ, ​ແລະ​ໂອ​ຊະ : ກໍ​ບໍ່​ແປ​ວ່າ​ແຊບ​ຊ້ອຍ ​ເມື່ອ​ຜູ້​ສຶກສາມີ​ຄວາມ​ເຂົ້າ​ໃຈ​ແລ້ວ ຈະ​​ເຫັນ​ຄວາມ​ພິດສະດານຢ່າງ​ຍິ່ງ.

      ປະຣະມາ​ນູທັງຫຼາຍ​ເຫຼົ່າ​ນີ້ ​ເອີ້​ນວ່າ ອະ​ວິນິບ​ໂພຄະຣູບ ​ແລະ​ອະ​ວິນິ​ບ​ໂພຄະ​ຣູບນີ້ ຈະ​ຕ້ອງ​ມີ​ທາດ​ທັງ 8 ສະ​ເໝີ ຈະ​ບໍ່ມີ​ປະຣະມາ​ນູ​ໃດ​ທີ່​ເກີນ​ກວ່າ​ທາດ​ທັງ8 ຫຼື​ນ້ອຍ​ກວ່າ8 ​ເຖິງ​ແມ່ນ​ວ່າ​ຈະ​ມີ​ການ​ແຍກ​ແນວ​ໃດ ກໍ​ຕ້ອງ​ມີ 8 ສະ​ເໝີ​ ​ເພ​າະວ່າ​ທາດ​ທັງ8 ນີ້​ ​ແຍກ​ອອກ​ຈາກ​ກັນ​ບໍ່​ໄດ້.
      ​ເຖິງ​ແມ່ນ​ວ່າ ປະຣະມາ​ນູນັ້ນ​ຈະ​ມີ​ຂະໜາດ​ນ້ອຍ​ພຽງ​ໃດ​ກໍ​ຕາມ ​ແລະ​ບໍ່​ສາມາດ​ເຫັນ​ຫຼື​ສຳຜັດ​ໄດ້  ​ແຕ່​ພຣະສັມມາ​ສັມພຸດ​ທະ​ເຈົ້າ​ຍັງ​ສະ​ແດງ​ວ່າ ທຸກ​ປະຣະມາ​ນູນັ້ນ ບໍ່​ໄດ້​ຕິດ​ກັນ ​ແຕ່​ຫາກ​ມີ​ຊ່ອງ​ວ່າງ​ລະຫວ່າງ​ປະຣະມາ​ນູ ​ເຊິ່ງ​ໃນ​ພາສາ​ທາງ​ທັມ​ເພິ່ນ​ເອີ້ນ​ວ່າ ປະຣິຈ​ເສ​ທະຣູບ ​ເຊິ່ງ​ເປັນ​ຊື່​ຂອງ​ຮູບ​ຢ່າງ​ໜຶ່ງ ຍ້ອນ​ວ່າ​ມີ​ຮູບ​ຂື້ນ​ມາ​ແລ້ວ ມັນ​ຈະ​ຕ້ອງ​ມີ​ຊ່ອງ​ວ່າງ​ຂັ້ນ​ຮູບ​ສະ​ເໝີ. ນອກຈາກ​ນີ້ ພຣະພຸດທະ​ອົງ​ຍັງ​ສະ​ແດງ​ວ່າ ທຸກໆ ປະຣະມາ​ນູ ບໍ່​ຢຸດ​ນິ້ງຢູ່​ເສີຍໆ ມັນຈະ​ເຄື່ອນ​ໄຫວ​ຢູ່​ຕະຫຼອດ​ເວລາ​​ໂດຍ​ບໍ່​ຢຸດ​ພັກ​ເລີ​ຍ ດ້ວຍ​ອຳນາດ​ຂອງ​ ອຸນຫະ​ເຕ​ໂຊ ທາດ​ໄຟ ຄື​ຄວາມ​ຮ້ອນ(ສີ​ຕະ​ເຕ​ໂຊ ຄວາມ​ເຢັນ ກໍ​ຄື ຮ້ອນ​ນ້ອຍ).

      ​ເຖິງ​ແມ່ນ​ວ່າ​ປະ​ຣະມາ​ນູນັ້ນ​ຈະ​ນ້ອຍ​ ບໍ່​ສາມາດ​ເຫັນ​ໄດ້ ​ແລະ​ສຳຜັດ​ບໍ່​ໄດ້​ກໍ​ຕາມ ​ແຕ່​ເມື່ອ​ມັນ​ມາ​ລວມກັນ​ເປັນ​ຮູບ​ຕ່າງໆ​ແລ້ວ ມັນ​ກໍ​ຈະ​ປະຈັກ​ຕໍ່​ສາຍຕາ​ຂອງ​ບຸກຄົນ​ໄດ້ ​ເມື່ອ​ເໝາະ​ສົມ​ກໍ​ສາມາດ​ຮັບ​ການ​ສຳຜັດ​ໄດ້ ມັນ​ຈິ່ງ​ກາຍ​ເປັນ​ຄົນ ສັດ ​ເປັນ​ຍິງ ​ເປັນຊາຍ ຫຼື ​ເປັນ​ບ້ານ ​ເປັນ​ເຮືອນ ​ເປັນ​ຕົ້ນ​ໄມ້​ໃບ​ຫຍ້າ ​ໄປ​ຕາມ​ສາມັນ​ສຳນຶກ​ຂອງ​ບຸກຄົນ​ທັງຫຼາຍ​ທີ່​ໄດ້​ສົມມຸດ​ຂື້ນ​ມາ ​ແລ້ວ​ບຸກຄົນ​ທັງຫຼາຍ​ເຫຼົ່າ​ນັ້ນ ຕ່າງ​ກໍ​ພາກັນ​ຫຼົງ​ໄຫຼ​​ໃນ​ຮູບ​ປະຣະມາ​ນູທີ່​ມີ​ຊ່ອງ​ໂວ່ຢູ່​ທົ່ວ​ໄປ ຫຼົງ​ຕິດ​ເພີດ​ເພີນ​ໄປ​ກັບປະຣະມາ​ນູທີ່​ຂາດ​ສະ​ຖຽນລະ​ພາບ ​ເປັນ​ທີ່​ເພິ່ງ​ພາ​ອາ​ໄສ​ບໍ່​ໄດ້ ​ເພາະວ່າ​ມັນ​ປ່ຽນ​ສະພາບ​ຢູ່​ເລື້ອຍ​ໄປ. ດັ່ງ​ນັ້ນ, ປະຣະມາ​ນູທັງຫຼາຍ ຍ່ອມ​ເປັນ​ອະນິດ​ຈັງ ທຸກຂັງ ອະນັດຕາ(ທຸກຂັງ ​ໝາ​ຍ​ເຖິງ​ທົນ​ຢູ່​ໃນ​ສະ​ພາບ​ເດີມ​ບໍ່​ໄດ້).

      ບໍ່​ແມ່ນ​ພຽງ​ແຕ່​ນັບ​ເອົາ​ວ່າ ຄົນ​ເກີດ ​ແກ່ ​​ເຈັບ ຕາຍ ​ເຊິ່ງຕ້ອງ​ໃຊ້​ເວລາ​ຍາວ​ນານ​ພຽງ​​ເທົ່າ​ນີ້ ຫາກ​ແຕ່​ວ່າ​ມັນ​ມີ​ການ​ປ່ຽນ​ແປງ ​ແລະ​ເປັນ​ໄປ​ທຸກ​ວິນາ​ທີ ຄື ອຸປະ​ຈະ​ຍະ ສັນຕະຕິ ຊະຣະຕະ ອະນິຈຈະ​ຕາ ຄື ​ເກີດ​ຂື້ນ ສືບຕໍ່ ສລາຍ​ຕົວ ​ແລະ​ປ່ຽນ​ສະພາບ​ໄປ​ບໍ່ຄື​ເກົ່າ ​ແລ້ວ​ກໍ​ເກີດ​ຂື້ນ​ທົດ​ແທນ​ໃໝ່​ເລື້ອຍ​ໄປ(ພາຍ​ໃນ 1 ວິນາທີ ມີ​ການ​ເກີດ​ຂື້ນ​ແລະ​ປ່ຽນ​ແປງ​ໄປ​ມາກ​ມາຍ).

Delicious Digg Fark Twitter