ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 18, 2010 | ມີ 3 ຄຳເຫັນ ແລະ 0 trackback(s)

ປະຖະວີ : ບາງຄັ້ງຂຽນວ່າ ປະຖະພີ (ຍ້ອນປ່ຽນ ວ ເປັນ ພ) ແປວ່າ ແຜ່ນດິນ, ພື້ນທີ່
ປະຖາວີ : ຄົນເດີນທາງ, ຄົນເດີນທາງໄກ ( ປະເຖ ຄັຈສະຕີຕິ ປະຖາວີ : ຜູ້ດຳເນີນໄປໃນຫົນທາງ, ປະຖະ ບົດໜ້າ ວີ ປັດໄຈ, ທີຄະ ອະ ເປັນ ອາ)
ປະທະວີ : ຖະໜົນ, ທາງເດີນ (ຕົວຢ່າງ: ປະທະຕິ ຄັຈສະຕິ ເອຕຖາຕິ ປະທະວີ, ປະທະ ທາດໃນຄວາມໝາຍວ່າໄປ, ເຖິງ, ເປັນໄປ, ອະວະ ປັດໄຈ ອີ. ອີຕຖີລິງຄ໌)

ໃນຄຳສັບສາມຄຳທີ່ນຳມາສະເໜີ ເຮົາຈະເຫັນໄດ້ວ່າ ລະຫວ່າງຕົວ ຖ ກັບ ທ ຖ້າຂຽນຜິດ ກໍຈະມີຄວາມໝາຍໄປແນວໃໝ່. ສ່ວນໃນວົງເລັບນັ້ນ ເປັນພຽງຄຳຕົວຢ່າງ ແລະຄຳອະທິບາຍທີ່ໄປທີ່ມາ ແລະອົງປະກອບຂອງຄຳສັບເທົ່ານັ້ນ.

 

  • ໃຈຢາກບຸແຜ່ນພື້ນ.................ພາຍພາກປະຖະພີ ເບິ່ງເດ!
    ຢາກຫຼີກໜີເມືອງມະນຸດ..........ສູ່ແດນບາດານໃຕ້
    ຄິດຢາກໄປເນົາຢັ້ງ.................ນຳນາຄາພະຍານາກ
    ກັບທັງທໍລະນີແມ່ເຈົ້າ.............ຜູ້ຊູຄ້ຳແຜ່ນດິນ.
  • ແຕ່ວ່າທາງດຸ່ງດັ້ນ.................ແປວປ່ອງປະທະວີ
    ບໍ່ຫ່ອນມີທາງໄຂ...................ໃຫ້ຄົນທຽວດັ້ນ
    ເກງວ່າຄົນພາຍກ້ຳ.................ໃນເມືອງມະນຸດໂລກ ເຮົານີ້
    ຈະໂລໂພໂລບລ້ຽວ.................ທຽວໄປຊິງຊ່ວງແຍ້ງ
                                           ຊັບສົມບັດພາກພື້ນ................
                                            ໃຫ້ກຸດຫ້ຽນບໍ່ຍັງ ພຸ້ນແລ້ວ.

                             (ລອງແຕ່ງກອນປະກອບຄຳສັບ)

Delicious Digg Fark Twitter