ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 20, 2010 | ມີ 4 ຄຳເຫັນ ແລະ 0 trackback(s)

ຄົນສ່ວນໃຫຍ່, ໄວໜຸ່ມໄວສາວ ສ່ວນໃຫຍ່ ບໍ່ສົນໃຈສຶກສາຮຽນຮູ້ໃນສາຂາວິຊາ ຫຼືຄວາມຮູ້ທີ່ເປັນສາຣະແກ່ນສານແກ່ຊີວິດ. ຖ້າເວົ້າເຖິງການອ່ານ ກໍມີນິໄສມັກອ່ານແຕ່ເລື່ອງບັນເທີງ,​ເລື່ອງຄວາມຮັກ ທີ່ພວກເຂົາເຈົ້າເຫັນວ່າ ເບົາສະໝອງ ບໍ່ຫຍຸ້ງຍາກສັບສົນ. ແຕ່ມີນ້ອຍ ທີ່ຈະອ່ານ ວັນນະຄະດີ, ປະຫວັດສາດ ສິ່ງທີ່ກ່ຽວຂ້ອງກັບວັດທະນະທັມຂອງຊາດຕົນ ຈິ່ງເຮັດໃຫ້ແນວຄິດຮັກຊາດ,​ຮັກວັດທະນະທັມ ແລະການເຂົ້າເຖິງແກ່ນແທ້ຂອງຊີວິດມີນ້ອຍ.

ເຮົາສາມາດສັງເກດເຫັນໄດ້ຈາກວາລະສານຕ່າງໆ ທີ່ກຳລັງເກີດຂື້ນໃນລາວ ສ່ວນໃຫຍ່ແມ່ນມີນ້ອຍສິ່ງທີ່ເປັນຂໍ້ມູນໃຫ້ຄວາມຮູ້ໃນວິຊາການທີ່ເລິກເຊິ່ງ  ສ່ວນໃຫຍ່ມີແຕ່ໂຄສະນາສິນຄ້າ, ໂຄສະນານາງແບບ... ອັນນີ້ເປັນສັນຍານເຕືອນໃຫ້ຮູ້ວ່າ ສັງຄົມລາວກຳລັງຢູ່ໃນຈຸດການປ່ຽນແປງ ໄປໃນລັກສະນະທັນສະໄໝເກີນໄປ ຈົນຫັນຫຼັງໃຫ້ການໃຫ້ຄຸນຄ່າທາງດ້ານວັດທະນະທັມນ້ອຍລົງ. ຄວາມຄິດທີ່ເປັນເສລີນິຍົມຂອງໄວໜຸ່ມຈິ່ງຫຼາຍຂື້ນ. ນີ້ເປັນສິ່ງທີ່ບົ່ງບອກໃຫ້ຮູ້ວ່າ ເຂົາກຳລັງຫັນຫຼັງໃຫ້ຄວາມໝາຍສຳຄັນຂອງຊີວິດ ເຊັ່ນເລື່ອງວັດທະນະທັມ, ເລື່ອງວັດວາສາສະໜາ ກາຍເປັນເລື່ອງລ້າສະໄໝສຳລັບເຂົາ.  ເພື່ອບໍ່ໃຫ້ຈິດໃຈຂອງໄວໜຸ່່ມຊາວໜຸ່ມປ່ຽນໄປຢ່າງສຸດຂ້ວາ ພວກເຂົາເຈົ້າຈະຕ້ອງໄດ້ມີການຫັນມາເບິ່ງຕົວເອງ, ເບິ່ງວັດທະນະທັມຂອງຕົນຕື່ມອີກ ຈິ່ງຈະເອີ້ນວ່າຄົນລາວ, ຮັກວັດທະນະທັມລາວຢ່າງແທ້ຈິງ.

Delicious Digg Fark Twitter