ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 22, 2010 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

 

ການປຽບທຽບລະຫວ່າງ​ການ​ເກີດ​ຂື້ນ​ຂອງ​ພຸດທະສາສະໜາ​ແລະ​ວິທະຍາສາດ
              

ໂດຍ: ຊ. ວົງໂສພາ

ການ​ເກີດ​ຂື້ນ​ຂອງ​ສາສະໜາ​ທົ່ວ​ໄປ:

ກ່ອນ​ຈະ​ເວົ້າ​ເຖິງ​ການ​ເກີດ​ຂື້ນ​ຂອງ​ພຸດທະ​ສາສະໜາ ຂໍ​ກ່າວ​ເຖິງ​ພື້ນຖານ​ການ​ເກີດ​ຂື້ນຂອງ​ສາສະໜາ​ທົ່ວ​ໄປສາກ່ອນ. ນັບ​ຕັ້ງ​ແຕ່​ຍຸກ​ກ່ອນ​ປະ​ຫວັດ​ສາດ​ແລະ​ຍຸກ​ຫີນ​ໃໝ່​ເປັນ​ຕົ້ນ​ມາ ​ສາສະໜາແມ່ນ​ມີ​ການ​ເກີດ​ຂື້ນຈາກ​ຄວາມ​ຢ້ານ​ກົວ​ຂອງ​ມະນຸດ​ຕໍ່ອຳນາດ​ຂອງ​ທຳ​ມະ​ຊາດ ຍ້ອນ​ພວກ​ເຂົາ​ສັງ​ເກດ​ເຫັນ​ວ່າ ປະກົດ​ການ​ຂອງ​ທຳ​ມະ​ຊາດ ອັນ​ມີ​ຟ້າ​ຮ້ອງ, ​ຟ້າ​ເຫຼື້ອມ, ​​ຟ້າຜ່າ, ພາຍຸ, ພູ​ເຂົາ​, ຕົ້ນ​ໄມ້ ອາດ​ມີ​ຈິດ​ວິນ​ຍານ ຫຼື​ສິ່ງ​ສັກສິດ​ສະຖິດ​ຢູ່ ​ແລ້ວ​ກໍ່​ໃຫ້​ເກີດ​ມີ​ການ​ເຊື່ອ​ຖື ມີ​ການ​ບວງສວງສິ່ງ​ສັກສິດ ​ເກີດ​ເປັນ​ປະ​ເພນີ​ແລ້ວ​ພັດທະນາ​ມາ​ເປັນສາສະໜາ​ຂອງ​ເຂົາ​ເຈົ້າ. ການ​ເຊື່ອ​ຖື​ແນວ​ນັ້ນ ​ເປັນ​ຜົນ​ດີ​ຕໍ່​ພວກ​ເຂົາ ​ເພື່ອ​ບັນ​ເທົາ​ຈິດ​ໃຈ​ອັນ​​ເກີດ​ຈາກ​ການ​ຢ້ານ​ກົວ​ຕໍ່​ໄພ​ທຳ​ມະ​ຊາດ ຫຼື​ສິ່ງ​ທີ່​ເໜືອ​ຄວາມ​ສາມາດ​ແລະ​ອຳນາດ​ຂອງ​ມະນຸດ ນອກ​ນີ້ ມັນ​ຍັງ​ເຮັດ​ໃຫ້​ຄົນຮູ້​ຈັກ​ເຄົາລົບ​ຕໍ່​ທຳ​ມະ​ຊາດ ​ແລະ​ເຄົາລົບ​ຕໍ່​ບັນພະບຸລຸດ​ຂອງ​ຕົນອີກ​ດ້ວຍ. ​ແຕ່​ສິ່ງ​ພາຍ​ໃນ​ສິ່ງ​ທີ່​ເປັນ​ຜົນ​ດີ ​ແລະ​ມີ​ເຫດຜົນ ຍັງມີ​ສິ່ງ​ທີ່​ເປັນຜົນ​ເສັຍ​ສຳລັບ​ການ​ເຊື່ອ​ຖື​ແບບ​ນີ້​ຢູ່ ​ເຊັ່ນ​ການ​ບວງສວງ ມີ​ການ​ຂ້າ​ສັດ ຂ້າ​ງົວ, ຂ້າ​ຄວາຍ, ຂ້າ​ໝູ ຫຼື​ແມ່ນ​ແຕ່​ຂ້າ​ຄົນ​ເພື່ອ​ບວງສວງ​ກໍ​ມີ​ໃນ​ບາ​ງສາສະໜາ ອັນ​ເປັນ​ເຫດ​ໃຫ້​ເກີດ​ການ​ພາກ​ຊີວິດ​ທີ່​ບໍ​ລິ​ສຸດ ​ໃຜ​ຜູ້​ໜຶ່ງ​ໄປ​ໂດຍ​ໄຮ້​ເຫດຜົນ ຖ້າ​ທຽບ​ກັບ​ພຸດທະ​ສາສະໜາ​ແມ່ນ​ເປັນ​ການ​ທຳ​ປານະ​ຕິ​ບາດ.

ສິ່ງ​ທີ່​ກ່າວ​ມາ​ຂ້າງ​ເທິງ​ນັ້ນ ​ແມ່ນ​ຄວາມ​ເປັນ​ມາ​ໂດຍ​ຫຍໍ້​ທີ່​ສຸດ​ຂອງ​ພື້ນຖານ​ສາສະໜາ​ທົ່ວ​ໄປ ​ໂດຍ​ສະ​ເພາະ​ແມ່ນ​ສາສະໜາ​ແບບ​ບູຮານ ຫຼື​ການ​ເຊື່ອ​ຖື​ຜີ​ເປັນ​ຕົ້ນ. ​ແຕ່​ຖ້າ​ເວົ້າ​ເຖິງ​ການ​ເກີດ​ຂື້ນ​ຂອງ​ພຣະພຸດທະ​ສາສະໜາ​ແລ້ວ ​ແມ່ນ​ມີ​ຄວາມ​ແຕກ​ຕ່າງ​ກັນຫຼາຍກັບ​ຄວາມ​ໝາຍ​ຂອງ​ສາສະໜາ​ທົ່ວ​ໄປ.

ການ​ເກີດ​ຂື້ນ​ຂອງ​ພຸດທະ​ສາສະໜາ:

ພຣະພຸດທະ​ສາສະໜາ​ໃນ​ຍຸກ​ພັດທະກັບປ໌(ຍຸກ​ທີ່​ໂລກ​ມີ​ຄວາມ​ຈະ​ເລີ​ນ) ​ເກີດ​ຂື້ນ​ເມື່ອ 2553 ປີ​ຜ່ານ​ມາ ​ເມື່ອ​ເຈົ້າ​ຊາຍ​ສິດ​ທັດ​ຖະແຫ່ງ​ສາກ​ກະ​ຍະ​ວົງ​ໄດ້​ອອກບວດ​ແລະ​ໄດ້​ຕັດສະຮູ້​ເປັນ​ພຣະສັມມາ​ສັມພຸດ​ທະ​ເຈົ້າພາຍ​ໃຕ້​ຕົ້ນ​ສີ​ມະຫາ​ໂພ ກາຍ​ເປັນ​ສາ​ສະ​ດາ​ຂອງ​ພຣະພຸດທະ​ສາສະໜາ​ແລ້ວ​ນຳ​ເອົາ​ທັມມະ​ຄຳ​ສັ່ງສອນ​ເຜີຍ​​ແຜ່​​ໃຫ້​ກ້ວາງ​ຂວາງ​ອອກ​​ໄປ​ແຕ່​ບັດ​ນັ້ນ​ເຖິງ​ຍຸກ​ປັດຈຸບັນ ກາຍ​ເປັນ​ສາ​ສະໜາ​ສຳຄັນ​ຂອງ​ໂລກ. ຖ້າ​ຈະ​ເວົ້າ​ຕາມ​ຫຼັກການ​ແລະ​ຄວາມ​ເປັນ​ຈິງ​ຂອງ​ພຸດທະ​ປະ​ເພນີ​ ​ແລະ​ເຊື້ອ​ສາຍ​ຂອງ​ພຸດ​ທະ​ວົງ​ແລ້ວ, ພຣະພຸດທະ​ສາສະໜາ​ມີ​ມາ​ກ່ອນ​ໜ້າ​ນີ້​ນັບ​ຢ້ອນ​​ໄປ​ບໍ່​ຖ້ວນທີ່​ມີ​ພຣະພຸດທະ​ເຈົ້າ​ອຸບັ​ດຂື້ນ​ໃນ​ໂລກ​ນີ້ ຫຼາຍກວ່າ​ເມັດ​ຊາຍ​ໃນ​ມະຫາ​ສະໝຸດ(​ເຖິງ​ແມ່ນ​ວ່າ​ໂລກ​ຫາ​ກໍ່​ວິວັດທະນາ​ການ​ມາ​ຫາ​ກໍ​ບໍ່​ທໍ່​ໃດ ​ແຕ່​ຕາມ​ຫຼັກ​ພຸດທະ​ສາສະໜາ ​ໂລກ​ໄດ້​ມີ​ການ​ແຕກ​ດັບ​ແລະ​ເກີດ​ຂື້ນ​ຫຼາຍ​ຄັ້ງ​ກ່ອນ​ຈະ​ມີ​ໂລກ​ປັດຈຸບັນ ອາດ​ຈະ​ໄດ້​ອ່ານ​ໄດ້​ບົດ​ຄວາມ​ຕໍ່​ໄປ). ​ແຕ່​ສຳລັບ​ໃນ​ຍຸກ​ພັດທະກັບ​ປ໌ນີ້ ພຣະພຸດທະ​ເຈົ້າ​ມີນາ​ມວ່າ ມະຫາ​ສະມະ​ໂຄ​ຄົມ. ສາ​ເຫດ​ຂອງ​ການ​ເກີດ​ຂື້ນ​ຂອງ​ພຣະພຸດທະ​ສາສະໜາ ​ແຕກ​ຕ່າງ​ຈາກ​ການ​ເກີດ​ຂື້ນ​ຂອງ​ສາສະໜາ​ພື້ນຖານ​ທົ່ວ​ໄປ​ຢູ່​ບ່ອນ​ວ່າ: ພຣະ​ໂພທິສັດ(ຜູ້​ທີ່​ຈະ​ເປັນ​ພຣະພຸດທະ​ເຈົ້າ​ໃນ​ອະນາຄົດ) ​ໄດ້​ເກີດ​ມີ​ຄວາມ​​ແໜງໜ່າຍ​ໃນ​ວັດຕະສົງສານ ​ເມື່ອ​ສັງ​ເກດ​ເຫັນ​ເທວະທູດ​ທັງ​ສີ່ ຄື : ຄົນ​ເຖົ້າ, ຄົນ​ເປັນ​ພະຍາດ​ໂຣຄາ, ຄົນ​ຕາຍ ​ແລະ​ນັກ​ບວດ. ​ເມື່ອ​ເປັນ​ແນວ​ນັ້ນ ກໍມີ​ຈິດ​ໃຈ​ປາດ​ຖະໜາ​ຢາກ​ຫຼຸດ​ພົ້ນ​ອອກ​ຈາກ​ທະ​ເລ​ທຸກ​ແຫ່ງ​ການ​ວຽນ​ວາຍ​ຕາມ​ເກີດ, ຢາກ​ເອົາ​ຊະນະ​ການ​ເກີດ​ແລະ​ການ​ຕາຍ, ຢາກ​ເອົາ​ຊະນະ​ກິ​ເລ​ສ ຫຼື​ເວົ້າ​ລວມ​ແລ້ວ ​ແມ່ນ​ເພື່ອ​ສະ​ແຫວ​ງຫາ​ເສັ້ນທາງ​ຂອງ​ຄວາມ​ດັບ​ທຸກ ນັ້ນ​ຄື ການ​ບໍ່​ເກີດ​ອີກ ​ແລະ​ຈຸດໝາຍ​ປາຍທາງ​ກໍ​ຄື​ການ​ເຂົ້າ​ເຖິງ​ນິບພານ ​ເຊິ່ງ​ເປັນ​ເປົ້າ​ໝາຍ​ສູງ​ສຸດຂອງ​ພຣະພຸດທະ​ສາສະໜາ ນັ້ນ​ຄື​ຈິດ​ໃຈ​​ໄດ້​ຕັດ​ສະ​ຮູ້​ເປັນ​ອໍຣະຫັນ​ຕະສັມມາ​ສັມພຸດ​ທະ​ເຈົ້າ ​ແລະອໍຣະຫັນ​ຕະສາວົກ. ​ອີກ​ທັດສະນະ​ໜຶ່ງວ່າ ​ການ​ເກີດ​ຂື້ນ​ຂອງ​ພຸດທະ​ສາສະໜາ​ນັ້ນ ຖ້າ​ໃນ​ທັດສະນະ​ຂອງ​ນັກ​ການ​ເມືອງ ກໍ​ຈະ​ມີ​ຄວາມ​ຄິດ​ໄປ​ອີກ​ວ່າ ພຣະພຸດທະ​ເຈົ້າ​ອຸບັດ​ຂື້ນ​ໃນ​ອິນ​ເດ​ຍຕອນ​ນັ້ນ ​ແມ່ນ​ເພື່ອ​ປະຕິວັດ​ສັງຄົມ​ຂອງ​ອິນ​ເດຍທີ່​ມີ​ພື້ນຖານ​ການ​ແບ່ງ​ແຍກ​ຊົນ​ຊັ້ນ​ວັນນນະ ​ເພື່ອ​ນຳ​ເອົາ​ຄວາມ​ສະ​ເໝີ​ພາບ​ມາສູ່​ສັງຄົມ​ມະນຸ​ດ.

ການ​ເກີດ​ຂື້ນ​ຂອງ​ວິທະຍາສາດ:

ການ​ກຳ​ເນີ​ດຂອງ​ວິທະຍາສາດ ມີ​ຄວາມ​ຄ້າຍຄື​ກັນ​ກັບ​ການ​ເກີດ​ຂື້ນ​ຂອງ​ສາສະໜາ​ຕ່າງໆ​ຢູ່​ບ່ອນ​ວ່າ ມັນ​ເກີດ​ຈາກ​ຈິດ​ໃຈ​ເປັນ​ພື້ນຖານ​ເບື້ອງ​ຕົ້ນ ຄື ຜູ້​ເປັນ​ນັກ​ຄົ້ນ​ຄ້ວາ​ທາງ​ວິທະຍາສາດ ມີ​ຄວາມ​ປາດ​ຖະໜາ​ຢາກ​ຮູ້​ຄວາມ​ມະ​ຫັນ​ສະ​ຈັນ​ຂອງ​ທຳ​ມະ​ຊາດ ​ແລະ​ຈັກກະວານ​ອັນ​ກ້ວາງ​ໃຫຍ່​ນີ້ ​ແລ້ວ​ຫາ​ວິທີ​ຄົ້ນ​ຄ້ວາ ​ເພື່ອ​ວ່າ​ຈະ​ສາມາດ​ພິຊິດ​ທຳ​ມະ​ຊາດ​ໃຫ້​ໄດ້ ຫວັງ​ຢາກ​ຄອບ​ຄອງ​ໂລກ​​ ​ໂດຍ​ໃຊ້​ສັດທາ​ແລະ​ຄວາມ​ຮູ້​ຄວາມ​ສາມາດ​ຂອງ​ຕົນ ຄົ້ນ​ຄ້ວາ​ພັດທະນາ ​ໂດຍ​ຜ່ານ​ການ​ສັງ​ເກດ​ການ, ຜ່ານ​ການ​ພິສູດ​ແລະ​ທົດ​ລອງ​ຕາມ​ຂະ​ບວນການ​ທາງ​ວິທະຍາສາດ ​ເມື່ອ​ໄດ້ຜົນ​ແລ້ວກໍ​ນຳ​ໃຊ້​ທຳ​ມະ​ຊາດ​ອັນ​ນັ້ນ​ເຂົ້າ​ໃນ​ການ​ພັດທະນາ​ທຳ​ມະ​ຊາດ​ເອງ​ໃຫ້​ກາຍ​ເປັນ​ສິ່ງ​ຕອບ​ສະໜອງ​ກັບ​ຄວາມ​ຕ້ອງການ​ຂອງ​ມະນຸດ ​ໂດຍ​ສະ​ເພາະ​ແມ່ນການ​ພັດທະນາ​ທາງ​ດ້ານ​ວັດຖຸ ຍ້ອນພວກ​ເຂົາ​ເຈົ້າ​ເຊື່ອ​ວ່າ ຄວາມສຸກ​ຂອງ​ມະນຸດ​ຢູ່​ທີ່​ການ​ມີ​ວັດຖຸ​ຊົມ​ໃຊ້​ຕາມ​ໃຈ​ປາດ​ຖະໜາ. ສະ​ນັ້ນ, ການ​ເກີດ​ຂື້ນ​ແລະ​ການ​ພັດທະນາ​ທາງ​ວິທະຍາສາດ ຈິ່ງ​​ເນັ້ນ​ໜັກ​ໄປ​ໃນ​ເລື່ອ​ງຄວາມ​ກ້າວໜ້າ​ທາງ​ດ້ານ​ວັດຖຸ​ຫຼາຍ​ກວ່າ​ທາງ​ດ້ານ​ຈິດ​ໃຈ ​ແຕ່​ມີ​ຈຸດ​ກຳ​ເນີ​ດຮ່ວມ​ກັບ​ກັບ​ພຸດທະ​ສາສະໜາ​ຢູ່​ບ່ອນ​ວ່າ ກ່ອນ​ວິທະຍາ​ສາດ​ຈະ​ກ້າວ​ໄປ​​​ໄກ​ໄດ້ ຈຸດ​ເລີ່​ມຕົ້ນ​ກໍ​ຢູ່​ທີ່​ການ​ຮັບ​ຮູ້ ການ​ສັງ​ເກດ​ການ​ຕ່າງໆ ​ໂດຍ​ໃຊ້​ອາຍະຕະທັງ​ຫ້າ ຫຼື​ຫົກ​ຢ່າງ ຄື ​ໃຊ້ ຕາ, ຫູ, ດັງ…​ເປັນ​ຕົ້ນ ຈິ່ງ​ສາມາດ​ພິສູດ​ທົດ​ລອງ​ທາງ​ວິທະຍາສາດ​ໃຫ້​ກ້າວໜ້າ​ໄດ້ ຈົນ​ສາ​ສາມາດ​ພັດທະນາ​ການ​ເຖິງ​ການ​ຄົ້ນ​ພົບ​ສິ່ງ​ທີ່​ນ້ອຍ​ທີ່​ສຸດ ​ໂດຍ​ທີ່​ຄວາມ​ສາມາດ​ທາງ​ອິນ​ຊີ​ຂອງ​ມະນຸດ​ບໍ່​ສາມາດ​ຢ່ັງ​ຮູ້​ໄດ້ ຈິ່ງ​ໄດ້​ມີ​ວັດຖຸ​ອຸປະກອນ​ທາງ​ວິທະຍາສາດ​ເຂົ້າ​ມາ​ຊ່ວຍ​ນັ້ນ​ຄື ການ​ມີ​ກ້ອງຈຸລະທັດ ​ແລະ​ອຸປະກອນ​ທີ່​ທັນ​ສະ​ໄໝ​ອື່ນໆ. ສ່ວນ​ພຣະພຸດທະ​ສາສະໜາ ມີ​ເປົ້າ​ໝາຍ​ພັດທະນາ​ໄປ​ໃນ​ເລື່ອງ​ຂອງ​ຮູບ ນາມ ອັນ​ເປັນ​ສະພາວະ​ທີ່​ໃຊ້​ການ​ສຳຜັດ​ຜ່ານ​ຂັ້ນ​ຕອນ​ຂອງ​ອາຍະ​ຕະພາຍ​ໃນ​ແລະ​ນອກ ຫຼື ອາຍະຕະນະ 12 ຕ່າງ​ຈາກ​ວິທະຍາສາດ​ ຢູ່​ບ່ອນ​ວ່າ​ເນັ້ນ​ໜັກ​ໄປ​ໃນ​ເລື່ອງ​ຂອງ​ຈິດ​ໃຈ ​ເຊິ່ງ​ໃນ​ນັ້ນ ​ເບື້ອງ​ຕົ້ນ​ກໍ​ເປັນ​ສິ່ງ​ທີ່​ປະສາດ​ສຳຜັດ​ສາມາດ​ຮັບ​ຮູ້​ໄດ້ ຈົນ​ພັດທະນາ​ຮັບ​ຮູ້​ໄປ​ສູ່​ສິ່ງ​ທີ່​ຕາ​ເນື້ອ​ຂອງ​ມະນຸດ​ທຳ​ມະ​ດາ​ບໍ່​ສາມາດ​ຮັບ​ຮູ້​ໄດ້. ນັ້ນ​ຄື ​ເວົ້າ​ເຖິງ​ການ​ເຂົ້າ​ເຖິງ​ສະພາວະ​ທັມ​ທີ່​ເປັນ​ຂັ້ນ​ສູງ​ຂື້ນ​ໄປ ຜ່ານ​ຂະ​ບວນການ​ພັດທະນາ​ທາງ​ດ້ານ​ຈິດ​ໃຈ ​ທີ່​ກ່ຽວຂ້ອງ​ກັບຊານ, ສະມາບັດ, ​ເວົ້າ​ເລື່ອງ​ພົບ, ​ເລື່ອງ​ຊາດ, ​ເລື່ອງ​ມິ​ຕິ​ລຶກລັບ​ສັບ​ຊ້ອນ​ຕ່າງໆ ລ້ວນ​ແຕ່​ແມ່ນ​ຜູ້​ທີ່​ມີ​ຈິດ​ໃຈ​ພັດທະນາ​ທີ່​ເປັນ​ວິທະຍາສາດ​ທາງ​ຈິດ​ໃຈ​ເທົ່າ​ນັ້ນ​ຈິ່ງ​ສາມາດ​ເຂົ້າ​ເຖິງ​ໄດ້ ​ເມື່ອ​ໃຈ​ພັດທະນາ​ໃຫ້​ເຖິງ​ຂັ້ນ​ແລ້ວ ກໍ​ສາມາດ​ເປັນ​ອຸປະກອນ​ສື່ສານ​ໃຫ້​ຮັບ​ໄດ້ ​ໂດຍ​ທີ່​ອຸປະກອນ​ທາງ​ວັດຖຸ​ຄື​ວິທະຍາສາດ​​ຍັງ​ບໍ່​ທັນ​ສາ​ມາດ​ພິສູດ​ໄດ້.

ສະ​ລຸບລວມ​ແລ້ວ ການ​ເກີດ​ຂື້ນ​ຂອງ​ພຸດທະ​ສາສະໜາ ​ແມ່ນ​ເກີດ​ຂື້ນ​ຈາກ​ ຄວາມ​ປາດ​ຖະໜາ​ທີ່​ຈະ​ເອົາ​ຊະນະ​ຄວາມທຸກ ຄື​ການ​ວຽນ​ວາຍ​ຕາຍ​ເກີດ​ໃນ​ວັດຕະສົງສານ ​ແຕ່​ໃນ​ຂະນະ​ດຽວ​ກັນ ວິ​ທະຍາ​ສາດ​ເກີດ​ຂື້ນ​ເພື່ອ​ມີ​ຄວາມ​ປາດ​ຖະໜາ​ເພື່ອ​ຫວັງ​ຢາກ​ພິຊິດ​ກັບ​ທຳ​ມະ​ຊາດ ​ແລະ​ພັດທະນາ​ທຳ​ມະ​ຊາດ​ມາ​ຮັບ​ໃຊ້​ສັງຄົມ​ມະນຸ​ດ ​ໂດຍ​ເນັ້ນ​ໜັກ​ສະ​ເພາະ​ທາງ​ດ້ານ​ວັດ​ຖຸຫຼາຍ​ກວ່າ​ທາງ​ດ້ານ​ຈິດ​ໃຈ​ໃນ​ທາງ​ພຣະພຸດທະ​ສາສະໜາ.

 

Delicious Digg Fark Twitter