ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 13, 2010 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

The Buddha

 

What the Buddha Taught

by Dr.Walpola Rahula


The Buddha




The Buddha, whose personal name was Siddhattha( Siddhārtha in Sanskrit), and family name Gotama(Sanskrit Gautama), lived in North India in the 6th century B.C. His father, Suddhodana, was the ruler of the kingdom of the Sākyas (in modern Nepal). His mother was queen Māyā. According to the custom of the time, he was married quite young, at the age of sixteen, to a beautiful and devoted young princess named Yasodaharā. The young prince lived in his palace with every luxury at his command. But all of a sudden, confronted with the reality of life and the suffering of mankind, he decided to find the solution - the way out of this universal suffering.

ພຣະພຸດທະເຈົ້າ, ຜູ່ທີ່ມີນາມແທ້ວ່າ ສິດທັດຖະ ແລະມີນາມໂຄດວ່າ ໂຄຕະມະ, ດຳລົງຊີວິດຢູ່ພາກເໜືອຂອງປະເທດອິນເດຍໃນສະຕະວັດທີ 6 ກ່ອນ ຄ.ສ. ພຣະບິດາຂອງພຣະອົງມີນາມວ່າ ສຸດໂທທະນະ ເປັນພຣະຣາຊາປົກຄອງແຄ້ວນສສາກະຍະ(ເນປາລ ປັດຈຸບັນ). ມານດາຂອງພຣະອົງມີນາມວ່າ ຣາຊິນີ ມາຍາ. ຕາມປະເພນີໃນຕອນນັ້ນ, ພຣະອົງໄດ້ແຕ່ງານແຕ່ຍັງເຍົາໄວ ພຽງແຕ່ຕອນອາຍຸ 16 ພັນສາ ກັບເຈົ້າຍິງທີ່ງາມແລະມີຄຸນສົມບັດມາລະຍາດດີຄົນໜຶ່ງຊື່ວ່າ ນາງຍະໂສທະຣາ. ເຈົ້າຊາຍຜູ່ໜຸ່ມນ້ອຍໄດ້ອາໄສຢູ່ໃນພະລາຊະວັງດ້ວຍຄວາມສຸກສຳລານຕາມໃຈປາດຖະໜາ. ແຕ່ຕໍ່ມາ ທຸກຢ່າງກໍໄດ້ປ່ຽນໄປໂດຍກະທັນຫັນ, ເມື່ອພຣະອົງໄດ້ປະເຊີນກັບຄວາມຈິງຂອງຊີວິດ ແລະຄວາມທຸກຂອງມວນມະນຸດຊາດ, ພຣະອົງຈິ່ງໄດ້ຕັດສິນໃຈອອກສະແຫວງຫາຄຳຕອບ-ຄືຫົນທາງອອກຈາກຄວາມທຸກທີ່ເປັນສາກົນນີ້.


At the age of 29, soon after the birth of his only child, Rāhula, he left his kingdom and became an ascetic in search of his solution. For six years the ascetic Gotama wandered about the valley of Ganges, meeting famous religious teachers, studying and following their systems and methods, and submitting himself to rigorous ascetic practices. They did not satisfy him. So he abandoned all traditional religions and their methods and went his own way.

ເມື່ອອາຍຸໄດ້ 29 ພັນສາ,ພຣະອົງໄດ້ເດີນທາງອອກຈາກຣາຊະວັງ ເພື່ອບວດເປັນແລ້ວສະແຫວງຫາສັດຈະທັມ ຫຼັງຈາກທີ່ກຸມມານຂອງພຣະອົງ ນາມວ່າ ຣາຫຸນ ໄດ້ຊົງປະສູດບໍ່ນານ. ນັບເປັນເວລາ 6 ພັນສາ ຂອງການສະແຫວງຫາໂມກຂະທັມຂອງນັກບວດໂຄຕະມະ ທີ່ໄດ້ເດີນທາງຜ່ານຮ່ອມພູ ຄົງຄານະທີ, ໄດ້ພົບກັບຄູຂອງລັດທິສາສະໜາຕ່າງໆ ເພື່ອສຶກສາແລະປະຕິບັດຕາມລະບົບແລະວິທີການປະຕິບັດຂອງພວກເຂົາ, ແລະຍອມມອບຕົນເອງເພື່ອປະຕິບັດສະມະນະທັມຢ່າງເຄັ່ງຄັດ. ແຕ່ພຣະອົງກໍຍັງບໍ່ທັນພໍພະໄທຕໍ່ການປະຕິບັດຂອງພວກເຂົາ. ຈິ່ງໄດ້ລະຖິ້ມປະເພນີດັ້ງເດີມແລະວິທີປະຕິບັດຂອງສາສະໜາຕ່າງໆເຫຼົ່ານັ້ນ ແລ້ວສະແຫວງຫາດ້ວຍຕົນເອງ.

It was thus that one evening, seated under a tree (since then known as the Bodhi- or Bo-tree, the "Tree of Wisdom"), on the bank of the river Neranjarā at Buddha-Gaya (near Gaya in modern Bihar), at the age of 35, Gotama attained enlightenment, after which he was known as the Buddha, 'The Enlightened One'.

ໃນຕອນແລງຂອງມື້ນີ້,ຫຼັງຈາກໄດ້ນັ່ງສະມາທິຢູ່ໃຕ້ຕົ້ນໄມ້(ເຊິ່ງນັບແຕ່ນັ້ນມາເປັນທີ່ຮັບຮູ້ກັນໃນນາມຂອງຕົ້ນໂພ ຫຼື ໂພທິ, "ຕົ້ນໄມ້ແຫ່ງປັນຍາ")ທີ່ແຄມຝັ່ງແມ່ນ້ຳເນຣັນຊະຣາ ທີ່ພຸດທະຄະຍາ(ໃກ້ກັບຄະຍາ ໃນລັດພິຫາຣ ປັດຈຸບັນ), ພຣະພຸດທະອົງໄດ້ຕັດສະຮູ້ ຕອນມີອາຍຸ 35 ພັນສາ, ຫຼັງຈາກນັ້ນ ກໍໄດ້ຖືກຂະໜານນາມວ່າ ພຣະພຸດທະເຈົ້າຜູ່ຕັດສະຮູ້.


After his Enlightenment, Gotama the Buddha delivered his first sermon to a group of five ascetics, his old colleagues, in the Deer Park at Isipatana (modern Sarnath) near Benares. From that day, for 45 years, he taught all classes of men and women -kings and peasants, Brahmins and outcasts, bankers and beggars, holy men and robbers - without making the slightest distinction between them. He recognized no differences of caste or social groupings, and the Way he preached was open to all men and women who were ready to understand and follow it. At the age of 80, the Buddha passed away at Kusinārā (in modern Uttar Pradesh in India).

ຫຼັງຈາກພຣະອົງໄດ້ຕັດສະຮູ້ແລ້ວ, ພຣະພຸດທະອົງ ກໍໄດ້ສະແດງປະຖົມມະເທສະໜາໂຜດປັນຈະວັກຄີທັງ 5 ເຊິ່ງເປັນຜູ່ຕິດຕາມພຣະພຸດທະອົງອອກບວດ ທີ່ສວນກວາງ ທີ່ກຸງ ອິສິປັດຕະນະ( ປັດຈຸບັນ ສາຣະນາດ)ໃກ້ກັບພາລານະສີ. ນັບແຕ່ມື້ນັ້ນເປັນຕົ້ນມາ, ເປັນເວລາ 45 ປີ ພຣະພຸດທະອົງໄດ້ເທສະໜາສັ່ງສອນປະຊາຊົນຍິງຊາຍທຸກຊັ້ນຄົນ- ເຊັ່ນ ພະລາຊາ ແລະຊາວນາ, ພຣາມ ແລະຊົນຊັ້ນຈັນດານ, ນາຍທະນາຄານ ແລະຄົນຂໍທານ, ຜູ່ຊົງສິນແລະຜູ່ຮ້າຍຊາຍໂຈນ- ໂດຍປາສະຈາກກາຍແບ່ງແຍກພວກເຂົາເຫຼົ່ານັ້ນ. ພຣະອົງບໍ່ໄດ້ເຫັນຄວາມແຕກຕ່າງກັນລະຫວ່າງຊົນຊັ້ນວັນນະແລະກຸ່ມຄົນໃນສັງຄົມ, ວິທີທີ່ພຣະພຸດທະອົງສອນແມ່ນເປີດກ້ວາງເພື່ອທຸກຄົນ ທັງຊາຍແລະຍິງ ຜູ່ທີ່ພ້ອມຈະຍອມຮັບຟັງແລະປະຕິບັດຕາມ. ເມື່ອອາຍຸໄດ້ 80 ພັນສາ ພຣະພຸດທະອົງກໍສະເດັດດັບຂັນທະປະຣິນິບພານ ທີ່ ກຸສິນາຣາ( ປັດຈຸບັນ ເປັນອຸຕຕະຣະປຣະເທສໃນອິນເດຍ).

Today Buddhism is found in Ceylon, Burma, Thailand, Cambodia, Laos, Vietnam, Tibet, China, Japan, Mongolia, Korea, Laos, Formosa, in some parts of India, Pakistan and Nepal, and also in Soviet Union. The Buddhist population of the world is over 500 million.

ມາຮອດປັດຈຸບັນນີ້ ພຣະພຸດທະສາສະໜາໄດ້ພົບເຫັນໃນປະເທດສີລັງກາ, ພະມ້າ, ໄທ, ກຳປູເຈບ, ລາວ,​ຫວຽດນາມ, ຕີເບທ, ຈີນ, ຍີ່ປຸ່ນ, ມົງໂກເລຍ, ເກົາຫຼີ, ລາວ, ຟໍມໍຊາ ໃນບາງພາກຂອງອິນເດຍ, ປາກິສຖານ ແລະ ເນປາລ, ແລະສະຫະພາບໂຊຫວຽດກໍເຊັ່ນກັນ. ມີປະຊາກອນທັງໝົດຂອງພຸດທະສາສະນິກະຊົນທັງໝົດ 500 ລ້ານຄົນທົ່ວໂລກ.
_________________________________________________________________________

ຄຳສັບທ້າຍບົດ :

1. The Buddha :ພຣະພຸດທະເຈົ້າ (ສ່ວນໃຫຍ່ມ່ວນເຮັດເປັນໂຕໃຫຍ່ສະເໝີບໍ່ວ່າຈະຢູ່ພາກສ່ວນໃດຂອງປະໂຫຍກ)
2. devoted : ທຸ່ມເທສຸດໃຈ, ຢ່າງອຸທິດ
3. at his command : (ເປັນສຳນວນ) ຕາມທີ່ລາວຕ້ອງການ, ຕາມທີ່ລາວປາຖະໜາ
4. all of a sudden :(adv) ທັນທີທັນໃດ
5. confronted : (v) ປະເຊີນໜ້າກັບ
6. universal suffering : ຄວາມທຸກທີ່ເປັນສາກົນ, ຄວາມທຸກທີ່ທຸກຄົນກໍເປັນຢູ່.
7. wander(ed) (v) : ເດີນທາງໄປເລື້ອຍຢ່າງໄຮ້ຈຸດໝາຍ, ອອກທຸດົງ
8. submitting : ຍອມຮັບ, ຍອມຕາມ
9. rigorous (adj) : ເຂັ້ມງວດ
10. deliver (v) : ມອບໃຫ້, ມອບໃຫ້(ມີຫລາຍຄວາມໝາຍ) deliver a speech ສະແດງປາຖະກະຖາ
11. ascetic : ນັກພົດ, ນັກບວດ, ຜູ່ບຳເພັນພົດ.
12. abandoned : ປ່ອຍປະລະໄລ, ປະຖິ້ມ, ຈາກໄປ.
13. traditional (adj): ແບບປະເພນີ, ຕາມປະເພນີ, ຕາມຄວາມຊິນເຄີຍ
14. attain(ed) (v)ໄດ້ບັນລຸ, attain (v) ບັນລຸ
15. king (n): ພະຍາຣາຊາ
16. peasants(n) ຊາວໄຮ່ນາ
17. Brahmin(s) (n): ພວກພຣາມ
18. outcast(s): ຄົນນອກຊົນຊັ້ນ, ຄົນຈັນທານ
19. difference (n) ຄວາມແຕກຕ່າງ
20. social grouping(s): ກຸ່ມຄົນໃນສັງຄົມ
21. recognize (v) ຈື່ຈຳ, ຍອມຮັບ
22. preach (v) ເທດ, ເທສະໜາ
23. distinction(n): ຄວາມແຕກຕ່າງ
24. pass away (v) ຕາຍ
25. bankers : ນາຍຄັງເງິນ, ນາຍທະນາຄານ,ເສດຖີ
26. beggars : ຄົນຂໍທານ
27. holy men : ນັກບວດ
28. robbers : ຜູ່ຮ້າຍຊາຍໂຈນ, ພວກຂີ້ລັກປຸ້ນຈີ້
29. Buddhist population : ປະຊາກອນຊາວພຸດ
30. according to : ອີງຕາມ
31. Enlightenment (n) : ການຕັດສະຮູ້
32. sermon (n)ການເທສະໜາ
33.prince (n)ເຈົ້າຊາຍ
34. princess (n)ເຈົ້າຍິງ
35. The Enlightened One ພຣະອໍຣະຫັນ (ມັກຂຽນເປັນໂຕໃຫຍ່)


(ຂໍອະໄພທີ່ຄຳສັບໃນນີ້ບໍ່ໄດ້ຈັດລຽງຕາມໝວດອັກສອນ)

__________________________________________________________________________

ໃຜແປມ່ວນແປຊ່ອຍແດ່ເດີ .

ຈາກ : http://dharmatrans.blogspot.com/

Delicious Digg Fark Twitter