ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 2, 2011 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

Picture@Bailane.com

ພຣະພຸດທະສາສະໜາ ເປັນສາສະໜາອະເທວະນິຍົມ atheism ຄື ບໍ່ໄດ້ເນັ້ນໜັກໄປໃນເລື່ອງພຣະເຈົ້າສ້າງໂລກ ບໍ່ເຊື່ອໃນເລື່ອງເທບພຣະເຈົ້າຜູ້ສ້າງ ແຕ່ເຊື່ອວ່າ ໂລກມີການວິວັດທະນາການໃນຕົວມັນເອງ ຄື ມີການເກີດຂື້ນ ວິວັດທະນາການ ແລະແຕກດັບໄປໃນທີ່ສຸດ ແລະກໍມີການແຕກດັບໄປຫລາຍເທື່ອແລ້ວ. ນອກຈາກນີ້ ພຣະພຸດທະສາສະໜາ ຍັງກ່າວເຖິງຈັກກະວານທີ່ກ້ວາງໃຫຍ່ນີ້ ບໍ່ໄດ້ມີແຕ່ອາທິດ ແລະດວງຈັນດວງດຽວເທົ່ານັ້ນ ຍັງມີຫລາຍກວ່ານັ້ນ.

ເຖິງແນວໃດກໍຕາມ ຄວາມຄິດເລື່ອງໂລກ ແລະຈັກກະວານນີ້ ຍັງເປັນເລື່ອງອະຈິນໄຕ(ສິ່ງທີ່ມະນຸດທຳມະດາ ບໍ່ອາດຄິດເອົາເອງໄດ້) ນອກຈາກພຣະພຸດທະອົງເທົ່ານັ້ນ ທີ່ຊົງມີສັບພັນຍຸຕຍານ the Omniscent One ສາມາດຢັ່ງຮູ້ສັບພະສິ່ງໃນຈັກກະວານ.

ພຣະພຸດທະອົງໄດ້ຊົງຕັດເຖິງລາຍລະອຽດກ່ຽວກັບທຳມະຊາດການເກີດດັບຂອງຈັກກະວານໄວ້ ໃນຄຳພີພຣະໄຕປິດົກ ອັຕຖະກະຖາ ທີຄະນິກາຍ ປາຕິວັຄ ວ່າມີຢູ່ 4 ໄລຍະ ເມື່ອຄົບ 4 ໄລຍະ ກໍຈະຄິດເປັນ ວັຕຕະ(ຮອບ) ເປັນການວຽນຮອບຢ່າງບໍ່ມີຈຸດເລີ່ມຕົ້ນແລະສິ້ນສຸດ ຄືວຽນຢູ່ແບບນີ້ເລື້ອຍໆໄປ ແຕ່ລະຮອບຈະໃຊ້ເວລາເທົ່າກັບ ໜຶ່ງອະສົງໄຂກັປ. 4 ຮອບມີດັ່ງນີ້ຄື:

1. ສັງວັຕຕະອະສົງໄຂກັປ : ໃນກັປນີ້ ເປັນຊ່ວງເວລາທີ່ໂລກກຳລັງຖືກທຳລາຍດ້ວຍທຳມະຊາດ ຄື : ນ້ຳ, ລົມ ແລະໄຟ.
2. ສັງວັຕຕະຖາຍີອະສົງໄຂກັປ: ເປັນຊ່ວງເວລາທີ່ໂລກຖືກທຳລາຍລ້າງແລ້ວ.
3. ວິວັຕຕະອະສົງໄຂກັປ: ເປັນຊ່ວງເວລາທີ່ໂລກເລີ່ມພັດທະນາຄືນໃໝ່
4. ວິວັຕຕະຖາຍີອະສົງໄຂກັປ : ເປັນຊ່ວງທີ່ໂລກໄດ້ພັດທະນາຈະເລີນແລ້ວ

ທັມທີ່ເປັນເຫດໃຫ້ໂລກພິນາດ

ໂລກທີ່ເຮົາອາໃສຢູ່ນີ້ ຍ່ອມມີການເກີດຂື້ນແລະມີການພິນາດໄປໃນທີ່ສຸດ ດ້ວຍເຫດທັມ 3 ປະການນີ້ຄື:

1. ໂລພະເຫດ:
ສະໄໝໃດກໍຕາມ ຫາກມະນຸດທັງຫລາຍ ມີສັນດານໜາແໜ້ນໄປດ້ວຍ ໂລພະ ສະໄໝນັ້ນ ໂລກຍ່ອມຈະເຖິງຄາວພິນາດໄປດ້ວຍໄຟ(ບັນໄລກັປ) ຍ້ອນວ່າ ໂລພະນັ້ນ ມີລັກສະນະຮ້ອນແຮງດັ່ງໄຟ.
2. ໂທສະເຫດ :
ສະໄໝໃດ ມະນຸດທັງຫຼາຍ ມີສັນດານທີ່ຄອບງຳດ້ວຍ ໂທສະ ສະໄໝນັ້ນ ໂລກຍ່ອມເຖິງຄາວພິນາດດ້ວຍນ້ຳ (ບັນໄລກັປ) ຍ້ອນວ່າ ໂທສະຍ່ອມ ກັດແຫ້ນຈິດໃຈ ເໝືອນນ້ຳກົດ ເຫດນັ້ນ ໂທສະ ຈິ່ງຮ້າຍແຮງເໝືອນນ້ຳກົດ.
3. ໂມຫະເຫດ:
ສະໄໝໃດ ມະນຸດທັງຫລາຍ ມີສັນດານມືດມົນປົນເຈືອດ້ວຍ ໂມຫະ, ສະໄໝນັ້ນ ໂລກຍ່ອມເຖິງຄາວພິນາດດ້ວຍລົມ( ບັນໄລກັປ) ຍ້ອນວ່າ ໂມຫະ ແຜ່ຄອບງຳຈິດໃຈຂອງມະນຸດທັງປວງ ໃຫ້ຫລົງໄຫລຢູ່ໃນວັຕຕະທຸກຂ໌ ດ້ວຍເຫດນີ້ ຄວາມແຜ່ຂະຫຍາຍຂອງໂມຫະ ຈິ່ງມີລັກສະນະຄ້າຍຄືລົມ ຈິ່ງປຽບເໝືອນລົມນ້ຳກົດ.


ເຮົາມາພິຈາລະນາເບິ່ງວ່າ ຍ້ອນຄວາມໂລບ ມະນຸດຈິ່ງເຮັດທຸກຢ່າງເພື່ອໄດ້ມາເປັນຂອງຕົນ ເຊັ່ນການສົງຄາມ, ການສໍ້ໂກງ, ການຕັດໄມ້ເຖື່ອນ.... ເຫດທັງສາມຢ່າງນີ້ ເປັນເຫດແຫ່ງຄວາມພິນາດຂອງໂລກໂດຍທ່ຽງແທ້.

ອີງຕາມຄຳພີ ພຣະໄຕປິດົກ ອັຕຖະກະຖາ ຂຸດທະກະນິກາຍ ປະຕິສັມພິທາວັກ ໄດ້ກ່າວເຖິງການກຳເນີດຂອງໂລກໄວ້ວ່າ "ເມື່ອໂລກະທາດພິນາດ ຈົນອາກາດເນື່ອງເປັນອັນໜຶ່ງອັນດຽວກັນແລ້ວ ກໍຈະມີມະຫາເມກຕັ້ງຂື້ນມາ ແລ້ວຝົນກໍຕົກລົງມາທົ່ວບໍລິເວນທີ່ຖືກໄຟທຳລາຍ ໃນຕອນແຮກ ຢາດຝົນປະມານທໍ່ກັນກັບເມັດນ້ຳຄ້າງ ແລະຝົນກໍຈະຕົກຢູ່ແນວນັ້ນເປັນເວລາດົນນານ ແລ້ວເມັດຝົນຈະຄ່ອຍໆໃຫຍ່ຂື້ນເທົ່າເມັດງາ, ເມັດເຂົ້າໂພດ, ຖົ່ວ, ກ້ານດອກບົວ, ສາກຕຳເຂົ້າ, ເສົາ ຈົນກະທັ້ງເທົ່າກັບລຳຕານ ເຕັມທົ່ວແສນໂກດຈັກກະວານ ທີ່ໄຟໄໝ້ຈົນເຖິງທຸຕິຍະພູມ ແລະຈະເກີດລົມພັດຂື້ນມາເບື້ອງລຸ່ມ ຮອງຮັບນ້ຳຝົນໄວ້ ບໍ່ໃຫ້ຕົກຮົ່ວໄປໃນເບື້ອງຕ່ຳ ດັ່ງນ້ຳ ທີ່ຄ້າງຢູ່ເທິງໃບບົວ ເມື່ອນັ້ນ ອຳນາດຂອງລົມທີ່ພັດໝູນຢູ່ເບື້ອງລຸ່ມຈິ່ງພັດທັ່ງຂື້ນມາ ເຮັດໃຫ້ນ້ຳເກີດການໄຫວຕິງແລ້ວເຫີຍຮວດລົງ ແລະຕົກຕະກອນເກາະກຸ່ມລວມຕົວກັນຢູ່ເບື້ອງລຸ່ມ

ເມື່ອນ້ຳຖອກລົງມາໂດຍລຳດັບ ພຣົມມະໂລກ ກໍເກີດຕັ້ງຂື້ນມາ ຕໍ່ຈາກນັ້ນ ເທວະໂລກທັງ 4 ຄື ປະຣະນິມມິຕວະສະວັຕຕີ, ນິມມານະຣະດີ, ດຸສິຕ ແລະ ຍາມາ ກໍໄດ້ຕັ້ງຂື້ນ ຍັງເຫຼືອແຕ່ດາວະດຶງ ກັບຈາຕຸມະຫາຣາຊິກາ ຍັງບໍ່ໄດ້ຕັ້ງຂື້ນ ເພາະຢູ່ພູມທັງ 2 ນີ້ ຕັ້ງຢູ່ທີ່ເຂົາສິເນຣຸ ແລະເຂົາຊິເນຣຸທີ່ກ່ຽວເນື່ອງຕິດຕໍ່ກັນກັບແຜ່ນດິນ ເມື່ອເຂົາສິເນຣຸ ຍັງບໍ່ເກີດ ແຜ່ນດິນກໍ່ເກີດຂື້ນບໍ່ໄດ້

ເມື່ອນ້ຳຮວດລົງຈົນເຖິງທີ່ເກີດແຫ່ງແຜ່ນດິນແລ້ວ ເກີດລົມພັດຢ່າງແຮງກ້າ ໂດຍຮອບ ຫອບຫຸ້ມເອົານ້ຳໄວ້ ບໍ່ໃຫ້ໄຫລໄປໃສ ຕໍ່ມານ້ຳຮວດລົງຈົນເກີດເປັນຕະກອນ ບກັນການເປັນພື້ນຜິວ ແຜ່ນດິນ ລອຍຟອງຢູ່ເໜືອນໍ້າ ດັ່ງດອກບົວ ອອກດອກຢູ່ເໜືອນ້ຳ ແຜ່ນດິນມີສີເຫຼືອງດັ່ງດອກກັນນິການ ສົ່ງກິ່ນຫອມ ມີກິ່ນຫວານ ເອີ້ນວ່າ ຣົສດິນ ຫຼືຣົສງ້ວນດິນ ເອີ້ນວ່າ ລົດຊາດແຜ່ນດິນ"


(ຍັງມີຕໍ່ເລື້ອຍໆ)

Delicious Digg Fark Twitter