ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 4, 2011 | ມີ 10 ຄຳເຫັນ ແລະ 0 trackback(s)

 

ບໍ່ຄວນເຊື່ອຂ່າວລື ທີ່ບໍ່ສົມເຫດສົມຜົນ

                                                   ໂດຍ: ອະພິນ​​ໂຍ

ໃນຊຸມປີຜ່ານມາ ຈົນຮອດປັດຈຸບັນ ປະກົດວ່າໄດ້ພົບເຫັນ ການພິມເຜີຍແຜ່ເອກະສານກ່ຽວກັບ​​ເລື່ອງ​​ພຣະແກ້ວມໍລະກົດໂດຍມີຫົວຂໍ້ວ່າ ດ້ວຍເຫດໃດພຣະແກ້ວມໍລະກົດຈິ່ງໄປຢູ່ໄທ” ​ເນື້ອໃນຂຽນເຖິງສາເຫດກ່ອນທີ່ໄທຈະນຳເອົາໄປໄດ້ ທຳອິດບອກວ່າຍົກແນວໃດກໍບໍ່ຂື້ນ ພວກເຂົາເຈົ້າຈິ່ງໄດ້ນຳເອົາໝໍໂຫນ 5 ຄົນມາເປັນພະຍານໃນການສາບານວ່າ ຕອນນັ້ນປະເທດລາວຍັງບໍ່ທັນສະຫງົບຈະເອົາໄປໄວ້ໄທກ່ອນ ຖ້າວ່າເມື່ອ​​ໃດປະເທດລາວມີຄວາມສະຫງົບໝັ້ນຄົງດີແລ້ວ ຈິ່ງຈະເອົາມາສົ່ງ ຖ້າບໍ່ເອົາມາສົ່ງຕາມສາບານເອົາໄວ້ ຂໍໃຫ້ບ້ານ​​ເມືອງໄທເກີດໄພພິບັດ​ 5 ປະການແຕ່ຈະບໍ່ນຳເອົາມາກ່າວໃນທີ່ນີ້.


ເລື່ອງດັ່ງກ່າວເປັນເລື່ອງທີ່ບໍ່ສົມເຫດສົມຜົນເນື່ອງຈາກວ່າ ໃນສະໄໝທີ່ບ້ານເມືອງຂອງເຮົາເສຍໄຊຈາກການຮຸກຮານຂອງສະຫຍາມນັ້ນແນ່ນອນວ່າ ຊັບສົມບັດຂອງຊາດເຮົາທີ່ເຂົາເອົາໄປໄດ້ໂດຍສະເພາະແມ່ນພຣະພຸດທະຮູບ, ຄຳພີດີກາ​, ວັດຖຸບູຮານທີ່ເກົ່າແກ່ໃນນັ້ນລວມມີພຣະ​​ແກ້ວມໍລະກົດ ​​ແມ່ນພວກເຂົາຈະຕ້ອງໄດ້ຂົນເອົາໄປ ຖ້າຈະເວົ້າຕາມກົດເກນຂອງສົງຄາມ ມັນກໍເປັນເລື່ອງປົກກະຕິຂອງຜູ້ຊະນະ​​ທີ່ຈະປະຕິບັດແນວນັ້ນ ຈະວ່າລັກ ຫຼືວ່າປຸ້ນສະດົມເອົາກໍຫາກແມ່ນ ຫຼືຈະເວົ້າວ່າ ມັນເປັນກົດເກນຂອງສົງຄາມກໍຫາກຄື. ​ແຕ່ສຳລັບເລື່ອງພຣະແກ້ວ ວ່າເອົາໄປບໍ່ໄດ້ແລ້ວຫາໝໍໂຫນລາວເຮົາມາ​​ເປັນພະຍານໃນການສາບານນີ້  ອາດຈະບໍ່ແມ່ນຄວາມຈິງແລະບໍ່ມີເຫດຜົນເພາະວ່າບໍ່ມີປະກົດຊັເຈນ​​ໃນປະຫວັດສາດລາວອາດເປັນເລື່ອງທີ່ສ້າງຂື້ນມາໃໝ່​​ໂດຍຄົນລາວເຮົາເອງ ຫຼືຝ່າຍກົງກັນຂ້າມ ​​ໂດຍໃຫ້​​ແທດເໝາະກັບສະຖາ ນະການໃນປັດຈຸບັນ ເຊິ່ງກຳລັງເກີດຂື້ນໃນປະເທດໄທ​ ​ເພື່ອໃຫ້ສົມຈິງກັບເຫດການແລະເວົ້າບໍ່ໄດ້ ບາງ ທີຜູ້ເຮັດ​​ໃບປິວນີ້ ອາດມີຈຸດປະສົງເພື່ອເປັນອຸບາຍຢາກໃຫ້ໄດ້ພຣະແກ້ວຄືນມາ ຫຼືຖ້າເປັນຝ່າຍໜຶ່ງເປັນຜູ້ເຮັດ ກໍເພື່ອຫວັງຫາວິທີທາງເອົາພຣະແກ້ວມາສົ່ງເຊິ່ງອາດແມ່ນຂອງປອມກໍໄດ້ ​​ໂດຍບໍ່ຄິດຄຳນຶງວ່າ ຈະ​​ເປັນຜົນກະທົບຕໍ່ສາຍພົວພັນທັງສອງປະເທດ. ແລະອີກຢ່າງໜຶ່ງ ສິ່ງທີ່ຄວນຄິດພິຈາລະນາກໍຄື ຕາມທໍາມະດາຂອງພຣະພຸດທະຮູບ ທີ່ເປັນຕົວແທນຂອງພຣະພຸດທະເຈົ້າ ຜູ້ທີ່ມີຄວາມເມດຕາກະລຸນາອັນຍິ່ງໃຫຍ່ ຈະມາບັນດານໃຫ້ມະນຸດເປັນໄປຕາມຄໍາສາບນັ້ນ ຄົງຈະເປັນໄປບໍ່ໄດ້.

ຖ້າເຮົາລອງມາພິຈາລະນາຕາມຄວາມເປັນຈິງແລ້ວ ພຣະແກ້ວມໍລະກົດ ທີ່ຈິງແລ້ວ ຖ້າຈະເວົ້າໃຫ້ເປັນກາງແມ່ນເປັນສົມບັດຂອງ​​ໂລກທາງພຣະພຸດທະສາສະໜາ​ ​​ເພາະວ່າ ​​ເຄີຍໄດ້ຖືກປະດິດສະຖານໄວ້ຢູ່ຫລາຍປະເທດເຊັ່ນ ຂະເໝນ, ​ໄທ, ສີລັງກາມາກ່ອນ ກ່ອນຈະມາຢູ່ປະເທດລາວແລະຫລ້າສຸດຢູ່ປະເທດໄທ. ການເວົ້າ​​ແນວນີ້ ກໍບໍ່ໝາຍຄວາມວ່າ ເປັນການເຂົ້າຂ້າງຝ່າຍໃດຝ່າຍໜຶ່ງ ແຕ່ເພື່ອໃຫ້ພາກັນພິຈາລະນາ.

ນອກຈາກນີ້ ຍັງມີຂ່າວລືທີ່ຄ້າຍໆຄືກັນອີກ ທີ່ເວົ້າເຖິງໄພອັນຕະລາຍທີ່ຈະເກີດຂື້ນແກ່ມວນມະນຸດແລະໄດ້ແນະນຳໃຫ້ມະນຸດຕັ້ງຢູ່ໃນສິນຫ້າເພື່ອວ່າຈະປອດໄພຈາກໄພພິບັດນັ້ນ ອັນນີ້ແມ່ນເປັນເລື່ອງດີເຮັດໃຫ້ຄົນຕັ້ງໝັ້ນຢູ່ໃນການສ້າງຄວາມດີແຕ່ໃນນີ້ ກໍຍັງມີເລື່ອງທີ່ບໍ່ສົມເຫດສົມຜົນຢູ່ນຳ ນັ້ນກໍຄືການໂຄສະນາຊວນເຊື່ອທີ່ບອກວ່າ ຖ້າຜູ້ໃດພິມແຈກຕໍ່ໆກັນໄປ ໃນຈໍານວນຕໍ່ນັ້ນທໍ່ນີ້ ຈະໂຊກດີ ຮັ່ງມີຖືກເລກ ​​ໃນເວລາຊົ່ວຂ້າມຄືນ. ອັນນີ້ ກໍບໍ່ສົມເຫດສົມຜົນເພາະວ່າເປັນສິ່ງທີ່ບໍ່ຖືກຕ້ອງຕາມຫຼັກທາງພຸດທະສາສະໜາ ຍ້ອນວ່າ ຕາມຫຼັກການແທ້ຈິງນັ້ນ ຄົນເຮົາຈະຮັ່ງມີ ຢູ່ດີມີສຸກໄດ້ນັ້ນ ບໍ່ແມ່ນໄດ້ມາຈາກໂຊກຊະຕາ ຫຼື ການລໍຄອຍ ຈາກວາດສະໜາບັນດານ ແຕ່ຍ້ອນເກີດຈາກຄວາມດຸໝັ່ນຂະຫຍັນ, ຂະຫຍັນຫາ, ຮັກສາສິ່ງ ທີ່ໄດ້ມາແລ້ວໃຫ້ດີ ແລະຄົບຫາເພື່ອນມິດທີ່ດີ ຈິ່ງຈະມີຄວາມຈະເລີນກ້າວໜ້າ. ຖ້າຈະໂຊກດີ ຮັ່ງມີ ຍ້ອນແຈກໃບປິວ ແບບນີ້ ສົມມຸດວ່າ ທຸກຄົນມາພາກັນເຮັດແນວນີ້ໝົດ ຄົນທີ່ຈະມີເງິນຫຼາຍຂື້ນ ເຫັນຈະໄດ້ ແກ່ ຮ້ານສຳເນົາເອກະສານຫຼາຍກວ່າ.

ນອກຈາກນີ້ ຍັງມີການໂຄສະນາໃຫ້ພິມແຈກປຶ້ມສູດມົນໄຫວ້ພຣະ ເຊັ່ນການໂຄສະນາຄວາມສັກສິດ ຂອງ ພຣະຄາຖາຊິນນະບັນຊອນ ແລະ ພຣະຄາຖາ ຍອດພຣະກັນໄຕປິດົກ ເບິ່ງແລ້ວຄົນມັກນິຍົມພິມຫຼາຍແທ້ ມັກເຫັນແຈກໃນງານບຸນສົມໂພດພຣະ ແລະເອົາໄປແຈກວັດຕ່າງໆ. ອັນນີ້ ກໍເປັນເລື່ອງທີ່ດີ ເຮັດໃຫ້ຄົນເຮົາໝັ່ນໄຫວ້ພຣະສູດມົນເພື່ອພັດທະນາຄຸນນະພາບຂອງຈິດໃຈໃຫ້ເປັນບຸນເປັນກຸສົນ. ແຕ່ມີສິ່ງໜຶ່ງທີ່ຄວນ ສັງເກດຢູ່ໃນປຶ້ມນັ້ນກໍຄື ຄຳໄຫວ້ພຣະ ເຈົ້າ ຣ 5 ເຊິ່ງເພິ່ນມັກພິມເປັນຕົວ ຮ ເລີຍບໍ່ຮູ້ວ່າ ຮ 5 ແມ່ນໃຜ ຫຼືອາດຈະຜູ້ຮູ້ແມ່ນແຕ່ວ່າ ຣ 5 ແມ່ນໃຜ. ທີ່ຈິງແລ້ວ ນັ້ນຄື ເຈົ້າຊີວິດຂອງໄທ ໃນລັດຊະການທີ 5 ເຊິ່ງຄົນລາວ ເຮົາ ກໍພາກັນຂາບໄຫວ້ຕາມປຶ້ມນັ້ນ ແທນທີ່ພວກເຮົາຈະພິມບົດໄຫວ້ເຈົ້າຟ້າງຸ່ມ, ເຈົ້າໄຊເຊດຖາ ແລະເຈົ້າອະນຸວົງໃສ່ແທນ ບໍ່ດີ ກວ່າບໍ?

ສະນັ້ນ ເລື່ອງທີ່ເປັນຂ່າວລືຫຼືການໂຄສະນາຊວນເຊື່ອໃນການພິມແຈກປຶ້ມກໍດີ ໃບປິວກໍດີ ສົມຄວນທີ່ນັກວິຊາການ ອຳນາດການປົກຄອງທີ່ກ່ຽວຂ້ອງ ຕະຫຼອດ ຮອດພໍ່ແມ່ປະຊາຊົນຊາວພຸດເຮົາ ຄວນມີການພິຈາ ລະນາຄືນໃໝ່ ໂດຍການໃຊ້ຫຼັກວິຈາລະນາຍານ ແລະເອົາຫຼັກການຕັດສິນຄວາມເຊື່ອຖືແບບ ວິທະຍາສາດ ຂອງພຣະພຸດທະສາສະໜາ ໂດຍໃຊ້ຫຼັກກາລາມະສູດ 10 ປະການເປັນຫຼັກໝັ້ນ ກ່ອນທີ່ຈະເຊື່ອຫຍັງ ລົງໄປ ເຊັ່ນ ເພິ່ນບອກວ່າ ບໍ່ຄວນປົງໃຈເຊື່ອໃນຂ່າວລື ຖ້າຈະເຊື່ອກໍໃຫ້ ພິຈາລະນາດ້ວຍປັນຍາແລະເຫດ ຜົນ, ບໍ່ຄວນເຊື່ອຄຳພີ, ບໍ່ຄວນເຊື່ອແມ່ນແຕ່ວ່າບຸກຄົນທີ່ບອກເຮົາ ຫຼືນຳຂ່າວມານັ້ນ ເປັນຄົນທີ່ເຮົາໄວ້ໃຈຫຼືເປັນອາຈານທີ່ເຮົານັບຖືເປັນຕົ້ນ. ນີ້ກໍສົມຄວນນຳເອົາມາພິຈາລະນາ ເພື່ອເປັນຫຼັກຄົ້ນຄ້ວາຕາມເຫດຜົນອັນສົມຄວນເໝາະສົມ ເພື່ອວ່າເຮົາຈະ ບໍ່ເປັນທາດຂອງການໂຄສະນາຊວນເຊື່ອ ໃນ ຍຸກສັງຄົມບໍລິໂພກຂໍ້ມູນ ຂ່າວສານຍຸກປັດຈຸບັນນີ້ ແລ້ວຄົນລາວເຮົາກໍຈະບໍ່ຖືກຕົວະຕົ້ມງ່າຍໆອີກຕໍ່ໄປ ແລະຄວນເອົາໃຈໃສ່ຊ່ວຍກັນ ບໍ່ຄວນໃຫ້ມີການພິມແຈກຊະຊາຍອີກ ຖ້າຈະພິມບາງອັນກໍໃຫ້ຕັດອອກ ແລະມີຜູ້ກວດແກ້ໃຫ້ດີຈິ່ງພິມ.

Delicious Digg Fark Twitter