ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 4, 2011 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ພວກເຮົາມັກໄດ້ຍິນເລື້ອຍໆ ເວລາເຂົ້າໄປວັດ ຄູບາເພິ່ນມັກເວົ້າທັມມະທັມໂມ ໂດຍສະເພາະເວົ້າເລື່ອງສິນ ບ່ອນທີ່ວ່າ ຢາກມີສິນໃຫ້ຂ້າພໍ່ຕີແມ່ . ຄຳເວົ້ານີ້ ມັນຂັດຫູເອົາແທ້ເອົາວ່າ ເຮັດໃຫ້ຜູ້ຟັງງົງປານໄກ່ຕາແຕກ ແລະມີຄຳຖາມຂື້ນໃນໃຈວ່າ ເປັນຫຍັງຄືວ່າ ແນວນັ້ນ ກະດຽວວ່າ ບໍ່ໃຫ້ຂ້າສັດຕັດຊີວິດ ຢ້ານບາບ ອັນນີ້ ຄືວ່າ ໃຫ້ຂ້າຮອດພໍ່ ຕີຮອດແມ່ພຸ້ນ ຈັ່ງຊິມີສິນ.

ທີ່ຈິງແລ້ວ ຄຳວ່າ ພໍ່ ແມ່ ໃນທີ່ນີ້ ໝາຍເຖິງ ຄວາມໂລບ, ຄວາມໂກດ ແລະຄວາມຫລົງ ສາມຢ່າງນີ້ ປຽບເໝືອນພໍ່ແມ່ເຮົາ ເພາະວ່າມັນມີມານຳເຮົາຕັ້ງແຕ່ມື້ເຮົາເກີດພຸ້ນ. ຍ້ອນຄວາມໂລບຢາກໄດ້ ຂອງຜູ້ອື່ນມາເປັນຂອງໂຕ ຈິ່ງເຮັດໃຫ້ຄົນໄປຂີລັກມັກສົກ; ຍ້ອນຄວາມໂກດ ຫຼືໃຈຮ້າຍ ຈິ່ງເຮັດໃຫ້ຄົນກ້າຕີ ກ້າທຳລາຍຮ່າງກາຍ ຫຼືຊີວິດຂອງຄົນອື່ນ; ຍ້ອນໂມຫະ ຄືຄວາມຫຼົງ ເຊັ່ນຫຼົງລືມບຸນຄຸນພໍ່ແມ່ ແລະຜູ້ມີອຸປະກາລະຄຸນທັງຫລາຍ, ຫຼົງເຮັດຜິດວ່າເປັນຖືກ ໂດຍບໍ່ຮູ້ຈຳແນກວ່າອັນໃດຖືກຕ້ອງ ບໍ່ຖືກຕ້ອງ ຈຳແນກແຍກແຍະດີຊົ່ວບໍ່ໄດ້ ຈິ່ງເຮັດໃຫ້ຄົນຜິດສິນ.

ສະນັ້ນ, ຄຳເວົ້າທີ່ວ່າ ຢາກມີສິນໃຫ້ຂ້າພໍ່ຕີແມ່ ນີ້ ຈິ່ງໝາຍເຖິງການຂ້າ ຄວາມໂລບ, ຄວາມໂກດ ແລະຄວາມຫຼົງ ຈິ່ງຈະເຮັດໃຫ້ເຮົາເປັນຄົນທີ່ມີສິນໄດ້ ແລ້ວກໍຈະເປັນຄົນດີ ເປັນຜົນດີຕໍ່ຄົນຢູ່ອ້ອມຂ້າງ ແລະສັງຄົມທີ່ເຮົາຢູ່ອາໄສກໍຈະໄດ້ຮັບອານິສົງໄປນຳ.

Delicious Digg Fark Twitter