ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 10, 2008 | ມີ 4 ຄຳເຫັນ ແລະ 0 trackback(s)
ຖ້ຳປິວ ແມ່ນຖ້ຳສຳລັບລົບໄພຂອງປະຊາຊົນ ຈຳນວນ 4 ບ້ານທີ່ຢູ່ອ້ອມແອ້ມຖ້ຳ ຫລື ຈະເວົ້າອີກຢ່າງໜື່ງທາງໃນຂອງຖ້ຳຈະເປັນທັງເຮືອນຢູ່ ແລະ ໂຮງໝໍ. ແລະຫລັງຈາກການໂຈມຕີຂອງພວກຈັກກະພັດລ່າເມືອງຂື້ນເຮັດໃຫ້ມີຄົນລົ້ມເຈັບ.ສະນັ້ນ ສະຖານທີ່ຖ້ຳປິວຈິ່ງເປັນສະຖານທີ່ໜື່ງທີ່ຮັກສາພະຍາບານໃຫ້ປະຊາຊົນ,ທະຫານ...., ໃນປີ 1968 ພວກຈັກກະພັດຮຸກຮານ ເຊິ່ງພວກເຂົາຄິດວ່າສະຖານທີ່ແຫ່ງນີ້ເປັນບ່ອນລີ້ຊ່ອນຂອງບັນດາທ່ານຜູ້ນຳເຮົາ.ແຕ່ອັນທີ່ຈິງແລ້ວຖ້ຳແຫ່ງນີ້ມັນເປັນພຽງບ່ອນວາງແຜນການສູ້ຮົບຂອງບັນດາຜູ້ນຳເຮົາ ແລະ ນຳເອົາຄຳສັ່ງແນະນຳຕ່າງຈາກສູນກາງມາໃຫ້ ແລະ ຫລັງຈາກນັ້ນກໍ່ກັບຄືນໄປເຂດທີ່ໝັ້ນຊຳເໜືອ.ສະນັ້ນ ພວກເຂົາຈິ່ງໄດ້ຍິງລູກສອນໄຟຈຳນວນຫລາຍລູກໃສ່ ແຕ່ມີລູກໜືງທີ່ຍິງເຂົ້າຂ້າງໃນຂອງຖ້ຳ ເຮັດໃຫ້ປະຊາຊົນທີ່ຢູ່ໃນຖ້ຳເສຍຊີວິດທັງໝົດ ຈຳນວນ 374 ຄົນ.ຊື່ງໃນການຕາຍຜູ້ໃດເຮັດຫຍັງໃນເວລານັ້ນກໍ່ຈະຕາຍໃນທ່ານັ້ນເຊັ່ນວ່າ:ຜູ້ກຳລັງເອົານົມໃຫ້ລູກກິນກໍ່ຈະຕາຍໃນທ່ານນັ້ັນ. ເອົາສຳນີ້ກ່ອນ ແລ້ວຈະກັບມາຂຽນອີກ
Delicious Digg Fark Twitter
ອ່ານຄືນຫຼັງ
ໝວດໝູ່