ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 25, 2011 | ມີ 15 ຄຳເຫັນ ແລະ 0 trackback(s)

ວັນອາທິດນີ້ພໍ່ກັບລູກຊາຍໄວສິບຂວບຊ່ອຍກັນສ້ອມແປງຂັ້ນໃດໃຫ້ແມ່ເຈົ້າເຮືອນຢ່າງເອົາຈິງເອົາຈັງ.

ລູກຊາຍກຽມເຄື່ອງໄມ້ເຄື່ອງມືມາແລ້ວແຕ່ຜູ້ເປັນພໍ່ພົບວ່າບໍ່ມີຄ້ອນຕີຕາປູຊຶ່ງຈຳເປັນສຳລັບວຽກງານນີ້:

- ກິຄຳລູກໄປຂໍຢືມຄ້ອນຕີຕາປູນຳອາວສີຂ້າງເຮືອນເຮົາມາຈັກບຶດດຸ!

ກິຄຳແລ່ນລິບໄປຕາມຄຳສັ່ງຂອງພໍ່ຄາວດຽວກໍ່ກັບມາມືເປົ່າລາຍງານພໍ່ດ້ວຍສຽງບໍ່ພໍໃຈວ່າ:

- ອາວສີລາວວ່າບໍ່ໃຫ້ຢືມດອກລາວຢ້ານຂອງລາວເພ

- ເຮີ້..ຈັ່ງແມ່ນມັນຊາດຂໍ້ຖີ່ເວີ້ຍໝໍນີ້ ບ້ານໃກ້ເຮືອນຄຽງກັນຂໍຢືມຄ້ອນທໍ່ນີ້ກາບໍ່ໄດ້, ຊັ້ນ ກະໄປເອົາຂອງເຮົາຢູ່ໃນຕູ້ມາໃຊ້ໄປລູກ!

                                                                                       ( ຄັດຈາກປື້ມ ຍຸ້ມເປີ້ຍ)

Delicious Digg Fark Twitter