ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 6, 2011 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

  ຄຳ​ເວົ້າ​ທີ່​ວ່າຄູ່​ພະ​ເອກກັບນາງ​ເອກ ຫມາຍເຖິງ​ແມ່­ຍິງກັບຜູ້​ຊາຍ​ທີ່​ມີ​ຖາ­ນະ​ສະ­ເຫມີ​ກັນ​ທັງ​ຫນ້າ​ຕາຮູບ​ຮ່າງ​ ງາມ ເຊິ່ງ​ເປັນ​ສິ່ງ​ທີ່​ເຫມາະ​ສົມ​ກັນຈິ່ງ​ເປັນ​ຄູ່ຄອງ​ທີ່​ເຫມາະ​ສົມ, ແຕ່​ໃນ​ຄວາມ​ ເປັນ​ຈິງ​ແລ້ວ ຊີ­ວິດ​ຮັກ​ຂອງ​ບາງ​ຄົນ​ອາດ​ບໍ່​ໄດ້​ສົມ​ຫວັງ​ຄື​ໃນ​ລະ­ຄອນ. 

ໂດຍ​ຜົນ​ການ​ສຶກ​ສາ​ທີ່​ຕີ​ພິມ​ໃນ​ວາ­ລະ­ສານ Family Psychology ເຜີຍ​ວ່າ: ຄູ່​ສາ­ມີ​ພັນ​ລະ​ຍາ​ທີ່​ຝ່າຍ​ຍິງ​ມີ­ຫນ້າ​ຕາ​ງົດ​ງາມ​ກວ່າຈະ​ເບິ່ງ​ໂລກ​ໃນ​ ທາງ​ບວກ ແລະ ສະ­ຫນັບ­ສະ­ຫນູນ​ກັນ​ຫລາຍ​ກວ່າ​ຄູ່​ແຕ່ງ­ດອງ​ທີ່​ມີ­ຫນ້າຕາ​ງາມ​ໃກ້​ຄຽງ​ກັນ ເຊິ່ງ​ເຫດ­ຜົນ​ເປັນ​ເພາະ​ຜູ້​ຊາຍ​ໃຫ້ຄຸນ­ຄ່າ​ກັບ​ຄວາມ​ງາມ​ຫລາຍໃນ​ຂະ­ນະ​ທີ່ ​ແມ່­ຍິງ​ສົນ­ໃຈການ​ມີ​ສາ­ມີ​ທີ່​ດີ​ຢູ່​ຄຽງ​ຂ້າງ​ເປັນ​ສາ­ເຫດ​ໃຫ້​ແມ່ນ​ ຍິງງາມ​ຢູ່​ກັບ​ຜູ້​ຊາຍ​ຫນ້າ​ຕາ​ທຳ​ມະ​ດາ​ໄດ້​ຢ່າງ​ຫມັ້ນ­ຄົງ.

   ເຖິງ​ຄວາມ​ງາມ​ຈະ​ຂຶ້ນ​ຢູ່​ກັບ​ຄົນ​ເບິ່ງ ແຕ່​ຮູບ​ຫນ້າ­ທີ່ສົມ​ມາດ­ຕະ­ຖານ​ຄືຕາ​ໃຫຍ່, ໃບຫນ້າ​ນ້ອຍ ແລະ ສັດ­ສ່ວນ​ລະຫວ່າງ​ແອວ​ກັບ​ສະ​ໂພກ​ເຫລົ່ານັ້ນ​ເປັນ​ລັກ­ສະ­ນະ​ທີ່​ຄົນ​ ມັກຍ້ອງ­ຍໍ​ວ່າ​ງາມ​ສຳ­ລັບ​ແມ່­ຍິງ​ແລ້ວ​ສິ່ງ​ນັ້ນ​ຖື​ວ່າ ເປັນ​ສິ່ງ​ທີ່​ມີ­ຄ່າ​ທາງ​ດ້ານ​ຈິດ­ໃຈ.

Delicious Digg Fark Twitter