ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 12, 2013 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

ຮັກຕ່າງຍຸກສະໄໝ

ແຕ່ກ່ອນເຮົາ­ໜຸ່ມແໜ້ນ ຮັກ­ຮໍ່­ສາມັກ­ຄີ
ສ້າງ­ຄວາມ­ດີປະ­ສານໃຈ ຮ່ວມໂຮມແຮງສ້າງ
ສ້ອມແປງ­ທາງ­ທຽວດັ້ນ ໂຮມ­ກັນ­ປູກປ່າ
ສາມັກ­ຄີກ່ຽວເຂົ້າ ຢູ່ເຮືອນຢ້າວເຮັດ­ສວນ

ມັນ­ກໍ່ແສນມ່ວນແມ້ງ ສົດ­ຊື່ນໃນ­ອຸລາ
ຄໍ່າແລງ­ມາ­ຟ້ອນ­ລໍາວົງ ສົ່ງ­ສາວຄືນບ້ານ
ເຖິງເຮືອນ­ຊານ­ຫົນຫ້ອງ ເຄຫາ­ພໍ່ແມ່
ບໍ່ໄດ້ເຫັນແກ່ໄດ້ ຫວັງຊ້ອນກ່ອນ­ດອງ

ບໍ່ໃຫ້­ມີໝອງເສົ້າ ສິ້ນເສື່ອມ­ສັກ­ສີ
ສາມັກ­ຄີປອງ­ດອງ ຮັກແພງ­ກັນແທ້
ເບິ່ງແມ­ມາດຽວນີ້ ສະ­ຕີສາວນ້ອຍ­ໜຸ່ມ
ຈັບ­ກຸ່ມ­ກັບບ່າວນ້ອຍ ຊຸມເຫຼົ້າດື່ມເບຍ

ເຮັດໃຫ້ເສຍ­ຊື່­ຊັ້ນ ຊາວໜຸ່ມ­ຂອງ­ພັກ
ວັນຮ່ວມໂຮມແຮງ­ຮັກ ກໍ່­ບໍ່­ຄືຄາວກີ້
ດຽວນີ້ເຂົາໂຮມເຂົ້າ ບາ­ຣ໌­ເບຍແມ້ງມ່ວນ
ແລ້ວຊວນ­ກັນເຂົ້າ­ຫ້ອງ ສະ­ຫຼອງ­ມື້­ຮັກແຮມ ຄັກ­ບໍ?

 

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 29, 2010 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

ພາບສາຍຕາສົ່ງສ້າງ                   ແສນແນບນຽນອົກ
ບໍ່ອາດປົກສະເໜຫາ                   ແຫ່ງຕົວຂອງເຂົາໄດ້
ເຮັດໃຫ້ໃຈຂອງນາງເຕັ້ນ            ລຳເພັນໃນຢ່າງດູດດື່ມ
ພາບນັ້ນຊຶມຊັບເຂົ້າ                    ເນົາໄວ້ທີ່ໃຈ

ພວກໝູ່ທີ່ຢູ່ໃກ້                           ກໍ່ຊຶມຊາບໄປໝົດ
ຕົກຕະລຶງໃນສາຍຕາ                  ແຫ່ງພວກເຂົາທັງສອງນັ້ນ
ທິດາພອນ ກະສັນໂອ້                  ໃນສາຍຕາຜະຫວາທຽບ
ສາຍຕານຽນນຽບນ້ອມ                ຖະໜອມດ້ວຍສິ່ງຫວັງ

ເພາະແວວຕາດັ່ງກ່າວນັ້ນ           ຜິດແປກທຳມະດາ
ໃນແວວຕາແຝງຮັກ                   ບໍ່ຈືດຈາງວາງເວັ້ນ
ຄວາມຫວານໃນລະເພັນສ້າງ      ສຳພັນໃຈຈົດຈໍ່
ເຮັດໃຫ້ນາງອ່ອນງໍ້                     ພານພໍ້ເວດທະນາ

" ມາເຂົ້າມານັ່ງລ້ອມ                   ດອມໝູ່ຈັກນິດ
ຊ່ວຍປະດິດວາຈາ                      ຮ່ວມກັນໃຫ້ມັນແມ້ງ
ມາຮັກແພງກັນໄວ້                      ຍາມໄປມາພໍໄດ້ແວ່ "
ບົວສະບາ ກ່າວແກ້                     ຄວາມເຂີນເກີ້ແຫ່ງພວກເຂົາ

ທິດາພອນ ບໍ່ກ່າວເວົ້າ                 ພຽງແນມເບິ່ງ ບົວສະບາ
ແລ້ວແນມຫາຍິງສາວ                 ພວກເພື່ອນນາງຄຽງໃກ້
ໃບໜ້ານາງແດງດ້ວຍ                 ອາລົມໃຈທີ່ເອົ້າອຸ່ນ
ຄວາມເຂີນອາຍກໍ່ວຸ້ນ                  ຄວບຄຸມໄວ້ບໍ່ອາດທຳ ໄດ້ແລ້ວ

ສາວອ້ວນ ຍິ່ງກ່າວຊ້ຳ                 ເຕີມຕື່ມນາງເຂີນ
" ນີ້ເປັນຄວາມບັງເອີນ                ຫຼືຈາກໃຈກັນແທ້
ໝູ່ເບິ່ງແມສີໜ້າ                                     ທິດາພອນ ງາມບໍ່
ຍິນດີນະທີ່ພົບພໍ້              ຊາຍກ້າມພໍ່ສ່ຽວເຮົາ "

ອ້ວນ ລໍຟັງຄຳເວົ້າ                      ທີ່ຈະກ່າວຫວນກັບ
ທິດາພອນ ຍອມຮັບ                    ວ່ານາງເຂີນເກີ້
ແຕ່ເມື່ອຍາມນາງເຊີ້                   ເຜີໃຈໃຫ້ກຽດແນ່
ໝູ່ຄູ່ກັນທ່ຽງແທ້                         ຍັງແນເນັ້ນນ່ຽນກັນ ນໍອ້ວນນໍ

ສາຍຕານາງປະຊັນສ້າງ ແສງສົ່ງຊອນເສີມ
ນາງຕື່ມເຕີມຄຳຕຳນິ                   ບອກຜ່ານທາງສາຍຕາໄວ້
ນາງຕ້ອງການຫວັງໃຫ້               ໄມຕີແມ້ງມ່ວນ
ຈຶ່ງສັນຍານໃຫ້ອ້ວນ                   ຈາເວົ້າເລື່ອງອື່ນໄປ

ສາວອ້ວນ ຫວັງຊິໄດ້                  ເຍີ້ຍຕໍ່ເຕີມສຽງ
ອາດລຳອຽງເກີນໄປ                    ເມື່ອໝູ່ຕົນຂໍຮ້ອງ
ສາວທັງສອງແນມໜ້າ                ສົບຕາແລ້ວຍິ້ມຕໍ່ ກັນແລ້ວ
ທັງໝົດກໍ່ເບິ່ງໜ້າ                       ແລ້ວຫົວຍິ້ມໃຫ້ແກ່ກັນ

" ອັນວ່າຕົວເຈົ້ານັ້ນ                    ມີຊື່ສັນໃດ
ຂ້ອຍເຕັມໃຈຈະຟັງ                    ຮັບຈອງຈຳໄວ້ "
ທິດາພອນ ໄຂຊີ້                         ເຊີນຊວນເວົ້າຕໍ່
ຊາຍຜູ້ຫາກໍ່ເຂົ້າ                         ມາເຕົ້າຮ່ວມວົງ

" ຂ້ອຍນີ້ຄົງຄ່ານ້ອຍ                   ຮຽນກໍ່ອ່ອນອາຍໃຈ
ຈະຮູ້ໄປເຮັດຫຍັງລະ                  ປະໂຫຍດຮຽມມີໜ້ອຍ
ໝົດໃນຕົວຂອງຂ້ອຍ                  ບໍ່ມີຫຍັງປະເສີດຄ່າ
ເຫັນວ່າເຈົ້າສະຫຼາດຮູ້                ດູແລ້ວບໍ່ໜ້າຖາມ "

ທິດາພອນ ບໍ່ຫ້າມກັ້ນ                 ອົດຢູ່ໃຫ້ໃຈນັກ
ຕ້ອງຮູ້ຈັກຄົນຄຸຍໂຕ                   ຊິເງື່ອມງຳຮອດໃສແທ້
ນາງຈຶ່ງແນຄຳເວົ້າ                      ເກົາຫົວໃຈໃຫ້ຮ້ອນຮຸ່ມ
ໃຫ້ມັນສຸມສິ່ງໃໝ້                       ໃນຕອນນັ້ນຊິຮູ້ເອງ

" ຂ້ອຍອາດຈະເກັ່ງໃຊ້                ໃນເລື່ອງການຮຽນ
ເລື່ອງຂີດຂຽນຄຳນວນ                ໝູ່ມວນວິຊານັ້ນ
ຊິທ່ວງທັນໄປຮູ້                          ນາມຕົວແຕ້ມແຕ່ງ ເຈົ້າບໍ
ເຈົ້າບໍ່ໜ້າກັ່ນແກ້ງ                      ຄວາມຫວັງຂ້ອຍເສື່ອມສະຫຼາຍ

ເຈົ້າເປັນຊາຍທີ່ພ້ອມ                  ພຽງເພື່ອຄວາມຫວັງ
ຄົງຮູ້ຍັງຈິດໃຈ                           ແຫ່ງຄົນຄອຍຈ້ອງ
ຄົນຫວັງປອງເສີມສ້າງ                ພູມປັນຍາໃຫ້ພົ້ນໂງ່
ຍ້ອນບໍ່ຮູ້ຈິ່ງອ່າວໂອ້                   ຕາມຕ້ອນຕື່ມຖາມ

ຄົນຮູບງາມດັ່ງເຈົ້າ                     ໃຈຊື່ມີສັດຈະ
ນ້ຳໃຈດີເໝືອນພະ                      ທ່ອງທຳນຳນ້ອມ
ຄຸນສົມບັດກໍ່ມີພ້ອມ                     ຖະໜອມແພງພວກໝູ່
ມື້ນີ້ເອງຂ້ອຍຈິ່ງຮູ້                       ວ່າຕົວເຈົ້າຂີ້ອົ່ງຄຸຍ "

ແມ້ງເມື່ອລົງລຸຍນ້ຳ                     ກໍ່ຕ້ອງຜ່ານວັງຫຼວງ
ແມ້ງເມື່ອລົງລອຍຕົມ                  ກໍ່ຕ້ອງລອຍໃຫ້ມັນມົ້ມ
ຄັນຊັ້ນຄົງຈົມປິ້ງ                        ຕາໄປປະໂຫຍດເປົ່າ
ຕົວເຂົາຈຶ່ງຕອບແກ້                    ພໍເປັນຂໍ້ຕໍ່ກອນ

" ຄົນງາມສວຍເຈົ້າຢ່າຮ້ອນ         ຟັງຂ້ອຍກ່ອນໃຈເຢັນໆ
ອາລົມເປັນຫຍັງນໍ                      ຈຶ່ງໜ້າງໍບານບຶ້ງ
ສົ່ງສາຍຕາຫວານຊຶ້ງ                  ຕຶງໃຈມາໃຫ້ແນ່
ຂ້ອຍພໍໃຈທ່ຽງແທ້                      ໃນຮອຍຍິ້ມເຈົ້າມອບມາ

ມື້ນີ້ຟ້າໃກ້ຄໍ່າແລ້ວ                      ອາທິດມໍ່ຈວນດັບ
ສຸລິຍາອາພັບ                             ຊິລັບລົງປາຍໄມ້
ເຈົ້າຄວນທຳຕົນໃຫ້                    ໃຈສົດໃສຊ້ອຍຊື່ນ ແດ່ແມ
ຢ່າໃຫ້ຄືນຄໍ່າເສົ້າ                       ເໝືອນເຈົ້າສົ່ງໃຈ ເທາະນາ "

ຊາຍຜູ້ນີ້ຊ່າງໄຮ້                         ຢາງແຫ່ງຄວາມອາຍ ຈິງໜໍ
ກ້າທ້າທາຍວາຈາ                       ຈີບຕົວກາງແຈ້ງ
ສົ່ງສາຍຕາມາແກ້ງ                     ແທງໃຈໃຫ້ຫຼົງທ່າ
ທຳມາດເປັນໜ້າດ້ານ                 ແຖມຊ້ຳຕື່ມດຳ

ຢ່າຫວັງໄດ້ຊົດນ້ຳ                      ກິນຕ່ອນທັນຕາ ເຖີດໜາ
ຮູ້ວ່າເຮົາເປັນໃຜ                        ຫາກຊິໜາວໃນເນື້ອ
ຄິດວ່າເປັນປະທຸມເຊື້ອ                ມາລາແລ້ງຄ່າ ຊັ້ນບໍ
ຈຶ່ງທຳທ່າເໝືອນດັ່ງເຜີ້ງ             ບິນຊົມໄດ້ດັ່ງໃຈ

ທິດາພອນ ບໍ່ຢາກໃຊ້                  ຄຳຕໍ່ເຕີມເຂົາ
ນາງເວົ້າພຽງເບົາໆ                     ເພື່ອເລີກລາຫາບ້ານ
" ມື້ໜ້າເຮົາມາຕ້ານ                    ດອມກັນຄັ້ງໃໝ່
ມື້ນີ້ ຕາເວັນໃກ້ຄໍ່າຄ້ອຍ               ສົມຄວນແລ້ວລະໝູ່ເຮົາ

ຈົ່ງໂຊກດີເຖີດພວກເຈົ້າ              ລາກ່ອນແລ້ວເຫັນກັນ
ໂອກາດວັນເວລາ                       ທີ່ດີຈຶ່ງດອມເວົ້າ
ພວກເຮົາມາລົມຫຼິ້ນ                    ນຳກັນອີກຄັ້ງໃໝ່ "
ແລ້ວພວກນາງກໍ່ໄດ້                    ເດີນຍ້າຍຍ່າງໄປ

ຫຼັງຈາກນາງໄດ້ກ່າວເວົ້າ            ພວກໝູ່ກໍ່ເຫັນດີ
ມີພຽງຊາຍມາທີຫຼັງ                    ບໍ່ຢາກຍິນດີດ້ວຍ
ພົບຄົນສວຍບໍ່ທັນເວົ້າ                 ລົມກັນໃຫ້ເຂົ້າເລື່ອງ
ພັດເຫຼົ່າມາເຊື່ອງສົ້ນ                   ຍ້ອນຄຳເວົ້າກ່າວລາ

ຕົວຂອງເຮົາບໍ່ໜ້າ           ມາກໍ່ກວນເຂົາ
ເພັດສຸວັນ ເຫງົາໃຈ                    ຕຳນິຕົນເອງໄວ້
ພວກນາງສາວໄປແລ້ວ               ບໍ່ຫັນຫຼັງມາສັ່ງ
ບົວສະບາ ຢືນຢູ່ຢັ້ງ                     ຍັງລໍຖ້າຍ່າງພ້ອມເຂົາ.

( ຈົບຕອນທີ 1, ອ່ານຕໍ່ຕອນຕໍ່ໄປ )

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 25, 2010 | ມີ 1 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

ຫຼາຍຄົນຕ່າງກໍ່ເວົ້າ                     ຕອບຕໍ່ເປັນສຽງດຽວ
"
ສອງຖ້ຽວຄົນທຳອິດ                  ແລະຜູ້ທີສອງນັ້ນ
ຄົນທີ່ສາມ ຂະຫຍັນໜ້ອຍ           ຂົນໄປໄດ້ຖ້ຽວໜຶ່ງ "
ແລ້ວອາຈານຈຶ່ງຍິ້ມ                    ຈາຂຶ້ນ " ເກັ່ງທຸກຄົນ

ແຕ່ວ່າຜົນທີ່ໄດ້                          ຄິດໄລ່ແນວໃດ ? "
ບໍ່ມີໃຜພໍຄົນ                               ກ້າອ້າງໃນວິທີແກ້
ມີແຕ່ ບົວສະບາ ອ້າງ                  ເອົາບົດຂຽນໄປໃຫ້ເບິ່ງ
ອາຈານເຍິງເຈ້ຍຂຶ້ນ                   ແລ້ວຈາເວົ້ " ນ້ອງເກັ່ງຫຼາຍ

ບົດເລກແກ້ງ່ານີ້                       ວິທີໄລ່ມີຫຼາຍ
ພວກມໍປາຍມໍຫົກ                       ອາດຊິຕົກໝົດຊັ້ນ
ເພາະວ່າພາກັນແກ້                     ຕາມວິທີທີ່ຍາກກວ່າ
ສາມຕົວລັບ ສົມຜົນກຳນົດບໍ່ໄດ້    ພາກັນແກ້ໄລ່ຈັ່ງໃດ ? "

ພໍທຸກຄົນໄດ້ເບິ່ງແລ້ວ                 ເລກງ່າຍໆຍັງເຈັບຫົວ
ພາກັນມົວເມົາຄິດ                       ໄລ່ຈົນເຕັມເຈ້ຍ
ສຸດທ້າຍມາເສຍໜ້າ                   ເດັກມໍສາມຮູ້ດີກວ່າ
ຮຽນຂຶ້ນຫ້ອງລ້າໆ                      ຄວາມຮູ້ໂລດບໍ່ມີ

"
ບັດນີ້ຖາມຂໍ້ທ້າຍ                      ໄລ່ງ່າຍໆມັນໆ
ຈົ່ງພາກັນຟັງຄຳຖາມ                  ແລ້ວຈຶ່ງຂຽນວິທີແກ້
'
ລົດບີບແກຄົນຂຶ້ນ                     ຊາຍລື່ນຍິງສາມເທື່ອ
ພໍເມື່ອລົດຈອດປ້າຍ                    ຊາຍລົງຫ້າຍິງຂຶ້ນສອງ

ພໍລອງນັບອີກຄັ້ງ                        ຜູ້ຊາຍລື່ນສາມຄົນ
ຖາມວ່າຄົນໂດຍສານ         ຂຶ້ນທຳອິດຈັກຄົນນີ້ ? "
ມາລາໃຈ ມີຮອຍຍິ້ມ                   " ຮຽນອາຈານ ນ້ອງຕອບວ່າ
ຄົນຂີ່ມາກ່ອນຈອດປ້າຍ              ຊາວຄົນແທ້ແນ່ນອນ "

ສາຍຕານາງສົ່ງຢ້ອນ                  ແນມມາເບິ່ງ ບົວສະບາ
ຍິກຫາງຕາເບົາໆ                       ຍິ້ມໃສ່ເຂົານິດໜ້ອຍ
ສຸມາລີ ຄອຍຈ້ອງ                       ຂີນຕາເອົາແທ້ວ່າ
ບົວສະບາ ກໍ່ຍິ້ມ                         ນິດໜ້ອຍສົ່ງຄືນ

ສຸມາລີ ຂົມຂື່ນເນື້ອ                     ກັບພາບຖັ່ງດວງໃຈ
ນາງເດ່ມືໄປບິດຂາ                     ເຮັດໃຫ້ຕົວເຂົາຮ້ອງ
ບົວສະບາ ແນມມອງໜ້າ             ສົບຕາແລ້ວເວົ້າວ່າ
"
ບິດຂາຂ້ອຍເຊັ່ນນີ້                    ຫວງຂ້ອຍແມ່ນບໍ ? "

ສຸມາລີ ບໍ່ຊ້າ                               ບິດຕໍ່ທັນທີ
"
ຂ້ອຍເຈັບໃດ ສຸມາລີ                 ເຈົ້າຈົ່ງເຊົາຢ່າບິດຂ້ອຍ "
ເຂົາປ່ອຍວາຈາເວົ້າ                    ວອນນາງຢ່າງຄ່ອຍໆ
ນາງປ່ອຍມືອອກແລ້ວ                 ຕາເລັງຈ້ອງໃສ່ເຂົາ

ນາງຄ່ອຍວາຈາເວົ້າ                   ອ່ອນໆຫວານໆ
"
ແມ່ນໃຜຫວະອຸທານ                ວ່າຢ່າບິດຂາຂ້ອຍ
ພຽງຂ້ອຍຊູນນິດໜ້ອຍ                ທຳມາຍາອ້ອນອິ່ນ
ທັງແຜ່ນດິນຍົກຍ້ອງ                   ຜູ້ຊາຍກ້າແກ່ນແຂງ

ແຕ່ເຈົ້າ ມາສະແດງໃຫ້ຕົວຂ້ອຍ ເຫັນຈຸດອ່ອນຄວາມເປັນຊາຍ
ເຈັບນິດດຽວບໍ່ເຖິງຕາຍ               ກໍ່ໜ້າອົດທົນໜ້ອຍ
ເຮັດສຳອອຍແນວນີ້                    ເສຍສັກສີໝົດຄ່າ
ຂ້ອຍວ່າ ເຈົ້າສົມຄວນໄປນຸ່ງສິ້ນ ຖ້າໃຈເຈົ້າອ່ອນແອ "

ບົວສະບາ ແລດູໜ້າ                    ບໍ່ເວົ້າວ່າຄຳໃດ
ເຂົາຮູ້ສຶກບໍ່ພໍໃຈ                         ຕໍ່ຄຳນາງຫຍາມເວົ້າ
ກໍ່ເພາະເຮົາເຫັນເຈົ້າ                  ສະໜິດກັນມາກກວ່າ
ຂ້ອຍຈຶ່ງວ່າເຊັ່ນນີ້                       ແຕ່ຕົວເຈົ້າຄິດຫຼາຍ

ເລີຍເຫັນຂ້ອຍໃນແງ່ຮ້າຍ           ໄຮ້ຄ່າສັກສີເສຍ
ກາຍເປັນຊາຍຈິດເພຍ                ອ່ອນແອໃຈທໍ້
ຂ້ອຍກໍ່ສຳອອຍຫຼິ້ນ                     ພຽງລົມກັນເທົ່ານີ້ນ່າ
ຍັງຕູ່ຫາຂ້ອຍໄດ້                        ໃຫ້ເປັນເລື້ອງເສື່ອມສິນ

ຂ້ອຍໄດ້ຍິນເຈົ້າເວົ້າ                   ປະນາມດ່າຄວາມເປັນຊາຍ
ເຫັນຂ້ອຍໝົດຄວາມໝາຍ          ຢູ່ໃນສາຍຕາເຈົ້າ
ຕໍ່ແຕ່ນີ້ ຂ້ອຍຈະບໍ່ຈາເວົ້າ            ຄຳອ່ອນແອໃຫ້ເຈົ້າວ່າ
ຈະບໍ່ທຳທ່າຂີ້ອ້ອນ                     ໃຫ້ຕົວເຈົາມິ່ນຫຍາມ

ບົວສະບາ ສຸດຫັກຫ້າມ               ຕໍ່ຄຳກ່າວຂອງນາງ
ເຂົາລຸກຍ່າງອອກຫ້ອງໄປ           ບໍ່ກ່າວລາພໍນ້ອຍ
ສຸມາລີ ຄອຍແນມຈ້ອງ                ທັງໃຈກໍ່ຄິດວ່າ
'
ບໍ່ໜ້າເລີຍຊາຍດັ່ງເຈົ້າ              ຊິໃຈນ້ອຍໄຮ້ເຫດຜົນ '

( ຍັງມີຕໍ່ )