ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 12, 2010 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

      ກຸຫຼາບກາງໄຟ
                                    # ນິມິດສະຫວັນ

ຄັ້ງທຳອິດທີ່ພົບນ້ອຍ ນາງໝອງໝົ່ນໃນຊີວາ
ສອງດວງຕາມີຄວາມທຸກ ແຜດເຜົາຜານໄໝ້
ດ້ວຍຫົວໃຈສົງສານນ້ອຍ ສາວຄົນລາວໃກ້ສິ້ນຄ່າ
ຄວາມເມດຕາເພື່ອນ້ອຍ ມີຮອຍຍິ້ມທີ່ປ່ຽມໃຈ

ດ້ວຍເຫດນັ້ນຂ້ອຍຈຶ່ງໄດ້ ຮັບປາກຕໍ່ນົງຄານ
ຫວັງເພື່ອສາວດວງຕາຫວານ ຈຶ່ງຊ່ວຍນາງໃນຕອນຕົ້ນ
ຫວັງສ້າງນາງໃຫ້ໜີພົ້ນ ລາຄີຄາວຄາບເງື່ອນ
ພົ້ນຈາກຄວາມແປດເປື້ອນ ໃຫ້ງາມລ້ຳເລື່ອນລອຍ

ນັບແຕ່ຂ້ອຍໄດ້ພົບນ້ອຍ ຊ່າງຊ້ອຍຊື່ນສົດໃສ
ໃນຫົວໃຈມີຄວາມສຸກ ແຕກຕ່າງກັນຄາວຫຼັງນັ້ນ
ໄດ້ພົບກັນກັບນ້ອຍ ຫົວໃຈເຮົາຮູ້ສຶກວ່າ
ຄຸນຄ່າຍິ້ມຈາກນ້ອຍ ຄວາມສຸກຂ້ອຍສ່າງແປກໃຈ

ດ້ວຍເຫດຜົນໃດນັ້ນ ຂ້ອຍບໍ່ສ່າງພັນລະນາ
ຈະວ່າເຮົາຫຼົງຮັກ ມັກນາງໃນຕອນນັ້ນ
ມັນບໍ່ເປັນໄປໄດ້ ເພາະໃຈເຮົາຮູ້ສຶກວ່າ
ຄວາມເມດຕາຕໍ່ນ້ອຍ ຂ້ອຍມີໃຫ້ແມ່ນສິ່ງດຽວ

ຂ້ອຍເຂົ້າມາກ່ຽວຂ້ອງ ຢາກເສີມສົ່ງໃຫ້ນາງດີ
ຢາກໃຫ້ນາງມີຊີວິດ ທີ່ດີໃນພາຍໜ້າ
ສ່ວນວ່າໃຈຈະຫວັງຄວ້າ ເອົານາງມາແນບບ່ອນ
ມາຢູ່ນອນຮ່ວມຂ້າງ ບໍ່ເຄີຍໄດ້ຄິດເລີຍ

ເຮົາບໍ່ເຄີຍຄິດເວົ້າ ຫຼຶຈາຕໍ່ຄຳຫວານ
ເພື່ອຕ້ອງການພຽງຕົວນາງ ແມ່ນບໍ່ມີພໍນ້ອຍ
ຈຸດປະສົງຂອງຂ້ອຍ ຢາກເຫັນນາງຍິ້ມງ່າຍ
ເຫັນສາຍຕາທີ່ອ່ອນຊ້ອຍ ເຫັນຮອຍຍິ້ມທີ່ຊື່ນໃຈ

ນັ້ນແມ່ນສິ່ງຂ້ອຍຢາກໄດ້ ມາຢູ່ໃນຄວາມຫວັງ
ຢາກໃຫ້ນາງລືມຄວາມຫຼັງ ທີ່ອາດກາຍເປັນປົມດ້ອຍ
ຂ້ອຍມຸ່ງຫວັງຢາກເຫັນນ້ອຍ ເປັນຍິງສາວທີ່ລຽບງ່າຍ
ຂ້ອຍຈຶ່ງໝາຍມຸ່ງປັ້ນ ເພື່ອນາງພົ້ນສິ່ງຊົ່ວຊາມ

ຢາກສົ່ງນາງໃຫ້ຜ່ານຂ້າມ ຂຸມແຫ່ງອະເວຈີ
ພົ້ນຈາກໄພລາຄີ ຊິແກ່ດຶງໃຫ້ນາງມ້ອຍ
ໃນຄວາມຫວັງຂອງຂ້ອຍ ຢາກເຫັນນາງເປັນຄົນໃໝ່
ມີຈິດໃຈທີ່ມຸ່ງໝັ້ນ ມີຄວາມກ້າເພື່ອມຸ່ງຫວັງ

ຂ້ອຍຈຶ່ງຕັ້ງຕໍ່ນ້ອຍ ເສີມສົ່ງໃນທາງດີ
ຊອກວິທີນຳແນະ ເພື່ອນາງຈະເລີນກ້າວ
ໃຫ້ເປັນສາວສວຍເອ້ ສັງຄົມເຫັນຄຸນຄ່າ
ປາຖະໜາຢາກໃຫ້ນ້ອຍ ໄດ້ຮຽນຮູ້ສິ່ງດີ

ເພາະວ່າຊີວິດນ້ອຍ ອະດີດຜ່ານກາຍມາ
ຢາດນ້ຳຕາຂອງນາງ ໄດ້ຫຼັ່ງລິນມາຫຼາຍແລ້ວ
ດ້ວຍຫົວອົກເຄີຍເປັນແປ້ວ ກັບຊີວາທີ່ຕ້ອຍຕໍ່າ
ມັນໄດ້ທຳໃຫ້ນ້ອຍ ໃຈໝອງເສົ້າບໍ່ແຈ່ມໃສ

ຄືນທຳອິດໄດ້ພົບນ້ອຍ ຂ້ອຍຍັງຈື່ຝັງໃຈ
ທ່າມກາງໄຟແສງສີ ຍິບຍັບເປັນຈັງຫວະເຕັ້ນ
ຂ້ອຍໄດ້ແນມເຫັນນ້ອຍ ສາວຄົນງາມຍິ້ມມາໃສ່
ຂ້ອຍກໍ່ຍິ້ມໃຫ້ນ້ອຍ ທັງເວົ້າບອກນັ່ງນຳ

ນ້ອຍກໍ່ທຳຕາມຂ້ອຍ ນາງນັ່ງຢ່າງເຕັມໃຈ
ທ່າມກາງໄຟແສງສະຫຼົວ ດື່ມກິນລິນເຫຼົ້າ
ໃນສາຍຕາເຮົານັ້ນ ເຫັນນາງທີ່ແປກກວ່າ
ເວລານາງສົ່ງຍິ້ມ ເໝືອນຄວາມເສົ້າເຊື່ອງໃນ

ນາງນັ່ງລົງມໍ່ໃກ້ ແລ້ວຍິ້ມໃສ່ຫວານໆ
ອຸທານສຽງສາຍດີ ພອ້ມຍົກມືປະນອມນີ້ວ
ອາຍນ້ຳຫອມປີວຂຶ້ນ ເບົາໆເມື່ອໄດ້ກິ່ນ
ຖວິນໃຈຜູ້ຢູ່ໃກ້ ໃຫ້ໄຂເວົ້າວ່າລົມ

ຂ້ອຍກ່າວຊົມຕໍ່ນ້ອຍ ທີ່ຍິ້ມງ່າຍສະບາຍຕົວ
ບາງຄັ້ງນາງມີສຽງຫົວ ເມື່ອຖືກໃຈວາຈາຂ້ອຍ
ເຮົາຮູ້ສຶກວ່າຕົວນ້ອຍ ສຸກໃຈຢ່າງຊ້ອຍຊື່ນ
ດ້ວຍທ່າທາງທີ່ຟົດຟື້ນ ຈາເວົ້າຢ່າງຄ່ອງຕົວ

ໃຜຈະຮູ້ ວ່າສຽງຫົວແລະຮອຍຍິ້ມ ມັນຊ້ອນເຊື່ອງປິດສະໜາ
ເຊື່ອງນ້ຳຕາຂອງຄວາມເຈັບ ປວດໜ່ວຍໃຈເອົາໄວ້
ເມື່ອຂ້ອຍຖາມໃນບາງຂໍ້ ນ້ຳຕານາງຕ້ອງແຕກຜ່າ
ສອງດວງຕາເລີ່ມຢາດຍ້ອຍ ຄຳຖາມຂ້ອຍອາດຊັອກໃຈ

ເມື່ອນັ້ນເອງຂ້ອຍຈິ່ງໄດ້ ຮູ້ເລື່ອງຂອງນາງ
ຄວາມອັບໝາງຂອງຊີວິດ ທີ່ເກີດມາກັບນ້ອຍ
ນາງໄດ້ລົມກັບຂ້ອຍ ໃນຄວາມຫຼັງທີ່ຄ້ອຍງ່ຽງ
ດ້ວຍນ້ຳສຽງທີ່ແຫບແຫ້ງ ທັງສະອື້ນຢູ່ທີ່ໃຈ

ຂ້ອຍເກືອບອົດບໍ່ໄດ້ ຈະກັ້ນຫຼັ່ງນ້ຳຕາໄຫຼ
ຂ້ອຍປ່ວຍໃຈແທນນາງ ເມື່ອໄດ້ຟັງນາງເວົ້າ
ຟັງຄວາມຫຼັງທີ່ແສນເສົ້າ ອັບເສົາໃນຄັ້ງຜ່ານ
ຂ້ອຍສົງສານຕໍ່ນ້ອຍ ໃນຄຳເວົ້າເວົ້າທີ່ກ່າວຈາ

" ນ້ອຍເປັນລູກກໍ່າພ້າ ຕັ້ງແຕ່ຍັງເຍົາ
ຊີວິດເນົາໃນເຮືອນ ແມ່ແພງພຽນລ້ຽງ
ບາງມື້ມີພຽງເຂົ້າ ສອງສາມກຳພໍໄດ້ມ່າ
ພໍ່ໄດ້ລາຈາກນ້ອຍ ຄາວຂ້ອຍໄດ້ໜຶ່ງປີ

ຊີວິດມີແຕ່ແມ່ລ້ຽງ ເປັນທີ່ເພິ່ງປາລະມີ
ແມ່ເພິ່ນເປັນຄົນດີ ທີ່ສຸດໃນໃຈນ້ອຍ
ເພິ່ນຕ້ອງການຢາກເຫັນຂ້ອຍ ເປັນຄົນດີມີຄຸນຄ່າ
ແມ່ຈຶ່ງຕັ້ງຕໍ່ໜ້າ ຫາລ້ຽງຢ່າງຊຸກຊົນ

ແມ່ຢາກໃຫ້ນ້ອຍພົ້ນ ຄວາມທຸກໃນຊີວາ
ບາງຄືນ ແມ່ເພິ່ນນອນນ້ຳຕາໄຫຼ ເພາະສົງສານຂ້ອຍ
ແມ່ສຸດຫງອຍເຫງົາເສົ້າ ຍາມເຮົາເຈັບປ່ວຍ
ເຮັດທຸກຢ່າງເພື່ອຊ່ວຍຂ້ອຍ ໃຫ້ຫາຍພົ້ນຈາກປ່ວຍກາຍ

ແມ່ບໍ່ເຄີຍເວົ້າຮ້າຍ ປາກດ່າຈາຂົມ
ເພິ່ນອົບຮົມຕົວເຮົາ ໃຫ້ຮັກການຮຽນຮູ້
ສອນໃຫ້ເຮົາທົນສູ້ ອົດທົນບາກບັ່ນ
ວັນໜຶ່ງໃນຂ້າງໜ້ານັ້ນ ເຮົາຈະໄດ້ຢູ່ດີ

ຂ້ອຍສຸດມີຄວາມສຸກລົ້ນ ເມື່ອໃກ້ແມ່ມານດາ
ແມ່ວາຈາແຕ່ຄວາມດີ ສັ່ງສອນແຕ່ຄວາມກ້າວ
ເຖິງຈະໜາວຫຼືຮ້ອນ ຝົນລິນບໍ່ເຄີຍຈົ່ມ
ແມ່ຄ່ອຍກົ້ມໜ້າສູ້ ເພື່ອເຮົາໄດ້ຢູ່ເຢັນ

ແຕ່ລະວັນແມ່ບໍ່ເວັ້ນ ບາກບັ່ນການງານ
ສ້າງຮາກຖານຖານະ ໃຫ້ໝັ້ນຄົງເອົາໄວ້
ແມ່ໃສ່ໃຈໃນຕົວຂ້ອຍ ຫວັງເຫັນເຮົາໄດ້ຍິ້ມງ່າຍ
ແມ່ມຸ່ງໝາຍເສີມສົ່ງຂ້ອຍ ໄດ້ຮຽນຮູ້ສິ່ງດີ

ແຕ່ແລ້ວຊີວິດນີ້ ມັນສ່າງຈົນອັບ
ວາສະໜາອາພັບ ທັບຕົວບໍມີມົ້ມ
ຄວາມຂື່ນຂົມໄດ້ມາເຂົ້າ ທຳລາຍເຮົາຄັ້ງໃຫຍ່
ແມ່ໄດ້ໄລຈາກຂ້ອຍ ປະນ້ອຍຢູ່ຜູ້ດຽວ

ຊີວິດສຸດປ່ຽວວ້າງ ຂາດທີ່ເພິ່ງອາໃສ
ຂາດຄົນຄອຍເອົາໃຈ ເມື່ອເຮົາເຫງົາເສົ້າ
ວັນແມ່ເຮົາຕາຍສິ້ນ ຮຽມເປັນວິນລົ້ມທ່າວ
ໃຈສຸດທີ່ປວດລ້າວ ຫີວໄຫ້ຫອດກະສັນ

ມັນເປັນວັນທີ່ນ້ອຍ ສຸດທີ່ເສຍໃຈ
ແສນອາໄລຄວາມຫຼັງ ເມື່ອແມ່ຍັງຄອຍລ້ຽງ
ບັດນີ້ຍັງພຽງສຽງໄຫ້ ວອນອາໄລຄິດຮອດແມ່
ມີພຽງແພເປັນເພື່ອນຂ້ອຍ ຄອຍໄວ້ເຊັດນ້ຳຕາ

ຄວາມຣັກແສນຄ່າລ້ານ ເຄີຍບານເບັ່ງໃນໃຈ
ຍັງເຫຼືອພຽງຄວາມອາໄລ ໃຫ້ເຮົາໄດ້ຊົມເສົ້າ
ຂ້ອຍເຫງົາຫຼາຍໃນວັນນັ້ນ ເຫງົາໃຈບໍ່ຮູ້ສວ່າງ
ຄິດຫາທາງອັນຮຸ່ງແຈ້ງ ບໍ່ເຫັນຮູ້ວ່າຢູ່ໃສ

ການສຶກສາໃນເມື່ອນັ້ນ ຂ້ອຍຮຽນຢູ່ມໍຫົກ
ຕົວນ້ອຍເກືອບເສັງຕົກ ເມື່ອທ້າຍປີຈົບຊັ້ນ
ດີແຕ່ໃນຕອນນັ້ນ ຕັດສິນໃຈຕັ້ງຕໍ່
ນ້ອຍຈຶ່ງພໍໄດ້ຍິ້ມ ຫຼັງມື້ປະກາດຜົນ

ຄວາມສຳເລັດຂັ້ນຕົ້ນ ພົ້ນຜ່ານສົດໃສ
ເຖິງໃຈຫວັງເສີມຍົກ ເພີ່ມວິຊາຄວາມຮູ້
ແຕ່ຂາດຄົນຄອຍຍູ້ ຊູຄວາມຫວັງໃຫ້ເຮົາຜ່ານ
ຄວາມອາພັບທີ່ໜ້າຢ້ານ ມັນທຳໃຫ້ຂ້ອຍສ່ຽງໄພ

ຊີວິດຂ້ອຍໃນເມື່ອນັ້ນ ເໝືອນໄຮ້ຄ່າຄວາມໝາຍ
ແສນເສຍດາຍການຮຽນ ແຕ່ບໍ່ມີຄວາມພ້ອມ
ຂ້ອຍຈຶ່ງຍອມໂຈະໄວ້ ຕັດສິນໃຈລາປ່ອຍ
ຄວາມມຸ່ງຫວັງແຫ່ງຂ້ອຍ ຄົງໝົດສິ້ນເສື່ອມສະຫຼາຍ

ນີ້ນໍໂຊກອັນໂຫດຮ້າຍ ມັນສ່າງທໍລະມານ
ກາຍເປັນຄົນພິການໃຈ ຕໍ່ສິ່ງເຄີຍຫວັງໄວ້
ມີພຽງໃຈອັນໝອງເສົ້າ ເຍົາວະມານຄອຍສາບແສ່ງ
ນະລົກຄອຍກັ່ນແກ້ງ ສະຫວັນນັ້ນຊ່ວຍບໍ່ທັນ

ໃຜຈັກຄົນແນ່ນັ້ນ ຈະຮູ້ຕໍ່ຄວາມເສຍໃຈ
ຄວາມຮູ້ສຶກໃນອາລົມ ທີ່ຂື່ນຂົມຂອງຂ້ອຍ
ຫຼາຍວັນຄືນທີ່ຕົວນ້ອຍ ນອນລະທົມຮ້ອງຮໍ່າ
ອົກຄໍ່າຄວນຢູ່ບໍ່ແລ້ວ ເພາະຄວາມແປ້ວປ່ວຍໃນ

ກວ່າສະຫງົບໃຈໄດ້ ນ້ອຍຕ້ອງຈ່ອຍຕົມຜອມ
ກວ່າທີ່ຈະຍອມຮັບ ສະພາບຄວາມເປັນຈິງນັ້ນ
ຫົວໃຈເຮົາມັນສະບັ້ນ ຢາກຈະຕາຍຕັ້ງຫຼາຍເທື່ອ
ແຕ່ເພື່ອຫວັງແມ່ມຸ່ງໃຫ້ ໃຈເຮົານັ້ນຈຶ່ງຄ່ອຍທົນ

ເກືອບໜຶ່ງປີຜ່ານພົ້ນ ທີ່ລາຫ່າງໂຮງຮຽນ
ເກືອບທຸກວັນຮຽມຍັງຂຽນ ອ່ານຕໍ່າລາຊຸມນັ້ນ
ມັນຍັງເປັນຄວາມຫວັງຂ້ອຍ ໃນການຮຽນເລີ່ມຕົ້ນໃໝ່
ຂ້ອຍຕ້ອງການເພື່ອຢາກໄດ້ ຄວາມຮູ້ທີ່ເດັ່ນດີ

ຂ້ອຍເຮັດວຽກຢູ່ບ່ອນນີ້ ກໍ່ເພື່ອຫາເງິນ
ມາຕາບຈູນຊີວິດ ທີ່ທຸກຈົນຂອງຂ້ອຍ
ມາຕາບຈູນຮອຍແປ້ວ ຂອງຄົນຈົນຂາດທີ່ເພິ່ງ
ຄົນທັງຫຼາຍອາດເບິ່ງຂ້ອຍ ເໝືອນສາວດິ້ງທົ່ວໆໄປ

ແຕ່ວ່າຂ້ອຍບໍ່ໄດ້ລົ້ວ ເໝືອນດັ່ງເຂົາຈາ
ໃນເວລາການງານ ກໍ່ຍ່ອມເປັນສັນນີ້
ບໍ່ອາດມີຍິງໃດມົ້ມ ຮອຍມືຊາຍຊູນຜ່ານ
ຊາຍປາກຫວານອິ່ນອ້ອຍ ມືນັ້ນກໍ່ຍິ່ງໄວ

ເຖິງວ່າໃນໃຈຂ້ອຍ ຈະເຈັບທີ່ອຸລາ
ມີແຂກ ກໍ່ຕ້ອງມາບໍລິການ ນັ້ນແມ່ນງານຂອງຂ້ອຍ
ຊີວິດຂອງຕົວນ້ອຍ ຂາຍສະເໜຄືຍິ້ມງ່າຍ
ເພື່ອໃຫ້ຊາຍທີ່ຢູ່ໃກ້ ພໍໃຈໃຫ້ນັ່ງນຳ

ແຕ່ລະວັນຈຳໃຈສູ້ ເພື່ອຊອກຢູ່ຫາກິນ
ເພາະຂາດເຂີນສິນຊັບ ຈຶ່ງຮັບທຳງານນີ້
ເພາະບໍ່ມີຄວາມຮູ້ ຈົນໃຈຈຳຕ້ອງຜ່າ
ຊອກຫາເງິນຄ່ອຍທ້ອນ ເພື່ອຫວັງໄດ້ຮໍ່າຮຽນ

ກ່ອນທີ່ທຽນຈະໄຕ້ ເຮືອງຮຸ່ງໃຫ້ສົດໃສ
ກໍ່ຍ່ອມມີຍັງໄຟ ຈູດເຜົາໃຫ້ມັນຮ້ອນ
ມີບ່ອນບັງລົມໃຫ້ ແສງໄຟທຽນຈຶ່ງສະຫວ່າງ
ແຕ່ຊີວິດຂອງຂ້ອຍນັ້ນ ບໍ່ເໝືອນດ້າມດັ່ງທຽນ

ແຕ່ລະວັນພຽນສູ້ ບາກບັ່ນອົດສາ
ແຖມເວລາການງານ ກໍ່ຖືກຄົນຫຍາມເວົ້າ
ຫາວ່າເຮົາລິນເຫຼົ້າ ໃຫ້ເຂົາຊົມພໍພົ້ນຜ່ານ
ເຂົາຕ້ອງການຫຍັງກໍ່ໄດ້ ຖວາຍໃຫ້ແມ່ນແຕ່ຕົວ

ເຂົາປະນາມວ່າຊົ່ວຊ້າ ຢ່າງໄຮ້ຄ່າຄວາມເປັນຄົນ
ນ້ອຍຕ້ອງທົນກັບໃຈເຈັບ ທຸກຄໍ່າແລງງາຍເຊົ້າ
ສັກສີເຂົາຫຍາມຖິ້ມ ຄືຍິງດາຍບໍ່ມີຄ່າ
ເໝືອນດັ່ງ ດວງມາລາດອກໄມ້ ທີ່ບານໃກ້ມໍ່ມື

ຄິດມ່ວນໃຈຄົນກໍ່ຢື້ ດຶງໜ່ວງເຂົ້າມາຫອມ
ເໝືອນດັ່ງໃຈຖະໜອມຮັກ ຄ່າແພງພັນລ້ານ
ຫຼາຍວັນບານໃຫ້ຊົມຫຼິ້ນ ເກສອນຫອມກໍ່ສິ້ນຄ່າ
ພໍເວລາຜ່ານພົ້ນ ກໍ່ໂຮຍແຫ້ງຫ່ຽວດາຍ

ພວກຜູ້ຊາຍເບິ່ງນ້ອຍ ອາດເໝືອນດັ່ງມາລາ
ແຕ່ວ່າຮຽມເປັນຄົນ ຍ່ອມຕ່າງດວງມາລາໄມ້
ມີເສຍໃຈກັບຄວາມເສົ້າ ລະທົມໃຈກັບຄຳດ່າ
ມີນ້ຳຕາໄຫຼຫຼັ່ງເບົ້າ ບໍ່ເໝືອນດ້າມດັ່ງມັນ

ຂ້ອຍຍອມຮັບວ່າຂ້ອຍນັ້ນ ກ້າວຍ່າງຜິດວິຖີ
ເກີນກວ່າປະເພນີລາວ ຊິຮັບຮອງເອົາໄດ້
ຄືຜູ້ຍິງໃນບາຣ໌ເຫຼົ້າ ສາວກາງຄືນຜູ້ໃຈງ່າຍ
ນອນນຳຊາຍໃດກໍ່ໄດ້ ຂໍພຽງໃຫ້ຄ່າຕົວ

ສັງຄົມວ່າອີ່ລົ້ວ ມີຜົວທົ່ວມູມເມືອງ
ຫຼົງເຮື່ອເຮືອງແສງສີ ຊື່ນາງກາລີບ້ານ
ສຽງທີ່ສັງຄົມຕ້ານ ເຈັບໃນຊວງເໝືອນຟ້າຜ່າ
ແຕ່ກໍ່ຕ້ອງແບກໜ້າ ຫາເງິນທ້ອນເພື່ອຮໍ່າຮຽນ "

" ຂ້ອຍບໍ່ຕິຕຽນເຈົ້າ ໃນເລື່ອງເກົ່າກາຍມາ
ຢຸດນ້ຳຕາເສຍເທາະ ຂ້ອຍເຊື່ອໃນວາຈາເຈົ້າ "
ເຮົາຄ່ອຍວາງແຂນອ້ອມ ດຶງນາງມາມູບບ່າ
ຄວາມເມດຕາຕໍ່ນ້ອຍ ຫົວໃຈຂ້ອຍເລີ່ມອ່ອນໄຫວ

ສອງດວງຕານາງໄຫ້ ນ້ຳຕາຫຼັ່ງລິນໄຫຼ
ຂ້ອຍອອຍໃຈຫອມນາງ ແລ້ວກອດເອົາເຂົ້າມາໃກ້
ສຸດສົງສານເຫັນນາງໄຫ້ ອາໄລວອນຮ້ອງຮໍ່າ
ເກັບເອົາຄວາມບອບຊ້ຳ ລະກຳເສົ້າໃສ່ໃຈ

ຂ້ອຍໄດ້ເວົ້າຕໍ່ນ້ອຍ ຕ່າງໆນາໆ
ກ່າວວາຈາຄວາມດີ ເພື່ອນາງມີຮອຍຍິ້ມ
ສອງຮິມຕາໃຫ້ມັນເອື້ອນ ຢຸດໄຫຼນອງນ້ຳຕາຫຼັ່ງ
ກ່າວຄວາມຫວັງເພື່ອນ້ອຍ ມີໃຈສູ້ສິ່ງຂື່ນຂົມ

" ເຖິງວ່ານ້ອຍຊິລົ້ມ ລຸກເດີນຕໍ່ນະຕາຫວານ
ຊາຍຕ້ອງການຄວາມດີນາງ ອາດຍັງມີຫຼາຍຮ້ອຍ
ຂໍແຕ່ຕົວຂອງນ້ອຍ ປັບໃຈຕັ້ງໂຕໃໝ່
ອ້າຍຄົນໜຶ່ງຂໍຢູ່ໃກ້ ເປັນຄົນໃຫ້ຕື່ມພະລັງ "

ນ້ຳຕານາງຍັງຫຼັ່ງຍ້ອຍ ແນມເບິ່ງຢ່າງເຢັນຊາ
ກິລິຍາຂອງນາງ ບໍ່ເຊື່ອໃນວາຈາຂ້ອຍ
ໃນແວວຕາຂອງນ້ອຍ ແນມເຮົາຢາກຮູ້ວ່າ
ຄຳວາຈາຈາກປາກຂ້ອຍ ຕົວນ້ອຍຊິເຊື່ອບໍ

ເພາະຊາຍທີ່ນາງພົບພໍ້ ໃນຄັ້ງຜ່ານກາຍມາ
ລ້ວນວາຈາຄຳຫວານ ວ່າຮັກນາງທັງນັ້ນ
ຜູກສຳພັນໝາຍໝັ້ນ ຂໍຄຽງກັນເປັນເນື້ອຄູ່
ພໍເມື່ອຮູ້ຂີ້ພື້ນ ກໍ່ຫາຍໜ້າບໍ່ກ່າວລາ

ຂ້ອຍບໍຈາຕໍ່ນ້ອຍ ພຽງກອດອຸ່ນເຂົ້າຫາອົກ
ພ້ອມທັງຈົກແພມົນ ຊັບນ້ຳຕາທີ່ໄຫຼຍ້ອຍ
ຂ້ອຍຈາຊວນເອົານ້ອຍ ໄປລົມກັນຢູ່ບ່ອນໃໝ່
ນ້ອຍຕັ້ງໃຈຄັກແນ່ແລ້ວ ຈຶ່ງຕາມຂ້ອຍຍ່າງອອກໄປ.

ເດືອນເພັງໃສສ່ອງແຈ້ງ ແສງສະຫວ່າງພໍແນມເຫັນ
ສາຍລົມເຢັນແຄມຂອງ ພັດຫອບເອົາອາຍນ້ຳ
ມັນໄດ້ທຳໃຫ້ຕົວຂ້ອຍ ໜາງໃນກາຍວາດໃດໜຶ່ງ
ຍິນສຽງເພງກ່ອມຊຶ້ງ ດັງແວ້ວແຜ່ວມາ

ຂ້ອນນັ່ງແນມເບິ່ງໜ້າ ນຽນອ່ອນນວນສີ
ຂອງນາລີຄຽງກາຍ ນັ່ງຮຽງເຮົານັ້ນ
ກັບຫົວໃຈກະສັນໂອ້ ສົງສານນາງສ່າງງຽບປ່ຽວ
ນາງງວາກຫຼຽວມາເບິ່ງຂ້ອຍ ດ້ວຍຮອຍຍິ້ມທີ່ປ່ຽມໃຈ

ຂ້ອຍຄ່ອຍໄຂວາຈາເວົ້າ ຄ່ອຍໆເບົາໆ
" ຊີວິດຂອງຄົນເຮົາ ຖານະຄົງດີໄດ້
ພຽງແຕ່ຈິດໃຈຕັ້ງ ຊູຄວາມຫວັງໃຫ້ກ້າວຜ່ານ
ອຸປະສັກທີ່ໜ້າຢ້ານ ມັນຈະພົ້ນຜ່ານໄປ

ຂໍໃຫ້ໃຈຕໍ່ຕັ້ງ ຫວັງມຸ່ງຄວາມດີ
ແລ້ວວິຖີຊີວິດ ຈະດຸ່ງເດີນດີໄດ້
ສູ້ດ້ວຍໃຈໝາຍໝັ້ນ ກັບຄວາມຝັນອັນຍິ່ງໃຫຍ່
ວັນໜຶ່ງໃນຂ້າງໜ້ານັ້ນ ເຮົາຈະໄດ້ພົບມັນ "

" ແຕ່ຄວາມຝັນຂອງຂ້ອຍ ມັນຍາກຍິ່ງຈະເດີນເຖິງ
ໄດ້ເພິ່ງພຽງເສດເງິນເຫຼືອ ຈາກຜູ້ຄົນນິໄສຮ້າຍ
ຈາກຜູ້ຊາຍຕັນຫາຮ້ອນ ຫວັງນອນຊົມໃຫ້ຄືນຜ່ານ
ຈຶ່ງບໍ່ຫານເອີ່ຍເອື້ອມ ຮຽນຮູ້ຮ່ອມສູງ "

" ຖ້າເຈົ້າຫວັງມຸ່ງກ້າວ ອະນາຄົດສົດໃສ
ຈົ່ງຕັດສິນໃຈຮຽນ ກ່ອນຊິສວາຍເກີນແກ້
ແນ້ວແນ່ໃຈໝາຍມຸ້ງ ປຣິນຍາອັນກ້າແກ່ນ
ດ້ວຍໃຈໜັກແໜ້ນຕັ້ງ ຄວາມຫວັງເຈົ້າຊິເກີດຜົນ

ຖ້ານ້ອຍຫວັງຕັ້ງຕົ້ນ ຈະເສີມສົ່ງສຶກສາ
ຂ້ອຍຍິນດີເປັນພາລະ ຖ້າມຸ່ງຫວັງຢາກຮຽນຮູ້
ຂ້ອຍຈະເປັນຄົນຍູ້ ປູທາງໃຫ້ເດີນຜ່ານ
ສິ່ງຂ້ອຍຂານກ່າວຕ້ານ ຄວາມຈິງແທ້ອອກຈາກໃຈ "

ໃນຄືນນັ້ນພວກເຮົາໄດ້ ລົມເລື່ອງນາໆ
ດ້ວຍວາຈາເປັນກັນເອງ ແລະເປີດໃຈຈິງເວົ້າ
ຮູ້ສຶກວ່າສອງເຮົານັ້ນ ລົມກັນຢ່າງຫວານຊໍ່າ
ທຸກຖ້ອຍຄຳທີ່ເວົ້າ ລ້ວນເປັນເລື້ອງທີ່ເຂົ້າໃຈ

ຂ້ອຍໄດ້ເວົ້າຕໍ່ນ້ອຍ ຈະເສີມສົ່ງສຶກສາ
ມີວິຊາຕິດຫົວ ເພື່ອຊ່ວຍຕົວໃນພາຍໜ້າ
ການສຶກສາຂອງນ້ອຍ ເຮົາຍິນດີຈະຊົດຊ່ອຍ
ມີບັນຫາໃຫຍ່ນ້ອຍ ເຮົາພ້ອມຮັບສະເໝີ

ຄຳສະເໜີຂອງຂ້ອຍ ນ້ອຍຊ້ອຍຊື່ນສົດໃສ
ນ້ອຍຂອບໃຈຕົວເຮົາ ແລ້ວໝູບຫົວເຂົ້າຊິດໃກ້
ຂ້ອຍພູມໃຈໃນຕົວນ້ອຍ ທີ່ຫວັງຮຽນເລີ່ມຕົ້ນໃໝ່
ຂໍໃຫ້ຫວັງແຫ່ງນ້ອຍ ໄປເຖິງບັ້ນບ່ອນໝາຍ

ສິ່ງທ້າທາຍຕ່າງໆນັ້ນ ພ້ອມທີ່ຈະລຸຍໄປ
ຂ້ອຍຕຽມໃຈຕຽມກາຍ ເພື່ອຊ່ວຍນາງຢ່າງຈິງແທ້
ຈະດູແລຊິດໃກ້ ເປັນກຳລັງໃຈຢູ່ໃກ້ມໍ່
ອຸປະສັກທີ່ພົບພໍ້ ເຮົາກຽມພ້ອມເພື່ອຊ່ວຍນາງ

ຂ້ອຍຄ່ອຍວາງແຂນອ້ອມ ກອດບ່າເບົາໆ
ຄວາມຮູ້ສຶກໃນໃຈເຮົາ ສ່າງຊື່ນບານແສນຊ້ອຍ
ກັບຄວາມຫວັງຂອງຂ້ອຍ ຢາກເຫັນນາງສ້າງຕົວໃໝ່
ດ້ວຍຈິດໃຈປອດກ້ຽງ ໝົດສ້ຽງສິ່ງທຸກໃຈ

ນ້ອຍໄດ້ເວົ້າຕໍ່ຂ້ອຍ ຈະຕັ້ງຕໍ່ສຶກສາ
ໃຫ້ໄດ້ຮັບປຣິນຍາ ດ້ວຍວິຊາຄວາມຮູ້
ມາຟື້ນຟູຄວາມຫຼັງຫຼ້າ ພູມປັນຍາທີ່ຍັງໂງ່
ຊ່ວຍຕົວເອງເພື່ອໃຫ້ພົ້ນ ຄວາມຫຼັງຫຼ້າພັດທະນາ

ຂ້ອຍສັນຍາຕໍ່ນ້ອຍ ຈະຊ່ວຍຢ່າງຈິງໃຈ
ມີສິ່ງໃດບໍ່ພຽງພໍ ຈະຊອກຫາມາໃຫ້
ຖ້າສິ່ງໃດບໍ່ເກີນແກ້ ກຳລັງແຮງທີ່ມີຢູ່
ຈະຕັ້ງໜ້າຕໍ່ສູ້ ເພື່ອຕົວນ້ອຍໄດ້ຮໍ່າຮຽນ

ເຖິງເວລາພຽງນິດໜ້ອຍ ທີ່ເຮົາເລີ່ມຈັກກັນ
ແຕ່ຄວາມຜູກພັນສອງເຮົາ ສ່າງມາກມາຍນອງລົ້ນ
ເກີດຈາກຜົນທີ່ເຄີຍໄດ້ ຄະຕິທຳຄຳສອນສັ່ງ
ເປັນພະລັງໃຫ້ຂ້ອຍ ກັບນ້ອຍໄດ້ເຊື່ອໃຈ.

ຈາກວັນນັ້ນໄດ້ຜ່ານພົ້ນ ຫົກປີກວ່າກາຍໄປ
ໃນຫົວໃຈຂອງເຮົາ ກໍ່ປ່ຽນແປງຫຼາຍຂຶ້ນ
ຫຼາຍວັນຄືນທີ່ຊິດໃກ້ ຄວາມຈິງໃຈທີ່ມີຕໍ່ ກັນນັ້ນ
ເປັນວັນແຫ່ງການພົບພໍ້ ຄວາມສຸກສ້າງຮ່ວມກັນ

ຈາກຄືນວັນທີ່ນ້ອຍ ໄຫ້ຮໍ່າເສຍໃຈ
ຈາກດວງຕາລິນໄຫຼ ປຽກຊຶມນ້ຳຕາຍ້ອຍ
ຈາກວັນຄືນຫງອຍເສົ້າ ເປັນກໍ່າພອຍຕົວເປົ່າ
ຈາກວັນເຮົາພົບນ້ອຍ ໃນວົງລ້ອມທີ່ສ່ຽງໄພ

ເຊົ້າໜຶ່ງ ນ້ອຍໄດ້ຍິ້ມຕໍ່ຂ້ອຍ ຢ່າງເບີດເບັ່ງບານອຸລາ
ດວງຕານາງມີສຸກ ຊື່ນໃນມະໂນເນື້ອ
ໃບໜ້າເໝືອນປະທຸມເຊື້ອ ບົວທອງບານສະພັ່ງ
ກັບທັງສອງຝ່າຍແກ້ມ ແດງເຂັ້ມດັ່ງດອກຝາງ

ວັນນັ້ນນາງນຸ່ງສິ້ນ ຟ້າອ່ອນປະສົມໃໝ
ໃສ່ເສື້ອຂາວແຂນຍາວ ມັດກາລະວັດນ້ອຍ
ນາງປ່ອຍຜົມດຳເຫຼື້ອມ ຍອຍຍາວເຖິງທ້າຍລ່າມ
ໃສ່ຕຸມຫູຍອຍຢາດນ້ຳ ລູກປັດຫ້ອຍແກວ່ງໄກວ

ເກີບສີດຳໂບດອກໄມ້ ເຫຼື້ອມຍິບຍັບຂັດສີລາ
ໃນສາຍຕາຂອງເຮົາ ສ່າງງົດງາມຕຶງໃຈຂ້ອຍ
ວັນນັ້ນຕົວຂອງນ້ອຍ ປະກາຍແວວທີ່ໂດດເດັ່ນ
ຂ້ອຍຫຼິງເຫັນຄວາມຕື່ນເຕັ້ນ ໃນໃບໜ້າທີ່ຜ່ອງໃສ

ເຫັນຄວາມສຸກໃນຮອຍຍິ້ມ ປຶ້ມປ່ຽມຍິນດີ
ລັດສະໝີຄວາມຫວັງ ເລີ່ມເບັ່ງບານໃສແຈ້ງ
ສະແດງຕົນເອງຂຶ້ນ ໃນເວທີທີ່ຍິ່ງໃຫຍ່
ເວທີໄຊເອກອ້າງ ປະດັບສ້າງຊື່ຕົນ

ເຫັນຜູ້ຄົນຍ່າງຍ້າຍ ຍິ້ມງ່າຍສະບາຍໃຈ
ເບິ່ງຜູ້ໃດກໍ່ສຸດແສນ ເບີກບານມະໂນເນື້ອ
ແມ້ງເມື່ອມາເຖິງຫ້ອງ ຫໍປະຊຸມຫຼັງໃຫຍ່
ຕ່າງພູມໃຈເມື່ອໄດ້ ຮຽນຮູ້ສາດຕະສິນ

ຍິນສຽງໂຄສົກເວົ້າ ປະກາດກ່າວໄຂພິທີ
ສະແດງຄວາມຍິນດີ ຕໍ່ທຸກຄົນໃນຫ້ອງ
ແລ້ວກ່າວຄຳຂໍຮ້ອງ " ເຊີນທຸກຄົນລຸກຂຶ້ນກ່ອນ "
ທຸກຄົນຕ່າງຮີບຮ້ອນ ຢືນຂຶ້ນຢ່າງຄ່ອງຕົວ

ບັນຍາກາດທົ່ວຫ້ອງ ມິດງຽບສະຫງົບດີ
ໄດ້ຍິນສຽງດົນຕີ ປ່ອຍສຽງບັນເລງຂຶ້ນ
ຄື້ນສຽງເພງດັງກ້ອງ ເພງຊາດລາວ ' ຊາດກ້າເກັ່ງ
ເປັນສຽງເພງເອກອ້າງ ຄວາມເປັນເຊື້ອຊາດລາວ

ຈາກນັ້ນ ໂຄສົກໄດ້ກ່າວເວົ້າ ປະກາດກ່າວເທິງເວທີ
ໄຫວ້ອາໄລສາມວິ ( ວິນາທີ ) ບຸລຸດລາວທັງແຄວ້ນ
ບຸລຸດລາວຜູ້ແສນກ້າ ປົກປັກປະເທດຊາດ
ເອກະລາດມາສູ່ກ້ຳ ຊົນເຊື້ອຊາດລາວ

ທ່ານນາຍົກຄ່ອຍກ້າວ ຂຶ້ນສູ່ເວທີ
ຜູ້ກິດຕິມະສັກ ເຂົ້າຮ່ວມໃນງານນີ້
ພິທີກອນໄຂຂໍ້ ຂານຄຳຮຽກຊື່
ນັ້ນຄືສຽງຮຽກໃຫ້ ຫົວໃຈເຕັ້ນຄຶກຄະນອງ

ຕ່າງກໍ່ຄ່ອຍຢ່ອງຍ້າຍ ຂຶ້ນສູ່ເວທີ
ຮັບປຣິນຍາບັດ ສຳເລັດການຮຽນຮູ້
ຫຼັງຈາການສຶກສາສູ້ ຫ້າຫົກປີໄດ້ພົ້ນຜ່ານ
ຕ່າງເບີກບານເບັ່ງແຍ້ມ ໃບໜ້າຜ່ອງໃສ

ສຳລັບນ້ອຍນັ້ນໄດ້ ປະກາດແຫ່ງກຽດຕິບັດ
ຜູ້ທັດຖານການຮຽນ ເກັ່ງວິຊາຄວາມຮູ້
ໄຊຍະບັດແດງຄືຜູ້ ຮຽນດີສອບເກັ່ງ
ນອກຈາກເສັງໄດ້ແລ້ວ ຄວາມຮູ້ກໍ່ເກັ່ງໃດ

ນ້ອຍໄດ້ຍິ້ມຕໍ່ຂ້ອຍ ຄ່ອຍກ້າວຍ່າງມາຫາ
ເມື່ອລົງມາຈາກເວທີ ຮັບປຣິນຍາແລ້ວ
ແວວຕານາງສຸດຊ້ອຍ ສຸກໃຈຢ່າງປຶ້ມປ່ຽມ
ຂ້ອຍຕຽມຍື່ນດອກໄມ້ໃຫ້ ພ້ອມຮອຍຍິ້ມຕໍ່ນາງ

ແລ້ວຄ່ອຍວາງແຂນອ້ອມ ຫອມແກ້ມອ່ອນເບົາໆ
ໃນອຸລາຂອງເຮົາ ສ່າງຊື່ນຊຳສຸດຊ້ອຍ
ຍິງໃນຫວັງຂອງຂ້ອຍ ປະສົບໄຊຄັ້ງໃຫຍ່
ໄຊຊະນະທີ່ຜ່ານຂ້າມ ຄວາມຈ້າໂງ່ວິຊາ

ນາງຄ່ອຍແນມເບິ່ງໜ້າ ຍິ້ມຢ່າງງາຍໆ
ພວກໝູ່ນາງທັງຫຼາຍ ຕ່າງເຫຼືອດຕາແນມຈ້ອງ
ພວກເຂົາຫຼຽວມອງຂ້ອຍ ກັບນາງເໝືອນບອກວ່າ
ໜ້າອິດສາແທ້ໆ ມີຄົນໃກ້ຮັກຫອມ

ຕົວຂອງເຮົານີ້ພ້ອມ ຍອມຮັບຄວາມຈິງ
ວ່າຍອດຍິງໃນດວງໃຈ ໜຶ່ງດຽວຄືນ້ອຍ
ນາງຄືຄວາມຫວັງຂ້ອຍ ກຳລັງໃຈຍາມອິດອ່ອນ
ຍາມຫງ່ວມເຫງົາໂສກຮ້ອນ ເຫັນນາງຍິ້ມແລ້ວຊື່ນໃຈ

ນ້ອຍຈັບມືຂ້ອຍໄວ້ ຄ່ອຍໆຍ່າງເດີນໄປ
ນາງຄົງມີຄວາມສຸກໃຈ ດັ່ງດຽວກັບຂ້ອຍ
ໃບໜ້າເຕັມຮອຍຍິ້ມ ດວງອຸລາຄົງປຶ້ມປ່ຽມ
ເດີນຄ່ຽມຄົມຍ່າງຍ້າຍ ຄຽງຂ້າງຄູ່ເຮົາ

ຍິນສຽງຫົວສຽງເວົ້າ ຟົດສະນັ່ນເຮຮາ
ເມື່ອອອກມານອກອາຄານ ຜູ້ຄົນຫຼາຍລົ້ນ
ຕ່າງກໍ່ສົນໆສົ້ວ ໄປມາຍ້າຍຍ່າງ
ບາງຜ່ອງກໍ່ນັ່ງຈຸ້ມ ລົມຫຼິ້ນຕໍ່ກັນ

ບາງກຸ່ມນັ້ນ ກໍ່ຢືນຢູ່ເປັນວົງ
ຕ່າງສົ່ງສຽງເຮຮາ ເວົ້າຈາສະໜຸກແມ້ງ
ຕ່າງສະແດງຮອຍຍິ້ມ ຄວາມຈິງໃຈບອກບົ່ງ
ທຸກຄົນຄົງຊື່ນຊ້ອຍ ໃບໜ້າເບັ່ງບານ

ຂ້ອຍກ່າວຕ້ານຕໍ່ນ້ອຍ ຄ່ອຍໆເບົາໆ
" ເຮົາຖ່າຍຮູບກັນເທາະ ເພື່ອເປັນອະນຸສອນໄວ້ "
" ເອົາມູມໃດນໍນີ້ ຈະງາມດີເຂົ້າທ່າ "
" ຂ້ອຍວ່າຢູ່ບ່ອນນີ້ ຄົງງາມໄດ້ທຸກໆມູມ "

ນ້ອຍຍ່າງໄປສຸມດອກໄມ້ ທີ່ພວມເບັ່ງບານສີ
ຕາຫຼຽວຊົມມາລີ ຢ່າງຊື່ໃນໃຈຊ້ອຍ
ແລ້ວກ່າວຈາກັບຂ້ອຍ " ສົນໃຈຈຸດນີ້ບໍ່ ? "
ຂ້ອຍບໍ່ຈາກ່າວເວົ້າ ພຽງຍິ້ມແລ້ວງຶກຫົວ

" ຍັບມາຂວານິດໜ້ອຍ ພາບຈຶ່ງສວຍງາມ
ໜຶ່ງສອງສາມ " ແກຣັບ " ເອົາຕື່ມນໍຈຸດນັ້ນ "
" ກະລຸນາຫັນໜ້າ ເຂົ້າຫາກັນອີກໜ້ອຍໜຶ່ງ
ແນມມາເບິ່ງກ້ອງໜ້ອຍ ປ່ອຍຮອຍຍິ້ມອ່ອນໆເດີ "

ຂໍ້ສະເໜີຂອງມືກ້ອງ ຂ້ອຍຍ້ອງວ່າມີສີສັນ
ນັ້ນແມ່ນສິລະປະຍຸດ ເພື່ອຜູ້ຄົນຊົມໃຊ້
" ຈະເອົາຈຸດໃດເພີ້ມ ຫຼືພໍເທົ່ານີ້ບໍ່ ? "
ມືກ້ອງຂໍໃຫ້ຂ້ອຍ ມິີຄຳເວົ້າຄິດເຫັນ

ສາຍລົມເຢັນຜ່ານດອກໄມ້ ຫອມອ່ອນໆໃນດັງ
ສ້າງພະລັງຄວາມຫວັງ ເພື່ອທຸກຄົນເດີນກ້າວ
ມີຈິດໃຈຫັນຫ້າວ ບຸກບືນຜ່ານຜ່າ
ປຣິນຍາໄດ້ຮັບແລ້ວ ຈົ່ງຫັນຫ້າວສູ່ວຽກງານ

ຂໍພວກເຈົ້າຢ່າກຽດຄ້ານ ເອົາແຕ່ທ່ຽວເພີນຈິດ
ຈົ່ງໃສ່ໃຈໃນຊີວິດ ຄິດທຳສິ່ງດີໄດ້
ພາກພູມໃຈຫັນຫ້າວ ໃນການງານແລະໜ້າທີ່
ຜືນແຜ່ນດິນຖິ່ນນີ້ ຫວັງເຈົ້າຊ່ວຍສ້າງສາ

ໃຫ້ພວກເຈົ້າຕັ້ງໜ້າ ເຜີຍແຜ່ຄວາມດີ
ດ້ວຍສັກສີຊີວິດ ຜູ້ຜ່ານການຮຽນຮູ້
ຊ່ວຍຟື້ນຟູເມືອງບ້ານ ແດນກັນດານມີໜ້າໃໝ່
ສ້າງຊາດລາວເໜືອຮອດໃຕ້ ໃຫ້ໃສເຫຼື້ອມພັດທະນາ

ສປປລາວໃນຕໍ່ໜ້າ ຈະເຮືອງຮຸ່ງສີວິໄລ
ກໍ່ອາໃສລູກຫຼານລາວ ຜູ້ທີ່ມີຄວາມຮູ້
ຖະນຸຖະໜອມສ້າງ ແດນລາວໃຫ້ມີຮັ່ງ
ຊາດມຸ່ງຫວັງຕໍ່ເຈົ້າ ໂຮມໃຈສ້າງຖິ່ນລາວ

ໃຫ້ຊາດລາວມຸ່ງກ້າວ ຂຶ້ນສູ່ຄວາມສຸກສົມ
ແດນສັງຄົມນິຍົມ ພັກລັດເຮົາຫວັງໄວ້
ຫວັງໃຫ້ຊາວລາວໄດ້ ຄວາມສົດໃສຖ້ວນຖີ່
ຄວາມຮັ່ງມີພຽບພ້ອມ ສະເໝີໜ້າທຸກໆຄົນ

ໃຫ້ໝັ່ນພຽນຄິດຄົ້ນ ສ້າງສິ່ງສວຍງາມ
ວິລະກຳຄົນລາວ ໃຫ້ຊ່າເຊັງລືກ້ອງ
ສາມັກຄີປອງດອງສ້າງ ສັງຄົມລາວໃຫ້ພົ້ນເດັ່ນ
ໃຫ້ເປັນຖິ່ນເອກອ້າງ ຊາວໂລກາກວ້າງໄຝ່ຢາກເຫັນ

ດວງຕາເວັນເຄື່ອນຍ້າຍ ຄ້ອຍບ່າຍລົງແລງ
ປ່ອຍໃຫ້ແສງນິອອນ ສາດສີແສງຈ້າ
ປະດັບປະດາເຫຼື້ອມ ຕາມອາຄານແຈ້ງສະຫວ່າງ
ໄຟຍິບຍັບເໝືອນຍ່າງຍ້າຍ ເດີນເຕັ້ນໄລ່ກັນ

ໃນຄໍ່າຄືນວັນນັ້ນ ຂ້ອຍສຸດທີ່ມີສຸກ
ຂ້ອຍສະໜຸກສະໜານໃຈ ເບີກບານມະໂນເນື້ອ
ທຸກເທື່ອແນມດູໜ້າ ສົບຕານາງຊ່າງຍິ້ມງ່າຍ
ດ້ວຍສາຍຕາອ່ອນຊ້ອຍ ມີໃຫ້ຕໍ່ກັນ

ຂ້ອຍຍອມຮັບວ່າຂ້ອຍນັ້ນ ມີພຽງໜຶ່ງໃນດວງໃຈ
ບໍ່ອາດມີຍິງໃດ ປ່ຽນແທນຕົວນ້ອຍ
ນາງເປັນດວງໃຈຂ້ອຍ ຂວັນຊີວາຍອດສະຫງ່າ
ທຸກວັນຄືນຈະຮັກນ້ອຍ ໜັກແໜ້ນໜຶ່ງດຽວ

ນ້ອຍນັ້ນຫຼຽວເບິ່ງຂ້ອຍ ຢ່າງຊຶ້ງຊໍ່າສາຍຕາ
ຍັບເຂົ້າມາຕິດຕົວ ຄ່ອຍກອດແອວເຂົ້າຊິດໃກ້
ໃນຫົວໃຈຂອງຂ້ອຍ ຄວາມສຸກນອງລົ້ນຫຼັ່ງ
ຍິງໃນຫວັງຂອງຂ້ອຍ ຄືນ້ອຍທີ່ຮັກເຮົາ

ນ້ຳຕານາງຫຼໍ່ເບົ້າ ຍ້ອຍຫຼັ່ງໄຫຼລົງ
ໄຫຼສົ່ງຄວາມອັຍເສົາ ທີ່ຜ່ານມາໃຫ້ໝົດສິ້ນ
ແລ້ວມຸ່ງຫວັງຖວິນສ້າງ ຄວາມງາມໃຫ້ຜຸດຜ່ອງ
ນາງຫຼຽວມອງເບິ່ງຂ້ອຍ ກັບຄຳເວົ້າທີ່ຖ່ອມຕົວ

" ຈາກວັນນ້ອຍເຄີຍເກືອກກົ້ວ ມົ້ວກິ່ນສຸລາ
ຈາກຄລັບບາຣ໌ລາຕີ ຈາກແສງສີເຕັ້ນ
ຈາກວັນເວັນນອນໄຫ້ ເພື່ອວັນຄືນໄດ້ຍິ້ມງ່າຍ
ຈາກສາຍຕາຊາຍອ້ອມຂ້າງ ພຽງຫວັງຊ້ອນຊົ່ວຄືນ

ຈາກວັນຂົມຂື່ນແຄ້ນ ກັບຄຳກ່າວຈາຫຍາມ
ສຽງປະນາມຈາກສັງຄົມ ວ່າຊົ່ວຊາມນາມຮ້າຍ
ຈາກສາຍຕາເຄີຍແນມຈ້ອງ ເຫັນເຮົາເປັນຍິງຊົ່ວ
ຄວາມມືດມົວກ່ອນນັ້ນ ວັນນີ້ໄດ້ຫ່າງຫາຍ

ນັບແຕ່ມື້ໄດ້ພົບອ້າຍ ນ້ອຍມີແຕ່ຄວາມສຸກສັນ
ຄວາມງົດງາມນິລັນດອນ ໄດ້ເກີດມີໃນໃຈນ້ອຍ
ຄວາມມຸ່ງຫວັງຂອງຂ້ອຍ ເໝືອນມາລາຈູມຈໍ່
ອະນາຄົດເໝືອນໜໍ່ໄມ້ ທີ່ພວມພົ້ນໂພ່ດິນ

ມາລາໂຊຍກິ່ນກຸ້ມ ຫອມອ່ອນຕາມລົມ
ຄວາມປິຕິດົມດອມ ກ່ອມສະເໜຫອມຊຶ້ງ
ຄວາມຕຶງໃນໃຈຊ້ອຍ ເດີນຕາມຮອຍແສງສະຫວ່າງ
ເຫັນເສັ້ນທາງທີ່ຮຸ່ງແຈ້ງ ສະແຫວງສ້າງສິ່ງດີ

ຈາກວັນນີ້ຈະຊື່ນແຍ້ມ ຍິ້ມຢ່າງທະນົງໃຈ
ໃນອ້ອມແຂນຄົນຮັກ ທີ່ເທີດທູນບູຊາໄວ້
ນ້ອຍຂໍໄຂໃຈເວົ້າ ກັບຄວາມຈິງເພື່ອບອກວ່າ
ຕົວນ້ອຍ ຫວັງວິວາຮ່ວມອ້າຍ ໝາຍຊ້ອນຮ່ວມໝອນ "

ນ້ຳຕາຂ້ອຍເລີ່ມກ້ອນ ມາທີ່ຫົວຕາ
ຢາດລົງມາຫາຄາງ ຈຶ່ງຄ່ອຍເອົາມືເນັ້ນ
ນ້ອຍແຍມເຫັນນ້ຳຕາຂ້ອຍ ຈັບເອົາແພຊັບຄ່ອຍໆ
ພ້ອມທັງຍິ້ມໃຫ້ຂ້ອຍ ໃນຮອຍຍິ້ມທີ່ຊື່ນໃຈ.

ສອງເດືອນກວ່າໄດ້ຜ່ານພົ້ນ ທີ່ນ້ອຍເລີ່ມການງານ
ສິ່ງເບັ່ງບານຄູ່ຄວາມຮັກ ທີ່ງົດງາມໃນໃຈນ້ອຍ
ຫຼາຍວັນຄືນນາງຖາມຂ້ອຍ ຄອຍວັນວິວາແຕ່ງ
ຍິງຂວັນແພງຢ່າງນ້ອຍ ຄອຍຂ້ອຍຊິບໍ່ໄຫວ

ຂ້ອຍຈຶ່ງຕັດສິນໃຈເຂົ້າ ວິວາຮ່ວມຮຽງນາງ
ສ້າງກໍ່ແປງເຮືອນຫໍ ເພື່ອພໍ່ຄົນພາຍຊ້ອຍ
ດຽວນີ້ຄອບຄົວຂ້ອຍ ສຸກສົມບູນທຸກຢ່າງ
ມີຜືນດິນທີ່ກວ້າງ ມີທາງກ້ຽງສະອາດຕາ

ມີໜອງປາໜອງກຸ້ງ ຟາມໄກ່ຟາມໝູ
ມີຄູບາອາຈານ ເພື່ອນຝູງໂຮມເຕົ້າ
ມີສາວໆມາລິນເຫຼົ້າ ເບົາໆເດີເວົ້າຄ່ອຍໆ
ເພາະເມຍຂ້ອຍທີ່ຊື່ນ້ອຍ ນັ່ງຄຽງຂ້າງຊິຈ່ອງຫູ.

Delicious Digg Fark Twitter